ປະຫວັດພະທາດ ໄຊມຸງຄຸນ ລັດຕະນະມິງເມືອງ (ພູທາດ) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະຫວັດພະທາດ ໄຊມຸງຄຸນ ລັດຕະນະມິງເມືອງ (ພູທາດ)

ພາບແລະຂໍມູນຈາກ: Oudmxay Tourism

ປະຫວັດພະທາດ ໄຊມຸງຄຸນ ລັດຕະນະມິງເມືອງ (ພູທາດ) ຢູ່ໃຈກາງເທດສະບານເມືອງໄຊ ມີພູນ້ອຍ 3 ລູກຕັ້ງລຽນກັນມີຄວາມສູງປະມານ 300ຫາ 500 ແມັດຈາກ
ໜ້ານ້ຳທະເລ ໜ່ວຍທີ່ 1 ຄືພູວັດໄຊສີ (ວັດສັສນຕິພາບ ບ້ານເຈງ) ຕໍ່ກັບພູຄ້າຍ CB ຫຼື ພູໄຊ ໃນປະຈຸບັນເອີ້ນວ່າພູທາດນ້ອຍ, ໜ່ວຍທີ່ 2 ພູທາດໃຫຍ່ ຫຼື ພູທາດໃນປະຈຸບັນ ແລະ ໜ່ວຍທີ່ 3 ພູວັດງ້ຽວ ຊື່ງແມ່ນພູຫ້ອງການສະພາກາແດງໃນປະຈຸບັນ.

ປະມານ 400 – 500 ປີ ກ່ອນໜ້ານີ້ ໄດ້ມີພຣະທຸດົງອົງໜຶ່ງ ມາຈາກພາກໃຕ້ຂອງປະເທດພະມ້າເປັນພະ
ຊົນເຜົ່າງ້ຽວ ໄດ້ມາສ້າງວັດຢູ່ເທິງພູກາແດງ ໃນປະຈຸບັນຊາວບ້ານເອີ້ນວ່າວັດງ້ຽວ. ພະງ້ຽວດັ່ງກາວໄດ້ມາຈຳສິນພາວະ

ນາຢູ່ຕາມພູຕ່າງໆທີ່ກ່າວມາເຫັນວ່າຄວນສ້າງວັດ, ສ້າງທາດໄວ້ສັກກາລະບູຊາ ຈຶ່ງໄດ້ນຳພາອອກຕົນຍາດໂຍມຊາວເມຶອງໄຊສ້າງທາດ ໄວ້ສັກກາລະບູຊາ 3 ລູກເປັນຕົວແທນ ໃຫ້ແກ່ພຣະຣັດຕະນະໄຕຣຄື: ພຣະພຸດ, ພຣະທຳ, ພຣະສົງ:
ລູກທີ່ 1: ໄດ້ສ້າງຢູ່ວັດນາທາດດອນເມືອງ (ວັດນາເລົາ ) ໃນປະຈຸບັນຍັງມີທາດທີ່ຫັກເພຍ້ອນການທໍາລາຍຂອງສົງຄາມໃຫ້ເຫັນຢູ່.
ລູກທີ່ 2: ສ້າງໄວ້ເທິງພູທີ່ຕໍ່ ຈາກພູວັດໄຊສີບ້ານເຈງ ເອີ້ນວ່າພູທາດນ້ອຍ. ທາດດັ່ງກ່າວຖືກຈັກກະພັດຟຣັງ
ໄດ້ທຳລາຍຖີ້ມ ແລ້ວສ້າງໂປດຄ້າຍໃສ່ເອີ້ນວ່າຄ້າຍ CB ຊຶ່ງປະຈຸບັນໃຊ້ຊື່ວ່າ ພູໄຊ ທີ່ຕັ້ງຫໍພິພິດທະພັນໃນປະຈຸບັນ.


