ເມືອງຫຼວງພະບາງ ເມືອງທ່ອງທ່ຽວອັນດັບ 1​ ຂອງໂລກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເມືອງຫຼວງພະບາງ ເມືອງທ່ອງທ່ຽວອັນດັບ 1​ ຂອງໂລກ


ເມືອງຫຼວງພະບາງ ເມືອງທ່ອງທ່ຽວອັນດັບ 1​ ຂອງໂລກ

ຂໍ້ມູນຈາກ Laos Simply Beautiful ສະແດງໃຫ້ເຫັນຂໍ້ມູນອັນພົ້ນເດັ່ນຂອງ ເມືອງຫຼວງພະບາງ ຕະຫຼອດໄລຍະ ຫຼາຍປີຜ່ານມາ ທີ່ໄດ້ກາຍເປັນຈຸດໝາຍປາຍທາງສຳຄັນ ຂອງນັກທ່ອງທ່ຽວ. ເມືອງຫຼວງພະບາງ ໄດ້ເປັນໃບໜ້າໃບຕາ ສຳຄັນ ທີ່ເປັນຕົວແທນຂອງ ປະເທດລາວ ໃນວຽກງານການທ່ອງທ່ຽວ, ວັດທະນະທຳ ແລະ ມໍລະດົກຂອງໂລກ.

ຕັ້ງແຕ່ໄດ້ຮັບຮອງເປັນເມືອງມໍລະດົກໂລກ ໃນປີ 1995, ຫຼວງພະບາງໄດ້ຖືກຈັດໃຫ້ເປັນ ເມືອງມໍລະດົກຂອງໂລກ ທີ່ມີຄວາມໂດດເດັ່ນທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ສະຖາປັດຕະຍະກຳ ອັນລໍ້າຄ່າ. ທີ່ປະສານການລົງຕົວຂອງທຳມະຊາດ ແລະ ສິ່ງແວດລ້ອມ.

ແຕ່ປີ 2006-2016, ຫຼວງພະບາງໄດ້ຮັບລາງວັນດີເດັ່ນ ຈາກ ວາລະສານ Wanderlust ວາລະສານຂອງອັງກິດ.​ເຊິ່ງສາມາດ ຍາດໄດ້ ອັນດັບໜື່ງ 7 ຄັ້ງ ຈາກ ທັງໝົດ ການຈັດ ອັນດັບ 11 ຄັ້ງ. ນອກນີ້, ວາລະານ New York Times ຍັງຈັດ ໃຫ້ຫຼວງພະບາງ ເປັນ ສະຖານທີ່ຕ້ອງໄດ້ໄປທ່ຽວຊົມ.

ແລ້ວທ່ານເດ ໄດ້ໄປທ່ຽວຊົມຫຼວງພະບາງແລ້ວບໍ່? ຖ້າຍັງບໍ່ທັນໄປ ກົດຊົມຄລິບຂ້າງລຸ່ມ ແລ້ວ ວາງແຜນການເດີນທາງໄປທ່ຽວຊົມເດີ!

ຮຽບຮຽງໂດຍ: ປະກາດ



Post Bottom Ad