ຄູ່ມືໄຫວ້ພະ ເຊົ້າ-ແລງ (ແປ) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄູ່ມືໄຫວ້ພະ ເຊົ້າ-ແລງ (ແປ)


 
ພາກ​ທີ 1 ຄຳ​ໄຫວ້​ພຣະ​ເຊົ້າ (​ແປ)
(ຄຳ​ບູຊາ​ພຣະຣັຕນະ​ຕຣັຍ)
ນັ່ງ​ຄຸ​ເຂົ້າ ພະນົມ​ມື​ໄຫວ້ພຣະຣັຕນະ​ຕຣັຍ

ອະຣະຫັງ ສັມມາ​ສັມພຸດ​ໂທ ພະຄະວາ: ພຣະຜູ້​ມີ​ພຣະພາກ​ເຈົ້າ ​ເປັນ​ພຣະອຣລະ​ຫັນ​ຕ, ດັບ​​ໄຟ​ກິ​ເລ​ສ​ໄຟ​ທຸກຂສິ້ນ​ເຊີງ, ຕຣັສຣູ້ຊອບ​ໄດ້​ໂດຍ​ພຣະອົງຄ​ເອງ

ພຸ​ທທັງ ພະຄະວັນ​ຕັງ ອະພິວາ​ເທ​ມິ: ຂ້າພະ​ເຈົ້າ​ອະພິວາດ​ພຣະຜູ້​ມີ​ພຣະພາກ​ເຈົ້າ, ຜູ້​ຮູ້ ຜູ້​ຕື່ນ ຜູ້​ເບີກບານ.
(ກາບ)

ທັມ​ມັງ ນະມັສສາມິ: ຂ້າພະ​ເຈົ້າ​ນະມັສະການ​ພຣະທັມ.
(ກາບ)

ສຸ​ປະຕິ​ປັນ​ໂນ ພະຄະວະ​​ໂຕ ສາ​ວະ​ກະສັງ​​ໂຄ: ພຣະສົງຄ ສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ, ປະຕິບັດ​ດີ​ແລ້ວ

ສັງ​ຄັງ ນະ​ມານິ: ຂ້າພະ​ເຈົ້າ​ນອບ​ນ້ອມ​ພຣະສົງຄ
(ກາບ)

                                                  
ຄຳ​ນອບນ້ອມພຣະພຸດທະ​​ເຈົ້າ​ເບື້ອງ​ຕົ້ນ

(ຫັນທະ ມະຍັງ ພຸທທັສສະ ພະຄະວະໂຕ ປຸພພະພາຄະນະມະກາຣັງ ກາໂຣມະເສ)
1. ນະໂມຕັສສະ ພະຄະວະໂຕ: ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າ ພຣະອົງຄນັ້ນ
  ອະຣະຫະ​ໂຕ: ຊຶ່ງ​ເປັນ​ຜູ້​ໄກ​ຈາກ​ກິ​ເລ​ສ
  ສັມມາ​ສັມພຸ​ທທັສສະ: ຕັຣສຣູ້ຊອບ​ໄດ້​ໂດຍ​ພຣະອົງຄ​ເອງ
(ສູດສາມ​ຈົບ)




 
1. ພຸ​ທທາ​ພິຖຕິ
(ຫັນ​ທະ ມະ​ຍັງ ພຸ​ທທາ​ພິຖຸຕິ ກະ​ໂຣມະ ​ເສ)
ໂຍ​​ໂສ ຕະຖາຄະ​ໂຕ: ພຣະຕະຖາຄົຕ​ເຈົ້າ​ນັ້ນ​ພຣະອົງຄ​​​ໃດ
ອະ​ຣະຫັງ:ເປັນ​ຜູ້​ໄກ​ຈາກ​ກິ​ເລສ
ສັມມາ​ສັມພຸດ​​ໂທ: ​ເປັນ​ຜູ້​ຕັສຣູ້​ໄດ້​ໂດຍ​ພຣະອົງ​ຄ​​​​ເອງ
ວິ​ຊຊາ​ຈະຣະນະ​ສັມປັນ​​ໂນ:ເປັນ​ຜູ້​ເຖິງ​ພ້ອມ​ດ້ວຍ​ວິຊຊາ ​ແລະ ຈຣນະ
ສູ​ຄະ​​ໂຕ:ເປັນ​ຜູ້​ໄປ​ແລ້ວ​ດ້ວຍ​ດີ
ໂລກະ​ວິທູ:ເປັນ​ຜູ້​ຮູ້​ໂລກ​ຢ່າງ​​ແຈ່ມ​ແຈ້ງ
ອະນຸ​ຕຕະ​ໂຣ ປຸຣິສະ​ທັມມະ​ສາຣະຖິ: ​ເປັນຜູ້​ສາມາດ​ຝຶກ​ບຸຣຸສທີ່​ສົມຄວນ​ຝຶກ​ໄດ້ ຢ່າງ​ບໍ່​ມີ​ໃຜ​ຍິ່ງ​ກວ່າ
ສັຕຖາ ​ເທວະ​ມະນຸ​ສສາ​ນັງ:ເປັນ​ຄຣູສອນ​ຂອງ​ເທວະ​ດາ ​ແລະ ມນຸສຍ ທັງຫຼາຍ
ພຸ​ທ​ໂທ:ເປັນ​ຜູ້​ຮູ້ ຜູ້​ຕື່ນ ຜູ້​ເບີກບານ ດ້ວຍ​ທັມ
ພະຄະວາ: ​ເປັນ​ຜູ້​ມີ​ຄວາມ​ຈະ​ເຣີນຈຳ​ແນ​ກທັມ​ສັ່ງສອນ​ສັຕວ
ໂຍ ອິມັງ ​ໂລ​ກັງ ສະ​ເທວະ​ກັງ ສະມາຣະກັງ ສະພຣົມມະ​ກັງ ສັສສະມະນະ​ພຣາ ມະນິງ ປະ​ຊັງ ສະ​ເທວະ​ມະນຸ​ສສັງ ສະ​ຍັງ ອະພິນຍາ ສັຈສິກັຕວາ ປະ​ເວ​ເທ​ສິ: ພຣະຜູ້​ມິ​ພຣະພາກ​ເຈົ້າພຣະອົງຄ​​​​ໃດ, ​ໄດ້​ຊົງ​ທຳ​ຄວາມ​ດັບ​ທຸກຂ ​ໃຫ້​ແຈ້ງ​ດ້ວຍ​ພຣະປັນຍາ​ອັນ​ຍິ່ງ​ເອງ​ແລ້ວ, ຊົງ​ສອນ​ໂລກ​ນີ້​ພ້ອມ​ທັງ ​ເທວະ​ດາ, ມາຣ, ພຣົມ, ​ແລະ ໝູ່ ສັຕພ້ອມ​ທັງ ສມນະພຣາມ, ພ້ອມ​ທັງ​ເທວະ​ດາ ​ແລະ ມນຸສຍ​ໃຫ້​ຮູ້​ຕາມ
​​ໂຍ ທັມ​ມັງ​ເທ​ເສ​ສິ: ພຣະຜູ້​ມີ​ພຣະພາ​ກ​ເຈົ້າ ພຣະອົງຄ​ໄດ້​ຊົງ​ສະ​ແດງ​ທັມ​ແລ້ວ
ອາທິ​ກັລຍາ​ນັງ: ງາມ​ໃນ​ເບື້ອງ​ຕົ້ນ
ມັຊ​ເຊ​ກັລຍາ​ນັງ: ງາມ​ໃນ​ທ່າມກາງ
ປະຣິ​ໂຍສາ​ນະ​ກັລຍາ​ນັງ: ງາມ​ໃນ​ທີ່​ສຸດ
ສາຕຖັງ ສະພຍັນ​ຊະ​ນັງ ​ເກ​ວະລະ​ປະ​ລິປຸ​ນນັງ ປະຣິສຸທທັງ ພຣົມຈະຣິຍັງ​ ປະກາ​ເສ​ສິ: ຊົງ​ປະກາສພຣົມະ​ຈັນ, ຄື​ແບບ​ແຫ່ງ​ການ​ປະຕິບັດ​ອັນ​ປະ​ເສີດ ບໍຣິສຸທທິ ບໍຣິບູຣນສິ້ນ​ເຊີງ, ພ້ອມ​ທັງ​ອັດ​ຖະ ພ້ອມ​ທັງ​ພຍັນ​ຊນະ
ຕະມະ​ຫັງ ພະຄະວັນ​ຕັງ ອະພິ​ປູ​ຊະ​ຍາມິ: ຂ້າພະ​ເຈົ້າ​ບູຊາ​ຢ່າງ​ຍິ່ງ​ສະ​ເພາະ​ພຣະຜູ້​ມິ​ພຣະພາກ​ເຈົ້າພຣະອົງຄນັ້ນ
ຕະມະ​ຫັງ ພະຄະວັນ​ຕັງ ສິຣະສາ ນະ​ມາ​ມິ: ຂ້າພະ​ເຈົ້າ​ນອບ​ນ້ອມ​ພຣະຜູ້​ມີ​ພຣະພາກ​ເຈົ້າພຣະອົງຄນັ້ນ​ດ້ວຍ​ຫົວ​ແຫ່ງ​ຂ້າ.
(ກາບ​ລະ​ລຶກ​ເຖິງ​ພຣພຸ​ທທະ​ຄຸນ 1 ກາບ)



2. ທັມມາ​ພິຖຸ​ຕິ
(ຫັນ​ທະ ມະ​ຍັງ ທັມມາ​ພິຖູ​ຕິງ ກະ​ໂຣມະ ​ເສ)
 
​ໂຍ​ໂສ ສວາກ​ຂາ​ໂຕ ພະ​ຕະວະ​ຕາ ທັມ​ໂມ: ພຣະທັມ​ນັ້ນ​ໃດ, ​ເປັນ​ທັມ​ທີ່​ພຣະຜູ້​ມີ​ພຣະພາກ​ເຈົ້າ​ໄດ້​ຕັດ​ໄວ້​ດີ​ແລ້ວ
ສັນ​ທິຕຖິ​ໂກ:ເປັນ​ທັມ​ທີ່​ຜູ້​ສຶກສາ ​ແລະ ປະຕິບັດ ຕ້ອງ​ເຫັນ​ໄດ້​ດ້ວຍ​ຕົນ​ເອງ
ອະ​ກາ​ລິ​ໂກ:ເປັນ​ທັມ​ທີ່​ປະ​ຕິ​ບັດ​ໄດ້ ​ແລະ ​​ໃຫ້​ຜົລ​ໄດ້​ບໍ່​ຈຳກັດ​ກາລ
ເອຫິປັສສິ​ໂກ:ເປັນ​ທັມ​ທີ່​ກ່າວ​ກັບ​ຜູ້​ອື່ນ​ວ່າ ທ່ານ​ຈົ່ງ​ມາ​ເບິ່ງ​ເຖີດ
ໂອ​ປະ​ນະ​ຍິ​ໂກ: ​ເປັນ​ທັມ​ທີ່​ຄວນ​ນ້ອມ​ເຂົ້າ​ມາ​ໃສ່​ຕົວ
ປັຈຈັຕຕັງ​ເວ​ທິຕັພ​ໂພ ວິນ​ຍູ​ຫິ:ເປັນ​ທັມ​ທີ່​ຜູ້​ຮູ້​ກໍ່​ຮູ້​​ໄດ້​ສະ​ເພາະ​ຕົນ
ຕະມະ​ຫັງ ທັມ​ມັງ ອະພິ​ປູ​ຊະ​ຍາມິ: ຂ້າພະ​​ເຈົ້າ​ບູຊາ​ຢ່າງ​ຍິ່ງ​ສະ​ເພາະ​ພຣະທັມ​ນັ້ນ
ຕະມະ​ຫັງ ທັມ​ມັງ ສິຣະສາ​ນະ​ມາ​ມິ: ຂ້າພະ​ເຈົ້າ​ນອບ​ນ້ອມ​ພຣະທັມ​ນັ້ນ​ດ້ວຍ​ຫົວ​ແຫ່ງ​ຂ້າ
(ກາບ​ລະນຶກ​ເຖິງ​ພຣະທັມະ​ຄຸນ 1 ກາບ)

3. ສັງຄາ​ພິຖູ​ຕິ
(ຫັນ​ທະ ມະ​ຍັງ ສັງຄາ​ພິຖູ​ຕິງ ກະ​ໂຣມະ ​ເສ)
​ໂຍ​ໂສ ສຸ​ປະຕິ​ປັນ​ໂນ ພະຄະວະ​ໂຕ ສາວະກະ​ສັງ​ໂຄ: ສົງຄ ສາວົກ​ຂອງ​ພຣະຜູ້ມີ​ພຣະພາກ​ເຈົ້າ​ນັ້ນ ໝູ່​​ໃດ ປະ​ຕິ​ບັດ​ດີ​ແລ້ວ
ອຸຊຸ​ປະ​ຕະປັນ​ໂນ ພະຄະວະ​ໂຕ ສາວະກະ​ສັງ​ໂຄ: ສົງຄ ສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ ໝູ່​ໃດ້ ປະຕິບັດ​ຕົງ​ແລ້ວ
ຍາ​ຍະ​ປະ​ຕະປັນ​ໂນ ພະຄະວະ​ໂຄ ສາວະກະ​ສັງ​​ໂຄ: ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ ໝູ່​ໃດ້ ປະຕິບັດ​​​​ເພື່ອ​ຮູ້​ທັມ​ເປັນ​ເຄື່ອງ​ອອກ​ຈາກ​ທຸກ​ຂ​ແລ້ວ
ສາມິ​ຈິ​ປະ​ຕິ​ປັນ​ໂນ ພະຄະວະ​ໂຄ ສາວະກະ​ສັງ​​ໂຄ: ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ ໝູ່​ໃດ້ ປະຕິບັດ​​ສົມຄວນ​ແລ້ວ
ຍະ​ທິທັງ: ​ໄດ້​ແກ່​ບຸກຄົນ​​ເຫຼົ່ນີ້​ຄື:
ຈັຕຕາຣິ ປຸຣິສະ​ຍຸ​ຄາ​ນິ ອັຕຖາ ປຸຣິສະ​ປຸຄຄະ​ລາ: ຄູ່​ແຫ່ງ​ບຸຣຸສ 4 ຄູ່ ນັບ​ຮຽງ​ຕົວ​ບຸຣຸ​ໄດ້ 8 ບຸຣຸສ*
​ເອສະ ພະຄະວະ​ໂຄ ສາວະກະ​ສັງ​​ໂຄ: ນັ້ນ​ແຫຼະ ສົງຄ ສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ
ອາ​ຫຸ​ເນີຍ​ໂຍ: ​ເປັນ​ສົງຄ ຄວນ​ແກ່​ສັກກາຣະທີ່​ເຂົາ​ນຳ​ມາ​ບູຊາ
ປາຫຸ​ເນີຍ​ໂຍ: ​ເປັນສົງຄ ຄວນ​ແກ່​ສັກກາຣະທີ່​ເຂົາ​ຈັດ​ໄວ້​ຕ້ອນຮັບ
ທັກ​ຂີ​ເນີຍ​ໂຍ: ​​ເປັນຜູ້​ຄວນ​ຮັບ​ທັກສິນາ​ທານ
ອັນ​ຊະ​ລິ​ກະຣະນິ​ໂຍ: ​ເປັນ​ຜູ້​ທີ່​ບຸກຄົນ​ທົ່ວ​ໄປ​ຄວນ​ທຳ​ອັນ​ຊລີ
ອະນຸ​ຕຕະຣັງ ປຸນ​ຍັກ​ເຂ​ຕຕັງ ​ໂລກັສສະ: ​ເປັນ​ເນື້ອ​ນາ​ບຸນ​ຂອງ​ໂລກ, ບໍ່ມີນາ​ບຸນ​ອື່ນ​ຍິ່ງ​ກວ່າ
ຕະມະ​ຫັງ ສັງ​ຄັງ ອະພິ​ປູ​ສະ​ຍາ​ມິ: ຂ້າພະ​ເຈົ້າ​ບູຊາ​ຢ່າງ​ຍິ່ງ​ສະ​ເພາະ​ພຣະສົງຄໝູ່​ນັ້ນ
ຕະມະ​ຫັງ ສັງ​ຄັງ ສິຣະສາ ນະ​ມາ​ມິ: ຂ້າພະ​ເຈົ້າ​ນອບ​ນ້ອມ​ພຣະສົງຄໝູ່​ນັ້ນ​ດ້ວຍ​ຫົວ​ແຫ່ງ​ຂ້າ
 
* ສີ່​ຄູ່​ຄື: 1. ​ໂສດາ​ປັຕຕິ​ມັຄ ​ໂສດາ​ປັຕຕິ​ຜົນ, 2. ສກິ​ທາ​ຄາ​ມິ​ມັຄ ສກິ​ທາ​ຄາ​ມິ​ຜົລ, 3. ອນາຄາ​ມິ​ມັຄ ອນາຄາ​ມິ​ຜົລ,​ 4. ອຣຫັຕຕມັຄ ອຣຫັຕຕຜົລ
(ກາບ​ລະນຶກ​ເຖິງ​ພຣະສັງຄະ​ຄຸນ 1 ກາບ) (ນັ່ງ​ຕະມອບ)