ລູກທີ່ 3: ສ້າງຢູ່ເທິງພູໃຫຍ່ໃຈກາງເມືອງ ເອີ້ນວ່າພູທາດໃຫຍ່ ເພາະເປັນທາດທີ່ໃຫຍ່ກວ່າໝູ່ ຊາວເມືອງເອີ້ນສັ້ນໆ ວ່າ ພູທາດ ຄື: ທາດໄຊ ມຸງຄຸນ ຣັດຕະນະ ມິ່ງເມືອງໃນປະຈຸບັນ.ທາດທີ່ຢູ່ເທິງພູທາດໃຫຍ່ແຫ່ງນີ້ ເປັນທາດທີ່ໃຫຍ່ກ່ອນໝູ່ ອິງຕາມການບອກເລົ່າຂອງເຖົ້າແກ່ ບ້ານ ຖິ່ນ,
ເຈງ ຜູ້ທີ່ເຄີຍເຫັນ ແລະ ພໍຈື່ ໄດ້ຄື: ພໍ່ເຖົ້າໜານ ມຸນ, ພໍ່ເຖົ້າໜໍ່ ບ້ານ ຖິ່ນ,ພໍ່ເຖົ້າໄມ່ຍອດ ບ້ານເຈງ ແລະ ຜູ້ອື່ນໆອື່ນບອກວ່າ: ທາດມີຄວາມກ້ວາງປະມານ 3 ຫາ 4 ວາ ແລະ ລວງສູງປະມານ5 ຫາ 6 ວາ, ທາດດັ່ງກ່າວກໍ່ດ້ວຍດິນຈີ່ຂະໜາດໃຫຍ່ໃຊ້ປະທາຍເພັດ ເປັນເຄື່ອງຢຶດຕິດ ແລະ ໂບກດ້ວຍປະທາຍເພັດ ທາດເປັນຮູບສີ່ຫຼ່ຽມຈະຕູລັດຫັກແຈທັງສີ່ດ້ານ. ບໍ່ມີຊື່ເອີ້ນ ຊາວເມືອງໄຊເອີ້ນພູດັງກ່າວວ່າພູທາດໃຫຍ່ ແຕ່ສ່ວນຫຼາຍຈະເອີ້ນສັ້ນໆວ່າ ພູທາດຕໍ່ໆກັນມາຈົນເຖິງປະຈຸບັນ.

ຕາມການສັນນິຖານຂອງວິຊາການຂອງດິນຈີ່ດັ້ງເດີມ ທີ່ເກັບມາໄວ້ຫໍພິພິດຕະພັນຂອງແຂວງ ຄາດວ່າທາດລູກນີ້ສ້າງຂື້ນໃນສັດຕະວັດທີ່ 15 – 16 ສະໄໝພຣະເຈົ້າໄຊຍະເສດຖາທິຣາດ ກະສັດລາວຜູ້ເຫລື້ອມໃສໃນພຸດທະສາສະໜາ ພະອົງຊົງ ສັ່ງສ້າງວັດ, ສ້າງພະພຸດທະຮູບ, ພະທາດເຈດີທົ່ວອານາຈັກແຕ່ເໜືອຮອດໃຕ້ ສິງກໍ່ສ້າງທີ່ຫລົງເຫຼືອມາໃຫ້ພວກເຮົາເຫັນປະຈຸບັນ ສ່ວນຫຼາຍຈະແມ່ນສ້າງໃນສະໄໝນີ້.
ອະທິບາຍ “ປະທາຍເພັດ” ຄ້າຍຄືຊີມັງໃນປະຈຸບັນ ມີສ່ວນປະສົມຄືຂີ້ຊາຍ, ປູນຂາວ, ນ້ຳອ້ອຍ, ນ້ຳຢາງໄດ້ຈາກໜັງສັດຕົ້ມຈົນເປື່ອຍ ແລະ ຢາງຈາກເປືອກໄມ້ຕ່າງໆເຊັ່ນ: ຢາງບົງເປັນຕົ້ນ.

