ສະພາພິຈາລະນາຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນສະບັບປັບປຸງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະພາພິຈາລະນາຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນສະບັບປັບປຸງ


ສະພາພິຈາລະນາຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນສະບັບປັບປຸງ

ໃນວັນທີ 17 ພະຈິກ ນີ້ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII, ພາຍໃຕ້ການເປັນ ປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ, ບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ໄດ້ພິຈາລະ ນາ ແລະ ປະກອບຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນສະບັບປັບປຸງ ທີ່ສະເໜີ ໂດຍທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະ ຊວງແຜນການ ແລະ ການລົງ ທຶນ. ທ່ານ ຄຳລຽນ ພົນເສນາ ກ່າວວ່າ: ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນສະ ບັບປຸງມີ 13 ພາກ, 17 ໝວດ, 106 ມາດຕາ ໃນນັ້ນໄດ້ປັບປຸງ ໃໝ່ 64 ມາດຕາ, ສ້າງໃໝ່ 28 ມາດຕາ, ຮັກສາໄວ້ 14 ມາດ ຕາ. ສິດ ແລະ ໜ້າທີ່ຂອງຄະ ນະກຳ ມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນ ກາງໃນສະບັບປັບປຸງມີ: 1. ພິ ຈາລະນາອະນຸຍາດການລົງ ທຶນໃນກິດຈະການຄວບຄຸມ, ຄຸ້ມຄອງສະເພາະ, ກິດຈະການ ສຳປະທານ ແລະ ການລົງທຶນ ພັດທະນາເສດຖະກິດພິເສດ, 2. ຊີ້ນຳການຈັດຕັ້ງປະຕິບັດ ວຽກງານບໍລິການປະຕູດຽວໃນ ການສົ່ງເສີມ ແລະ ດຶງດູດການ ລົງທຶນໃຫ້ມີປະສິດທິພາບປະ ສິດທິຜົນ, 3. ຊີ້ນຳການເຄື່ອນ ໄຫວຂອງຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງ ທຶນແຂວງ, ນະຄອນຫຼວງ ແລະ ຂະແໜງການ ທີ່ກ່ຽວຂ້ອງ, 4. ຊີ້ນຳ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ສັນຍາກ່ຽວກັບການລົງ ທຶນໃນຂັ້ນຄຸ້ມຄອງຂອງຕົນ, 5. ການປ່ຽນແປງ, ການໂຈະ ຫຼື ການຍົກເລີກການລົງທຶນໃນ ກິດຈະການຄວບຄຸມ, ຄຸ້ມຄອງ ສະເພາະ, ກິດຈະການສຳປະ ທານ ແລະ ການລົງທຶນພັດທະ ນາເຂດເສດຖະກິດພິເສດຕາມ ທີ່ໄດ້ລະບຸໄວ້ໃນມາດຕາ 42, 82 ແລະ 84 ແລະ ຂອງກົດ ໝາຍສະບັບນີ້, 6. ພົວພັນ ແລະ ຮ່ວມມືຮອບດ້ານກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານສົ່ງ ເສີມການລົງທຶນຕາມການ ມອບໝາຍ, 7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ, ລັດຖະບານກຳ ນົດບັນຊີກິດຈະການທີ່ຄະນະ ກຳມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນຂັ້ນສູນກາງ ພິຈາລະນາ. ກົດໝາຍສະບັບນີ້ໄດ້ກຳ ນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການສົ່ງ ເສີມ, ຄຸ້ມຄອງການລົງທຶນພາຍ ໃນ ແລະ ຕ່າງປະເທດເພື່ອ ເຮັດໃຫ້ການລົງທຶນມີຄວາມ ສະດວກວ່ອງໄວ ໂປ່ງໃສ ຖືກ ຕ້ອງໄດ້ຮັບການປົກປ້ອງດ້ານ ຕ່າງໆຈາກລັດ ແນໃສ່ຮັບປະ ກັນສິດ ແລະ ຜົນປະໂຫຍດ ຂອງຜູ້ລົງທຶນສາມາດເຊື່ອມ ໂຍງເຂົ້າກັບເສດຖະກິດພາກ ພື້ນ ແລະ ສາກົນ, ປະກອບ ສ່ວນເຂົ້າໃນການພັດທະນາ ເສດຖະກິດແຫ່ງຊາດໃຫ້ຂະ ຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ. ຫຼັງຈາກນັ້ນ ສສຊ ໄດ້ປະ ກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນສົມບູນ ແລະ ຄົບ ຖ້ວນເປັນຕົ້ນແມ່ນ: ມາດຕາ 9 ນະໂຍບາຍສົ່ງເສີມກິດຈະ ການຕາມຂະ ແໜງການ ໃນ ນັ້ນມີ 9 ຂະແໜງການໃນແຕ່ ລະຂະແໜງການໃຫ້ກຳນົດ ການລົງທຶນໃຫ້ລະອຽດຕື່ມ ເພື່ອໃຫ້ມີຄວາມເປັນເອກະ ພາບຕໍ່ນັກລົງທຶນ. ມາດຕາ 51. ທຶນຈົດທະ ບຽນກິດຈະການສຳປະທານ ກົດໝາຍສະບັບເດີມກຳນົດໄວ້ ແມ່ນ 30% ຂອງຈຳນວນທຶນ ທັງໝົດ ທຶນຈົດທະບຽນຕ້ອງ ສະແດງອອກເປັນຊັບສິນ, ສະ ບັບໃໝ່ກຳນົດໄວ້ແມ່ນ 1-3% ຂອງທຶນຈົດທະບຽນທັງໝົດ ສສຊ ສະເໜີໃຫ້ເພີ່ມຂຶ້ນອີກ ຖ້າເປັນໄປໄດ້ເພາະເຫັນວ່າ ເປີເຊັນຍັງຕ່ຳຢູ່.

ພາບແລະຂ່າວ: ຂປລ

Post Bottom Ad