ອົງການກາແດງລາວ ຊ່ວຍເຫຼືອຜູ່ປະສົບໄພທຳມະຊາດ ທີ່ ອຸດົມໄຊ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອົງການກາແດງລາວ ຊ່ວຍເຫຼືອຜູ່ປະສົບໄພທຳມະຊາດ ທີ່ ອຸດົມໄຊ



ອົງການກາແດງລາວ ຊ່ວຍເຫຼືອຜູ່ປະສົບໄພທຳມະຊາດ ທີ່ ອຸດົມໄຊ
---------------------------------------------------
ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງແບງ ແລະ ເມືອງຮຸນ, ແຂວງອຸດົມໄຊ. ໃນວັນທີ 7 ພະຈິກ 2016 ອົງການກາແດງລາວ ໃນນາມເປັນສື່ກາງໃນການຊ່ວຍເຫຼືອບັນເທົາທຸກໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທັງໝົດຈຳນວນ  888 ຄອບຄົວ. ໃນນັ້ນ, ປະຊາຊົນຢູ່ເມືອງແບງ, ແຂວງອຸດົມໄຊ ມີ 09 ບ້ານ, 464 ຄອບຄົວ,  2624 ຄົນ ແລະ ຢູ່ເມືອງ ຮຸນ, ແຂວງອຸດົມໄຊ ມີ 14 ບ້ານ 424 ຄອບຄົວ,  2536 ຄົນ.

ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບດ້ວຍ: ເຂົ້າສານໜຽວ, ສະບູຝຸ່ນ, ສະບູກ້ອນ, ມຸ້ງຄອບຄົວ, ອາຫານແຫ້ງປະເພດໝີ່ໄວໆ, ປາກະປ໋ອງ ແລະ ອື່ນໆ ລວມມູນຄ່າທັງໝົດ 755,515,632 ກີບ ( ເຈັດຮ້ອຍຫ້າສິບລ້ານຫ້າແສນສິບຫ້າພັນຫົກຮ້ອຍສາມສິບສອງກີບ ) ໂດຍການສະໜັບສະໜູນການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC).

ພາບແລະຂ່າວ: ອົງການກາແດງລາວ

Post Bottom Ad