ທາດສ້າງຂື້ນໃນວັນທີ ເດືອນ ປີໃດ? ບໍ່ມີໃຜຮູ້ ເພາະບໍ່ມີຈາລຶກ ແລະ ເອກະສານ, ບໍ່ມີຮູບພາບຢັ້ງຢືນ.


ທ່ານ ບຸນປັນ ວົງປະຈິດ ທາຍາດລຸ້ນຫຼ້າສຸດຂອງເຈົ້າພະຍາ ຜູ້ປົກຄອງ ເມືອງໄຊ ສະໄໝສັກດີນາເວົ້າວ່າ ເອກະສານຂໍ້ມູນແລະ ຮູບຖ່າຍຂອງທາດພໍ່ແມ່ ວ່າມີຢູ່ໃນວັດບ້ານເຈງ ແລະ ຢູ່ໃນຕູ້ເອກະສານ ຂອງເຈົ້າພະຍາໄຊຊຶ່ງ ພໍ່ແມ່ເກັບຮັກສາໄວ້ ແຕ່ຖືກຍົນຈັກກະພັດອາເມລິກາຍິງທຳລາຍເມືອງໄຊ ເຮັດໃຫ້ໄຟໄໝ້ວັດ, ໄໝ້ບ້ານເຮືອນ ທຸກສິງທຸກຢ່າງ ໄໝ້ໝົດບໍ່ເຫຼືອຫຼໍ ຈິ່ງບໍ່ມີຫຼັກຖານຫຍັງໃຫ້ເຫັນ.
ໃນສະໄໝສົງຄາມຮຸກຮານ ຂອງຈັກກະພັດຟຣັ່ງ ພວກເຂົາໄດ້ສ້າງໂປດຄ້າຍຂື້ນເທິງພູທາດນ້ອຍ ທີ່ຕັ້ງຢູ່ຮຽງ ກັນກັບພູທາດໃຫຍ່ ເປັນຄ້າຍຢຸດທະສາດ ເປັນສູນບັນຊາການສູ້ຮົບເປັນບ່ອນກັກຂັງສືບສວນສອບສວນທຸບຕີທໍລະ ມານເຂັນຂ້ານັກຮົບ ແລະ ປະຊາຊົນປະຕິວັດ ຊ້ຳບໍ່ພໍພວກເຂົາຍັງໄດ້ຕັ້ງມໍລະກົດ ຂຸດຂຸມຄອງ ສ້າງເປັນຄ້າຍນ້ອຍຢູ່ເທິງພູທາດໃຫຍ່ອີກດ້ວຍ ຫຼັງຈາກຈັກກະພັດຟຣັ່ງປະລາໄຊ ຈັກກະພັດອາເມຣີກາເຂົ້າມາແທນທີ ກໍສືບຕໍ່ນຳໃຊ້ໂປດຄ້າຍຂອງຟຣັ່ງເປັນບ່ອນບັນຊາສູ້ຮົບຢູ່ເທິງພູທາດໃຫຍ່ກໍ່ເຊັ່ນດຽວກັນເຮັດໃຫ້ທາດຖືກທຳລາຍເປ່ເພຊຸດໂຊມ.


