ນາງສາວລາວ 2016 ປີນີ້ ຖືກໃຈມ່ວນຊົນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນາງສາວລາວ 2016 ປີນີ້ ຖືກໃຈມ່ວນຊົນ


ໃນຄ່ຳຄືນຂອງວັນທີ 8/10/2016 ຜ່ານມາ ປະຊາຊົນລາວທົ່ວປະເທດ ກໍ່ໄດ້ພ້ອມກັນລຸ້ນກັນເຊຍ ສາວງາມທັງ 20 ທີ່ຜ່ານເຂົ້າມາຮອບສຸດທ້າຍ. ຖືໄດ້ວ່າ ບັນດານາງສາວ ທີ່ເຂົ້າຮອບນີ້ 99.9% ຖືກໃຈມວນຊົນ ເພາະທຸກຄົນລ້ວນແຕ່ມີຮູບຮ່າງໜ້າຕາສວຍງາມ ແລະ ເປັນຕົວແທນມາຈາກ ຫຼາກຫຼາຍເຂດແຂວງ. ເຫັນແລ້ວຖືໄດ້ວ່າ ເປັນການປະກວດ ນາງສາວລາວ ທີ່ສົມບູບແບບ ເລີຍກໍ່ວ່າໄດ້.

ຍິ່ງໄປກວ່ານັ້ນ, ກ່ອນຈະຮອດມືຕັດສິນ ໄດ້ມີຫຼາຍການສຳຫຼວດ ໃນນັ້ນ ເພຈ ປະກາດ ເອງກໍ່ເຮັດການສຳຫຼວດ ຄືກັນ.​ຜົນປະກວດ ວ່າການຕັດສິນຂອງຄະນະກຳມະການ ສຳລັບ ຜູ້ໄດ້ຮັບ ຕຳແໜ່ງ 3 ອັນດັບຕົ້ນ ແມ່ນປີນີ້ ກົງກັບ ສິງທີ່ມ່ວນຊົນ ໂຫວດເຂົ້າມາ.

ຜົນການໂຫວດ ຈາກເພຈ ປະກາດ M19: 39.3%F M20: 10.3%  M18: 10.1%
ບັນດາຊ່າງພາບ ກໍ່ຍັງໄດ້ມອບລາງວັນຂວັນໃຈຊ່າງພາບໃຫ້ນຳອີກ. ເປັນອັນວ່າ ເຫັນດີເຫັນພ້ອມກັນທຸກພາກສ່ວນເລີຍ.

ກໍ່ຕ້ອງສະແດງຄວາມຍິນດີກັບໝາຍເລກ M19 ນາງສາວ ບຸດສະບາ ແສງງປັນ ອາຍຸ 18 ປີ ຈາກແຂວງໄຊຍະບູລີ, ນອກຈາກຈະເຄີຍຄອງຕຳແໜ່ງທິດາຊ້າງແລ້ວ ປີນີ້ ນ້ອງກໍ່ສ້າງມາດ ຄວ້າຕຳແໜ່ງສູງສຸດ ຂອງປະເທດ ຄື ນາງສາວລາວ 2016. ໄດ້ຮັບລາງວັນ ມຸງກຸດເພັດ, ໂທລະສັບ iPhone 7 Plus ໂອບດ້ວຍຄຳສົດ, ເງິນສົດ 50,000,000 ກີບ, ລົດເກັງມູນຄ່າ 190,000,000 ກີບ 1 ຄັນ, ຄຳໜັກ 2 ບາດ ແລະລາງວັນອື່ນໆ

