ຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມ ລັດມົນຕີ ໄພພິບັດ ອາຊີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມ ລັດມົນຕີ ໄພພິບັດ ອາຊີ


ຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມ ລັດມົນຕີ ໄພພິບັດ ອາຊີ
-----------------------------------------
ກອງປະຊຸມລັດຖະມົນຕີຫລຸດຜ່ອນຄວາມສ່ຽງໄພພິບັດອາຊີ (ASIAN Ministerial Conference on Disaster Risk Reduction) ໄດ້ຈັດຂື້ນຢູ່ ທີ່ເມືອງ ນີວເດລີ, ປະເທດ ອິນເດຍ ແຕ່ວັນທີ 3-5 ພະຈິກ 2016 ເຊິ່ງເປັນກອງປະຊຸມເທື່ອທຳອິດ ເພື່ອຈັດຕັ້ງຜັນຂະຫຍາຍຂອບແຜນງານເຊັນໃດ ວ່າດ້ວຍການຫລຸດຜ່ອນ ຄວາມສ່ຽງໄພພິບັດ 2015-2030 ທີ່ໄດ້ຮັບຮອງເອົາຢູ່ໃນ ກອງຄັ້ງທີ 3 ຂອງໂລກ ວ່າດ້ວຍການຫຼຸດຜ່ອນໄພພິບັດ ທີ່ ເມືອງ ເຊັນໄດ ໃນປີ 2015. ຂອບແຜນງານດັ່ງກ່າວ ແມ່ນພົວພັນໂດຍກົງ ກັບເປົ້າໝາຍການພັດທະນາທີ່ຍືນຍົງ 2030 ໂດຍສະເພາະແມ່ນເປົ້າໝາຍທີ 1 ກ່ຽວກັບ ການຫຼຸດຜ່ອນຜົນກະທົບຈາກ ໄພພິບັດ ເພື່ອກ້າວສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ.

ກອງປະຊຸມລັດຖະມົນຕີຫລຸດຜ່ອນຄວາມສ່ຽງໄພພິບັດອາຊີຄັ້ງນີ້ ມີຈຸດປະສົງ ເພື່ອລາຍງານຄວາມຄືບໜ້າ ແລະ ວາງທິດທາງແຜນການຈັດຕັ້ງຜັນຂະຫຍາຍແຜນງານເຊັນໄດເຂົ້າສູ່ແຜນງານແຫ່ງຊາດ ໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນຂອງສັງຄົມ.ກອງປະຊຸມໄດ້ຮັບກຽດກ່າວເປີດໂດຍ ພະນະ ທ່ານ ນາເລນດາ ໂມດີ (Narenda Modi) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ແລະ ເຂົ້າຮ່ວມຂອງບັນດາທ່ານລັດຖະມົນຕີ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງ ກັດລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ກັບວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດຈາກບັນດາປະເທດ ອາຊີ-ປາຊີຟິກ. ກອງປະຊຸມໄດ້ດຳເນີນ ເປັນສອງຂັ້ນ ຄື: ກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມຂັ້ນວິຊາການ ປິ່ນອ້ອມອື່ນໆ ທີ່ລົງເລິກ 6 ບັນຫາ ຄື: 1.) ສ້າງຄວາມເຂົ້າໃຈຕໍ່ຄວາມສ່ຽງໄພພິບັດ, 2.)ການບໍລິຫານລັດດ້ານການຄຸ້ມຄອງໄພພິບັດ , 3.) ເພີ່ມການລົງທຶນໃສ່ການຫລຸດຜ່ອນຄວາມສ່ຽງໄພພິບັດ, 4.) ສ້າງຄວາມກຽມພ້ອມ, ການຕອບໂຕ້ ແລະ ການຟື້ນຟູ, 5.) ການທົບທວນ ແລະ ການຕິດຕາມປະເມີນຜົນ, 6.) ການສ້າງສິ່ງອຳນວຍ ໃນການບໍລິຫານລັດ ເພື່ອຄວາມກົມກຽວວຽກງານໄພພິບັດ ກັບເປົ້າຫມາຍການພັດທະນາແບບຍືນຍົງ ແລະ ການປ່ຽນແປງດິນຟ້າອາກາດ. ນອກຈາກນີ້, ຍັງໄດ້ມີຈັດກິດຈະກໍາ ວັນຊູນະມິໂລກ ເພື່ອເປັນການປູກຈິດສໍານຶກ ກ່ຽວກັບ ບັນຫາຜົນກະກທົບ ແລະ ຄວາມສໍາຄັນໃນການ ກຽມຄວາມ ພ້ອມ ເພື່ອຫຼຸດຜ່ອນການສູນເສຍຈາກໄພພິບັດ ຊູນະມິ.ຄະນະຜູ້ແທນ ຂອງ ສປປ ລາວ ນຳໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖືໂອກາດນີ້ປະກອບຄວາມເຫັນໃນກອງປະຊຸມ ໂດຍເໝັ້ນໃສ່ ການຈັດຕັ້ງປະຕິບັດແຜນ ລົບລ້າງຄວາມທຸກຍາແຫ່ງຊາດ 2020, ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 8 ແລະ ແຜນພັດທະນາວຽກງານ ສະຫວັດດີການສັງຄົມ. ພ້ອມນີ້, ກໍ່ຍັງຍົກເຫັນເຖິງແຜນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ຢູ່ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະແມ່ນ ການປັບປຸງຂອດປະສານງານ ແລະ ການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງໄພພິບັດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ຄຽງຄູ່ກັນນີ້, ກໍ່ຈະໄດ້ຈັດຕັ້ງຜັນຂະຫຍາຍແຜນງານ ເຊັນໄດ້ ໂດຍເຊື່ອມສານເຂົ້າ ໃນແຜນການຂອງຂະແໜງການກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ຢູ່ ສປປ ລາວ.

ແຫຼ່ງຂ່າວໂດຍ : ທ່ານໂຈມແຍງ ແພງທອງສະຫວັດ

Post Bottom Ad