4. ຣຕນັຕຕຍັປປນາມ​ຄາຖາ
(ຫັນ​ທະ​ມະ​ຍັງ ຣະຕະນັຕຕະຍັປປະນາ​ມະຄາ​ຖາ​ໂຍ ​ເຈ​ວະ ສັງ​ເວ​ຄະ​ປະຣິກິ​ຕຕະນະ ປາ​ຖັນ​ຈະ ພະນາ​ມະ ​ເສ)
ພຸ​ທ​ໂທ ສຸ​ສຸທ​ໂທ ກະຣຸນາ​ມະ​ຫັນ​ນະ​ໂວ: ພຣະພຸ​ທທະ​ເຈົ້າ​ຜູ້​ບໍຣິສຸດທິມີ ພຣະກຣຸນາ​ເໝືອນ​ຫວັງ​ມະ​ຫັນ​ນົພ
​ໂຍຈຈັນ​ຕະສຸທທັພພະຣະຍານະ​ໂລຈະ​ໂນ: ພຣະອົງຄ​ໃດ​ມີຕາ​ຄື​ຍານ​ອັນ​ປະ​ເສີ​ຖໝົ​ດຈົດ​ເຖິງ​ທີ່​ສຸດ
​ໂລກັສສະ ປາ​ປູ​ປະກິ​ເລ​ສະ​ຄາຕະ​ໂກ: ​ເປັນ​ຜູ້​ຂ້າ​ເສຍ​ຊຶ່ງ​ບາບ ​ແລະ ອຸປກິ​ເລ​ສຂອງ​ໂລກ
ວັນ​ທາ​ມິ ພຸ​ທທັງ ອະ​ຫະມາ​ທະ​ເຣນະ ຕັງ: ຂ້າພຣະ​ເຈົ້າ​ໄຫວ້​ພຣະພຸ​ທທະ​ເຈົ້າພຣະອົງຄ​ໂດຍ​ໃຈ​​ເຄົາ​ຮົພ​ເອື້ອ​ເຟື້ອ
ທັມ​ໂມ ປະ​ທິ​ໂປ ວິ​ຍະ ຕັສສະ ສັຕ​ຖຸ​ໂນ: ພຣະທັມ​ຂອງ​ພຣະສາສດາ​ສວ່າງ​ຮຸ່ງ​ເຮືອງ​ປຽບ​ດວງ​ປະ​ທິບ
​ໂຍ ມັຄຄະ​ປາ​ກາ​ມະຕະ​ເພທະ​ພິນ​ນະ​ໂກ: ຈຳ​ແນ​ກປະ​ເພດ​ຄື ມັຄ ຜົລ ນິພພານ, ສ່ວນ​ໃດ
​ໂລກຸ​ຕຕະ​ໂຣ​ ​ໂຍ ຈະ ຕະທັຕ​​ຖະທິປະ​ໂນ: ​ເຊິ່ງ​ເປັນ​ຕົວ​ໂລກຸຕຕຣະ​ ​ແລະ ທີ່​ຊີ້​ແນວ​ແຫ່ງ​​ ໂລກຸ​ຕຕຣະນັ້ນ
ວັນ​ທາ​ມິ ທັມ​ມັງ ອະ​ຫະມາ​ທະ​ເຣນະ​ຕັງ: ​​ຂ້າພະ​ເຈົ້າ​ໄຫວ້​ພຣະທັມ​ນັ້ນ ​ໂດຍ​ໃຈ​ເຄົາ​ລົພ​ເອື້ອ​ເຟື້ອ
ສັງ​ໂຄ ສຸ​ເຂ​ຕຕາ​ພະຍະຕິ​ເຂ​ຕຕະສັນ​ຍິ​ໂຕ: ພຣະສົງຄ​ເປັນ​ນາ​ບຸນ​ອັນ​ຍິ່ງ​ໃຫຍ່​ກວ່າ​ນາ​ບຸນ​ອັນ​ດີ​ທັງຫຼາຍ
​ໂຍ ທິຕ​ຖະສັນ​ໂຕ ສຸຄະ​ຕາ​ນຸ​ໂພ​ທະ​ໂກ: ​ເປັນ​ຜູ້​ເຫັນ​ພຣະນິພພານ, ຕັຣສຣູ້ຕາມ​ພຣະສຸຄົຕ, ໝູ່​ໃດ
​ໂລ​ລັປປະ​ຫີ​ໂນ ອະຣິ​ໂຍ ສຸ​ເມທະ​​ໂສ: ​ເປັນ​ຜູ້​ລະ​ກິ​ເລ​ສ​ເຄື່ອງ​ໂລ​ເລ ​ເປັນ​ພຣະອຣິຍ​ເຈົ້າ​ມີ​ປັນຍາ​ດີ
ວັນ​ທາ​ມິ ສັງ​ຄັງ ອະ​ຫະມາ​ທະ​ເຣນະ ຕັງ: ຂ້າພະ​ເຈົ້າ​ໄຫວ້​ພຣະສົງຄໝູ່​ນັ້ນ​ໂດຍ​ໃຈ​ເຄົາຣົພ​ເອື້ອ​ເຟື້ອ
ອິຈ​ເຈ​ວະ​ເມ​ກັນ​ຕະພິປູ​ຊະ​ເນີຍ​ຍະ​ກັງ, ວັຕຖຸຕຕະຍັງ ວັນ​ທະ​ຍະ​ຕາ​ພິສັງ​ຄະ​ຕັງ, ປັນ​ຍັງ ມະ​ຍາ ຍັງ ມະ​ມະ ສັພພຸ​ປັທທະວາ, ມາ​ໂຫນ​ຕຸ ​ເວ ຕັສສະ ປະພາ​ວະ ສິທທິຍາ: ​ບຸນ​ໃດ​ທີ່​ຂ້າພະ​ເຈົ້າ​ຜູ້​ໄຫວ້​ຢູ່​ເຊິ່ງວັຕ​ຖຸສາມ, ຄື​ພຣະຣັຕນຕຣັຍອັນ​ຄວນ​ບູຊາ​ຍິ່ງ​ໂດຍ​ສ່ວນ​ດຽວ, ​​ໄດ້​ກະທຳ​ແລ້ວ​ເປັນ​ຢ່າງ​ຍິ່ງ​ເຊັ່ນ​ນີ້ໆ ຂໍ​ອຸ​ປັທທວະ (ຄວາມ​ຊົ່ວ) ທັງຫຼາຍ​, ຈົ່ງ​ຢ່າ​ໄດ້​ມີ​ແກ່​ຂ້າພະ​ເຈົ້າ​ເລີຍ, ດ້ວຍ​ອຳນາ​ຈຄວາມ​ສຳ​ເຣັຈອັນ​ເກີ​ດຈາກ​ບຸນ​ນັ້ນ.



 
5. ສັງ​ເວຄປຣິກິ​ຕຕນປາຖະ
ອິທະ ຕະ​ຖາ​ຄະ​ໂຕ ​ໂລ​ເກ ອຸປປັນ​ໂນ: ພຣະຕຖຄົຕ​ເຈົ້າ​ຂຶ້ນ​ແລ້ວ​ໃນ​ໂລກ​ນີ້
ອະຣະຫັງ ສັມມາ​ສັມພຸ​ທ​ໂທ: ​ເປັນ​ຜູ້​ໄກ​ຈາກ​ກິ​ເລ​ສ, ຕຣັສຣູ້ຊອບ​​ໄດ້​ໂດຍ​ພຣະອົງຄ​ເອງ
ທັມ​ໂມ ຈະ ​ເທ​ສິ​ໂຕ ນິຍຍາ​ນິ​ໂກ: ​ແລະພຣະທັມ​ທີ່​ຊົງ​ສະ​ແດງ​ເປັນ​ທັມ​ເຄື່ອງ​ອອກ​ຈາກ​ທຸກ
ອຸປະ​ສະ​ມິ​ໂກ ປະຣິມນິພພານ​ໂກ: ​ເປັນ​ເຄື່ອງ​ສະຫງົບ​ກິ​ເລ​ສ, ​ເປັນ​ໄປ​ເພື່ອ​ປຣິນິພພານ
ສັມ​ໂພ​ທະ​ຄາ​ມີ ສຸຄະ​ຕັປປະ​ເວ​ທິ​ໂຕ: ​ເປັນ​ໄປ​ເພື່ອ​ຄວາມ​ຮູ້​ພ້ອມ, ​ເປັນ​ທັມ​ທີ່​ພຣະສຸຄົຕປະກາສ
ມະ​ຍັນ​ຕັງ ທັມ​ມັງ ສຸຕະ​ວາ ​ເອວັງ ຊາ​ນາ​ມະ: ພວກ​ເຮົາ​ເມື່ອ​ໄດ້​​ຟັງ​ທັມ​ນັ້ນ​ແລ້ວ, ຈຶ່ງ​ໄດ້​ຮູ້​ຢ່າງ​ນີ້​ວ່າ
ຊາ​ຕິ​ປິ ທຸກຂາ: ​ແມ່ນ​ຄວາມ​ເກີ​ດກໍ​ເປັນ​ທຸກ​ຂ
ຊະຣາປິ ທຸກຂາ: ​​ແມ່ນ​ຄວາມ​ແກ່​ກໍເປັນ​ທຸກ​ຂ
ມະຣະນັມປິ ທຸກ​ຂັງ: ​​ແມ່ນ​ຄວາມ​ຕາຍກໍ​ເປັນ​ທຸກ​ຂ
​ໂສ​ກະ​ປະຣິ​ເທວະ​ທຸກ​ຂ​ະ​ໂທມະນັສສຸ​ປາ​ຍາ​ສາ​ປິ ທຸກຂາ: ​ແມ່ນ​ຄວາມ​ໂສກ​ຄວາມ​ຮ້ອງ​​ໄຫ້​ລຳ​ພັນ​, ຄວາມ​ບໍ່ສະບາຍ​ກາຍ ຄວາມ​ບໍ່​ສະບາຍ​ໃຈ ຄວາມ​ຄັບ​ແຄ້ນ​ໃຈ​ກໍ​ເປັນ​ທຸກ​ຂ
ອັປປິ​ເຍຫິ ສັມປ​ະ​ໂຍ​ໂຄ ທຸກ​ໂຂ: ຄວາມ​ປະສົບ​ກັບ​ສິ່ງ​ບໍ່​ເປັນ​ທີ່​ຮັກ​ທີ່​ພໍ​ໃຈ​ກໍ​ເປັນ​ທຸກ​ຂ
ປິ​ເຍຫິ ວິປປະ​ໂຍ​ໂຄ ທຸກ​ໂຂ: ຄວາມ​ພັດ​ພາກ​ຈາກ​ສິ່ງ​ທີ່​ເປັນ​ທີ່​ຮັກ ທີ່​ພໍ​ໃຈ​ກໍ​ເປັນ​ທຸກ​ຂ
ຍັມປິ​ຈສັງ ນະ ລະ​ພະ​ຕິ ຕັມປິ ທຸກ​ຂັງ: ມິ​ຄວາມ​ປາຖນາ​ສິ່ງ​ໃດ​ບໍ່​ໄດ້​ສິ່ງ​ນັ້ນໆ​ກໍ​ເປັນ​ທຸກ​ຂ
ສັງ​ຂິຕ​ເຕນະ ປັນ​ຈຸ​ປາທາ​ນັກ​ຂັນ​ທາ ທຸກຂາ: ວ່າ​ໂດຍ​ຫຍໍ້​ອຸປາທາ​ນະ​ຂັນທທັງ​ຫັ້າ (5) ​ເປັນ​ຕົວ​ທຸກຂ
​ເສີຍ​ຍະ​ຖີທັງ: ​ໄດ້​ແກ່​ສິ່ງ​​ເຫຼົ່າ​ນີ້ ຄື:
ຣູປູ​ປາທາ​ນັກ​ຂັນ​ໂທ: ຂັນທອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ຍຶດໝັ້ນ​ຄື​ຮູ​ປ
​ເວທະ​ນູປາທາ​ນັກ​ຂັນ​ໂທ: ຂັນທອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ຍຶດໝັ້ນ​ຄື​ເວທນາ
ສັນ​ຍູ​ປາທາ​ນັກ​ຂັນ​ໂທ: ຂັນທອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ຍຶດໝັ້ນ​ຄື​ສັນຍາ
ສັງຂາຣູ​ປາທາ​ນັກ​ຂັນ​ໂທ: ຂັນທອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ຍຶດໝັ້ນ​ຄື​ສັງຂາຣ
ວິນ​ຍາ​ນູປາທາ​ນັກ​ຂັນ​ໂທ: ຂັນທອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ຍຶດໝັ້ນ​ຄື​ວິນ​ຍານ
​ເຍສັງ ປຣິນຍາຍ​ະ: ​ເພື່ອ​ໃຫ້​ສາວົກ​ກຳນົດ​ຮອບ​ຮູ້​ອຸ​ປາທາ​ນະ​ຂັນທ​ເຫຼົ່າ​ນີ້​ເອງ
ທະຣະມາ​ໂນ ​ໂສ ພະຄະວາ: ຊຶ່ງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ​ເມື່ອ​ຍັງ​ຊົງ​ພຣະຊົນ​ຢູ່
​ເອວັງ ພະຫຸ​ລັງ ສາວະ​ເກ ວິ​ເນຕິ: ຍ່ອມ​ຊົງ​ແນະນຳ ສາ​ວົກທັງຫຼາຍ ​ເຊັ່ນ​ນີ້​ເປັນ​ສ່ວນ​ມາກ
​ເອວັງ​ພາ​ຄາ ຈະ ປາ​ນັສສະ​ ພະຄະວະ​ໂຕ ສາວະ​ເກ​ສຸ ອະນຸສາສະນີ ພະຫຸ​ລາ ປະວັຕຕະຕິ: ອັນ​ໜຶ່ງ​ຄຳ​ສັ່ງສອນ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ, ຍ່ອມ​ເປັນ​ໄປ​ໃນ​ສາວົກ​ທັງ​ຫຼາຍ​ ສ່ວນ​ມາກ ມີ​ສ່ວນ​ຄື​ການຈຳ​ແນ​ກຢ່າງ​ນີ້​ວ່າ
ຣູປັງ ອະນິຈຈັງ: ຮູ​ປບໍ່​ທ່ຽງ
​ເວທະນາ ອະນິຈຈ​າ: ​ເວທນາ​ບໍ່​ທ່ຽງ
ສັນຍາ ອະນິຈຈາ: ສັນຍາ​ບໍ່​ທ່ຽງ
ສັງ​ຂາຣາ ອານິຈຈາ: ສັງຂາຣບໍ່​ທ່ຽງ
 
ວິນ​ຍາ​ນັງ ອະ​ນິຈຈັງ: ວິນ​ຍານ​ບໍ່​ທ່ຽງ
ຣູປັງ ອະນັຕຕາ: ຮູ​ປບໍ່​ແມ່ນ​ຕົວ​ຕົນ
​ເວທະນາ ອະນັຕຕາ: ​ເວທນາ​ບໍ່​ແມ່ນ​ຕົວ​ຕົນ
ສັນຍາ ອະນັຕຕາ: ສັນຍາ​ບໍ່​ແມ່ນ​ຕົວ​ຕົນ
ສັງ​ຂາຣາ ອະນັຕຕາ: ສັນ​ຂາຣບໍ່​ແມ່ນ​ຕົວ​ຕົນ
ວິນ​ຍາ​ນັງ ອະນັຕຕາ: ວິນ​ຍານ​ບໍ່​ແມ່ນ​ຕົວ​ຕົນ
ສັພ​ເພ ສັງ​ຂາຣາ ອະ​ນິຈຈາ: ສັງຂາຣທັງຫຼາຍ​ທັງ​ປວງ​ບໍ່​ທ່ຽງ
ສັພ​ເພ ທັມມາ ອະນັຕຕາ​ຕິ: ທັມ​ທັງຫຼາຍ​ທັງ​ປວງ​ແມ່ນ​ບໍ່​ມີ​ຕົວ​ຕົນ​ດັ່ງ​ນີ້:
​ເຕ (ຕາ)* ມະ​ຍັງ ​ໂອ​ຕິນນາ​ມະຫະ: ພວກ​ເຮົາ​ທັງຫຼາຍ​ເປັນ​ຜູ້​ຖືກ​ຄອບ​ງຳ​ແລ້ວ
ຊາຕິ​ຍາ: ​ໂດຍ​ຄວາມ​​ເກີດ
ຂະຣາມະຣະ​ເນ​ນະ: ​ໂດຍ​ຄວາມ​ແກ່ ​ແລະ ຄວາມ​ຕາຍ
​ໂສ​ເກ​ຫິ ປະຣິ​ເທ​ເວ​ຫິ ທຸກ​ເຂ​ຫິ ​ໂທມະນັສ​ເສ​ຫິ ອຸປາ​ຍາ​ເສ​ຫິ: ​ໂດຍ​ຄວາມ​ໂສກ ຄວາມ​ຮ້ອງ​ໄຫ້​ລຳ​ພັນ ຄວາມ​ບໍ່​ສະບາຍ​ກາຍ ຄວາມ​ບໍ່​ສະບາຍ​ໃຈ ຄວາມ​ຄັບ​ແຄ້ນ​ໃຈ​ທັງຫຼາຍ
ທຸກ​ໂຂ​ຕິນນາ: ​ເປັນ​ຜູ້​ຖືກ​ຄວາມທຸກ​ຢັ່ງ​ເອົາ​ແລ້ວ
ທຸກ​ຂະ​ປະ​ເຣຕາ: ​ເປັນ​ຜູ້​ມີ​ຄວາມທຸກ ​ເປັນ​ເບື້ອງ​ໜ້າ​ແລ້ວ
​​ອັປ​ເປ​ວະ​ນາ​ມິ​ມັສສະ ​ເກ​ວະ​ລັສສະ ທຸກ​ຂັກຂັນ​ທັສສະ ອັນ​ຕະກິຣິຍາ ປັນຍາ​ເຍຖາຕິ: ທຳ​ຢ່າງ​ໃດ​ກາຣ​ໃດ​ທຳ​ທີ່​ສຸດ​​ແຫ່ງ​ກອງ​ທຸກ​ຂທັງ​ສິ້ນ​ນີ້​ ຈະ​ຕ້ອງ​ປະກົດ​ແຈ້ງ​ແກ່​ເຮົາ​ໄດ້
ຈິຣະປະ​ນິພພຸ​ຕັມປິ ຕັງ ພະ​ຄະ​ວັນ​ຕັງ ອຸສທິສສະ ອະຣະຫັນ​ຕັງ ສັມມາ​ສັມພຸ​ທທັງ: ​ເຮົາ​ທັງຫຼາຍ​ອຸທິດ​ສະ​ເພາະ​ພຣະຜູ້​ມີ​ພຣະພາກ​ເຈົ້າ ຜູ້​ໄກ​ຈາກ​ກິ​ເລ​ສ ຕຣັສຣູ້ຊອບ​ໄດ້​​ໂດຍ​ພຣະອົງຄ​ເອງ ​ແມ່ນ​ປຣິນິພພານ​ນານ​ແລ້ວ​ພຣະອົງ​ນັ້ນ
ສັທທາ ອະຄາຣັສສະມາ ອະ​ນະ​ຄາຣິຍັງ ປັພພະ​ຊິ​ຕາ: ​ເປັນ​ຜູ້​ມີ​ສັທທາ​ອອກ​ບວກ​ຈາກ​ເຮືອນ​ບໍ່​ກ່ຽວຂ້ອງ​ດ້ວຍ​ເຮືອນ​ແລ້ວ
ຕັສສະ​ມິ​ງ ພະຄະວະ​ຕິ ພຮົມມະ​ຈະຣິຍັງ ຈະຣາມະ: ປະພຶດ​ຢູ່​ຊຶ່ງ​ພົຣມະ​ຈັນ​ໃນ​ພຣະຜູ້​ພຣະພາກ​ເຈົ້າ​ພຣະອົງ​ນັ້ນ​ເອງ
(ຄຳ​ທີ່​ຢູ່​ໃນ​ວົງ​ເລັບ​ສຳລັບ​ຜູ້ຍິງ) (ຕາ)*
ພິກ​ຂູ​ນັງ ສິກຂາ​ສາ​ຊີວະ​ສະມາ​ປັນນາ: ​​ເຖິງ​ພ້ອມ​ດ້ວຍ​ສິກຂາ ​ແລະ ທັມ​ເປັນ​ເຄື່ອງ​ລ້ຽງ​ຊີວິດ​ຂອງ​ພິກສຸ​ທັງຫຼາຍ
ຕັງ​​ໂນ ພຣົມມະ​ຈະຣິຍັງ ອິມັສສະ ​ເກ​ວະລັສສະ ທຸກ​ຂັກຂັນ​ທັສສະ ອັນ​ຕະກິຣິຍາ​ຍະ ສັງວັຕຕະຕຸ: ຂໍ​ໃຫ້​ພຣົມມະ​ຈັນ​ຂອງ​​ເຮົາ​ທັງຫຼາຍ​ນັ້ນ ຈົ່ງ​ເປັນ​ໄປ​ເພື່ອ​ການ​ທຳ​ທີ່​ສຸດ​ແຫ່ງ​ກອງ​ທຸກ​ຄທັງ​ສິ້ນ​ນີ້​ເທີ້ນ.
(ໝົດ​ສຳລັບ​ພຣະພິກຂຸ ​ແລະ ສາມະ​ເນນ​ໄຫ້​ວ)



