ພິທີ ມອບ - ຮັບ ສູນຝຶກອົບຮົມແນວລາວສ້າງຊາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພິທີ ມອບ - ຮັບ ສູນຝຶກອົບຮົມແນວລາວສ້າງຊາດ


ພິທີ ມອບ - ຮັບ ສູນຝຶກອົບຮົມແນວລາວສ້າງຊາດ

ໂຄງການກໍ່ສ້າງສູນຝຶກອົບຮົມແນວລາວສ້າງຊາດເປັນໂຄງການຊ່ວຍເຫຼືອຈາກລັດຖະ ບານ ສປ ຈີນໃຫ້ແກ່ສູນກາງແນວລາວສ້າງຊາດ (ສນຊ) ໃນມູນຄ່າ 33.700.000 ຢວນ (ສະກຸນ ເງິນຈີນ) ໂຄງການດັ່ງກ່າວຕັ້ງຢູ່ໃກ້ສູນກາງແນວລາວສ້າງຊາດ ໄດ້ດຳເນີນການກໍ່ສ້າງມາແຕ່ວັນທີ 12/12/2014 ແລະ ສຳເລັດການ ກໍ່ສ້າງໂດຍພື້ນຖານໃນວັນທີ 30/6/2016 ໂດຍ ແມ່ນ ບໍລິສັດ ເຮີເປີຍກໍ່ສ້າງຈຳ ກັດ ສປ ຈີນ ຮັບເໝົາກໍ່ສ້າງ. ສູນຝຶກອົບຮົມແນວລາວສ້າງ ຊາດປະກອບ ດ້ວຍອາ ຄານ 2 ຫຼັງຄື: ຫຼັງທີ 1 ເປັນອາຄານ ສອງຊັ້ນທີ່ປະກອບມີຫ້ອງເຮັດ ວຽກຂອງຄູ - ອາຈານ, ຫ້ອງ ປະຊຸມນ້ອຍ ແລະ ໃຫຍ່, ຫ້ອງ ຮຽນ, ຫ້ອງອາຫານ ແລະ ຫຼັງ ທີ 2 ເປັນອາຄານ 3 ຊັ້ນ ປະ ກອບມີ 36 ຫ້ອງນອນ ຊຶ່ງເປັນ ຫໍພັກຂອງຜູ້ມາຝຶກອົບຮົມ.

ພິທີມອບ - ຮັບໂຄງການ ຢ່າງເປັນທາງການໄດ້ຈັດຂຶ້ນ ໃນວັນທີ 17 ພະຈິກນີ້ ທີ່ສູນ ຝຶກອົບຮົມດັ່ງກ່າວໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະ ທານສູນກາງແນວລາວສ້າງ ຊາດ, ມີທ່ານ ກວນຮວາປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ລາວ, ມີບັນດາແຂກ ຖືກເຊີນ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ທັງລາວ ແລະ ຈີນ ເຂົ້າ ຮ່ວມຢ່າງ ຫຼວງຫຼາຍ.

ໃນພິທີໄດ້ມີການເຊັນ ມອບ - ຮັບໂຄງການຢ່າງເປັນ ທາງການ ຊຶ່ງຕາງໜ້າໃຫ້ລັດ ຖະບານ ສປ ຈີນ ແມ່ນທ່ານ ກວນຮວາປິງ ເອກອັກຄະລັດ ຖະທູດ ສປ ຈີນ ປະຈຳ ລາວ ແລະ ຕາງໜ້າໃຫ້ ສນຊ ແມ່ນ ທ່ານ ຄຳໃບ ດຳລັດ ຮອງປະ ທານ ສນຊ.

ຈາກນັ້ນ, ທ່ານ ລູໄຮໂປ ຮອງຜູ້ອຳນວຍການສາຂາບໍລິ ສັດສາກົນ ກຸ່ມບໍລິສັດ ເຮີເປີຍ ຈຳກັດ ໄດ້ຂຶ້ນກ່າວມອບຜົນ ສຳເລັດໂຄງການໃຫ້ ສນຊ ແລະ ທ່ານ ຄຳໃບ ດຳລັດ ໄດ້ ຂຶ້ນກ່າວຮັບໂຄງການ ແລະ ຢືນຢັນໃຫ້ຄຳໝັ້ນສັນຍາຈະ ເອົາໃຈໃສ່ຄຸ້ມຄອງ ແລະ ນຳ ໃຊ້ສູນຝຶກອົບຮົມແນວລາວ ສ້າງຊາດໃຫ້ດີ ແລະ ເກີດປະ ໂຫຍດ ສູງສຸດ.

ພ້ອມດຽວກັນນີ້, ໃນພິທີ ຍັງໄດ້ມີການຍ້ອງຍໍບັນດາ ພາກສ່ວນທີ່ກ່ຽວຂ້ອງທີ່ມີຜົນ ງານດີເດັ່ນໃນການຈັດຕັ້ງປະຕິ ບັດໂຄງການກໍ່ສ້າງສູນຈົນສຳ ເລັດຜົນ.

ໂອກາດດຽວກັນນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ ຮ່ວມກັບແຂກທີ່ມາຮ່ວມງານ ຕັດແຖບຜ້າ, ກົດປຸ່ມເປີດປ້າຍ ເພື່ອມອບ - ຮັບ ແລະ ເປີດການ ນຳໃຊ້ສູນ ຢ່າງເປັນທາງການ.

ພາບແລະຂ່າວ: ຂປລ

Post Bottom Ad