ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດອາເມລິກາ ຄົນໃໝ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດອາເມລິກາ ຄົນໃໝ່


ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດອາເມລິກາ ຄົນໃໝ່

ຂປລ, ໃນວັນທີ 17 ພະຈິກນີ້ ຢູ່ ນະຄອນຫລວງວຽງຈັນ , ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ ຣີນາ ບິດເຕີ (Ms Rena Bitter) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມລິກາ ຄົນໃໝ່ ປະຈຳ ສປປ ລາວ.

ໂອກາດນີ້ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ຣີນາ ບິດເຕີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມລິກາ ຄົນໃໝ່ ປະຈຳ ສປປ ລາວ ອັນຈະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິງຂຶ້ນ ພ້ອມນີ້ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວເຖິງຜົນສຳເລັດໃນການຢ້ຽມຢາມລັດຖະກິດ ຂອງ ທ່ານ ບາຣັກ ໂອບາມາ ປະທານນາທິບໍດີ ສະຫະລັດ ອາເມລິກາ ຢູ່ ສປປ ລາວ , ໃນການຢ້ຽມຢາມດັ່ງກ່າວ ຜູ້ນຳສອງປະເທດ ໄດ້ອອກຖະແຫລງການເປັນຄູ່ຮ່ວມມືແບບ ກວມລວມ ທີ່ໄດ້ເປັນການເປີດສັງກາດໃໝ່ ທັງເປັນນິມິດໝາຍອັນດີ ໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ໃນອະນາຄົດ.

ທ່ານ ນາງ ຣີນາ ບິດເຕີ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໃນການຕ້ອນຮັບ , ເຊິ່ງໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວນີ້ ຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.

Post Bottom Ad