ສຳລັບ​ແມ່ນ​ຂາວ, ​ແມ່​ຊີ, ພໍ່​ອອກ, ​ແມ່ອອກ, ພໍ່​ຂາວ, ​ໃຫ້​ໄຫວ້​ຕໍ່​ໄປ​ອີກ​ດັ່ງ​ນີ້
ຈິຣະປະຣິນິພພຸ​ຕັມປິ ຕັງ ພະຄະວັນ​ຕັງ ສະຣະນັງ ຄະ​ຕາ: ​ເຮົາ​ທັງຫຼາຍ​ຜູ້​ເຖິງ​ແລ້ວ​ຊຶ່ງ ພຣະຜູ້​ມີ​ພຣະພາກ​ເຈົ້າ ​ແມ່ນ​ປຣິນິພພານ ນານ​ແລ້ວ ພຣະອົງ​ນັ້ນ​ເປັນສາຣນະ
ທັມ​ມັນ​ຈະ ສັງ​ຄັນ​ຈະ: ​ເຖິງ​ພຣະທັມດ້ວຍ ​ເຖິງ​ພຣະສົງ​ດ້ວຍ
ຕັສສະ ພະຄະວະ​​ໂຕ ສາສະ​ນັງ ຍະຖາ​ສະ​ຕິ ຍະຖາ​ພະລັງ ມະນະ​ສິກະ​ໂຣມະ ອະນຸ​ປະຕິປັຊຊະ​ມະ: ຈັກ​ທຳ​ໃນ​​ໃຈ​ຢູ່ ປະຕິບັດ​ຕາມ​ຜູ້​ ຊຶ່ງຄຳ​ສັ່ງສອນ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ​ຕາມ​ສະຕິ​ກຳລັງ
ສາ ສາ ​ໂນ ປະຕິປັຕຕິ: ຂໍ​ໃຫ້ການ​ປິ​ຕິ​ບັດ​ນັ້ນ​ນັ້ນ​ຂອງ​ເຮົາ​ທັງຫຼາຍ
ອິມັສສະ ​ເກ​ວະລັສສະ ທຸກ​ຂັກຂັນ​ທັສສະ ອັນ​ຕະກິຣິຍາ​ຍະ ສັງວັຕຕະຕຸ: ຈົ່ງ​ເປັນ​ໄປ​ເພື່ອ​ການ​ທຳ​ທີ່​ສຸດ​ແຫ່ງ​ກອງ​ທຸກຂທັງ​ສິ້ນ​ນີ້​ເທີ້ນ.
(ຈົບ​ຄຳ​ໄຫວ້​ພຣະ​ເຊົ້າ)
 
 

ບົດ​ສູດ​ພິ​ເສດ​ຕໍ່ ​ໄຫວ້​ພຣະຕອນ​ເຊົ້າ​ພິຈາຣນາ​ທຸກໆ​ວັນ
ປະຕິສັງຂາໂຍ
”ຕັງຂນິກປັຈຈເວກຂນປາຖະ”
(ຫັນທະ ມະຍັງ ຕັງຂະນິກະປັຈຈະເວກຂະນະປາຖັງ ພະນາມມະ ເສ)
1. ວ່າດ້ວຍຈີວອນ
ປາຕິສັງຂາ ໂຍນິໂສ ຈີວະຣັງ ປະຕິເສວາມິ: ເຮົາຍ່ອມພິຈາຣນາໂດຍລະອຽດແລ້ວນຸ່ງຮົ່ມຈີວອນ
ຍາວະເທວະ ສີຕັສສະ ປະຕິຄາຕາຍະ: ພຽງເພື່ອບຳບັດຄວາມໜາວ
ອຸນຫັສສະປະຕິຄາຕາຍະ: ເພື່ອບຳບັດຄວາມຮ້ອນ
ດັງສະມະກະສະວາຕາຕະປະສິຣິງສະປະສັມຜັສສານັງປະຕິຄາຕາຍະ: ພຽງເພື່ອບຳບັດສັມຜັສ ອັນເກີດຈາກເຫຼືອກ, ຍູງ, ລົມ, ແດດ ແລະ ສັດເລືອຄານທັງຫຼາຍ
ຍາວະເທວະ ຫິຣິໂກປິນະປະຕິຈສາທະນັຕຖັງ: ແລະ ພຽງເພື່ອປົກປິດອວັຍະອັນໃຫ້ເກີດຄວາມ ລະອາຍ

2. ວ່າດ້ວຍບິນດະບາຕ
ປະຕິສັງຂາ ໂຍນິໂສ ປິນດະປາຕັງ ປະຕິເສວາມິ: ເຮົາຍ່ອມພິຈາຣນາໂດຍລະອຽດແລ້ວ ສັນບິນດະບາຕ
ເນວະທະວາຍະ: ບໍ່ໃຫ້ເປັນໄປເພື່ອຄວາມເພີດເພີນສນຸກສນານ
ນະ ມະທາຍະ: ບໍ່ໃຫ້ເປັນໄປເພື່ອຄວາມເມົາມັນເກີດກຳລັງ ພລັງທາງກາຍ
ນະ ມັນດະນາຍະ: ບໍ່ໃຫ້ເປັນໄປເພື່ອປະດັບ
ນະ ວິພູ​ສະ​ນາ​ຍະ: ບໍ່​ໃຫ້​ເປັນ​ໄປ​ເພື່ອ​ຕົບ​​ແຕ່ງ
ຍາວະ​ເທວະ ອິມັສສະ ກາ​ຍັສສະ ຖິຕິ​ຍາ: ​ແຕ່​ໃຫ້​ເປັນ​ໄປ​ພຽງ​ເພື່ອ​ຄວາມ​ຕັ້ງຢູ່​ແຫ່ງ​ກາຍ​ນີ້
 
ຍາ​ປະ​ນາ​ຍະ: ​ເພື່ອ​ຄວາມ​ເປັນ​ໄປ​ໄດ້​ຂອງ​ອັຕຕະພາບ
ວິຫິງ​ສຸ​ປະຣິຕິ​ຍາ: ​ເພື່ອ​ຄວາມ​ສິ້ນ​ໄປ ​ແຫ່ງ​ຄວາມ​ລຳ​ບາກ​ທາງ​ກາຍ
ພຣົມະ​ຈະຣິຍານຸຄຄະ​ຫາ​ຍະ: ​ເພື່ອ​ອະນຸ​ເຄາະ​ຫ​ແກ່​ການ​ປະພຶດ​ພຣົມຈັນ
ອິຕິ ປູຣານັນ​ຈະ ​ເວທະ​ນັງ ປະຕິ​ຫັງຂາ​ມິ: ດ້ວຍ​ການ​ທຳ​ຢ່າງ​ນີ້​ເຮົາ​ຍ່ອມ​ລະງັບ​ເສຍ​ໄດ້​ຊຶ່ງ​ທຸກຂ​ເວທນາ​ເກົ່າ​ຄື​ຄວາມ​ຫິວ
ນະ​ວັນ​ຈະ ​ເວທະ​ນັງ ນະ ອຸປປາ​ເທສສາມິ: ​ແລະ ບໍ່​ທຳ​ທຸກຂ​ເວທນາ​​ໃໝ່​ໃຫ້​ເກີດ​ຂຶ້ນ
ຍາຕຣາຈະ ​ເມ ພະ​ວິສສາຕິ ອະ​ນະວັຊຊະ​ຕາ ຈະ ຜາ​ສຸ​ວິຫາ​ໂຣຈາ ຕິ: ອັນ​ໜຶ່ງ​ຄວາມ​ເປັນ​ໄປ​ໂດຍ​ສະດວກ​ແຫ່ງ​ອັຕຕະພາບ​ນີ ດ້ວຍ​ຄວາມ​ເປັນ​ຜູ້​ຫາ​ໂທດບໍ່​ໄດ້​ດ້ວຍ ​ແລະ ຄວາມ​ເປັນ​ຢູ່​ໂດຍ​ຜາ​ສຸຂດ້ວຍ​ຈະ​ມີ​ແກ່​ເຮົາ​ ດັ່ງ​ນີ້:

3. ວ່າ​ດ້ວຍ​​ເສນາສນະ
ປະຕິ​ສັງຂາ ​ໂຍນິ​ໂສ ​ເສນາສະ​ນັງ ປະຕິ​ເສ​ວາ​ມິ: ​ເຮົາ​ຍ່ອມ​ພິຈາຣະນາ​ໂດຍ​ລະອຽດ​ແລ້ວ​ໃຊ້ສອຍເສນາສະນະ
ຍາວະ​ເທວະ ສີ​ຕັສສະ ປະ​ຕິ​ຄາ​ຕາ​ຍະ: ພຽງ​ເພື່ອ​ບຳບັດ​ຄວາມ​ໜາວ
ອຸນຫັສສະ ປະຕິ​ຄາ​ຕາ​ຍະ: ​ເພື່ອ​ບຳບັດ​ຄວາມ​ຮ້ອນ
ດັງ​ສະ​ມະ​ກະ​ສະ​ວາຕາ​ຕະປະ​ສິຣິງສະ​ປະ​ສັມຜັສສາ​ນັງປະຕິ​ຄາ​ຕາ​ຍະ: ​ເພື່ອ​ຄວາມ​ບຳບັດ, ສັມຜັສອັນ​ເກີດ​ຈາກ​ເຫຼືອກ, ຍຸງ, ລົມ, ​ແດດ ​ແລະ ສັດ​ເລືອ​ຄານ​ທັງຫຼາຍ
ຍາວະ​ເທວະ ອຸຕຸ​ປະຣິສສະຍະ​ວິ​ໂນ​ທະນັງ ປະຕິ​ສັລລາ​ນາຣາມັຕຖັງ: ພຽງ​ເພື່ອ​ບັນ​ເທົາ​ອັນຕລາຍ ອັນ​ຈະ​ຕ້ອງ​ມີ​ຈາກ​ດິນ​ຟ້າ​ອາກາດ ​ແລະ ​ເພື່ອ​ຄວາມ​ເປັນ​ຜູ້​ຍິນ​ດີ​ໄດ້​ໃນ​ທີ່​ຫຼີກ​ເວັ້ນສຳ​ລັບ​ພາວ​ນາ

4. ວ່າ​ດ້ວຍ​ຄິລານ​ເພສັຊ
ປະ​ຕິ​ສັງຂາ ​ໂຍນິ​ໂສ ຄິລານະປັຈຈະ​ຍະ​ເພສັຊຊະ​ປະຣິກຂາຣັງ ປະຕິ​ເສ​ວາ​ມິ: ​ເຮົາ​ຍ່ອມ​ພິຈາຣນາ​ໂດຍ​ລະອຽດ​ແລ້ວ ບໍຣິ​ໂພ​ຄ​ເພສັຊບໍລິຂາຣອັນ​ເກື້ອກູນ​ແກ່​ຄົນ​ໄຂ້
ຍາວະ​ເທວະ ອຸປປັນ​ນາ​ນັງ ​ເວີຍ​ຍາ​ພາ​ທິກາ​ນັງ ​ເວທະນາ​ນັງ ປະຕິ​ຄາ​ຕາ​ຍະ: ພຽງ​ເພື່ອ​ບຳບັດ​ທຸກຂະ​ເວທນາ​ອັນ​ບັງ​ເກີດ​ຂຶ້ນ​ແລ້ວ​ມີ​ອາພາ​ທຕ່າງໆ​ເປັນ​ນູລ
ອັພະຍາ​ປັຊຊະ​ປະຣະມະ​ຕາ​ຍາຕິ: ​ເພື່ອ​ຄວາມ​ເປັນ​ຜູ້​ບໍ່ມີ​ໂຣຄບຽດບຽນ​ຢ່າງ​ຍິ່ງ​ດັ່ງ​ນີ້
ຕ້ອງ​ຮີບ​ເລັ່ງກະທຳ​ຄວາມ​ດີ ​ແລະ​ ປ້ອງ​ກັນ​ຈິຕຈາກ​ຄວາມ​ຊົ່ວ ​ເພາະ​ເມື່ອ​ເຮົາ​ກະທຳ​ຄວາມ​ດີ​ຊ້າ​ໄປ






 
ຍະຖາ​ປັຈຈະ​ຍັງ
ທາຕຸ​ປັຈຈ​ເວ​ກຂນ”
(ຫັນ​ທະ ມະ​ຍັງ ທາຕຸ​ປັຈຈະ​ເວ​ກຂະນະ​ປາ​ຖັງ ພະນາ​ມະ ​ເສ)
1. ວ່າ​ດ້ວຍ​ຈີວອນ
ຍະຖາ​ປັຈຈະ​ຍັງ ປະວັຕຕະມາ​ນັງ ທາຕຸ​ມັຕຕະ​ເມ​ເວ​ຕັງ: ສິ່ງ​ເຫຼົ່າ​ນີ້​ເປັນ​ພຽງ​ທາດ​ຕາມ​ທັມມະ​ຊາດ​ເທົ່າ​ນັ້ນ, ກຳລັງ​ເປັນ​ໄປ​ຕາມ​ເຫດ ຕາມ​ປັຈຈັຍຢູ່​ເນື່ອງ​ນິຈ
ຍະ​ທິທັງ ຈີວະຣັງຕະທຸ​ປະ ພຸ​ນສະ​ໂກ ຈະ​ປຸຄຄະ​ໂລ: ສິ່ງ​ເຫຼົ່າ​ນີ້​ຄື​ຈີວອນ ​ແລະ ຜູ້​ໃຊ້​ສອຍ​ຈີວອນ​ນັ້ນ
ທາຕຸ​ມັຕຕະ​ໂກ: ​ເປັນ​ແຕ່​ພຽງ​ທາດ​ຕາມ​ທັມມະ​ຊາດ
ນິຈສັຕ​ໂຕ: ບໍ່​ໄດ້​ເປັນ​ສັຕຕະວະ​ອັນ​ຢັ້ງຢືນ
ນິຊຊີ​ໂວ: ບໍ່​ໄດ້​ເປັນ​ຊີວະ​ອັນ​ເປັນ​ບຸຣຸສບຸກຄົລ
ສຸນ​ໂຍ: ຫວ່າງ​ເປົ່າ​ຈາກ​ຄວາມ​ໝາຍ​ແຫ່ງ​ຄວາມ​ເປັນ​ຕົວ​ຕົນ
ສັພພານິປະ​ນະ ອິມານິ ຈີວະຣານິ ອະ​ຊິ​ຄຸ​ຈສະ​ນິຍາ​ນິ: ກໍ​ຈີວອນ​ທັງ​ໝົດ​ນີ້​ບໍ່​​ເປັນ​ຂອງ​ໜ້າ​ກຽດ​ມາ​ແຕ່​ເດີມ
ອີ​ມັງ ປຸຕິ​ກາ​ຍັງ ປັຕະວາ: ຄັນ​ມາ​ຖືກ​ເຂົ້າ​ກັບກາຍ​ອັນ​ເນົ່າ​ຢູ່​ເປັນ​ນິຈນີ້​ແລ້ວ
ອະຕິ​ວິ​ຍະ​ຊິ​ຄຸ​ຈສະ​ນີຍາ​ນິ ຊາ​ຍັນ​ຕິ: ຍ່ອມ​ກາຍ​ເປັນ​ຂອງ​ໜ້າ​ກຽດ​ຢ່າງ​ຍິ່ງ​ໄປ​ດ້ວຍ​ກັນ

2. ວ່າ​ດ້ວຍ​ບິນ​ດະ​ບາ​ຕ
ຍະຖາ​ປັຈຈະ​ຍັງ ປະວັຕຕະມາ​ນັງ ທາຕຸ​ມັຕຕະ​ເມ​ວາ​ຕັງ: ສິ່ງ​ເຫຼົ່າ​ນີ້​ເປັນ​ພຽງ​ແຕ່​ທາດ​ຕາມ​ທັມມະ​ຊາດ​ເທົ່າ​ນັ້ນ, ກຳລັງ​ເປັນ​ໄປ​ຕາມ​ເຫດ​ຕາມ​ປັຈຈັຍຢູ່​ເນື່ອງນິຈ
ຍະ​ທິທັງ​ປິນດະ​ປາ​ໂຕ​ຕະທຸ​ປະ​ພຸ​ນຊະ​ໂກ ຈະ​ປຸຄຄະ​ໂລ: ສິ່ງ​ເຫຼົ່າ​ນີ້ ຄື​ບິນ​ດະ​ບາດ ​ແລະ ຄົນ​ຜູ້​ບໍຣິ​ໂພຄບິນ​ດະ​ບາດ​ນັ້ນ
ທາຕຸ​ມັຕຕະ​ໂກ: ​ເປັນ​ແຕ່​ພຽງ​ທາດ​ຕາມ​ທັມມະ​ຊາດ
ນິຈສັຕ​ໂຕ: ບໍ່​ໄດ້​ເປັນ​ສັຕະວະ​ອັນ​ຢັ້ງຢືນ
ນິຊຊີ​ໂວ: ບໍ່​ໄດ້​ເປັນ​ຊີວະ​ອັນ​ເປັນ​ບຸຣຸສບຸກຄົລ
ສຸນ​ໂຍ: ຫວ່າງ​ເປົ່າ​ຈາກ​ຄວາມ​ໝາຍ​ແຫ່ງ​ຄວາມ​ເປັນ​ຕົວ​ຕົນ
ສັພ​ໂພ ປະ​ນາ​ຍັງ ປິນດະ​ປາ​ໂຕ ອະ​ຊິ​ຄຸ​ຈສະ​ນິ​ໂຍ: ກໍ​ບິນ​ດະ​ບາດ​ທັງ​ໝົດ​ນີ້, ບໍ່​ເປັນ​ຂອງ​ໜ້າ​ກຽດ​ມາ​ແຕ່​ເດີມ
ອິມັງ​ ປູ​ຕິ​ກາ​ຍັງ ປັຕະວາ: ຄັນ​ມຖືກ​ເຂົ້າ​ກັບກາຍ​ອັນ​ເນົ່າ​ຢູ່​ເປັນນິດ​ນີ້​ແລ້ວ
ອະຕິ​ວິ​ຍະ ຊິ​ຄຸ​ຈສະ​ນິ​ໂຍ ຊາ​ຍະຕິ: ຍ່ອມ​ກາຍ​ເປັນ​ຂອງ​ໜ້າ​ກຽດ​ຢ່າງ​ຍິ່ງ​ໄປ​ດ້ວຍ​ກັນ


