Huawei GR5 2017 – #ForTheWin! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

Huawei GR5 2017 – #ForTheWin!


Huawei GR5 2017 – #ForTheWin!

ຖ້າທ່ານກຳລັງແນມຫາສະມາດໂຟນທີ່ມີປະສິດທິພາບເປັນເລີດ ຊຶ່ງອອກແບບມາໃຫ້ເໝາະກັບຜູ້ທີ່ມັກໃນຄວາມທັນສະໄໝທີ່ມາພ້ອມ ເຕັກໂນໂລຊີກ້ອງເລັນຄູ່. Huawei GR5 2017 ຕອບໂຈດທ່ານໄດ້!

ຫົວເຫວີຍໃໝ່ຫຼ້າສຸດເຄື່ອງນີ້ ແມ່ນ #FTW ວິວັດທະນາການທີ່ບໍ່ເຄີຍມີ ມາກ່ອນຈາກຫົວເຫວີຍ, ອອກແບບມາໃຫ້ມີຄວາມຫຼູຫຼາ ແລະ ມີຂອບໂຄ້ງ, ໂດດເດັ່ນໄປກວ່ານັ້ນ ຄືແບັດເຕີລີ້ທີ່ມີຄວາມຈຸສູງເປັນພິເສດ ແລະ ເຕັກໂນໂລຊີກ້ອງເລັນຄູ່ຄຸນນະພາບສູງ ທີ່ທຸກຄົນສາມາດເປັນເຈົ້າຂອງໄດ້.

1. ຂຸມພະລັງການຖ່າຍຮູບດ້ວຍກ້ອງເລັນຄູ່
Huawei GR5 2017 ມາພ້ອມກັບກ້ອງເລັນຄູ່ #FTW ທີ່ເຮັດວຽກຮ່ວມກັນ ໄດ້ເປັນຢ່າງດີ, Autofocus ພຽງ 0.3 ວິນາທີ ແລະ ໃຫ້ຄວາມເລິກຂອງຮູບ ພາບແບບ Depth effect. ດ້ວຍກ້ອງເລັນຄູ່ນີ້ ທ່ານສາມາດຖ່າຍຮູບອອກມາ ໄດ້ຢ່າງສວຍງາມເໜືອຈິນຕະນາການ ແລະໃຊ້ Bokeh effects ກໍ່ຄືການ ຖ່າຍຮູບ ໂດຍຈຸດໂຟກັດຈະຄົມ ແຕ່ຈຸດອື່ນຈະ Blur ໄດ້ງ່າຍໆ ປານມືອາຊີບ ດ້ວຍ Huawei GR5 2017 #FTW.

2. Selfie ໄດ້ງ່າຍໆ
Huawei GR5 2017 ຊ່ວຍໃຫ້ທ່ານດູດີສະເໝີ ດ້ວຍ Beauty Mode ເຖິງ 10 ລະດັບ, Make-up Mode ອັດຕະໂນມັດ ຈະຊ່ວຍໃຫ້ທ່ານເຫັນການປັບລະດັບ ໄດ້ທັນທີ ກ່ອນຖ່າຍຮູບ. ດ້ວຍກ້ອງໜ້າ 8MP ທີ່ມາພ້ອມການ Selfie ແບບ Panorama ຊ່ວຍໃຫ້ທ່ານແລະໝູ່ເພື່ອນບໍ່ມີຫຼຸດເຟຣມ. ຖ້າເຈົ້າມັກ Facebook Live ບໍ່ຕ້ອງຫ່ວງ ເພາະ GR5 2017 ມາພ້ອມການຖ່າຍວິດີໂອ ຄວາມລະອຽດ 1080p, ຕອບໂຈດໄດ້ເປັນຢ່າງດີ.