ພາຍຫຼັງປົດປ່ອຍເມືອງໄຊໃນ ປີ 1962 ພູທາດກໍຍັງສືບຕໍ່ເປັນບ່ອນປະຈຳການສູ້ຮົບຂອງກຳລັງປະຕິວັດຕໍ່ມາ, ກອງປືນໃຫຍ່ຂອງທະຫານອາສາສະມັກເພື່ອນບ້ານຈີນດ້ຕັ້ງປືນໃຫຍ່ຢູ່ເທິງພູທາດເພື່ອປ້ອງກັນຕົວເມືອງໄຊໃນຊຸມປີ 1970 ຈົນເຖິງປົດປ່ອຍທົ່ວປະເທດຫຼັງຈາກປົດປ່ອຍທົ່ວປະເທດແລ້ວ ພູທາດຖືກປະຮ້າງ ເປັນປ່າແກ່ດົງຕຶບບໍ່ມີໃຜບົວລະບັດຮັກສາ.ຄົນຮູ້ເທົ່າບໍໍ່ເຖິງການຂື້ນໄປມ້າງເພທຳລາຍທັບເອົາດິນຈີ່ທີ່ສະລຸພຸພັງມາໃຊ້ສອຍປະໂຫຍດສ່ວນຕົວເຮັດໃຫ້ທາດທີ່ເກົ່າແກ່ເປ່ເພຢູ່ແລ້ວ ຍິງຊຸດໂຊມລົງຈົນເກືອບບໍ່ເຫຼືອຮ່ອງຮອຍ ໃຫ້ເຫັນ ຍັງພຽງແຕ່ຖານຊັ້ນລຸ່ມ ແລະ ກອງດິນຈີ່ເທົ່ານັ້ນ.

ມາຮອດປີ 1994 ທາງແຂວງໄດ້ອານຸຍາດໃຫ້ບໍລິສັດນ້ຳມັນເຊື້ອໄຟລາວ ສາຂາແຂວງອຸດົມໄຊ ສ້າງເສັ້ນທາງຂື້ນທັງສອງຟາກຂ້າງຂອງພູ ຈຸດປະສົງເພື່ອຈະສ້າງໂຮງແຮມທັນສະໄໝໃສ່ເທິງພູທາດ ແຕ່ໂຄງການບໍ່ທັນໄດ້ປະຕິບັດ ບໍລິສັດນ້ຳມັນເຊື້ອໄຟລາວເກີດວິກິດການສາກ່ອນ ໂຄງການກໍສ້າງໂຮງຮມຈຶ່ງບໍສຳເລັດຜົນ.

ມາຮອດປີ 1995 ຊາວເມືອງໄຊໄດ້ສະເໜີຕໍ່ພະແນກຖະແຫລງຂ່າວ ແລະ ວັດທະນາທຳຂໍບູລະນະປະຕິສັງ
ຂອນ ພະທາດຄືນໃໝ່ ພະແນກຖະແຫລງຂ່າວ ແລະ ວັດທະນາທຳຈຶ່ງໄດ້ນຳບັນຫາສະເໜີເຖິງທ່ານເຈົ້າແຂວງທ່ານໄຊເຊັງລີ ເຕັງເບຣຍຈື ພ້ອມຄະນະປະຈຳພັກແຂວງ. ທາງແຂວງຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກັນ ໄດ້ຕົກລົງເປັນເອກະພາບໃຫ້ປະຕິສັງຂອນພະທາດຄືນໃໝ່ໂດຍມອບໃຫ້ພະແນກຖະແຫລງຂ່າງ ແລະ ວັດທະນາທຳ ຄົ້ນຄວ້າອອກແບບ ສ່ວນງົບມານກໍ່ສ້າງນັ້ນແມ່ນລັດ ແລະ ປະຊາຊົນພ້ອມກັນປະກອບສ່ວນ, ມອບໃຫ້ພະແນກແຮງງານສະຫວັດດີການສັງຄົມນຳໃຊ້ງົບປະມານໂຄງການກໍ່ສ້າງອານຸສາວະລີນັກຮົບນິລະນາມ ທີ່ໄດ້ອານຸມັດແລ້ວຈຳນວນ 58,880,000ກີບ ແຕ່ຍັງບໍ່ມີສະຖານທີກໍ່ສ້າງ ທີ່ເໝາະສົມເທື່ອ ມານຳໃຊ້ເປັນງົບປະມານຫຼັກໃນການກໍ່ສ້າງ ນອກນັ້ນໃຫ້ປຸກ
ລະດົມການປະກອບສ່ວນຈາກມວນຊົນຜູ້ມີຈິດໃຈໃສສັດທາ.