3. ວ່າ​ດ້ວຍ​ເສນາສນະ
ຍະຖາ ປັຈຈະ​ຍັງ ປະວັຕຕະມາ​ນັງ ທາຕຸ​ມັຕຕະ​ເມ​ເວ​ຕັງ: ສິ່ງ​ເຫຼົ່າ​ນີ້​ເປັນ​ພຽງ​ແຕ່​ທາດ​ຕາມ​ທັມມະ​ຊາດ​ເທົ່າ​ນັ້ນ, ກຳ​ລັງ​ເປັນ​ໄປ​ຕາມ​ເຫດ​ຕາມ​ປັຈຈັຍຢູ່​ເນື່ອງນິຈ
 
ຍະ​ທິທັງ ​ເສນາສະ​ນັງຕະທຸ​ປະ​ພຸ​ນຊະ​ໂກ ຈະ​ປຸຄຄະ​ໂລ: ສິ່ງ​ເຫຼົ່າ​ນີ້​ຄື​ເສ​ນສນະ ​ແລະ ຄົນ​ຜູ້​ໃຊ້​ເສນສນະ​ນັ້ນ
ທາຕຸ​ມັຕຕະ​ໂກ: ​ເປັນ​ແຕ່​ພຽງ​ທາດ​ຕາມ​ທັມມະ​ຊາດ
ນິສສັຕ​ໂຕ: ບໍ່​ໄດ້​ເປັນ​ສັຕວະ​ອັນ​ຢັ້ງຢືນ
ນິຊຊີ​ໂວ: ບໍ່​ໄດ້​ເປັນ​ຊີວະ​ອັນ​ເປັນ​ບຸຣສຸ​ບຸກຄົລ
ສຸນ​ໂຍ: ຫວ່າງ​ເປົ່າ​ຈາກ​ຄວາມ​ໝາຍ​ແຫ່ງ​ຄວາມ​ເປັນ​ຕົວ​ຕົນ
ສັພພານິ ປະ​ນະ ອິມານິ ​ເສນາ​ສະ​ນາ​ນິ ອະ​ຊິ​ຄຸ​ຈສະ​ນິຍາ​ນິ: ກໍ​ເສນາ​ສ​ນະ​ທັງໝົດ​ນີ້ ບໍ່​ເປັນ​ຂອງ​ໝ້າ​ກຽດ​ມາ​ແຕ່​ເດີມ
ອີ​ມັງ ປູ​ຕິ​ກາ​ຍັງ ປັຕະວາ: ຄັນ​ມາ​ຖືກ​ເຂົ້າ​ກັບ​ກາຍ​ອັນ​ເນົ່າ​ຢູ່​ເປັນນິດ​ນີ້​ແລ້ວ
ອະຕິ​ວິ​ຍະ ຊິ​ຄຸ​ຈສະ​ນີຍະ​ນິ ຊາ​ຍັນ​ຕິ: ຍ່ອມ​ກາຍ​ເປັນ​ຂອງ​ໜ້າ​ກຽດ​ຢ່າງ​ຍິ່ງ​ໄປ​ດ້ວຍ​ກັນ

4. ວ່າ​ດ້ວຍ​ຄິລານ​ເພສັຊ
ຍະຖາປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມເວຕັງ: ສິ່ງເຫຼົ່ານີ້ເປັນພຽງທາດຕາມທັມມະຊາດ ເທົ່ານັ້ນ, ກຳລັງເປັນໄປຕາມເຫດຕາມປັຈຈັຍຢູ່ເນື່ອງນິຈ
ຍະທິທັງ ຄິລານະປັຈຈະຍະເພສັຊະປະຣິກຂາໂຣ ຕະທຸປະພຸນຊະໂກ ຈະປຸຄຄະໂລ: ສິ່ງເຫຼົ່ານີ້ ຄືເພສັຊບໍຣິຂາຣອັນເກື້ອກູນແກ່ຄົນໄຂ້ ແລະ ຄົນຜູ້ບໍລິໂພກເພສັຊບໍຣິຂາຣນັ້ນ
ທາຕຸມັຕຕະໂກ: ເປັນແຕ່ພຽງທາດຕາມທັມມະຊາດ
ນິສສັຕໂຕ: ບໍ່ໄດ້ເປັນສັຕວະອັນຢັ້ງຢືນ
ນິຊຊີໂວ: ບໍ່ໄດ້ເປັນຊີວະອັນເປັນບຸຣສຸບຸກຄົລ
ສຸນໂຍ: ຫວ່າງເປົ່າຈາກຄວາມໝາຍແຫ່ງຄວາມເປັນຕົວຕົນ
ສັພໂພ ປະນາຍັງຄິລານະປັຈຈະຍະເພສັຊຊະປະຣິກຂາໂຣ ອະຊິຄຸຈສະນີໂຍ: ກໍຄິລານະເພສັຊ ບໍຣິຂານທັງໝົດນີ້ ບໍ່ເປັນຂອງໜ້າກຽດມາແຕ່ເດີມ
ອິມັງ ປູຕິກາຍັງ ປັຕະວາ: ຄັນມາຖືກເຂົ້າກັບກາຍອັນເນົ່າຢູ່ເປັນນິດນີ້ແລ້ວ
ອະຕິວິຍະ ຊິຄຸຈສະນີໄຍ ຊາຍະຕິ: ຍ່ອມ​ກາຍ​ເປັນ​ຂ້ອງ​ໜ້າ​ກຽດ​ຢ່າງ​ຍິ່ງ​ໄປ​ດ້ວຍ​ກັນ





 
ຢາດ​ນ້ຳ ຍັງ​ກິນ​ຈິ

*ຍັງ​ກິນ​ຈິ ກຸ​ສະລັງ ກັມ​ມັງ:        ກຸສົລກັມ ຢ່າງ​ໃດ​ຢ່າງ​ນຶ່ງ
ກັຕຕັພພັງ ກິຣິຍັງ ມະ​ມະ:        ​ເປັນ​ກິ​ຈຊຶ່ງ​ຄວນ​ຝັກ​ໄຝ່
ກາ​ເຍນະ ວາ​ຈາ​ມະນະ​ສາ:        ດ້ວຍ​ກາຍ​ ວາຈາ​ໃຈ
ຕິ​ທະ​ເສ ສຸຄະ​ຕັງ ກະຕັງ:    ​     ເຮົາ​ທຳ​ແລ້ວ​ເພື່ອ​ໄປ​ສວັນ
​ເຍ ສັຕຕະ ສັນ​ຍິນ​ໂນ ອັຕຖິ:      ສັຕວ​ໃດ​ມີ​ສັນຍາ
​ເຍ ຈະ ສັຕຕະ ອະສັນ​ຍິ​ໂນ:       ຫຼືບໍ່​ມີ​ສັນຍາ
ກະຕັງ ປຸນ​ຍະ​ຜະ​ລັງ ມັຍ​ຫັງ:      ຜົລບຸນ​ທີ່​ຂ້າພະ​ເຈົ້າ​ທຳ​ແລ້ວ​ນັ້ນ
ສັພ​ເພ ພາຄີ ພະວັນ​ຕຸ ​ເຕ:        ທຸກໆ​ສັຕວຈົ່ງ​ມີ​ສ່ວນ​
​ເຍຕັງ ກະຕັງ ສຸ​ວິ​ທິຕັງ:          ສັຕ​ໃດ​ຮູ້​ກໍ່​ເປັນ​ອັນວ່າ
ທິນນັງ ປຸນ​ຍະ​ຜະ​ລັງ ມະ​ຍາ:      ຂ້າພະ​ເຈົ້າ​ໃຫ້​ແລ້ວ​ຕາມ​ສົມຄວນ
​ເຍຈະ ຕັຕຖະ ນະ ຊາ​ນັນ​ຕິ:      ສ່ວນ​ສັຕ​ໃດ​ຍັງ​ບໍ່​ຮູ້
​ເທວາ ຄັນ​ຕະວາ ນິ​ເວທະ​ຍຸງ:      ຂໍ​ເທພພະ​ເຈົ້າ​ຈົ່ງ​ບອກ​ຂ່າວ
ສັພ​ເພ ​ໂລກັມ​ຫິ ​ເຍ ສັຕຕາ:      ​ແກ່​ປວງ​ສັດ​ໃນ​ໂລກີຍ
ຊິ​ວັນ​ຕາ​ຫາຣະ​ເຫ​ຕຸ​ກາ:           ຜູ້​ມີ​ຄວາມ​ເປັນ​ຢູ່​ດ້ວຍ​ອາຫານ
ມະນຸ​ນຍັງ ​ໂພຊະ​ນັງ ສັພ​ເພ:      ຈົ່ງ​ໄດ້​ໂພຊນະ​ໂດຍ​ສຳຣານ
ລະ​ພັນ​ຕຸ ມະ​ມະ ​ເຈ​ຕະສາ:       ຕາມ​ເຈຕະນາ​ຂອງ​ຂ້າພະ​ເຈົ້າ​​ເທີ້ນ

ຢາດ​ນ້ຳ​ຕອນ​ເຊົ້າ
ສັພພປັຕຕິ​ທານ​ຄາ​ຖາ
(ຫັນ​ທະ ມະ​ຍັງ ສັພພະ​ປັຕຕິ​ທານະ​ຄາຖາ​ໂຍ ພະນາ​ມະ​ເສ)

ປຸນ ຍັສສິທາ​ນິ ກະຕັສສະ ຍາ​ນັນ​ຍາ​ນິ ກະ​ຕາ​ນິ ​ເມ, ​ເຕສັນ​ຈະ ພາຄິ​ໂນ ​ໂຫນ​ຕຸ ສັຕຕາ​ນັນ​ຕາປປະ​ມານະ​ກາ: ສັຕທັງຫຼາຍ​ບໍ່​ມີ​ທີ່​ສຸດ ບໍ່​ມີ​ປະມານ ຈົ່ງ​ມີ​ສ່ວນ​ແຫ່ງ​ບຸນ​ທີ່​ຂ້າພະ​ເຈົ້າ​ໄດ້​ທຳ​ໃນ​ບັດ​ນີ້ ​ແລະ ​ແຫ່ງ​ບຸນ​ອື່ນ​ທີ່​ໄດ້​ທຳ​ໄວ້​ກ່ອນ​ແລ້ວ
​ເຍ ປິ​ຍາ ຄຸ​ນະ​ວັນ​ຕາ ຈະ ມັຍ​ຫັງ ມາ​ຕາ ປິ​ຕາ​ທະ​ໂຍ, ທິຕຖາ ​ເມ ຈາ​ປະ​ຍະ​ທິຕຖາ ວາ ອັນ​ເຍ ມັຊຊັຕຕະ​ເວຣິ​ໂນ: ຄື​ຈະ​ເປັນ​ສັດ​ເຫຼົ່າ​ໃດ ຊຶ່ງ​ເປັນ​ທີ່​ຮັກ​ໄຄ້ ​ແລະ ມີ​ບຸນຄຸນ ​ເຊັ່ນ ມານ​ດາ ບິດາ ຂອງ​ຂ້າພະ​ເຈົ້າ​ເປັນ​ຕົ້ນຕໍ​ກໍ​ດີ, ທີ່​ຂ້າພະ​ເຈົ້າ​ເຫັນ​ແລ້ວ ຫຼື ບໍ່​ໄດ້​ເຫັນກໍ​ດີ, ສັຕ​ເຫຼົ່າ​ອື່ນ​ທີ່​ເປັນກາງ​ ຫຼື ​ເປັນ​ຄູ່​ເວຣກັນ​ກໍ​ດີ
ສັຕຕາ​ ຕິຖຖັນ​ຕິ ​ໂລກັສະ​ມິ​ງ ​ເຕ ພຸມ​ມາ ຈະຕຸ​ໂຍນິກາ ປັນ​ເຈ​ກະຈະ​ຕຸ​ໂວ​ກາຣາ ສັງສະຣັນຕາ ພະວາ​ພະ​ເວ: ສັຕທັງຫຼາຍ​ຕັ້ງ​ຢູ່​ໃນ​ໂລກ, ຢູ່​ໃນ​ພູມ​ທັງ​ສາມ, ຢູ່​ໃນ​ກຳ​ເນີ​ດທັງ​ສີ່, ມີ​ຂັນຫ້າ​ຂັນ, ມີ​ຂັນທຂັນທດຽດ, ມີ​ຂັນທ ສີ່​ ຂັນທ, ກຳລັງ​ທ່ອງ​ທ່ຽວ​ຢູ່​ພົບ​ນ້ອຍ​ພົບ​ໃຫຍ່​ກໍ່​ດີ
ຍາ​ຕັງ ​ເຍ ປັຕຕິ​ທາ​ນັມ​ເມ ອະນຸ​ໂມ​ທັນ​ຕຸ ​ເຕ ສະ​ຍັງ ​ເຍ ຈິ​ມັງ ນັປປະຊາ​ນັນ​ຕິ​ເທວາ ​ເຕສັງ ນິ​ເວທະ​ຍຸງ: ສັດ​ເຫຼົ່າ​ໃດ​ຮູ້​ສ່ວນ​ບຸນ​ທີ່​ຂ້າພະ​ເຈົ້າ​ແຜ່​ໃຫ້​ແລ້ວ, ສັຕ​ເຫຼົ່າ​ນັ້ນ​ຈົ່ງ​ອະນຸ​ໂມທນາ​ເອງ​ເທີ​ດ, ສ່ວນ​ສັຕ​ເຫຼົ່າ​ໃດ ຍັງ​ບໍ່​ຮູ້​ສ່ວນ​ບຸນ​ນີ້ ຂໍ​ເທວດ​າທັງຫຼາຍ​ຈົ່ງ​ບອກ​ສັຕ​ເຫຼົ່າ​ນັ້ນ​ໃຫ້​ຮູ້
 
ມະ​ຍາ ທິນນາ​ນະ ປຸນ​ຍາ​ນັງ ອະນຸ​ໂມທະນາ​ເຫ​ຕຸ​ນາ, ສັພ​ເພ ສັຕຕາ ສະທາ ​ໂຫນ​ຕຸ ອະ​ເວຣາ ສຸຂະ​ຊີ​ວິ​​ໂນ, ​ເຂ​ມັປປະ​ທັນ​ຈະ ປັບ​ໂປ​ນຕຸ ​ເຕສາ​ສາ ສິຊຊະ​ຕັງ ສຸພະ: ​ເພາະ​ເຫດ​ທີ່​ໄດ້​ອະນຸ​ໂມທນາ​ສ່ວນ​ບຸນ​ທີ່​ຂ້າພະ​ເຈົ້າ​ແຜ່​ໃຫ້​ແລ້ວ, ສັຕທັງຫຼາຍ​ທັງ​ປວງ, ຈົ່ງ​ເປັນ​ຜູ້​ບໍ່​ມີ​ເວຣ ຢູ່​ເປັນ​ສຸຂ ທຸກ​ເມື່ອ, ຈົນ​ເຖິງ​ບົດ​ອັນ​ກະ​ເສມ ກ່າ​ວຄື​ພຣະນິພພານ, ຄວາມ​ປາຖໜາ​ທີ່​ດີງາມ​ຂອງ​ສັຕ​ເຫຼົ່າ​ນັ້ນ​ຈົ່ງ​ສຳ​ເລັຈ​ເຖີດ.

