ຊາວບ້ານກຸ່ມວຽງຫຼວງໄດ້ພົບເຫັນພຮະພຸດທະຮູບຢູ່ໝ້າຜາ ບ້ານຖ້ຳຄວາຍ ເມືອງຍົມມະລາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊາວບ້ານກຸ່ມວຽງຫຼວງໄດ້ພົບເຫັນພຮະພຸດທະຮູບຢູ່ໝ້າຜາ ບ້ານຖ້ຳຄວາຍ ເມືອງຍົມມະລາດ


ຄຳມ່ວນ: ລາຍງານຈາກປະຊາຊົນ ເມືອງຍົມມະລາດ ແຂວງຄຳມ່ວນໃຫ້ຮູ້ວ່າ ໃນວັນທີ 1 ຕຸລາ 2016 ຜ່ານມາ ຊາວບ້ານກຸ່ມວຽງຫຼວງໄດ້ພົບເຫັນພຮະພຸດທະຮູບຢູ່ໝ້າຜາ ບ້ານຖ້ຳຄວາຍ ເມືອງຍົມມະລາດ ແຂວງຄຳມ່ວນ

ໃນສະຖານທີ່ດັ່ງກ່າວ ມີພຣະພຸດທະຮູບ ໃຫຍ່ 1 ອົງ ແລະ ພຣະພຸດທະຮູບນ້ອຍ ອີກ 5 ອົງ.  ປະຊາຊົນໄດ້ ລາຍງານໃຫ້ທາງ ພາກສ່ວນກ່ຽວຂ້ອງໄດ້ ໄປກວດສອບວ່າ ພຣະພຸດທະຮູບດັ່ງກ່າວ ແມ່ນມີອາຍຸຈັກປີ ແລະ ເຮັດດ້ວຍຫຍັງ.

ປະຈຸບັນ, ປະຊາຊົນ ໄດ້ຈັດຕັ້ງ ຄະນະກຳມະການເຝົ້າຮັກສາ ຈົນກວ່າຈະມີການກວດສອບຂໍ້ມູນລະອຽດ.

ພາບແລະຂ່າວ: Arty Sansak



Post Bottom Ad