ວິທະຍາໄລ ສຸກສະຫວັດ ຊ່ວຍເຫຼືອ ອຸປະກອນປະຖົມພະຍາບານແກ່ ໜ່ວຍກູ້ໄພ ພັດທະນາຜາສຸກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວິທະຍາໄລ ສຸກສະຫວັດ ຊ່ວຍເຫຼືອ ອຸປະກອນປະຖົມພະຍາບານແກ່ ໜ່ວຍກູ້ໄພ ພັດທະນາຜາສຸກ


ວິທະຍາໄລ ສຸກສະຫວັດ ຊ່ວຍເຫຼືອ ອຸປະກອນປະຖົມພະຍາບານແກ່ ໜ່ວຍກູ້ໄພ ພັດທະນາຜາສຸກ
-----------------------
ໃນວັນທີ 04.11.2016 ເວລາ14:40 ນາທີ ຜ່ານມາ ທາງວິທະຍາໄລ ສຸກສະຫວັດ ໄດ້ອຸປະຖຳເຄື່ອງປະຖົມພະຍາບານ ແລະ ນໍ້າດື່ມ ລວມມູນຄ່າ 4.300.000 ກີບ ໃຫ້ໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ.

ເຊິ່ງສິ່ງຂອງດັ່ງກ່າວ, ທາງໜ່ວຍກູ້ໄພ ຈະໄດ້ນຳເຂົ້າໃນການຊ່ວຍເຫຼືອຜູ່ເຄາະຮ້າຍ ຈາກອຸບັດຕິເຫດ ແລະ ເຫດການຕ່າງໆ. ເຊິ່ງເຫັນວ່າມີຄວາມຈຳເປັນ ແລະ ສຳຄັນ ໃນເວລາປະຕິບັດວຽກງານ.

ຂໍໃຫ້ ພະນັກງານຄູ-ອາຈານ ວິທະຍາໄລ ສຸກສະຫວັດ ຈົ່ງມີສຸຂະພາບແຂງແຮງ ຈະເລີນໃນໜ້າທີ່ການງານ ປາດຖະໜາສີ່ງໃດຂໍໃຫ້ໄດ້ສີ່ງນັ້ນ

ພາບແລະຂ່າວ: ໜ່ວຍກູ້ໄພ ພັດທະນາ ຜ່າສຸກ

Post Bottom Ad