1. ​ໂອ​ວາທປາ​ຕິ​ໂມກຂ ຄາຖາ
(ຫັນ​ທະ ມະ​ຍັງ ​ໂອ​ວາທະ​ປາຕິ​ໂມກຂະ ຄາຖາ​ໂຍ ພະ​ມານະ ​ເສ)
ສັພພະ​ປາ​ປັສສະ ອະກະຣະນັງ: ການ​ບໍ່​ທຳ​ບາບ​ທັງ​ປວງ
ກຸສລັສສູປະ​ສັມປະ​ທາ: ການ​ທັມ​ກຸສົລ​ໃຫ້​ເຖິງ​ພ້ອມ
ສະ​ຈິຕຕະປະຣິ​ໂຍທະ​ປະ​ນັງ: ການ​ຊຳລະ​ຈິດ​ຂອງ​ຕົນ​ໃຫ້​ຂາວ​ສະອາດ
​ເອຕັງ ພຸ​ທທານະ​ສາສະ​ນັງ: ທັມ​ສາມ​ຢ່າງ​ນີ້ ​ເປັນ​ຄຳ​ສັງ​ສອນ​ຂອງ​ພຣະພຸ​ທທະ​ເຈົ້າ​ທັງຫຼາຍ
ຂັນ​ຕິ ປະຣະມັງ ຕະ​ໂປ ຕິ​ຕິກ​ຂາ: ຂັນ​ຕິ ຄື​ຄວາມ​ອົດ​ກັ້ນ​ເປັນ​ທັມ​ເຄື່ອງ​ເຜົາ​ກິ​ເລດ​ຢ່າງ​ຍິ່ງ
ນິພພາ​ນັງ ປະຣະນັງ ວະ​ທັນ​ຕິ ພຸ​ທທາ: ຜູ້​ຮູ້​ທັງຫຼາຍ​ກ່າວ​ພຣະນິພພານ​ວ່າ​ເປັນ​ທັມ​ຢ່າ​ງຍິ່ງ
ນະ ຫິ ປັພພະ​ຊິ​ໂຕ ປະຣູປະ​ຄາ​ຕິ: ຜູ້​ກຳຈັດ​ສັຕອື່ນ​ຢູ່ ບໍ່​ຊື່ວ່າ​ເປັນ​ບັນພະ​ຊິດ​ເລີຍ
ສະມະ​​ໂນ ​ໂຫຕິ ປະຣັງ ວິ​ເຫ​ຖະຍັນ​ໂຕ: ຜູ້​ທຳ​ສັຕອື່ນ​ໃຫ້​ລຳບາກ​ຢູ່ ບໍ່​ຊື່ວ່າ​ເປັນ​ສະມະນະ​ເລີຍ
ອະ​ນູປະວາ​ໂທ ອນູປະ​ຄາ​ໂຕ: ການບໍ່​ເວົ້າ​ຮ້າຍ ການບໍ່ທຳຮ້າຍ
ປະຕິ​ໂມກ​ເຂ ຈະ ສັງ​ວະ​ໂຣ: ການ​ສຳຣວມ​ໃນ​ປະຕິ​ໂມກຂ
ມັຕຕັນ​ຍຸ​ຕາ ຈະ ພັຕຕັສະ​ມິ​ງ: ຄວາມ​ເປັນ​ຜູ້​ຮູ້​ປະມານ​ໃຫນການ​ບໍລິ​ໂພຄ
ປັນ​ຕັນ​ຈະ ສະຍະ​ນາ​ສະ​ນັງ: ການ​ນ້ອນການ​ນັ່ງ​ໃນ​ທີ່​ອັນ​ສະ​ງັດ
ອະທິ​ຈິຕ​ເຕ ຈະ ອາ​ໂຍ​ໂຄ: ຄວາມ​ໝັ່ນ​ປະກອບ​ໃນ​ການ​ທຳ​ຈິດ​ໃຫ້​ຍິ່ງ
​ເອຕັງ ພຸ​ທທານະ​ສາສະ​ນັງ: ທັມ ຫົກ​ຢ່າງ​ນີ້​ເປັນ​ຄຳ​ສັ່ງສອນ​ຂອງ​ພຣະພຸ​ທທະ​ເຈົ້າ​ທັງຫຼາຍ




 
2. ພາຣສຸຕຕຄາຖາ
(ຫັນທະ ມະຍັງ ພາຣະສຸຕຕະຄາຖາໂຍ ພະນາມະ ເສ)
ພາຣາ ຫເວ ປັນຈັກຂັນທາ: ຂັນທທັງຫ້າເປັນຂອງໜັກເນີ
ພາຣາ​ຫາ​ໂຣ ຈະ ປຸຄຄະ​ໂລ: ບຸກຄົນ​ແຫຼະ ​ເປັນ​ຜູ້​ແບກ​ຂອງ​ໜັກພາ​ໄປ
ພາຣາທາ​ນັງ ທຸກຂັງ ​ໂລ​ເກ: ການ​ແບກ​ຖື​ຂອງ​ໜັກ​ເປັນຄວາ​ມທຸກຂ​ໃນ​ໂລກ
ພາຣະນິກ​ເຂ​ປະ​ນັງ ສຸ​ຂັງ: ການ​ປະ​ຂອງ​ໜັກ​ຖິ້ມ​ລົງ​​ເສຍ​ເປັນຄວາມ​ສຸຂ
ນິກຂິປິ​ຕະວາ ຄະຣຸງ ພາຣັງ: ພຣະອະຣິຍະ​ເຈົ້າ​ປະ​ຖິ້ມ​ຂອງ​ໜັກ​ລົງ​ເສຍ​ແລ້ວ
ອັນ​ຍັງ ພາຣັງ ອະນາ​ທິຍະ: ທັງ​ບໍ່​ຈັບບາຍ​ເອົາ​ຂອງ​ໜັກ​ອັນ​ອື່ນ​ຂຶ້ນ​ມາ​ອີກ
ສະ​ມູລັງ ຕັນ​ຫັງ ອັພພຸ​ຍຫະ: ກໍ​ເປັນ​ຜູ້​ຖອນ​ຕັນຫາ​ຂຶ້ນ​ໄດ້​ໝົດ​ກະທັ້ງທັງ​ຮາກ
ນິຈສາ​ໂຕ ປະຣິນິພພຸ​ໂຕ: ​ເປັນ​ຜູ້​ໝົດ​ສິ່ງ​ປາຖນາ ດັບ​ສນິດ​ບໍ່​ມີ​ສ່ວນ​​ເຫຼືອ

3. ປັຈສິມ​ພຸ​ທ​ໂທ​ວາທປາຖະ
(ຫັນ​ທະ​ມະ​ຍັງ ປັຈສິມະ​ພຸ​ທ​ໂທ​ວາທະ​ປາ​ຖັງ ພະນາ​ມະ ​ເສ)
ຫັນ​ທະ​ທາ​ນິ ພິກ​ຂະ​ເວ ອາ​ມັນ​ຕະຍາມິ​ ​ໂວ: ດູກ່ອນ​ພິກສຸ​ທັງຫຼາຍ! ບັດ​ນີ້, ​ເຮົາ​ຂໍ​ເຕືອນ​ທ່ານ​ທັງຫຼາຍ​ວ່າ
ວະ​ຍະ​ທັມມາ ສັງຂາຣາ: ສັງຂາຣທັງຫຼາຍ ມີ​ຄວາມ​ເຊື່ອມ​ໄປ​ເປັນ​ທຳມະ​ດາ
ອັບປະມາ​ເທ​ນະ​ສັມປາ​ເທ​ຖະ: ທ່ານ​ທັງຫຼາຍ! ຈົ່ງ​ທຳ​ຄວາມ ບໍ່​ປະມາ​ທ​ໃຫ້​ເຖິງ​ພ້ອມ​ເຖີດ
ອະ​ຍັງ ຕະຖາຄະ​ຕັສສະ ປັຈສິມາ ວາຈາ: ນີ້​ເປັນ​ພຣະວາ​ຈາ​ມີ​ໃນ​ຄັ້ງ​ສຸດ​ທ້າຍ​ຂອງ​ພຣະຕ​ຖາ​ຄົຕ​ເຈົ້າ

ບົດ​ພິຈາຣະນາ ສັງຂາຣ
  • ສັພ​ເພ ສັງຂາຣາ ອະນິຈຈາ: ສັງຂາຣຄື​ຮ່າງກາຍ​ຈິດ​ໃຈ ​ແລະ ຮູ​ປທັມ ນາມທັມ​ທັງ​ໝົດ​ທັງ​ສິ້ນ, ມັນ​ບໍ່​ທ່ຽງ ​ເກີດ​ຂຶ້ນ​ແລ້ວ​ດັບ​ໄປ ມີ​ແລ້ວ​ຫາຍ​ໄປ
  • ສັພ​ເພ ສັງຄາຣາ ທຸກຂາ: ສັ່ງ​ຂາຣຄື​ຮ່າງກາຍ​ຈິດ​ໃຈ ​ແລະ ຮູ​ປທັມ ນາມທັມ​ທັງ​ໝົດ​ທັງ​ສິ້ນ ມັນ​ເປັນ​ທຸກຂທົນ​ຍາກ, ​ເພາະ​​ເກີດ​ຂຶ້ນ​ແລ້ວ, ​ແກ່, ​ເຈັບ, ຕາຍ​ໄປ
  • ສັພ​ເພ ທັມມາ ອະນັຕຕາ: ສິ່ງ​ທັງຫຼາຍ​ທັງ​ປວງ ທັງ​ທີ່​ເປັນ​ສັງຂາຣ ​ແລະ ບໍ່​ເປັນ​ສັງຂາ​ຣທັງ​ໝົດ​ທັງ​ສິ້ນ ບໍ່​ແມ່ນ​ຕົວ ບໍ່​ແມ່ນ​ຕົນ ບໍ່​ຄວນ​ຖື​ວ່າ​ເຮົາ ວ່າ​ຂອງ​ເຮົາ ວ່າ​ຕົວ​ວ່າ​ຕົນ​ຂອງ​ເຮົາ
ອະ​ທຸ​ວັງ ຊີວິ​ຕັງ: ຊີວິດ​ເປັນ​ຂອງ​ບໍ່ຢັ້ງຢືນ
ທຸ​ວັງ ມະຣະນັງ: ຄວາມ​ຕາຍ​ເປັນ​ຂອງ​ຢັ້ງຢືນ
ອະ​ວັສສັງ ມະ​ຍາ ມະຣິຕັພພັງ: ອັນ​ເຮົາ​ຈະ​ຕ້ອງຕາ​ຍ​ເປັນ​​ແທ້
ມະຣະນະ​ປະຣິ​ໂຍສາ​ນັງ ​ເມ ຊີວິຕັງ: ຊີວິດ​ເຮົາ​ມີ​ຄວາມ​ຕາຍ​ເປັນ​ທີ່​ສຸດ​ຮອບ
ຊີວິ​ຕັງ ​ເມ ອະນິຍະ​ຕັງ: ຊີວິດ​ເຮົາ​ເປັນ​ຂອງ​ບໍ່​ທ່ຽງ
ມະຣະນັງ ​ເມ ນິຍະ​ຕັງ: ຄວາມ​ຕາຍ​ຂອງ​ເຮົາ​ເປັນ​ຂອງ​ທ່ຽງ
 
ອະຈິຣັງ ວະຕະ​ຍັງ ກາ​ໂຍ: ຮ່າງ​ກາຍ​ນີ້, ບໍ່​ໄດ້​ຕັ້ງ​ຢູ່​ນານ, ຄວນ​ຈະ​ສັງ​ເວ​ຊ
ປະຖະວິງ ອະທິ​ເສ​ສສະຕິ: ຈັກ​ນອນ​ທັບ​ເຊິ່ງ​ແຜ່ນດິນ
ສຸ​ທ​ໂທ ອະ​ເປຕະ​ວິນ​ຍາ​ໂນ: ຄັນ​ປາສະຈາກ​ວິນ​ຍານ​ອັນ​ເຂົ້າຖິ້ມ​ເສຍ​ແລ້ວ
ນິຣັຕຖັງ​ວະ ກະລິງຄະຣັງ: ປະດຸດ​ດັ່ງ​ວ່າ​ທ່ານ​ໄມ້ ​ແລະ ທ່ອນ​​ຟືນ, ຫາ​ປະ​ໂຫຍ​ດບໍ່​ໄດ້

ພິຈາຣນາ ກຳມະ​ຖານ
ອະ​ຍັງ​ອັຕຕະມະ​ຜາ​ໂວ ນາມມະຣຸປັງ: ອັຕຕະພາບ​ຮ່າງກາຍ​ເຮົາ​ນີ້ ຄື​ນາມ​ຮູ​ປ
ທຸກຂັງ ອະນິຈຈັງ ອະນັຕຕາ: ​ເປັນ​ທຸກ ບໍ່​ທ່ຽງ ບໍ່​ແມ່ນ​ຕົວ​ຕົນ
ອະສຸຈິ ອະ​ສຸ​ພັງ: ບໍ່​ສະອາດ ບໍ່​ງາມ
ອິມັງ ກາ​ຍະ​ກັມມະ​ຖາ​ນັງ ພາ​ເວ​ຕິ: ​ເຮົາ​ຄວນ​ພິຈາຣະນາ​ໃຈ​ໃຫ້​ເປັນ​ກັມມະຖານ

ບັງ​ສກຸລ
  • ອະນິຈຈາ ວະຕະ​ສັງຂະຣາ: ສັງຂາຣທັງຫຼາຍ ບໍ່​ທ່ຽງໜໍ!
  • ອຸປປາທະ​ວະ​ຍະ​ທັມມິ​ໂນ: ມີ​ການ​ເກີດ​ຂຶ້ນ​ແລ້ວ​ດັບ​ໄປ​ເປັນ​ທຳ​ມະ​ດາ
  • ອຸປປັຊຊິ​ຕະວາ ນິຣຸຊຊັນ​ຕິ: ​ເກີດ​ຂຶ້ນ​ແລ້ວ​ກໍ​ດັບ​ໄປ
  • ​ເຕສັງ ວູປະ​ສະ​ໂມ ສຸ​ໂຂ: ການ​ເຂົ້າ​ໄປ​ລະງັບ​ສັງຂາຣ​ເຫຼົ່າ​ນັ້ນ​ເປັນ​ສຸ​ຂ
(ສູ​ດ 3 ​ຈົບ)
ສັພ​ເພ ສັຕຕາ ມະຣັນຕິ ຈະ: ສັຕທັງຫຼາຍ​ທັງ​ປວງ, ກຳລັງ​ຕາ​ຍຢູ່​ກໍ​ດີ
ມະຣິງສຸ ຈະ: ຕາຍ​ມາ​ກ່ອນ​ແລ້ວ​ກໍ​ດີ
ມະຣິສສະ​ເຣ: ຈະ​ຕາຍ​ໃນ​ຂ້າງ​ໜ້າ​ກໍ​ດີ
ຕະ​ເຖວາ​ຫັງ ມະຣິສສາມິ: ​ເຮົາ​ກໍ​ຈັກ​ຕ້ອງຕາ​ຍຢ່າງ​ນັ້ນ​ເໝືອນ​ກັນ
ນັຕຖິ ​ເມ ​ເອຕຖະ ສັງສະ​ໂຍ: ບໍ່​ຕ້ອງ​ມີ​ຄວາມ​ສົງ​ໄສ​ໃນ​ເລື່ອງ​ນີ້​ເລີຍ!

ຄຳ​​ແຜ່​ເມ​ດຕາ​​ໂດຍຫຍໍ້ (​ແປ)
ສັພ​ເພ ສັຕຕາ: ອັນວ່າ​ສັຕທັງຫຼາຍ​ທັງ​ປວງ​ທີ່​ເປັນ​ເພື່ອນທຸກຂ ​ເກີດ, ​ແກ່, ​ເຈັບ, ຕາຍ ດ້ວຍ​ກັນ​ທັງ​ໝົດ​ທັງ​ສິ້ນ
ອ​ະ​ເວຣາ ​ໂຫນ​ຕຸ: ຈົ່ງ​ເປັນສຸຂ ​ເປັນ​ສຸຂ​ເຖີ້ນ ຢ່າ​ໄດ້​ມີ​ເວຣ​ແກ່​ກັນ ​ແລະ ກັນ​ເລີຍ
ອັພພະຍາ​ປັຊຊາ ​ໂຫນ​ຕຸ: ຈົ່ງ​ເປັນ​ສຸຂ ​ເປັນ​ສຸຂ​ເຖີ້ນ ຢ່າ​ໄດ້​ພະຍາບາ​ທບຽດບຽນ​ຊຶ່ງ​ກັນ ແລະ ກັນ​ເລີຍ
ອະ​ນິຄາ ​ໂຫນ​ຕຸ: ຈົ່ງ​ເປັນ​ສຸຂ ​ເປັນ​ສຸຂ​ເຖີ້ນ ຢ່າ​ໄດ້​ມີ​ຄວາ​ມທຸກຂກາຍ ທຸກຂ​ໃຈ​ເລີຍ
ສຸຂີ ອັຕຕາ​ນັງ ປະຣິຫະຣັນຕຸ: ຈົ່ງ​ມີ​ຄວາ​ມສຸຂກາຍ ສຸຂ​ໃຈ ຮັກສາ​ຕົນ​ໃຫ້​ພົ້ນ​ຈາກ​ທຸກຂພັຍ​ທັງ​ສິ້ນ​ເຖີ້ນ.
 
 

ວັນ​ທາ ​ແລະ ບາ​ລີ (​ແປ)
ນັ່ງ​ຂຸກ​ເຂົ່າ ພະນົມ​ມື ​ແລ້ວ​ກ່າວ​ວັນ​ທາ​ວ່າ

ວັນ​ທາ​ໃຫຍ່ (ແປ)
  • ອຸ​ກາສະ ວັນ​ທາ​ມິ ພັນ​ເຕ: ຂ້າ​ແຕ່​ທ່ານ​ຜູ້​ຈະ​ເຣິນ, ຂ້ານ້ອຍ​ຂໍ​ໂອກາດ​ໄຫວ້​ນະ​ບັດ​ນີ້
  • ​ເຈ​ຕິ​ຍັງ ສັພພັງ ສັພພັຕະຖາ​ເນ ສຸ​ປະຕິ​ຕຖິຕັງ ສາຣິຣິກະທາ​ທາຕຸ​ມະຫາ​ໂພທິ​ງ        ພຸ​ທທະຣູປັງ ສະກະ​ລັງ ສະທາ: ຂ້າ​ຂໍ​ໄຫວ້​ພຣະ​ເຈດີ, ພຣະສາຣິຣິກະທາ​ຕ, ຕົ້ນ​ມະຫາ​ໂພ​ທີ, ທັງ​ໝົດ ອັນ​ປະດິສສະຖານ​ໄວ້​ດີ​ແລ້ວ ​ໃນ​ທີ່​ທຸກ​ສະຖານ ​ແລະ ພຣະພຸທທະ​ຮູບ​ເຈົ້າ​ໃຂກາລທຸກ​ເມື່ອ
  • ກາ​ຍະ​ສາ ວາ​ຈະ​ສາ ມານະ​ສາ ​ເຈ ວະ​ວັນ​ທ​າ​ເມ ​ເຕ ຕະຖາຄະ​ເຕ ສະຍະ​ເນ ອາສະ​ເນ ຖາ​ເນ ຄະມະ​ເນ ຈາ​ປິ ສັພພະທາ: ຂ້າ​ຂໍ​ໄຫວ້​ພຣະຕະຖາຄົຕ​ເຈົ້າ​ເຫຼົ່າ​ນັ້ນ​ດ້ວຍ​ກາຍ ວາຈາ ​ແລະ ​ໃຈ​ນັ້ນ​ແລ, ທັງ​ໃນ​ທີ່​ນອນ, ທີ່​ນັ່ງ, ທີ່​ຢືນ ​ແລະ ​ໃນ​ເວລາ​ໄປ​ໃຂກາລທຸກ​ເມື່ອ
ວັນ​ທາ​ນ້ອຍ (​ແປ)
  • ອຸ​ກາສະ ວັນ​ທາ​ມິ ພັນ​ເຕ: ຂ້າ​ແຕ່​ທ່ານ​ຜູ້​ຈະ​ເຣິນ, ຂ້ານ້ອຍ​ຂໍ​ໂອກາດ​ໄຫວ້​ນະ​ບັດ​ນີ້
  • ສັພພັງ ອະປະຣາທັງ ຂະ​ມະ​ຖະ ​ເມ ພັນ​ເຕ: ຂໍ​ທ່ານ​ຜູ້ຈະ​ເຣີນ ຈົ່ງ​ອົ​ດ​ໂທສະທັງ​ປວງ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ
  • ມະ​ຍາ ກະຕັງ ປຸນ​ຍັງ ສາ​ມິ​ນາ ອະນຸ​ໂມ​ທິຕັພພັງ: ບຸນ​ໃດ​ທີ່​ຂ້ານ້ອຍ​ໄດ້​ທຳ​ແລ້ວ ຂໍ​ໃຫ້​ທ່ານ​ຈົ່ງ​ມີ​ສ່ວນ​ອະນຸ​ໂມທະນາ​ນຳ
  • ສາ​ມິ​ນາ ກະຕັງ ປຸນ​ຍັງ ມັຍ​ຫັງ ທາ​ຕັພພັງ: ບຸນ​ໃດ​ທີ່​ທ່ານ​ທຳ​ ຂໍ​ໃຫ້​ຂ້ານ້ອຍ​ໄດ້​ມີ​ສ່ວນ​ໄດ້​ຮັບ​ຜົລບຸນ​ນັ້ນ​ດ້ວຍ
  • ສາທຸ ສາທຸ ອະນຸ​ໂມ​ທາ​ມິ: ດີ​ແລ້ວ ດີ​ແລ້ວ ຂ້ານ້ອຍ​ຂໍອະນຸ​ໂມທະນາ

