ສາທາແຂວງຫຼວງພະບາງ ເລັ່ງແຈກຢາຍນ້ຳສະອາດ ແດ່ 3 ຕົວເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສາທາແຂວງຫຼວງພະບາງ ເລັ່ງແຈກຢາຍນ້ຳສະອາດ ແດ່ 3 ຕົວເມືອງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ


ວັນທີ 21-22/08/2016 ຂະແໜງອານາໄມສິ່ງແວດລ້ອມ ແລະ ຈັດຫານຳ້ສະອາດ ພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ສົ່ງພະນັກງານ ແລະ ລົດສຳລັບຜະລິດນຳ້ສະອາດ ໄປຊ່ວຍບັນເທົາທຸກ ໃຫ້ກັບພໍ່ແມ່ປະຊາຊົນທີ່ປະສົບອຸທົກກະໄພ ຢູ່ ບ້ານ ສວນຫຼວງ, ບ້ານ ແອນສະຫວັນ ແລະ ບ້ານ ສາມະຄີໄຊ ຂອງ ເມືອງ ຊຽງເງິນ, ມື້ອື່ນ ວັນທີ 23/08/2016 ຈະໄປຊ່ວຍເຫຼືອເມືອງໂພນໄຊ.




ຄລິບຕອນສະພາບນ້ຳຖ້ວມ



ຮ່ວມໃຈ ຊ່ວຍຜູ້ປະສົບໄພນ້ຳຖ້ວມທີ່ເມືອງຊຽງເງິນ, ຫຼວງພະບາງ
ລະຫວ່າງວັນທີ 19-20 ສິງຫາ 2016

ມູນນິທິຮ່ວມໃຈ ຮ່ວມກັບ ທີມງານປະກາດ ແລະ ເຄືອຂ່າຍອາໂຫຼ ມີຄວາມປະສົງ ຮິບໂຮມ ການບໍລິຈາກ ເຄື່ອງອຸປະໂພກ ແລະ ບໍລິໂພກ ໄປຊ່ວຍ ພີ່ນ້ອງ ເມືອງຊຽງເງິນ ທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ ໃນວັນທີ 19-20 ສິງຫາ ຜ່ານມາ.

ທ່ານສາມາດບໍລິຈາກໄດ້ທີ
ນະຄອນຫຼວງວຽງຈັນ
ມູນນິທິຮ່ວມໃຈ ໂທ: 02059444400
ທີມງານປະກາດ ໂທ: 0305898959

ຫຼວງພະບາງ
ທີມງານແບ່ງປັນຄວາມຮູ້ແລະສົ່ງເສີມການສຶກສາ
ທ້າວຕ້ວນ: 020 78967890

ເພີ່ມເຕີມກ່ຽວກັບໄພນ້ຳຖ້ວມ:
ຄລິບ: http://bit.ly/XiengNgeunFlood2016Clip
ພາບ: http://bit.ly/XiengNgeunFlood2016Photos
------------------------------------
#ການກຸສົນ #ນ້ຳຖ້ວມຊຽງເງິນ2016

Post Bottom Ad