ແຂວງໄດ້ອອກຂໍ້ຕົກລົງ ເລກທີ່ 148/ຈຂ. ລົງວັນທີ 25/ 5 /1996. ວ່າດ້ວຍການອານຸມັດໃຫ້ສ້າງພະທາດ
ຄືນໃໝ່ ເພື່ອໃຫ້ເປັນພະທາດມິ່ງບ້ານ ຂວັນເມືອງ ຂອງແຂວງອຸດົມໄຊ ສືບຕໍ່ໄປພາຍໜ້າ.

ມອບໃຫ້ ພະແນກ ຖະແຫລງຂ່າວ ແລະ ວັດທະນາທຳ ເປັນຜູ້ຄົ້ນຄວ້າອອກແບບ ພະແນກຖະແຫລງຂ່າວແລະ ວັດທະນາທຳຈຶ່ງໄດ້ມອບໃຫ້ທ່ານພອນສະຫວັນ ພັນທະວິຈິດ ຄະນະພະແນກເປັນຜູ້ອອກແບບທາງສີລະປະກຳ ແລະ ຄວາມໝາຍທັງໝົດ ຂອງອົງພຣະທາດ, ທັງປະກາດໃຫ້ຫຼາຍພາສ່ວນອອກແບບມາຂັດເລືອກແລ້ວ ນຳຂື້ນສະເໜີໃຫ້ແຂວງມີຄວາມເຫັນ. ຈາກນັ້ນກໍ່ໄດ້ແຕ່ງຕັ້ງຄະນະກຳມະການ ຂັດເລືອກແບບ, ທາງຄະນະກຳມະການຈຶ່ງຂັດເລືອກເອົາແບບທີ່ທ່ານ ພອນສະຫວັນ ພັນທະວິຈິດ ອອກຊຶ່ງມີຮູບຮ່າງລັກສະນະ ແລະ ຄວາມໝາຍຄົບຖ້ວນເມື່ອຕົກລົງເອກະພາບກັນແລ້ວ ໄດ້ນຳແບບຂອງທາດມອບໃຫ້ບໍລິສັດອອກແບບເຄຫາສະຖານ ແຂວງຫຼວງພະບາງ ສາຂາແຂວງອຸດົມໄຊເປັນຜູ້ຄິດໄລ່ ອອກແບບກໍ່ສ້າງທັງໝົດ. ໂດຍແມ່ນທ່ານ ໄຊຍະສານ ຄົງສະຫວັດ ເປັນຜູ້ຄິດໄລ່
ອອກແບບໃນການກໍ່ສ້າງ.

