ປະທານປະເທດຊີ້ນຳໃຫ້ ປກຊ ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 26 ໂຄງການ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະທານປະເທດຊີ້ນຳໃຫ້ ປກຊ ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 26 ໂຄງການ


ກອງ​ປະຊຸມ​ສະຫຼຸບ​ການ​ຈັດຕັ້ງ​ປະຕິບັດ ​ວຽກ​ງານ​ປ້ອງ​ກັນຊາດ (​ປກຊ) ປະຈຳ​ປີ 2016 ແລະ ທິດ​ທາງ​ປະຈຳ​ປິ 2017 ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 22-23 ທັນວາ 2016 ຢູ່​ທີ່​ສະໂມສອນ​ກົມ​ໃຫຍ່ການເມືອງ​ກອງທັບ ພາຍ​ໃຕ້ການ​ເປັນ​ປະທານຂອງ​ສະຫາຍ ພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະເທດ ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ບຸນຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ ປະທານປະເທດ ແຫ່ງ ​ສປປ ລາວ.

ໃນ​ການ​ດຳເນີນ​ກອງ​ປະຊຸມ ສະຫາຍ ພົນ​ຈັດຕະວາ ຄຳ​ສີ ວົງ​ຄຳ​ຊາວ ຄະນະ​ພັກ​ກະຊວງ ຫົວໜ້າ​ຫ້ອງ​ວ່າການ​ກະຊວງປ້ອງ​ກັນ​ປະເທດ ​ໄດ້​ຂຶ້ນ​ຜ່ານ​ບົດສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກງານ​ປ້ອງ​ກັນ​ຊາດ ປະຈຳ​ປີ 2016 ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2017 ໃຫ້​ຮູ້​ວ່າ: ໃນ​ປີ 2016 ຜ່ານ​ມາ ພາຍ​ໃຕ້​ການ​ຊີ້ນຳ-ນຳພາ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ກໍ່​ຄືຄະນະພັກ​ທຸກ​ຂັ້ນ​ ໄດ້​ຈັດ​ຕັ້ງ​ປະຕິບັດແນວທາງ​ແຜນ​ນະໂຍບາຍ​ຂອງພັກ ແລະ ວຽກ​ງານ​ຈຸດ​ສຸມ​ຂອງກະຊວງ​ປ້ອງ​ກັນ​ປະເທດ​ ສາມາດຍາດ​ໄດ້​ຜົນສຳເລັດ​ຫຼາຍ​ດ້ານ ອັນ​ພົ້ນ​ເດັ່ນ​ແມ່ນ​ກອງ​ປະຊຸມໃຫຍ່ ​ຄັ້ງ​ທີ 10 ຂອງ​ພັກ ການເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ​ຊຸດ​ທີ 8 ກອງ​ປະຊຸມ​ລັດ​ຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 28-29 ແລະ ກອງ​ປະຊຸມປິ່ນ​ອ້ອມ​ອື່ນໆ ໄດ້​ມີ​ຜົນສຳເລັດຢ່າງ​ຈົບງາມ ອັນ​ໄດ້​ເຮັດ​ໃຫ້​ບົດບາດ​ອິດ​ທິ​ພົນ​ຂອງ​ຊາດ​ລາວ​ເຮົາ ໄດ້​ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ ແລະ ພາກ​ພື້ນນີ້​ສະແດງ​ໃຫ້ເຫັນ​ວ່າ​ກອງທັບ​ປະຊາຊົນລາວ ເວລາ​ໃດ​ກໍ່​ເປັນ​ກຳລັງ​ທີ່​ຈົ່ງ​ຮັກພັກດີ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜົນ​ປະໂຫຍດ ລວມ​ໃນ​ພາລະກິດ​ປະຕິວັດ​ຂອງພັກ ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ​ມອບ​ໝາຍ​ໃຫ້.
ໄປ​ພ້ອມ​ກັບ​ການຈັດຕັ້ງ​ຜັນຂະຫຍາຍ ​ແນວທາງ​ນະໂຍບາຍຂອງ​ພັກ ແລະ ຄຽງ​ຄູ່​ກັບ​ການພັດທະນາ​ເສດຖະກິດ-ວັດທະນະທຳ-ສັງຄົມ ທີ່​ສືບຕໍ່​ຂະຫຍາຍຕົວດ້ວຍ​ທ່ວງ​ທ່າ​ອັນ​ໜັກ​ແໜ້ນ ​ການປັບປຸງ​ກໍ່ສ້າງ​ກອງທັບ ກໍ່​ມີ​ຫຼາຍດ້ານ​ທີ່​ພົ້ນ​ເດັ່ນ ແລະ ກ້າວ​ເຂົ້າ​ສູ່ຄວາມ​ເປັນ​ລະບຽບ​ແບບແຜນ ແລະ ທັນ​ສະໄໝ​ເທື່ອ​ລະ​ກ້າວ.

ໂອກາດ​ດັ່ງກ່າວ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ກໍ່​ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ກອງທັບ​ຍາດ​ມາໄດ້​ໃນ 1 ປີຜ່ານມາ ພ້ອມ​ທັງ​ຊີ້​ນຳ ແລະ ເນັ້ນ​ໜັກ​ໃຫ້​ຄະນະ​ນຳກະຊວງ​ປ້ອງ​ກັນ​ປະເທດ ແລະ ຄະນະ​ພັກ ຄະນະ​ບັນຊາ​ທຸກ​ຂັ້ນ ​ຈົ່ງເພີ່ມ​ທະວີ​ໃນ​ການຈັດຕັ້ງ​ປະຕິບັດຍຸດ​ທະ​ສາດ​ແນວທາງ​ປ້ອງ​ກັນຊາດຂອງ​ພັກ ​ໃນ​ການ​ປັບປຸງ​ກໍ່ສ້າງ​ກອງທັບ​ປະຊາຊົນ​ລາວ ​ໃຫ້ກາຍເປັນ​ກອງທັບ​ປະຕິວັດ​ທີ່​ມີແບບແຜນ ແລະ ທັນ​ສະໄໝ ສ້າງໃຫ້​ກອງທັບ​ເປັນ​ກຳລັງ​ຫຼັກ​ແຫຼ່ງ ໃນ​ການ​ປະຕິບັດ​ສອງ​ໜ້າທີ່​ຍຸດທະ​ສາດ​ຂອງ​ພັກ ປະຕິບັດ​ສຳເລັດ​ທຸກ​ໜ້າທີ່ ທີ່​ພັກ-ລັດ ປະຊາຊົນ​ມອບ​ໝາຍ​ໃຫ້ ​ຮັບປະກັນ​ເຮັດໃຫ້​ປະເທດ​ຊາດ​ມີ​ຄວາມສະຫງົບ ແລະ ມີ​ສະຖຽນ​ລະ​ພາບທາງ​ດ້ານ​ການເມືອງ​ອັນ​ໜັກແໜ້ນ ສ້າງ​ເງື່ອນໄຂ​ເອື້ອ​ອຳນວຍໃຫ້​ແກ່​ການ​ພັດທະນາ​ເສດ​ຖະກິດ-ສັງຄົມຂອງ​ປະເທດ​ຊາດ​ ໃຫ້ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງປະຊາຊົນ​ບັນດາເຜົ່າ ​ມີ​ເງື່ອນໄຂ​ທຳ​ມາຫາ​ກິນ ພັດທະນາ​ຊີວິດ​ການ​ເປັນຢູ່​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ພາບແລະຂ່າວ: ໜັງສືພິມວຽງຈັນໃຫ່ມ

Post Bottom Ad