ຕຳແໜ່ງນາງສາວລາວ ປະຈຳປີ 2016 ໄດ້ແກ່ໝາຍເລກ: M19 ບຸດສະບາ ແສງປັນ ອາຍຸ 18 ປີ ຕົວແທນຈາກແຂວງໄຊຍະບູລີ ໄດ້ຮັບລາງວັນ ມຸງກຸດເພັດ, ໂທລະສັບ iPhone 7 Plus ໂອບດ້ວຍຄຳສົດ, ເງິນສົດ 50,000,000 ກີບ, ລົດເກັງມູນຄ່າ 190,000,000 ກີບ 1 ຄັນ, ຄຳໜັກ 2 ບາດ ແລະລາງວັນອື່ນໆ


m19
M19

ຮອງອັນດັບ 1 ໄດ້ແກ່ໝາຍເລກ: M20 ຄິດສະໄໝ ບຸນຕີວໍລະວົງ ອາຍຸ 20 ປີ, ຕົວແທນຈາກແຂວງສະຫວັນນະເຂດ. ໄດ້ຮັບລາງວັນເງິນສົດ 25,000,000 ກີບ

m20

ຮອງອັນດັບ 2 ໄດ້ແກ່ໝາຍເລກ: M18 ພອນວິໄລ ຫຼວງລາດ ອາຍຸ 18 ປີ ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນເງິນສົດ 20,000,000 ກີບ ພ້ອມຂອງລາງວັນອື່ນໆ

m18

ຮອງອັນດັບ 3 ໄດ້ແກ່ໝາຍເລກ: M13 ໄໝຄຳ ວິໄລວັນ ອາຍຸ 22 ປີ ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນ ເງິນສົດ 15,000,000 ກີບ ແລະຂອງລາງວັນອື່ນໆ

m13

ຮອງອັນດັບ 4 ໄດ້ແກ່ໝາຍເລກ: M6 ສະຕິວ ແສງສຸລິດ ອາຍຸ 21 ປີ ຕົວແທນຈາກແຂວງຊຽງແຂວງ ໄດ້ຮັບເງິນລາງວັນ 13,000,000 ກີບ ແລະລາງວັນອື່ນໆ
m6

ນອກຈາກນັ້ນຍັງມີຜູ້ໄດ້ຮັບຕຳແໜ່ງຕ່າງໆ ເຊັ່ນ:

ນາງສາວຜິວງາມ ໄດ້ແກ່ໝາຍເລກ: M14 ເຂັມພອນ ດວງພະສິດ ອາຍຸ 23 ປີ ຕົວແທນຈາກຫຼວງພະບາງ
m14

ນາງສາວມີສະເໜ່ ແລະ ນາງສາວຂວັນໃຈຊ່າງພາບ ໄດ້ແກ່ໝາຍເລກ: M19 ບຸດສະບາ ແສງປັນ ອາຍຸ 18 ປີ ຕົວແທນຈາກແຂວງ ໄຊຍະບູລີ
m19


ນາງສາວມິດຕະພາບ ໄດ້ແກ່ໝາຍເລກ: M20 ຄິດສະໄໝ ບຸນຕີວໍຣະວົງ ອາຍຸ 20 ປີ ຕົວແທນຈາກແຂວງສະຫວັນນະເຂດ


m20


ນາງສາວບຸກຄະລິກກະພາບດີ ໄດ້ແກ່ໝາຍເລກ: M13 ໄໝຄຳ ວິໄລວັນ ອາຍຸ 22 ປີ ຕົວແທນຈາກນະຄອນຫຼວງວຽງຈັນ


m13


ນາງສາວໜ້າໃສສຸຂະພາບດີ ໄດ້ແກ່ໝາຍເລກ: M18 ພອນວິໄລ ຫຼວງລາດ ອາຍຸ 16 ປີ ຕົວແທນຈາກນະຄອນຫຼວງວຽງຈັນ


m18


ນາງສາວ ຂວັນໃຈປະຊາຊົນ ໄດ້ແກ່ໝາຍເລກ: M3 ສຸພາພອນ ທຳມະວົງສາ ອາຍຸ 21 ປີ ຕົວແທນຈາກແຂວງອັດຕະປື


m3




Post Bottom Ad