ຈາກນັ້ນພະແນກ ຖະແຫລງຂ່າວ ແລະ ວັດທະນາທຳຈິ່ງໄດ້ເຮັດໜັງສືສະເໜີພ້ອມດ້ວຍແບບຕິດຂັດສົ່ງໃຫ້ກະຊວງຖະແຫລງຂ່າວ ແລະ ວັດທະນາທຳ ເພື່ອຮັບຮອງ ແລະ ຂໍອານຸມັດການກໍ່ສ້າງ, ກະຊວງຖະແຫລງຂ່າວ ແລະ ວັດທະນາທຳ ຈຶ່ງອອກຂໍ້ຕົກລົງ ເລກທີ່ 950 / ຖວ. ລົງວັນທີ 6/6/1996. ເຊັນໂດຍ ທ່ານບົວບານ ວໍລະຂຸນຮອງລັດຖະມົນຕຣີໃນເວລານັ້ນ. ໄດ້ມອບໃຫ້ພະແນກແຮງານ ສະຫວັດດີການສັງຄົມ ເຈົ້າຂອງງົບປະມານ ເປັນເຈົ້າຂອງໂຄງການໂດຍແຕ່ງຕັ້ງ ຄະນະຮັບຜິດຊອບການກໍ່ສ້າງຂັ້ນແຂວງຂື້ນຄະນະໜຶ່ງຊຶ່ງປະກອບດ້ວຍເມືອງໄຊ, ຫ້ອງວ່າການແຂວງ, ພະແນກຖະແຫລງຂ່າວ ແລະ ວັດທະນາທຳ,ພະແນກແຮງງານສະຫວັດດີການສັງຄົມ,ອົງການແນວລາວສ້າງຊາດແຂວງ ແລະ
ເມືອງໄຊ, ອົງການພຸດທະສາສະໜາສຳພັນແຂວງ ແລະ ເມືອງໄຊ, ພະແນກ ຄຂປກ ເປັນຜູ້ຈັດຕັ້ງປະຕິບັດ. ໄດ້ຕົກລົງມອບໃຫ້ບໍລິສັດ ຈັນທະວີກໍ່ສ້າງ ( ຊຶ່ງແມ່ນບໍລິສັດສົມປະສົງກໍ່ສ້າງເຄຫາສະຖານ ແລະ ຂົວທາງ ໃນປະຈຸບັນ )ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າທັງໝົດ59, 164,807ໃນນີ້ມີທຶນຂອງລັດຈຳນວນ 58,880,000ກີບ, ນອກຈາກນັ້ນແມ່ນທຶນປະຊາຊົນປະກອບສ່ວນ ໃນການໃຊ້ຈ່າຍອື່ນໆ ທີ່ບໍ່ນອນຢູ່ໃນມູນຄາກໍ່ສ້າງ ແລະ ການສະເຫລີມສະຫລອງຊຶ່ງມີມູນຄ່າຫຼາຍກວ່າ 10 ລ້ານກີບ.


ໄດ້ລົງມືກໍ່ສ້າງຕາມປະຕິທີນລາວແມ່ນມື້ເປິກສີ,ປີໄຈ້ ກົງກັບ ວັນອັງຄານ ຂື້ນ 15 ຄໍ່າເດືອນກໍລະກົດປີຊວດພ.ສ 2539. ຈ.ສ 1357. ກົງກັບ ວັນທີ 26 ເດືອນ 7 ປີ1996. ສ້າງສຳເລັດ ແລະ ຈັດພິທີມອບລະຫວ່າງຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການປີເປົ້າ, ກົງກັບວັນພະຫັດ ຂື້ນ 1 ຄ່ຳເດືອນກຸມພາ ປີຊວດ ພ.ສ 2539, ປີ ຈ.ສ 1357. ກົງກັບວັນທີ 9 ເດືອນ 1 ປີ ຄ.ສ 1997. ໃຊ້ເວລາກໍ່ ສ້າງ 156 ວັນ. ໃນຂອບເຂດ 5 ເດືອນ. ໄດ້ທຳການສະເຫລີມສະຫລອງ ໃນ ວັນພະຫັດ ຂື້ນ 12 ຄ່ຳ ເດືອນກຸມພາ ປີຊວດ ພ.ສ 2539.ຈ.ສ1357 ກົງກັບ ວັນທີ 19 ເດືອນ 2 ປີຄ.ສ 1997. ຈຶ່ງໄດ້ກຳນົດເອົາ ວັນທີ 21 ເດືອນ ກຸມພາ ຊຶ່ງກົງກັບ ວັນມາຄະບູຊາພໍດີ ເປັນມື້ສະເຫລີມສະຫລອງທາດ ທຸກໆປີເປັນປະເພນີສືບຕໍ່ມາ.