ວັນ​ທາ​​ໃຫຍ່ (ບາ​ລີ)
ອຸ​ກາສະ ວັນ​ທາ​ມິ ພັນ​ເຕ ​ເຈຕິ​ຍັງ ສັພພັງ ສັພພັຕຕະຖາ​ເນ ສຸ​ປະຕິ​ຕຖິຕັງ ສາຣິຣິກະທາ​ຕຸ ມະຫາ​ໂພທິ​ງ ພຸ​ທທະຣູປັງ ສະ​ກະ​ລັງ ສະທາ ກາ​ຍະ​ສາ ວາ​ຈະ​ສາ ມານະ​ສາ ​ເຈ ວະ​ວັນ​ທາ​ເມ ​ເຕ ຕະຖາຄະ​ເຕ ສະຍະ​ເນ ອາສະ​ເນ ຖາ​ເນ ຄະມະ​ເນ ຈາ​ປິ ສັພພະທາ

ວັນ​ທາ​ນ້ອຍ (ບາ​ລີ)
ອຸ​ກາສະ ວັນ​ທາ​ມິ ພັນ​ເຕ ສັພພັງ ອະປະຣາທັງ ຂະ​ມະ​ຖະ ​ເມ ພັນ​ເຕ ມະ​ຍາ ກະຕັງ ປຸນ​ຍັງ ສາ​ມິ​ນາ ອະນຸ​ໂມ​ທິຕັພພັງ ສາ​ມິ​ນາ ກະຕັງ ປຸນ​ຍັງ ມັຍ​ຫັງ ທາ​ຕັພພັງ ສາທຸ ສາທຸ ອະນຸ​ໂມ​ທາ​ມິ

 
ພາກ​ທີ 2: ຄຳ​ໄຫວ້ພຣະ​ແລງ (​ແປ)
(ຄຳບູຊາພຣະຣັຕນະຕັຍ)
ນັ່ງຄຸເຂົ່າ ພະນົມມືໄຫວ້ພຣະຣັຕນຕັຍ

ອະຣະຫັງ ສັມມາສັມພຸທໂທ ພະຄະວາ: ພຣະຜູ້ມີພຣະພາກເຈົ້າ, ເປັນພຣະອຣຫັນຕ ດັບ​ໄຟ​ກິ​ເລ​ສ ​ໄຟ​ທຸກຂສິ້ນ​ເຊີງ, ຕຣັສຣູ້ຊອບ​ໄດ້​ໂດຍ​ພຣະອົງ​ຄເອງ
ພຸ​ທທັງ ພະຄະວັນ​ຕັງ ອະພິວາ​ເທ​ນິ: ຂ້າພະ​ເຈົ້າ ອະພິວາດ ພຣະຜູ້​ມີ​ພຣະພາກ​ເຈົ້າ ຜູ້​ຮູ, ຜູ້​ຕື່ນ ຜູ້​​ເບີກບານ
(ກາບ 1 ບາດ)

ສວາກ​ຄາ​ໂຕ ພະ​ຄາ​ວະ​ຕາ ທັມ​ໂມ: ພຣະທັມ​ເປັນທັມ​ທີ່ ພຣະຜູ້​ມີ​ພຣະພາກ​ເຈົ້າ​ໄດ້​ຕັດ​ໄວ້​ດີ​ແລ້ວ
ທັມ​ມັງ​ ນະມັສສາມິ: ຂ້າພະ​ເຈົ້າ​ນມັສການພຣະທັມ
(ກາບ 1 ບາດ)

ສຸ​ປະຕິ​ປັນ​ໂນ ພະຄະວະ​ໂຕ ສາວະກະ​ສັງ​ໂຄ: ພຣະສົງ​ຄ ສາວົກ​ຂອງ​ພຣະຂອງ​ຜູ້​ມີ​ພຣະພາກ​ເຈົ້າ, ປະຕິບັດ​ດີ​ແລ້ວ
ສັງ​ຄັງ ນະ​ມາ​ມິ: ຂ້າພ​ະ​ເຈົ້າ​ນອບ​ນ້ອມ​ພຣະສົງຄ
(ກາບ 1 ບາດ)

ຄຳ​ນອບ​ນ້ອມ​ພຣະພຸ​ທທະ​ເຈົ້າ​ເບື້ອງ​ຕົ້ນ
(ຫັນ​ທະ​ມາ​ຍັງ ພຸ​ທທັສສະ ພະຄະວະ​ໂຕ ປຸພພະ ພາຄະ​ນະ ມະ​ກາ​ຣັງ ກະ​ໂຣມະ​ເສ)

ນະ​ໂມ​ ຕັສສະ ພະຄະວະ​ໂຕ: ຂໍ​ນອບ​ນ້ອມ​ແດ່​ພຣະຜູ້​ມີ​ພຣະພາກ​ເຈົ້າ ພຣະອົງຄນັ້ນ
ອະຣະ​ຫະ​ໂຕ: ຊຶ່ງ​ເປັນ​ຜູ້​ໄກ​ຈາກ​ກິ​ເລ​ສ
ສັມມາ ສັມພຸ​ທທັສສະ: ຕຣັສຣູ້ຊອບ​ໄດ້​ໂດຍ​ພຣະອົງຄ​ເອງ
(ສູດ 3 ຈົບ)

1. ພຸ​ທທາ​ນຸສສຕິ
(ຫັນ​ທະ ມາ​ຍັງ ພຸ​ທທາ​ນຸສສະຕິ​ນະ​ຍັງ ກະ​ໂຣມະ ​ເສ)
ຕັງ​ໂຂ ປະ​ນະ ພະຄະວັນ​ຕັງ ​​ເອວັງ ກັລຍະ​ໂນ ກິ​ຕຕິ​ສັທ​ໂທ ອັພພຸ​ຄະ​ໂທ: ກໍ​ກິ​ຕຕິ​ສັກ​ອັນ​ງາມ ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ນັ້ນ ​ໄດ້​ຟຸ້ງ​ໄປ​​ແລ້ວ​ຢ່າງ​ນີ້​ວ່າ:
ອິຕິ​ປິ​ໂສ ພະ​ຄະວາ: ​ເພາະ​ເຫດ​ຢ່າງ​ນີ້ ຢ່າງ​ນີ້ ພຣະຜູ້​ມີ​ພຣະພາກ​ເຈົ້າ
 
ອາຣະຫັງ: ​ເປັນ​ຜູ້​ໄກ​ຈາກ​ກິ​ເລສ
ສັມມາ ສັມພຸ​ທ​ໂທ: ​ເປັນ​ຜູ້​ຕຣັສຣູ້ຊອບ​ໄດ້​ໂດຍ​ພຣະອົງ​ຄ​ເອງ
ວິຊຊາ ຈະຣະນະ​ສັມປັນ​ໂນ: ​ເປັນ​ຜູ້​ເຖິງ​ພ້ອມ ດ້ວຍ​ວິຊາ ​ແລະ ຈາຣນະ
ສຸຄະ​​ໂຕ: ​ເປັນ​ຜູ້​ໄປ​ແລ້ວ​ດ້ວຍ​ດີ
​ໂລກະວິ​ທຸ: ​ເປັນ​ຜູ້​ຮູ້​ໂລກ​ຢ່າງ​ແຈ່ມ​ແຈ້ງ
ອະນຸ​ຕຕະ​ໂຣ ປູຣິສະ ທັມມະ​ສາຣະຖິ: ​ເປັນ​ຜູ້​ສາມາດ​ຝຶກ​ບຸຣຸດ ທີ່​ສົມຄວນ​ຝຶກ ​ໄດ້​ບໍ່ມີ​​ໃຜ​ຍິ່ງ​ກວ່າ
ສັຕຖາ ​ເທວະ​ມະນຸ​ສສາ​ນັງ: ​ເປັນ​ຄູ​ຜູ້​ສອນ​ເທວະ​ດາ ​ແລະ ມະນຸ​ສຍທັງຫຼາຍ
ພຸ​ທ​ໂທ: ​ເປັນ​ຜູ້​ຮູ້, ຜູ້​ຕື່ນ, ຜູ້​ເບີກບານ​ດ້ວຍ​ທັມ
ພະຄະວາ ຕິ: ​ເປັນ​ຜູ້​ມີ​ຄວາມ​ຈຳ​ເຣີນ, ຈຳ​ແນກທັມ ສັງ​ສອນ​ສັຕດັ່ງ​ນີ້

2. ພຸ​ທທາ​ພິຄີ​ຕິ
(ຫັນ​ທະ ມະ​ຍັງ ພຸ​ທທາ​ພິຄີ​ຕິງ ກະ​ໂຣມະ ​ເສ)
ພຸ​ທທະວາຣະຫັນ​ຕະວະຣະຕາ​ທິຄຸ​ນາ​ພິຍຸຕ​ໂຕ: ພຣະພຸ​ທທະ​ເຈົ້າ​ປະກອບ​ດ້ວຍ​ຄຸນ ມີ​ຄວາມ​ປະ​ເສີດ​ແຫ່ງ​ອຣຫັນ​ຕະຄຸນ​ເປັນ​ຕົ້ນ
ສຸທທາ​ພິ ຍານະກະຣຸນາ​ຫິ ສະ​ມາຄະ​ຕັຕ​ໂຕ: ມີ​ພຣະອົງຄອັນ​ປະກອບ​ດ້ວຍ ພະຍານ​ແລະ ພຣະກຣຸນາ ອັນ​ບໍຣິສຸທທິ
​ໂພ​ເທ​ສິ ​ໂຍ ສຸ​ຊະນະ​ຕັງ ກະມະ​ລັງ​ວະ ສູ​ໂຣ​: ພຣະອົງ​ໃດ​ຊົງ​ກະ​ທັມ​ຊົນ​ທີ່​ດີ​ໃຫ້​ເບີກບານ ດຸ​ຈ ອາທິດ​ທຳ​ບົວ​ໃຫ້​ບານ
ວັນ​ທາ​ມະ​ຫັງ ຕະມະຣະນັງ ສິຣະສາ ຊິ​ເນນ​ທັງ: ຂ້າພະ​ເຈົ້າ​ໄຫວ້​ພຣະຊິນະ​ສີ​ຜູ້​ບໍ່​ມີ​ກິ​ເລ​ສ ພຣະອົງຄນັ້ນ​ດ້ວຍ​ຫົວ​ແຫ່ງ​ຂ້າ
ພຸ​ທ​ໂທ ​ໂຍ ສັພພະ​ປານີ​ນັງ ສະຣະນັງ ​ເຂ​ມະ​ມຸຕຕະມັງ: ພຣະພຸ​ທທະ​ເຈົ້າພຣະອົງຄ​ໃດ​ເປັນສຣນະ ອັນ​ກະ​ເສມສູງ​ສຸດ​ຂອງ​ສັຕທັງຫຼາຍ
ປະຖະມາ ນຸສສະຕິ​ຕຖາ​ນັງ ວັນ​ທາ​ມິ ຕັງ ສິ​ເຣນະ​ຫັງ: ຂ້າພະ​ເຈົ້າ​ໄຫວ້​ພຣະພຸ​ທທະ​ເຈົ້າພຣະອົງຄ​​​ນັ້ນ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ລະນຶກອົງຄ​ທີ​ໜຶ່ງ​ດ້ວຍ​ຫົວ​ແຫ່ງ​ຂ້າ
ພຸ​ທທັສສາຫັສະ​ມິ ທາ​ໂສ (ທາສີ)* ວະ​ພຸ​ທ​ໂທ ​ເມ ສາ​ມິ​ກິ​ສສະ​ໂຣ​: ຂ້າພະ​ເຈົ້າ​ເປັນ​ທາສຂອງ​ພຣະ ພຸ​ທທະ​ເຈົ້າ, ​ພຣະພຸ​ທທະ​ເຈົ້າ​ເປັນ​ນາຍ ມິ​ອິສຣະ​ເໜືອ​ຂ້າພະ​ເຈົ້າ
(*ສຳລັບ​ຄຳ​ຢູ່​ໃນ​ວົງ​ເລັບ​ແມ່ນ​ໃຫ້​ຜູ້ຍິງ​ເວົ້າ ”ວັນ​ທາ”)
ພູທ​ໂທ ທຸກຂັສສະ ຄາ​ຕາ ຈະ ວິ​ທາ​ຕາ ຈະ ຫິຕັສສະ ​ເມ: ພຣະພຸ​ທທະ​ເຈົ້າ​ເປັນ​ເຄື່ອງ​ກຳຈັດ​ທຸກຂ ​ແລະ ຊົງ​ໄວ້​ຊຶ່ງ​ປະ​ໂຫຍ​ດ​ແຫ່ງ​ຂ້າພະ​ເຈົ້າ
ພຸ​ທທັສສາ​ຫັງ ນິຍຍາ​ເທ​ມິ ສະຣິຣັນຊີ​ວິຕັນ​ຈິ​ທັງ​:  ຂ້າພະ​ເຈົ້າ​ມອບ​ກາຍຖວາຍ​ຊີວິດ​ນີ້​ແດ່​ພຣະພຸ​ທ ທ​ະ​ເຈົ້າ​
ວັນ​ທັນ​ໂຕ​ຫັງ (ຕິ​ຫັງ)* ຈາຣິສສາມິ ພຸ​ທທັສ​ເສ​ວະ ສຸ​​ໂພທິ​ຕັງ: ຂ້າພະ​ເຈົ້າ​ຜູ້​ໄຫວ້​ຢູ່​ຈັກ​ປະ​ພຶດຕາມ ຊຶ່ງ​ຄວາມ​ຕັສຣູ້ດີ​ຂອງ​ພຣະພຸ​ທທະ​ເຈົ້າ
ນັດ​ຖິ ​ເມ ສະຣະນັງ ອັນ​ຍັງ ພຸ​ທ​ໂທ ​ເມ ສະຣະນັງ ວະຣັງ: ສາຣນະອື່ນ​ຂອງ​ຂ້າພະ​ເຈົ້າ​ບໍ່​ມີ, ພຣະພຸ​ທທະ​ເຈົ້າ​ເປັນສາຣນະ​ອັນ​ປະ​ເສີ​ຖຂອງ​ຂ້າພະ​ເຈົ້າ
​ເອ​ເຕນະ ສັຈຈະ​ວັຊ​ເຊ​ນະ ວັທ​ເທີຍ​ຍັງ ສັຕຖຸສາສະ​ເນ: ດ້ວຍ​ການ​ກ່າວ​ຄຳ​ສັດຕຍນີ້ ຂ້າພະ​ເຈົ້າ​ຕ້ອງ​ຈ​ເຣີນ​ໃນ​ພຣະສາ​ສນາ​ຂອງ​ພຣະສາສດາ
ພຸ​ທທັງ​ ​ເມ ວັນ​ທະ​ມາ​ເນ​ນະ (ມາ​ນາ​ຍະ)* ຍັງ​ປຸນ​ຍັງ ປະສຸ​ຕັງ ອິທະ: ຂ້າພະ​ເຈົ້າ​ຜູ້​ໄຫວ້ຢູ່​ຊຶ່ງ​ ພຣະພຸ​ທທະ​ເຈົ້າ​​ໄດ້​ຂົນຂວາຍ​ບຸນ​ໃດ​ໃນ​ບັດ​ນີ້
ສັພເພປິ ອັນຕະຣາຍາ ເມ ມາເຫສຸງ ຕັສສະ ເຕຊະສາ: ອັນຕຣາຍທັງປວງຢ່າໄດ້ມີແກ່ຂ້າພະເຈົ້າ ດ້ວຍເດຊາແຫ່ງບຸນນັ້ນ
ກົ້ມຫົວລົງແລ້ວເວົ້າວ່າ
ກາເຍ ນະວາຈາ ຍະ ວະ ເຈຕະສາ ວາ: ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ
ພຸທເທ ກຸກັມມັງ ປະກະຕັງ ມະຍາຍັງ: ກັມໜ້າຕິຕຽນອັນໃດທີ່ຂ້າພະເຈົ້າກະທຳແລ້ວໃນ ພຣະພຸທທະເຈົ້າ
ພຸທໂທ ປະຕິກຄັນຫະຕຸ ອັຈຈະຍັນຕັງ: ຂໍພຣະພຸທທະເຈົ້າ ຈົ່ງງົດຊຶ່ງໂທສລ່ວງເກີນອັນນັ້ນ
ກາລັນຕະເຣ ສັງວະຣິຕຸງ ວະ ພຸທເທ: ເພື່ອການສຳຣວມ ລະວັງ ໃນພຣະພຸທທະເຈົ້າໃນການຕໍ່ໄປ

 
ບົດຂໍໃຫ້ງົດໂທສນີ້ ບໍ່ໄດ້ເປັນການຂໍລ້າງບາບ, ເປັນພຽງການເປີດເຜີຍຕົວເອງ ແລະ ຄຳວ່າໂທສ ໃນທີ່ນີ້ ບໍ່ໄດ້ໝາຍເຖິງກັມ: ໝາຍພຽງໂທສເລັກນ້ອຍເຊິ່ງເປັນ (ສ່ວນຕົວ) ລະຫວ່າງກັນ ທີ່ເພິ່ງອະ ໂຫສີກັນໄດ້. ການຂໍຂະມາຊນິດນີ້ສຳເຣັຈຜົລໄດ້-ໃນເມື່ອຜູ້ຂໍຕັ້ງໃຈຈິງໆ ແລະ ເປັນພຽງສິລທັມ ຫຼື ສິ່ງທີ່ຄວນປະພຶດ.
* ສຳລັບ​ຄຳ​ທີ່ຢູ່​ໃນ​ວົງ​ເລັບ​ແມ່ນ​​ໃຫ້​ຜູ້​ຍິງ​ເວົ້າ (ຕິ​ຫັງ) (ມາ​ນາ​ຍະ)

