Top 30 ເພຈ ທີ່ຄົນລາວຕິດຕາມຫຼາຍທີ່ສຸດ! ມີເພຈລາວ ແຕ່ 8 ເພຈ ເທົ່ານັ້ນ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

Top 30 ເພຈ ທີ່ຄົນລາວຕິດຕາມຫຼາຍທີ່ສຸດ! ມີເພຈລາວ ແຕ່ 8 ເພຈ ເທົ່ານັ້ນ!

ຂໍ້ມູນຈາກ SocialBakers.com
ຂໍ້ມູນຜ່ານເວບໄຊ SocialBakers.com ລາຍງານໃນວັນທີ 19/10/2016 ໃຫ້ຮູ້ ກ່ຽວກັບ ສະຖິຕິ ບັນດາເພຈ ທີ່ຄົນລາວ ຕິດຕາມຫຼາຍກວ່າໝູ່ (ນັບສະເພາະບັນຊີເຟສບຸກຄົນລາວ) ເປັນທີ່ຄາດໄວ້ ໃນຈຳນວນ 30​ ເພຈຍອດນິຍົມ ມີພຽງແຕ່ 8 ເພຈ ທີ່ເປັນເພຈ ຂອງຄົນລາວ,​ ສ່ວນ 22 ເພຈທີ່ເຫຼືອ ແມ່ນເພຈ ຈາກປະເທດເພື່ອນບ້ານ. ໂດຍສະເພຈ ເພຈຂ່າວ ແລະ ເພຈ ດາຣາ ຖືວ່າເປັນທີ່ນິຍົມ.

ທ່ານສາມາດກົດເບິ່ງທີ່:​ https://www.socialbakers.com/statistics/facebook/pages/local/laos/ ເຊີ່ງຂໍ້ມູນອາດມີການປ່ຽນແປງ ໄປໃນແຕ່ລະວັນເດີ.

ຕາມຄາດ ແລະ ຍັງຄອງສະຖິຕິ ມາໄດ້ດົນກ່ອນໝູ່ ເພຈອ້າຍໃຫຍ່ ໂທລະໂຄ່ງ THOLAKHONG ຍັງຄົງຕິດອັນດັບ 1 ມາໄດ້ຫຼາຍສະໄໝ. ຕາມມາດ້ວຍ ເພຈ ຂ່າວສົດ ເລື່ອງເລົ່າເຊົ້ານີ້.

ສ່ວນເພຈຢູ່ນາ ສະຕູດີໂອ ກໍ່ຕາມມາເປັນອັນດັບທີ 6, ແຕ່ບອກໄດ້ເລີຍວ່າ ເພຈຢູ່ນາ ກໍ່ມີແຟນເພຈ ຊາວໄທຕິດຕາມຫຼາຍທີ່ສຸດ.

ມາເວົ້າຮອດເພຈນ້ອງໃໝ່ ປະກາດ Pakaad ກໍ່ມາທີ່ອັນດັບທີ 21, ກໍ່ຖືວ່າດີໃຈຫຼາຍ ທີ່ມີຄົນຕິດຕາມຜົນງານຂອງພວກເຮົາ! ຕ້ອງຂອບໃຈອີກຄັ້ງ.

ຢາກເບິ່ງລາຍລະອຽດ ຕາມຮູບຂ້າງລຸ່ມເລີຍ...






ສຳລັບຍອດ LIKE ສະເພາະ ເພຈຂອງລາວ ທີ່ມີຄົນ LIKE ຫຼາຍທີ່ສຸດ 10 ອັນດັບມີດັ່ງນີ້

ກົດກວດສອບທີ່: https://www.socialbakers.com/statistics/facebook/pages/total/laos/


ກົດຊົມຄລິບແນະນຳ ວິທີການກວດສອບຂໍ້ມູນສະຖິຕິ

ຮຽບຮຽງໂດຍ: ປະກາດ Pakaad

Post Bottom Ad