• ອີງຕາມປະຕິທິນລາວ ການປ່ຽນ ພ.ສ ຫຼື ປີ ຈະປ່ຽນໃນເດືອນເມສາ ເດືອນ 4 ສາກົນ. ທາດສ້າງໃນ
ວັນທີ 26 ເດືອນ 7 ປີຄ.ສ 1996, ສ້າງສຳເລັດ ໃນ ວັນທີ 9 ເດືອນ 1 ປີ ຄ.ສ 1997. ປີສາກົນປ່ຽນ ແຕ່
ປີລາວບໍ່ທັປ່ຽນ ໃຫ້ຜູ້ອ່ານເຂົ້າໃຈຕາມນີ້.

ຄວາມໝາຍຄວາມສຳຄັນຂອງທາດ ສ້າງຂື້ນເພື່ອເປັນສູນລວມນ້ຳໃຈ ຂອງປະຊາຊົນບັນດເຜົ່າ, ເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ເປັນມິ່ງບ້ານ ຂວັນເມືອງຂອງແຂວງອຸດົມໄຊ, ສະແດງເຖິງມູນເຊື້ອສິລະປະ ວັດທະນາທຳ, ອະຣິຍະທຳ ຮ່ອງຮອຍບູຮານສະຖານອັນເກົ່າແກ່ ຂອງແຂວງອຸດົມໄຊ ທີ່ຍັງເຫຼືອໄວ້ບໍ່ພໍທໍ່ໃດແຫ່ງ ໃຫ້ລູກໃຫ້ຫຼານ ລຸ້ນຄົນຕໍ່ໄປ ໄດ້ ສືບທອດຈົນຊວົ່ກາລະນານ. ທັງແອບແຝງໄວ້ ຊຶ່ງປຣັດສະຍາຄວາມຮູ້, ທີ່ສ່ອງແສງໃຫ້ເຫັນໃນແງ່ສາສະໜາ ແລະ ການເມືອງຢ່າງກົມກຽວຊຶ່ງນຳມາສະແດງໄວ້ໃນແຕລະພາກສ່ວນຂອງອົງພຣະທາດດັ່ງນີ້:


ວ່າດ້ວຍຊື່ພຣະທາດ: ໃນເມື່ອກ່ອນທາດນີ້ບໍ່ມີຊື່ເອີ້ນ ຊາວເມືອງໄຊເອີ້ນວ່າ ທາດໃຫຍ່ ຫຼື ພູທາດ, ໂດຍ
ທົ່ວໄປແລ້ວຈະເອີ້ນລວມວ່າ ພູທາດ ເພາະພູມີທາດຕັ້ງຢູ່. ພາຍຫຼັງປະຕິສັງຂອນແລ້ວ ໄດ້ຕົກລົງຮັບຮອງເອົາຊື່ທາດດັ່ງກ່າວວ່າ ພຣະທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ມີຄວາມໝາຍດັ່ງນີ້:
ໃນແງ່ສາສະໜາ ພຣະທາດ: ໝາຍເຖິງຕົວແທນ ຂອງອົງສຳມາສຳພຸດທະເຈົ້າຄື: ພາຍຫຼັງທີ່ພຣະພຸດ
ທະເຈົ້າດັບຂັນປະຣິນິພານ ( ເສຍຊີວິດ ) ແລ້ວ ໄດ້ແບ່ງອັດຖິ ( ກະດູກ )ໃຫ້ແກ່ຫົວເມືອງຕ່າງໆ ຢ່າງທົ່ວເຖິງໃນຊົມພູທະວີບ ໄປໄວ້ສັກກາລະບູຊາ ແຕ່ລະເຂດແຄວ້ນໄດ້ສ້າງເປັນເຈດີ ຫຼື ສາຖູບ ບັນຈຸກະດູກຂອງພະພຸດທະເຈົ້າໄວ້ເຄົາລົບນົບໄຫວ້ພວກເຮົາເອີ້ນວ່າທາດ ຍ້ອນວ່າ ບັນຈຸທາດກະດູກ ຂອງພະພຸດທະເຈົ້າໄວ້. ຢູ່ປະເທດລາວຂອງເຮົາມີທາດທີ່ບັນຈຸກະດູກ ຂອງພຣະພຸດທະເຈົ້າເຊັ່ນ: ພຣະທາດຫຼວງເປັນຕົ້ນ ຈາກນນັ້ນມາຊາວພຸດກໍ່ໄດ້ສ້າງທາດ ເປັນສັນຍາລັກແທ່ນພຣະພຸດທະອົງໄວ້ບູຊາ ໄປທົ່ວທຸກບ່ອນໂດຍນຳເອົາລູກທາດຊຶ່ງເປັນວັດຖຸຊະນິດໜື່ງ ຄ້າຍຄືລູກແກ້ວ ມາຈາກ ປະເທດອິນເດຍ ຊຶ່ງເຊື່ອກັນວ່າເປັນທາດ 4 ຂັນ 5 ຂອງພຣະພຸດທະເຈົ້າທີ່ດັບຂັນໄປ ກາຍເປັນລູກທາດດັ່ງກ່າວ ມາບັນຈຸໄວ້ໃນທາດເພື່ອບູຊາ.