3. ທັມມາ​ນຸສສຕິ
(ຫັນ​ທະ ມະ​ຍັງ ທັມມາ​ນຸສສະຕິ​ນະ​ຍັງ ກະ​ໂຣມະ ​ເສ)
ສວາກ​ຂາ​ໂຕ ພະຄະ​ວະ​ຕາ ທັມ​ໂມ: ພຣະທັມ​ເປັນ​ສິ່ງ​ທີ່​ພຣະຜູ້​ມີ​ພຣະພາກ​​ເຈົ້າ​ໄດ້​ຕັດ​ໄວ້​ດີ​ແລ້ວ
ສັນ​ທິຕຖິ​ໂກ: ​ເປັນ​ສິ່ງ​ທີ່​ຜູ້​ສຶກສາ ​ແລະ ປະຕິບັດ​ຕ້ອງ​ເຫັນ​ໄດ້​ດ້ວຍ​ຕົນ​ເອງ
ອະ​ກາ​ລິ​ໂກ: ​​ເປັນ​ສິ່ງ​ທີ່​ປະຕິບັດ​​ໄດ້ ​ແລະ ​ໃຫ້​ຜົລ​ໄດ້​ບໍ່​ຈຳກັດ​ກາລ
​ເອຫິປັສສິ​ໂກ: ​ເປັນ​ສິ່ງ​ທີ່​ຄວນ​ກ່າວ​ກັບ​ຜູ້​ອື່ນ​ວ່າ ທ່ານ​ຈົ່ງ​ມາ​ເບິ່ງ​ເຖີດ
​ໂອ​ປະ​ນະ​ຍິ​ໂກ: ​ເປັນ​ສິ່ງ​ທີ່​ຄວນ​ນ້ອມ​ເຂົ້າ​ມາ​ໃສ່​ຕົວ
ປັຈຈັຕຕັງ ​ເວ​ທິຕັພ​ໂພ ວິນ​ຍູ​ຫິ ຕິ: ​ເປັນ​ສິ່ງ​ທີ່​ຜູ້​ຮູ້ ກໍ​ຮູ້​ໄດ້​ສະ​ເພາະ​ຕົນ ດັ່ງ​ນີ້:



 
4. ທັມມາພິຄິຕິ
(ຫັນທະ ມະຍັງ ທັມມາພິຄິຕິງ ກະໂຣມະ ເສ)
ສວາກຂາຕະຕາທິຄຸນະໂຍຄະວະເສນະ ເສີຍໂຍ: ພຣະທັມເປັນສິ່ງປະເສີດ ເພາະປະກອບດ້ວຍຄຸນ ຄືຄວາມທີ່ພຣະຜູ້ມີພຣະພາກເຈົ້າຕັດໄວ້ດີແລ້ວເປັນຕົ້ນ
ໂຍ ມັກຄະປາກະປະຣິຍັຕຕິວິໂມກຂະເພໂທ: ເປັນທັມອັນຈຳແນກເປັນມັຄຜົນ ປຣິຍັຄ ແລະ ນິພພານ
ທັມໂມ ກຸໂລກະປະຕະນາ ຕະທະທາຣິທາຣີ: ເປັນທັມຊົງໄວ້ຊຶ່ງຜູ້ຊົງທັມຈາກການຕົກໄປສູ່ໂລກ ທີ່ຊົ່ວ
ວັນທາມະຫັງ ຕະມະຫະຣັງ ວະຣະທັມມະເມຕັງ: ຂ້າພະເຈົ້າໄຫວ້ພຣະທັມອັນປະເສີດນັ້ນ ອັນເປັນເຄື່ອງກຳຈັດເສຍຊຶ່ງຄວາມມືດ
ທັມໂມ ໂຍ ສັພພະປານີນັງ ສະຣະນັງ ເຂມະມຸຕຕະມັງ: ພຣະທັມໃດເປັນສຣະນະອັນກະເສມສູງ ສຸດຂອງສັຕທັງຫຼາຍ
ທຸຕິຍານຸສສະຕິຕຖານັງ ວັນທາມິ ຕັງ ສິເຣນະຫັງ: ຂ້າພະເຈົ້າໄຫວ້ພຣະທັມນັ້ນອັນເປັນທີ່ຕັ້ງແຫ່ງ ຄວາມລະນຶກອົງຄທີ່​ສອງ​ດ້ວຍ​ຫົວ​ແຫ່ງ​ຂ້າ
ທັມ​ມັສສາຫັສະ​ມິ ທາ​ໂສ (ທາສີ)* ວະ​ ທັມ​ໂມ ​ເມ ສາ​ມິ​ກິ​ສສະ​ໂຣ: ຂ້າພະ​ເຈົ້າ​ເປັນ​ທາສຂອງ​ພຣະທັມ, ພຣະທັມ​ເປັນ​ນາຍ​ທີ່​ມີ​ອິສຣະ​ເໜືອ​ຂ້າພະ​ເຈົ້າ
ທັມ​ໂມ ທຸ​ຂັສສະ ຄາ​ຕາ ຈະ ວິ​ທາ​ຕາ ຈະ ຫິຕັສສະ ​ເມ: ພຣະທັມ​ເປັນ​ເຄື່ອງ​ກຳຈັດ​ທຸກຂ ​ແລະ ຊົງ​ໄວ້​ຊຶ່ງ​ປະ​ໂຫຍ​ດ​ແກ່​ຂ້າພະ​ເຈົ້າ
ທັມ​ມັສສາ​ຫັງ ນິຍຍາ​ເທ​ມິ ສະຣິຣັນຊີວິ​ຕັນ​ຈິ​ທັງ: ຂ້າພະ​ເຈົ້າ​ມອບ​ກາຍ​ຖວາຍ​ຊີວິດ​ນີ້​ແດ່​ພຣະທັມ
ວັນ​ທັນ​ໂຕ​ຫັງ (ຕີ​ຫັງ)* ຈະຣິສສາມິ ທັມ​ມັສ​ເສວະ ສຸ​ທັມມະ​ຕັງ: ຂ້າພະ​ເຈົ້າ​ຜູ້​ໄຫວ້ຢູ່​ຈະ​ປະພຶດ​ຕາມ ຊຶ່ງ​ຄວາມ​ເປັນ​ທັມ​ດີ​ຂອງ​ພຣະທັມ
* ສຳລັບ​ຄຳ​ທີ່ຢູ່​ໃນ​ວົງ​ເລັບ​ແມ່ນ​​ໃຫ້​ຜູ້​ຍິງ​ເວົ້າ (ທາສີ) (ຕີ​ຫັງ)
ນັຕຖີ ​ເມ ສະຣະນັງ ອັນ​ຍັງ ທັມ​ໂມ ​ເມ ສາຣະນັງ ວະຣັງ: ສຣນະ​ອື່ນ​ຂອງ​ຂ້າພະ​ເຈົ້າ​ບໍ່​ມີ, ພຣະທັມ​ເປັນສຣນະ​ອັນ​ປະ​ເສີ​ຖຂອງ​ຂ້າພະ​ເຈົ້າ
​ເອ​ເຕນະ ສັຈຈະ​ວັຊ​ເຊ​ນະ ວັທ​ເທີຍ​ຍັງ ສັຕຖຸສາສະ​ເນ: ດ້ວຍ​ການ​ກ່າວ​ຄຳ​ສັຕຍນີ້ ຂ້າພະ​ເຈົ້າ​ຕ້ອງ​ຈະ​ເຣີນ​ໃນ​ພຣະສນາ​ຂອງ​ພຣະສາສດາ
ທັມ​ມັງ ​ເມ ວັນ​ທະ​ມາ​ເນະ (ມາ​ນາ​ຍະ)* ຍັງ ປຸນ​ຍັງ ປະສຸ​ຕັງ ອິທະ: ຂ້າ​ພະ​ເຈົ້າ​ຜູ້​ໄຫວ້​ຢູ່​ຊຶ່ງ​ພຣະທັມ ​ໄດ້​ຂົນຂວາຍ​ບຸນ​ໃດ​ໃນ​ບັດ​ນີ້
ສັມ​ເພ​ປິ ອັນຕະຣາຍາ ​ເມ ມາ​ເຫ​ສຸງ ຕັສສະ ​ເຕຊະ​ສາ: ອັນຕລາຍ​ທັງ​ປວງຢ່າ​ໄດ້​ມີ​ແກ່ຂ້າພະ​ເຈົ້າ​ດ້ວຍ​ເດຊາ​ແຫ່ງ​ບຸນ​ນັ້ນ



ກົ້ມ​ຫົວ​ລົງ​ແລ້ວ​​ເວົ້າ​ວ່າ
ກາເຍ ນະວາຈາ ຍະ ວະ ເຈຕະສາ ວາ: ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ
ທັມ​ເມ ກຸກັມມັງ ປະກະຕັງ ມະຍາຍັງ: ກັມໜ້າຕິຕຽນອັນໃດທີ່ຂ້າພະເຈົ້າກະທຳແລ້ວໃນ ພຣະທັມ
ທັມ​​​ໂມ ປະຕິກຄັນຫະຕຸ ອັຈຈະຍັນຕັງ: ຂໍພຣະທັມ ຈົ່ງງົດຊຶ່ງໂທສລ່ວງເກີນອັນນັ້ນ
ກາຣັນຕະເຣ ສັງວະຣິຕຸງ ວະ ທັມ​ເມ: ​ເພື່ອ​ການ​ສຳ​ຣວມ ລະວັງ ​ໃນ​ພຣະທັມ​ໃນ​ກາລຕໍ່​ໄປ
 
 


5. ສັງຄາ​ນຸສສຕິ
(ຫັນ​ທະ ມະ​ຍັງ ສັງຄາ​ນຸສສະຕິ​ນະ​ຍັງ ກະ​ໂຣມະ ​ເສ)
ສຸ​ປະຕິ​ປັນ​ໂນ ພະຄະວະ​ໂຕ ສາວະກະ​ສັງ​ໂຄ: ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ໝູ່​ໃດ ປະຕິບັດ​ດີ​ແລ້ວ
ອຸ​ຊຸ​ປະຕິ​ປັນ​ໂນ ພະຄະວະ​ໂຕ ສາວະກະ​ສັງ​ໂຄ: ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ໝູ່​ໃດ ປະຕິບັດ​ຕົງ​ແລ້ວ
ຍາ​ຍະ​ປະຕິ​ປັນ​ໂນ ພະຄະວະ​ໂຕ ສາວະກະ​ສັງ​ໂຄ: ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ໝູ່​ໃດ ປະຕິບັດ​​ເພື່ອ​ຮູ້​ທັມ ​ເປັນ​ເຄື່ອງ​ອອກ​ຈາກ​ທຸກຂ​ແລ້ວ
ສາມິ​ຈິ​ປະຕິ​ປັນ​ໂນ ພະຄະວະ​ໂຄ ສາວະກະ​ສັງ​ໂຄ: ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ​ໝູ່​ໃດ ປະຕິບັດ​ ສົມຄວນ​ແລ້ວ
ຍະ​ທິທັງ: ​ໄດ້​ແກ່​ບຸນ​ຄົນ​ເຫຼົ່າ​ນີ້ ຄື:
ຈັຕຕະຣິ ປຸຣິສະ ຍຸ​ຄາ​ນິ ອັຕຖາ ປຸຣິສະ​ປຸຄຄະລາ: ຄູ່​ແຫ່ງ​ບູຣຸສ 4 ຄູ່ ນັບ​ຮຽງ​ຕົວບູຣຸສ​ໄດ້ 8 ບູຣຸສ
*ສຳລັບ​ຄຳ​ທີ່ຢູ່​ໃນ​ວົງ​​ເລັບ​ແມ່ນ​​ໃຫ້​ຜູ້​ຍິງ​ເວົ້າ (ມາ​ນາ​ຍະ)
​ເອສະ ພະຄະວະ​ໂຄ ສາວະກະ​ສັງ​ໂຄ: ນັ້ນ​ແຫຼະ ສົງຄສາວົກ​ຂອງ​ພຣະຜູ້​ມີ​ພຣະພາກ​ເຈົ້າ
ອາ​ຫຸ​ເນີຍ​ໂຍ: ​ເປັນ​ສົງຄຄວນ​ແກ່​ສັກກາຣະທີ່​ເຂົາ​ນຳ​ມາ​ບູຊາ
ປາຫຸ​ເນີຍ​​ໂຍ: ​ເປັນ​ສົງຄຄວນ​ແກ່​ສັກກາຣາທີ່​ເຂົາ​ຈັດ​ໄວ້​ຕ້ອນຮັບ
ທັກຂິ​ເນີຍ​ໂຍ: ​ເປັນຜູ້​ຄວນ​ຮັບ​ທັກສິນາ​ທານ
ອັນ​ຊະ​ລິ​ກະຣະນີ​ໂຍ: ​ເປັນ​ຜູ້​ທີ່​ບຸກຄົນ​ທົ່ວ​ໄປ​ຄວນ​ທຳ​ອັນ​ຊລີ
ອະນຸ​ຕຕະຣັງ ປຸກ​ຍັກ​ເຂ​ຕຕັງ ​ໂລກັສສາ ຕິ: ​ເປັນ​ເນື້ອ​ນາ​ບຸນ​ຂອງ​ໂລກ ບໍ່​ມີນາ​ບຸນ​ອື່ນ​ຍິ່ງ​ກວ່າ ດັ່ງ​ນີ້




 
6. ສັງຄາພິຄີຕິ
(ຫັນທະ ມະຍັງ ສັງຄາພິຄີຕິງ ກະໂຣມະ ເສ)
ສັທທັມມະໂຊ ສຸປະຕິປັຕຕິຄຸນາທິຍຸຕໂຕ: ພຣະສົງຄທີ່​ເກີດ​ໂດຍ​ພຣະສັທທັມ​ປະກອບ​ດ້ວຍ​ຄຸນ​ມີ​ການ​ປະຕິບັດ​ດີ​ເປັນ​ຕົ້ນ
​ໂຍດ​ຖັພພິ​ໂທ ອະ​ຮິ​ຍະ​ປຸຄຄະ​ລະ​ສັງຄະ​ເສຕ​ໂຖ: ​ເປັນ​ໝູ່​ແຫ່ງ​ພຣະອຣິຍະ ບຸກຄົນ​ອັນ​ປະ​ເສີ​ຖ​ແປດ​ຈຳພວກ
ສີ​ລາ​ທີທັມມະ​ປະ​ວະຣາສະຍະ​ກາ​ຍະ​ຈິຕ​ໂຕ: ມີ​ການ ​ແລະ ຈິດ​ອັນ​ອາສັຍ​ທັມ ມີ​ສີ​ລ​ເປັນ​ຕົ້ນ​   ອັນບໍວອນ
ວັນ​ທາ​ມະ​ຫັງ ຕະມະຣິຍານະ​ຄະ​ນັງ ສຸ​ສຸທທັງ: ຂ້າພະ​ເຈົ້າ​ໄຫວ້​ໝູ່​ແຫ່ງ​ພຣະອຣິຍະ​ເຈົ້າ​ນັ້ນ​ອັນ​ບໍຣູສຸທທິດ້ວຍ​ດີ
ສັງ​ໂຄ ​ໂຍ ສັພພະ​ປານີ​ນັງ ສະຣະນັງ ​ເຂ​ມະ​ມຸຕຕະມັງ: ພຣະສົງຄໝູ່​ໃດ​ເປັນສຣນະ ອັນ​ກະ​ເສມສູງ​ສຸດ​ຂອງ​ສັຕທັງຫຼາຍ
ຕະຕິ​ຍານຸສສະຕິ​ຕຖາ​ນັງ ວັນ​ທາ​ມິ ຕັງ ສີ​ເຣນະ​ຫັງ: ຂ້າພະ​ເຈົ້າ​ໄຫວ້​ພຣະສົງຄໝູ່​ນັ້ນ​ອັນ​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ລະນຶກ​ອົງ​ທີ່​ສາມ​ດ້ວຍ​ຫົວ​ແຫ່ງ​ຂ້າ
ສັງ​ຄັສສາ ຫັສະ​ມິ ທາ​ໂສ (ທາສີ)* ວະ​ສັງ​​ໂຄ ​ເມ ສາ​ມິ​ກິ​ສສະ​ໂຣ: ຂ້າພະ​ເຈົ້າ​ເປັນ​ທາສຂອງ​ພຣະສົງຄ ພຣະສົງຄ​ເປັນ​ນາຍ​ມີ​ອິສຣະ​ເໜືອ​ຂ້າພະ​ເຈົ້າ
ສັງ​ໂຄ ທຸກຂັສສະ ຄາ​ຕາ ຈະ ວິ​ທາ​ຕາ ຈະ ຫິຕັສສະ ​ເມ: ພຣະສົງຄ​ເປັນ​ເຄື່ອງ​ກຳຈັດ​ທຸກຂ ​ແລະ ຊົງ​ໄວ້​ຊຶ່ງ​ປະ​ໂຫຍ​ດ​ແກ່​ຂ້າພະ​ເຈົ້າ
ສັງ​ຄັສສາ​ຫັງ ນິຍຍາ​ເທ​ມິ ສະຣິຣັນຊີວິ​ຕັນ​ຈິ​ທັງ: ຂ້າພະ​ເຈົ້າ​ມອບ​ກາຍ​​ຖວາຍ​ຊີວິດ​ນີ້ແດ່ ພຣະສົງຄ
ວັນທັນໂຕຫັງ (ຕີຫັງ)* ຈະຣິສສາມິ ສັງ​ຄັສ​ໂສ​ປະຕິ​ປັນນະ​ຕັງ: ຂ້າພະ​ເຈົ້າ​ຜູ້​ໄຫວ້​ຢູ່​ຈະ​ປະພຶດ​ຕາມ​ຊຶ່ງ​ຄວາມ​ປະຕິບັດ​ດີ​ຂອງ ພຣະສົງຄ
ນັຕຖິ ​ເມ ສະຣະນັງ ອັນ​ຍັງ ສັງ​ໂຄ ​ເມ ສະຣະນັງ ວະຣັງ: ສຣນະ​ອື່ນ​ຂອງ​ຂ້າພະ​ເຈົ້າ​ບໍ່​ມີ, ພຣະສົງຄ​ເປັນສຣນະ​ອັນ​ປະ​ເສີ​ຖຂອງ​ຂ້າພະ​ເຈົ້າ
*ສຳລັບ​ຄຳ​ທີ່ຢູ່​ໃນ​ວົງ​​ເລັບ​ແມ່ນ​​ໃຫ້​ຜູ້​ຍິງ​ເວົ້າ (ທາສີ) (ຕີ​ຫັງ)
​ເອ​ເຕນະ ສັຈຈະ​ວັຊ​ເຊ​ນະ ວັທ​ເທີຍ​ຍັງ ສັຕຖຸສາສະ​ເນ: ​ດ້ວຍ​ການ​ກ່າວ​ຄຳ​ສັຕຍນີ້​ຂ້າພະ​ເຈົ້າ​ຕ້ອງ​ຈະ​ເຣີນ​ໃນ​ພຣະສາສນາ​ຂອງ​ພຣະສາສດາ
ສັງ​ຄັງ ​ເມ ວັນ​ທະ​ມາ​ເນ​ນະ (ມາ​ນາ​ຍະ) ຍັງ ປຸນ​ຍັງ ປະສຸ​ຕັງ ອິທະ: ຂ້າພະ​ເຈົ້າ​ຜູ້​ໄຫວ້​ຢູ່​ຊຶ່ງ​ພຣະສົງຄ​ໄດ້​ຂົນຂວາຍ​ບຸນ​ໃດ​ໃນ​ບັດ​ນີ້
ສັ​ພ​ເພ​ປິ ອັນຕະຣາຍາ ​ເມ ມາ​ເຫ​ສຸງ ຕັສສະ ​ເຕຊະ​ສາ: ອັນຕລາຍ​ທັງ​ປວງ​ຢ່າ​ໄດ້​ມີ​ແກ່ຂ້າພະ​ເຈົ້າ​ດ້ວຍ​ເດຊ​ແຫ່ງ​ບຸ່ນ​ນັ້ນ
*ສຳລັບ​ຄຳ​ທີ່ຢູ່​ໃນ​ວົງ​​ເລັບ​ແມ່ນ​​ໃຫ້​ຜູ້​ຍິງ​ເວົ້າ (ມາ​ນາ​ຍະ)


