ປະທານປະເທດ ຕ້ອນຮັບລັດຖະມົນຕີປ້ອງກັນປະເທດອາຊຽນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະທານປະເທດ ຕ້ອນຮັບລັດຖະມົນຕີປ້ອງກັນປະເທດອາຊຽນ


ປະທານປະເທດ ຕ້ອນຮັບລັດຖະມົນຕີປ້ອງກັນປະເທດອາຊຽນ

ຂປລ. ວັນທີ 16 ພະຈິກ 2016 ທີ່ທໍານຽບປະທານປະເທດ, ທ່ານ ບູນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໃນໂອກາດເດີນທາງມາເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ ທີ່ ສປປ ລາວເປັນເຈົ້າພາບ ທີ່ນະຄອນຫລວງວຽງຈັນ ລະຫວ່າງ ວັນທີ 15-17 ພະຈິກ ນີ້.

ທ່ານ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານລັດຖະມົນຕີປ້ອງກັນປະເທດຈາກບັນດາປະເທດສະມາຊິກອາຊຽນທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຳຄັນໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ບັນດາປະເທດສະມາຊິກອາຊຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ຈະເປັນໜຶ່ງໃນອົງປະກອບທີ່ສຳຄັນຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຮັດໃຫ້ພາກພື້ນມີຄວາມສະຫງົບ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ໂອກາດດຽວກັນ ບັນດາທ່ານລັດຖະມົນຕີປ້ອງກັນປະເທດອາຊຽນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ປະທານປະເທດ, ພ້ອມທັງໄດ້ແຈ້ງຜົນຂອງການປຶກສາຫາລືໃນກອງປະຊຸມຄັ້ງນີ້ ໃຫ້ທ່ານ ປະທານປະເທດໄດ້ຮັບຊາບ./.

Post Bottom Ad