ທາງດ້ານການເມືອງ: ທາດເຖິງຮູບການຈັດຕັ້ງ ຫຼື ການປົກຄອງຊຶ່ງອອກແບບເປັນປິຣາມິດ ຫຼື ຮູບທາ
ກົກໃຫຍ່ປາຍນ້ອຍ ນີ້ຄືຄວາມໝາຍຄຳວ່າ ພຣະທາດ.

ຄຳວ່າ ໄຊມຸງຄຸນ ໝາຍເຖິງທາດນີ້ເປັນສີຣິມຸງຄຸນ ເປັນສິ່ງທີ່ດີງາມປະເສີດເລີດລ້ຳ ເປັນໄຊຊະນະຂອງ ແຂວງ ອຸດົມໄຊ.

ຄຳວ່າ ຣັດຕະນະ ແປວ່າແກ້ວ, ແກ້ວມີແຮ່ທາດທີ່ປະເສີດມີຄຸນຄ່າລາຄາສູງ ເປັນສິ່ງສັກກາລະບູຊາ ຖືເປັນເຄື່ອງຄຳຄູນຂອງມະນຸດ.

ຄຳວ່າ ມິ່ງເມືອງ ໝາຍຄວາມວ່າ ທາດຄືແກວປະເສີດ ມິ່ງບ້ານ ຂວັນເມືອງຂອງປະຊາຊົນບັນດາເຜົ່າ ຂອງແຂວງ ອຸດົມໄຊ ແລະ ຊາວລາວທົ່ວປະເທດ.

ລວມຄວາມໝາຍຂອງຊື່ ພຣະທາດ ໄຊມຸງຄຸນ ຣັດຕະນະ ມິ່ງເມືອງ ແປວ່າທາດແຫ່ງໄຊຊະນະ ເປັນ ສິຣິ
ມຸງຄຸນ ເປັນແກ້ວມິ່ງເມືອງ ຂອງແຂວງອຸດົມໄຊ.

ພຣະທາດມີລວງສູງ: ແຕ່ໜ້າດິນຂື້ນຮອດຈອມແ;ມສຸດຍອດເສດທະສັດສູງ 19, 50 ແມັດ ລວມແຕ່
ພື້ນດິນຂື້ນຮອດຍອດເສດຕະສັດສຸດ 21 ແມັດ.

ລວງກວ້າງຂອງພຣະທາດ: ທັງສີ່ດ້ານເຕົ້າທາດຖ້ານທີ່ 1 ທີ່ມີກີບບົວໃຫຍ່ຮອງຮັບກວ້າງເບື້ອງລະ
18,00 ແມັດ.ທັງສີ່ດ້ານ. ຖ້ານໜ້າດິນຕ່ຳສຸດກວ້າງດ້ານລະ 21,00 ແມັດ.

Post Bottom Ad