ຊ່ວຍທ້າວສົມພົງແດ່! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊ່ວຍທ້າວສົມພົງແດ່!


ຂໍຄວາມຊ່ວຍເຫລືອຕອນນີ້ມີເດັກນ້ອຍຊື່ທ້າວ ສົມພົງ ອາຍຸ 2 ປີ 8 ເດືອນ ລາວບໍ່ສະບາຍອາການໜັກພໍສົມຄວນຄອບຄົວລາວບໍ່ມີເງີນຈະປີ່ນປົວເດັກເປັນຄົນບ້ານຜາຄ້ອງເມືອງຄູນຄຳແຂວງຄຳມ່ວນ

ລາວໄດ້ເຂົ້າມາປີ່ນປົວຢູ່ໂຮງໝໍເມືອງຄູນຄຳແລະທາງເມືອງກະໃດ້ສົ່ງຄົນເຈັບໃປຕໍ່ຢູ່ໂຮງໝໍແຂວງຄຳມ່ວນທາງແຂວງກະບໍ່ສາມາດປີ່ນປົວໄດ້ ຈື່ງໃດ້ແນະນຳຄົນເຈັບໃປປົວຢູ່ວຽງຈັນແຕ່ພີ່ນ້ອງຂອງເດັກບໍ່ມີເງີນຈື່ງເອົາເດັກກັບມາປີ່ນປົວຢູ່ໂຮງໝໍເມືອງຕໍ່ແຕ່ອາການເດັກໜັກຂື້ນທຸກມື້ບໍ່ສາມາດຖອດອົກຊີໃດ້ເລືຍແພດຈື່ງໃດ້ແນະນຳໃຫ້ເອົາໃປປົວຢູ່ວຽງ. ແຕ່ທາງພີ່ນ້ອງກໍ່ຈະເອົາເດັກເມືອຕາຍຢູ່ບ້ານແຕ່ສຸດທ້າຍເພີ່ນກະໃດ້ໃປຂາຍງົວຢູ່ບ້ານມາພາຫລານໃປປົວຢູ່ວຽງ,

ຕອນເດັກປີ່ນປົວນຳໂຮງໝໍເມືອງຄູນຄຳແລະໂຮງໝໍແຂວງຄຳມ່ວນແມ່ນໃຊ້ລິຂະສິດໂຄງການປີ່ນປົວເດັກລຸ່ມ5ປີແມ່ນບໍ່ເສຍຄ່າ ເພາະວ່າທາງໂຄງການເພີ່ນວ່າແມ່ນໃຊ້ໃດ້ທົ່ວປະເທດສຳລັບໂຄງການປີ່ນປົວເດັກລຸ່ມ5ປີບໍ່ໃດ້ເສຍເງີນທາງຄອບຄົບຈື່ງໃດ້ທ້ອນເງີນກ້ອນສຸດທ້າຍເພື່ອຈ້າງລົດຈ້າງແພດໃປນະຄອນຫລວງແລະຕອນນີ້ເດັກໃປຮອດໂຮງໝໍມະໂຫສົດແລ້ວແຕ່ທາງໂຮງໝໍມະໂຫສົດເພີ່ນວ່າບໍ່ມີໂຄງການໂຕນີ້ ດຽວນີ້ທາງໂຮງໝໍຮັບເດັກເຂົ້ານອນແລ້ວແຕ່ໃດ້ເສຍເງີນເອງທັນໝົດທາງຄອບຄົບຍັງເງີນຈຳນວນລ້ານປາຍກີບຖ້າໃດ້ເສຍເງີນເພີ່ນກະວ່າບໍ່ມີເງີນປົວແລ້ວເພາະເງີນກ້ອນສຸດທ້າຍກະໃດ້ເອົາມາໝົດ ດຽວນີ້ຄອບຄົວເພີ່ນວ່າຊິເອົາເດັກກັບມາຕາຍຢູ່ບ້ານເພາະບໍ່ມີເງີນປີ່ນປົວ ເດັກຖອດອົກຊີບໍ່ໃດ້ເລືຍຖ້າຖອດແມ່ນມີອາການກະວົນກະວາຍ ຂ້ອຍເຫັນແລ້ວກະຊ່ວຍເຫລືອຫຍັງບໍ່ໃດ້ຫລາຍເລືຍຄິດເຫັນແຕ່ ຄົນໃຈບຸນໃນສັງຄົມ ນີ້ລະບາງທີພວກເຈົ້າອາດຈະຊ່ວຍລາວໃດ້ບໍ່ຫລາຍກະໜ້ອຍ.

ເບີໂທພໍ່ແມ່: 030 9831812
ເລກບັນຊີພໍ່: 010 12 0001277385001











Post Bottom Ad