ນັກເທັນນິສເຍົາວະຊົນລາວ ໄດ້ຮັບກຽດເຂົ້າຮ່ວມເຝິກຊ້ອມກັບ Melbourne International Tennis School - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນັກເທັນນິສເຍົາວະຊົນລາວ ໄດ້ຮັບກຽດເຂົ້າຮ່ວມເຝິກຊ້ອມກັບ Melbourne International Tennis School



ດາວເດັ່ນ ນັກເທັນນິສເຍົາວະຊົນລາວ ນ້ອງອາລິຍາ ວົງດາລາ ຫຼື ປູເປ້ ທີ່ສ້າງຊື່ສຽງໃຫ້ແກ່ ວົງການເທັນນິສລາວ ໃນການແຂ່ງຂັນທັງພາຍໃນແລະຕ່າງປະເທດ. ຄວ້າລາງວັນມາຈົນນັບບໍ່ຖ້ວນ. 

ມື້ນີ້ມີຂ່າວດີມາເລົ່າເມື່ອ ນາງ ອາລິຍາ ວົງດາລາ(ນ້ອງປູເປ້) ນັກກິລາເທັນນິສເຍົາວະຊົນ, ໄດ້ຮັບເຊີນໃຫ້ເຂົ້າຮ່ວມຝຶກຊ້ອມ ກັບ Melbourne International Tennis School ແລະແຂ່ງຂັນ ລາຍການ STA SPEX 3rd Junior Age Group 2016 ທີ່ປະເທດສິງກະໂປ ລະຫວ່າງວັນທີ 13-27 ພະຈິກ 2016.


ໃນການເດີນທາງໄປຄັ້ງນີ້ແມ່ນໄດ້ຮັບຄວາມຮ່ວມມືລະຫວ່າງສະໂມສອນກິລາເທັນນິສນະຄອນຫລວງແລະ MITS Singapore Pte Ltd, ຈຸດປະສົງເພື່ອພັດທະນານັກກິລາເທັນນິສລຸ້ນເຍົາວະຊົນໃຫ້ມີຄຸນນະພາບ ກຽມພ້ອມເພື່ອຮັບໃຊ້ຊາດແລະກ້າວເຂົ້າສູ່ສາຍກິລາອາຊີບຕໍ່ໄປໃນອານາຄົດ. ເຊິ່ງ ນາງ ອາລິຍາວົງດາລາເປັນນັກກິລາເທັນນິສ ເຍົາວະຊົນທີ່ມີຜົນງານດີໃນໄລຍະທີ່ຜ່ານມາແລະປະຈຸບັນກໍ່ມີອາຍຸພຽງ 11 ປີ; ຈຶ່ງຖືກເຊີນໃຫ້ເຂົ້າຮ່ວມໃນຄັ້ງນີ້ແລະມີກຳນົດອອກເດີນທາງຈາກນະຄອນຫລວງວຽງຈັນ ວັນທີ 12/11/2016 ແລະເລີ່ມຕົ້ນຊ້ອມກັບ Coach ALAN Vuong ທີ່ Melbourne International Tennis School ວັນທີ 13-18 ຫລັງຈາກນັ້ນກໍ່ເຂົ້າຮ່ວມແຂ່ງຂັນ ລາຍການ STA SPEX 3rd Junior Age Group 2016 ວັນທີ 19-27/11/2016 ໃນລຸ້ນຍິງດ່ຽວ 12 ປີ ເຊິ່ງມີນັກກິລາຈາກຫລາຍປະເທດໃນພາກພື້ນເຂົ້າຮ່ວມ.


ນ້ອງ ອາລິຍາ ວົງດາລາ ເກີດເມື່ອວັນທີ 17/07/2005; ປະຈຸບັນຮຽນຢູ່ຊັ້ນ ມ1 ໂຮງຮຽນຊະນະພົນ; ເມືອງສີໂຄຕະບອງ. ເລີ່ມຫລິ້ນເທັນນິສ ຕັ້ງແຕ່ປີ 2013 ເປັນຕົ້ນມາ.

ຂໍໃຫ້ທຸກຄົນສົ່ງແຮງໃຈໃຫ້ ປູເປ້ແດ່.

ຂ່າວໂດຍ: ຂີ້ສໍ້

Post Bottom Ad