3. ອິດສະຫຼະແຫ່ງການໃຊ້ງານ
Huawei GR5 2017 ໄວ ແລະ ໃຊ້ງານໄດ້ຕະຫຼອດວັນ ດ້ວຍຄວາມຈຸເຖິງ 3340mAh ພ້ອມເຕັກໂນໂລຊີປະຢັດພະລັງງານອັດສະລິຍະຈາກຫົວເຫວີຍ. ສໍາລັບຜູ້ໃຊ້ງານໜັກ ໄດ້ເຖິງ 1.5 ມື້ ແລ້ວທ່ານເດສາມາດເຮັດຫຍັງໄດ້ແນ່? ບໍ່ວ່າຈະເປັນ ຟັງເພງໃນລະຫວ່າງເດີນທາງ, ຖ່າຍ Selfie ໃນບຸນຕ່າງໆ ຫຼື ຫຼິ້ນເກມ ແລະ ເບິ່ງຮູບເງົາຕ່າງໆໃນລະຫວ່າງການເດີນທາງໄກ. ໄປກັບ Huawei GR5 2017 ທ່ານບໍ່ຕ້ອງກັງວົນກ່ຽວກັບແບັດເຕີລີ ແລ້ວໃຊ້ຊີວິດ ໃຫ້ເຕັມທີ່ ດ້ວຍໜ່ວຍປະມວນຜົນ HiSilicon Kirin 655 Octa-Core ໃໝ່ ແລະ ສາມຮູບແບບການປະຢັດພະລັງງານ ເຮັດໃຫ້ ໃຊ້ງານໄດ້ໄວ ແລະ ມີປະສິດທິພາບ.

4. ໃຊ້ຊີວິດເໝືອນ James Bond
ດ້ວຍເຕັກໂນໂລຊີລາຍນິ້ວມືໃໝ່ຫຼ້າສຸດຈາກຫົວເຫວີຍທີ່ຖືກພັດທະນາຂຶ້ນມາຢ່າງຕໍ່ເນື່ອງ ຊ່ວຍໃຫ້ທ່ານໃຊ້ຊີວິດຄື James Bond, ທ່ານຈະມີທີມນັກ ອອກແບບເຕັກໂນໂລຊີຕັດຂອບທີ່ພ້ອມຮັບໃຊ້ທ່ານ ແລະ ພວກເຂົາ ໄດ້ສ້າງ ສະແກນລາຍນິ້ວມື v3.0 ທີ່ອ່ານໄດ້ 360 ອົງສາ ເຮັດໃຫ້ສາມາດປົດລ໋ອກ ໜ້າຈໍໄດ້ໃນທຸກດ້ານ ບໍ່ວ່ານິ້ວຈະປຽກ ຫຼື ແຫ້ງກໍ່ຕາມ, ລອງຄິດເບິ່ງ ເຮົາສາມາດປົດລ໋ອກໜ້າຈໍພາຍໃນ 0.3 ວິນາທີ, ປິດສຽງການແຈ້ງເຕືອນ ດ້ວຍການກົດປຸ່ມຄ້າງໄວ້. ນອກນັ້ນຍັງຖ່າຍຮູບໄດ້ງ່າຍໆ ພຽງສໍາຜັດກັບ ປຸ່ມສະແກນລາຍນິ້ວມື.ເລື່ອນຊ້າຍຂວາເບີ່ງຮູບພາບ ແລະ ຍັງຮັບສາຍໄດ້.

5. ຊ່ວຍຖະໜອມສາຍຕາ
Huawei GR5 2017 #FTW ມາພ້ອມຮູບແບບ Eye Comfort ທີ່ຊ່ວຍໃຫ້ ຮູ້ສຶກສະບາຍຕາ ແລະ ດີຕໍ່ດວງຕາຂອງທ່ານ. ຄວາມຈິງຄື ໜ້າຈໍ ສະມາດໂຟນຕ່າງໆມີການປ່ອຍແສງສີຟ້າ ທີ່ຄ້າຍຄືກັບແສງ Ultraviolet ແລະໃນລັກສະນະດຽວກັນທີ່ ແສງນັ້ນ ສາມາດທຳລາຍຜິວໜັງ, ການເບິ່ງ ໜ້າຈໍດົນເກີນໄປຈະທໍາລາຍດວງຕາຂອງທ່ານ ແລະ ການປັບຄວາມສະຫວ່າງ ໜ້າຈໍແຮງເກີນໄປ ກໍ່ມີຜົນຕໍ່ການນອນຫຼັບ, ເສຍການຈື່ຈຳ ແລະ ຮຽນຮູ້ ໄດ້ຍາກ. ບັນຫານັ້ນຈະບໍ່ມີອີກຕໍ່ໄປ ດ້ວຍ Huawei GR5 2017 ຂໍນໍາສະເໜີ ຮູບແບບ Eye Comfort ທີ່ຊ່ວຍກອງແສງ ສີຟ້າເພື່ອຫຼຸດຄວາມປວດຕາ ຂອງຜູ້ໃຊ້ງານ, ສຸຂະພາບດີ, ມີຄວາມສຸກ ແລະບໍ່ເຈັບຫົວ. ສິ່ງນີ້ສ້າງມີເພື່ອທ່ານ!

Post Bottom Ad