ກົ້ມ​ຫົວ​ລົງ​ແລ້ວ​​ເວົ້າ​ວ່າ
ກາເຍ ນະວາຈາ ຍະ ວະ ເຈຕະສາ ວາ: ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ
ສັງ​ເຄ ກຸກັມມັງ ປະກະຕັງ ມະຍາຍັງ: ກັມໜ້າຕິຕຽນອັນໃດທີ່ຂ້າພະເຈົ້າກະທຳແລ້ວໃນ ພຣະສົງຄ
ສັງ​ໂຄ ປະຕິກຄັນຫະຕຸ ອັຈຈະຍັນຕັງ: ຂໍພຣະສົງຄ ຈົ່ງງົດຊຶ່ງໂທສລ່ວງເກີນອັນນັ້ນ
ກາຣັນຕະເຣ ສັງວະຣິຕຸງ ວະ ສັງ​ເຄ: ​ເພື່ອ​ການ​ສຳຣວມ ລະວັງ ​ໃນພຣະສົງຄໃນ​ກາລຕໍ່​ໄປ
 
 

(ຈົບ​ການ​ໄຫວ້​ພຣະ​ແລງ)

ບົດ​ສຸດ​ພິ​ເສດ​ຕໍ່​ໄຫວ້​ພຣະຕອນ​ແລງ ພິຈາຣນາ​ທຸກ​ວັນ
ອັຊຊະ​ມາຍາ
(ຫັນ​ທະ​ ມະ​ຍັງ ອະຕິ​ຕະປັຈຈະ​ເວ​ກຂະນະ​ປາ​ຖັງ ພະນາ​ມະ ​ເສ)

1. ວ່າ​ດ້ວຍ​ຈີວອນ
ອັຊຊະ ມະ​ຍາ ອະ​ປັຈຈະ​ເວ​ກຂິຕະວາ ຍັງ ຈີວະຣັງ ປະຣິພຸ​ຕຕັງ: ຈີວອນ​ໃດ​ອັນ​ເຮົາ​ນຸ່ງ​ຮົ່ມ​ແລ້ວ ບໍ່​ທັນ​ພິຈາຣນາ​ໃນ​ວັນ​ນີ້
ຕັງ ຍາວະ​ເທວະ ສີ​ຕັສສະ ປະຕິ​ຄາ​ຕາ​ຍະ: ຈີວອນ​ນັ້ນ​ເຮົາ​ນຸ່ງ​ຮົ່ມ​ແລ້ວ ພຽງ​ເພື່​ອບຳບັດ​ຄວາມ​ໜາວ
ອຸນຫັສສະ​ປະຕິ​ຄາ​ຕາ​ຍະ: ​ເພື່ອ​ບຳບັດ​ຄວາມ​ຮ້ອນ
ດັງ​ສະ​ມະ​ກະ​ສະ​ວາຕາ​ຕະປະ​ສິຣິງສະ​ປະ​ສັມຜັສສາ​ນັງ ປະຕິ​ຄາ​ຕາ​ຍະ: ​ເພື່ອ​ບຳບັດ​ສັມຜັສອັນ​ເກີດ​ຈາກ ​ເຫຼືອກ, ຍຸງ, ລົມ, ​ແດດ, ​ແລະ ສັຕ​ເລືອ​ຄານ​ທັງຫຼາຍ
ຍາວະ ​ເທວະ ຫິຣິ​ໂກ​ປິ ນະ​ປະ​ຕິ​ຈສາ​ທະນັຕຖັງ: ​ແລະ​ພຽງ​ເພື່ອ​ປົກ​ປິດ​ອວັຍະ​ວະ​ອັນ​​ໃຫ້​ເກີດ​ຄວາມ​ລະອາຍ

2. ວ່າ​ດ້ວຍ​ບິນ​​ດະ​ບາ​ຕ
ອັຊຊະ ມະ​ຍາ ອະ​ປັຈຈະ​ເວ​ກຂິຕະວາ ​ໂຍ ປິນດາ​ປະ​ໂຕ ປະຣິພຸ​ຕ​ໂຕ: ບິນ​ດະ​ບາ​ຕ​ໃດ​ອັນ​ເຮົາ​ສັນ​ແລ້ວ ບໍ່​ທັນ​ພິຈາຣນາ​ໃນ​ວັນ​ນີ້
​ໂສ ​ເນ​ວະ ທະວາ​ຍະ: ບິນ​ດະ​ບາ​ຕນັ້ນ​ເຮົາ​ສັນ​ແລ້ວ ບໍ່​ໃຫ້​ເປັນ​ໄປ​ເພື່ອ​ຄວາມ​ເພີດ​ເພີນ​ສນຸກສນານ
ນະ ມະ​ທາ​ຍະ: ບໍ່​ໃຫ້​ເປັນ​ໄປ​ເພື່ອ​ຄວາມ​ເມົາ​ມັນ​ເກີດ​ກຳລັງ ພລັງ​ທາງ​ກາຍ
ນະ ມັນ​ດະ​ນາ​ຍະ: ບໍ່​ໃຫ້​ເປັນ​​ໄປ​ເພື່ອ​ປະດັບ
ນະ ວິ​ພູ​ສະ​ນາ​ຍະ: ບໍ່​ໃຫ້​ເປັນ​ໄປ​ເພື່ອ​ຕົກ​ແຕ່ງ
ຍາວະ​ເທວະ ອິມັສສະ ກາ​ຍັສສະ ຖິຕິ​ຍາ: ​ແຕ່​ໃຫ້​ເປັນ​ໄປ​ພຽງ​ເພື່ອ​ຄວາມ​ຕັ້ງ​​ຢູ່​ໄດ້​ທາງ​ກາຍ​ນີ້
ຍາ​ປະ​ນາ​ຍະ: ​ເພື່ອ​ຄວາມ​ເປັນ​ໄປ​ໄດ້​ຂອງ​ອັຕຕະພາບ
 
ວິຫິງ​ສຸ​ປະຣະຕິ​ຍາ: ​ເພື່ອ​ຄວາມ​ສິ້ນ​ໄປ​ແຫ່ງ​ຄວາມ​ລຳບາກ​ທາງ​ກາຍ
ພຣົມະ​ຈາຣິຍານຸຄຄະ​ຫາ​ຍະ: ​ເພື່ອ​ອະນຸ​ເຄາະ​ແກ່​ການ​ປະ​ພຶດພຣົມະ​ຈັນ
ອິຕິ ປຸຣານັນ​ຈະ ​ເວທະ​ນັງ ປະ​ຕິ​ຫັງຂາ​ມິ: ດ້ວຍ​ການ​ທຳ​ຢ່າງ​ນີ້ ​ເຮົາ​ຍ່ອມ​
ລະງັບ​ເສຍ​ໄດ້​ຊຶ່ງ​ທຸກຂະ​ເທ​ນາ​ເກົ່າ​ຄື​ຄວາມ​ຫິວ
ນະ​ວັນ​ຈະ​ເວທະ​ນັງນະ ອຸປປາ​ເທສສາມິ: ​ແລະ ບໍ່​ທຳ​ທຸກ​ນະ​ເວທນາ​ໃໝ່​ໃຫ້​ເກີດ​ຂຶ້ນ
ຍາ​ຕະຣາ ຈະ ​ເມ ພະ​ວິສສະຕິ ອະ​ນະວັຊຊະ​ຕາ ຈະ ຜາ​ສຸ​ວິຫາ​ໂຣຈາ​ຕິ: ອັນ​ໜຶ່ງ​ຄວາມ​ເປັນ​ໄປ​ໂດຍ​ສະດວກ​ແຫ່ງ​ອັຕຕະພ​າບນີ້​ດ້ວຍ, ຄວາມ​ເປັນ​ຜູ້​ຫາ​ໂທສບໍ່​ໄດ້​ດ້ວຍ ​ແລະ ຄວາມ​ເປັນ​ຢູ່​ໂດຍ​ຜາ​ສຸຂດ້ວຍ​ຈະ​ມີ​ແກ່​ເຮົາ ດັ່ງ​ນີ້

3. ວ່າ​ດ້ວຍ​ເສນສນະ
ອັຊຊະ ມະ​ຍາ ອະ​ປັຈຈະ​ເວ​ກຂິຕະວາ ຍັງ ​ເສນສະ​ນັງ ປຣິພຸ​ຕຕັງ: ​ເສນສນະ​ໃດ​ອັນ​ເຮົາ​ໃຊ້​ສອຍ​ແລ້ວ ຍັງ​ບໍ່​ທັນ​ພິຈາຣນາ​ໃນ​ວັນ​ນີ້
ຕັງ ຍາວະ​ເທວະ ສີ​ຕັສສະ ປະຕິ​ຄາ​ຕາ​ຍະ: ​ເສນສະ​ນະ​ນັ້ນ​ເຮົາ​ໃຊ້​ສອຍ​ແລ້ວ​ພຽງ​ເພື່ອ​ບຳບັດ​ຄວາມ​ໜາວ
ອຸນຫັສສະ ປະຕິ​ຄາ​ຕາ​ຍະ: ​ເພື່ອ​ບຳບັດ​ຄວາມ​ຮ້ອນ
ດັງ​ສະ​ມະ​ກະ​ສະ​ວາຕາ​ຕະປະ​ສິຣິງສະ​ປະ​ສັມຜັສສາ​ນັງ ປະຕິ​ຄາ​ຕາ​ຍະ: ​ເພື່ອ​ບຳບັດ​ສັມຜັສ​ອັນ​ເກີດ​ຈາກ ​ເຫຼືອກ, ຍຸງ, ລົມ, ​ແດດ ​ແລະ ສັຕ​ເລື​ອຄານ​ທັງຫຼາຍ
ຍາວະ​ເທວະ ອຸຕຸ​ປະຣິສສະຍະ​ວິ​ໂນ​ທະນັງ ປະຕິສັລລາ​ນາຣາມັຕຖັງ: ພຽງ​ເພື່ອ​ບັນ​ເທົາ​ອັນຕຣາຍອັນ​ຈະ​ຕ້ອງ​ມີ​ຈາກ​ດິນ​ຟ້າ​ອາກາດ ​ແລະ ​ເພື່ອ​ຄວາມ​ເປັນ​ຜູ້​ຍິນ​ດີ​ຢູ່​ໄດ້​ໃນ​ທີ່​ຫຼີກ​ເວັ້ນສຳລັບ​ພາວ​ນາ

4. ວ່າ​ດ້ວຍ​ຄິລາ​ເພສັຊ
ອັຊຊະ ມະ​ຍາ ອະ​ປັຈຈະ​ເວ​ກຂິຕະວາ ​ໂຍ ຄິລາ​ນະ​ປັຈຈະ​ຍະ​ເພສັຊຊະ​ປະຣິຂາ ​ໂຣປະຣິພຸ​ຕ​ໂຕ: ຄິລານະ​ເພສັຊບໍຣິຂາຣ​ໃດ​ອັນ​ເຮົາ​ບໍຣິ​ໂພ​ກ​ແລ້ວ​ບໍ່​ທັນ​ພິຈາຣນາ​ໃນ​ວັນ​ນີ້
​ໂສ​ຍາ ວະ​ເທວະ ອຸປປັນ​ນາ​ນັງ ​ເວີຍ​ຍາ​ພາ​ທິການັງ ​ເວທະນາ​ນັງ ປະຕິ​ຄາ​ຕາ​ຍະ: ຄິລານະ​ເພສສັຊບໍລິຂາຣນັ້ນ​ເຮົາ​ບໍຣິ​ໂພ​ກ​ແລ້ວ ພຽງ​ເພື່ອ​ບຳບັດ​ທຸກຂຂະ​ເວທະນາ ອັນ​ບັງ​ເກີດ​ຂຶ້ນ​ແລ້ວ ມີ​ອາພາ​ທຕ່າງໆ​ເປັນ​ມູລ
ອັພພະຍາ​ປັຊຊະ​ປະຣະມະ​ຕາ​ຍາຕິ: ​ເພື່ອ​ຄວາມ​ເປັນ​ຜູ້​ບໍ່​ມີ​ໂຣຄບຽດບຽນ​ເປັນ​ຢ່າງ​ຍິ່ງ ດັ່ງ​ນີ້




 
ອຸທທິສສນາ​ທິຖຖານ​ຄາຖາ
(ຫັນ​ທະ ມະ​ຍັງ ອຸທທິສສະ​ນາ​ທິຕຖານະ ຄາຖາ​ໂຍ ພະນາ​ມະ ​ເສ)

ອິມິ​ນາ ປຸນ​ຍະ​ກັນ​ເມ​ນະ:       ດ້ວຍ​ບຸນ​ນີ້​ອຸ​ທິສ​ໃຫ້
ອຸປປັຊຊາຍາ ຄຸ​ນຸຕຕະຣາ:      ອຸປປັຊຊາຍຜູ້​ເລີດ​ຄຸນ
ອາ​ຈະຣິຍູ​ປະກາຣາ ຈະ:       ​ແລະ ອາຈາຣຜູ້​ເກື້ອ​ໜູນ
ມາ​ຕາ​ປິຕາ ຈະ ຍາ​ຕະກາ:     ທັງ​ພໍ່​ແມ່ ​ແລະ ປວງ​ຍາຕິ
ສຸຣິ​ໂຍ ຈັນ​ທິມາ ຣາຊາ:       ສຸຣິຍະ​ຈັນ ​ແລະ ຣາຊາ
ຄຸນະ​ວັນ​ຕາ ມະຣາປິ ຈະ:      ຜູ້​ຊົງ​ຄຸນ ຫຼື ສູງ​ຊາດ
ພຣົມມະ​ມາຣາ ຈະ ອິນທາ ຈະ: ພຣົມ ມາຣ ​ແລະ ອຶນ​ທະຣາຊ
​ໂລກະ​ປາຣາ ຈະ ​ເທວະ​ຕາ:    ທັງ​ທວຍ​ເທພ ​ແລະ ​ໂລກ​ບາ​ລ
ຍະ​ໂມ ມິ​ຕຕາ ມະນຸ​ສສາ ຈະ:  ຍົມມະຣາຊ ມນຸສຍມິ​ຕ
ມັຊຊັຕຕາ ​ເວຣິກາ​ປິ ຈະ:      ຜູ້​ເປັນກາງ​ຜູ້​ຈອງ​ເວຣ
ສັພ​ເພ ສັຕຕາ ສຸຂີ ​ໂຫນ​ຕຸ:    ຂໍ​ໃຫ້​ເປັນ​ສຸຂສັນຕິ​ທຸກ​ທົ່ວ​ໜ້າ​ຢ່າ​ທຸກ​ທົນ
ປຸນ​ຍາ​ນິ ປະ​ກະ​ຕາ​ນິ ​ເມ:     ບຸນ​ຍອງ​ທີ່​ຂ້າ​ທຳ​ຈົ່ງ​ຊ່ວຍ​ອຳນວຍ​ສຸຂຜົລ
ສຸ​ຂັງ ຈະ ຕິ​ວິ​ທັງ ​ເທ​ນຕຸ:     ຂໍ​ໃຫ້​ສຸຂສາມ​ຢ່າງ​ລົ້ນ
ຂີ​ປປັງ ປາ​ເປ​ຖະ ​ໂວ​ມະ​ຕັງ:   ​ໃຫ້​ບັນລຸ ​ເຖິງ​ນິພພານ​ເຖີ້ນ
ອິມິ​ນາ ປຸນ​ຍະ​ກັມ​ເມ​ນະ:      ດ້ວຍ​ບຸນ​ນີ້​ທີ່​ເຮົາ​ທຳ
ອິມິ​ນາ ອຸທທິ​ເສະ ຈະ:        ​ແລະ​ອຸທິດ​ໃຫ້​ປວງ​ສັຕ
ຂິປປາ​ທັງ ສຸລະ​ເພ ​ເຈ​ວະ:     ​​ເຮົາ​ພລັນ​ໄດ້​ຊຶ່ງ​ການ​ຕັດ
ຕັນ​ຫຸປາທາ​ນະ​ເສ​ທະນັງ:      ຕົວ​ຕັນຫາ ​ແລະ ອຸປະ​ທານ
​ເຍ ສັນຕາ​ເນ ຫິນາ ທັມມາ:    ສິ່ງ​ຊົ່ວ​ຮ້າຍ​ໃນ​ດວງ​​ໃຈ
ຍາວະ ນິພພານະ​ໂຕ ມະ​ມັງ:    ກວ່າ​ເຮົາ​ຈະ​ເຖິງ​ນິພພານ
ນັສສັຕຸ ສັພພະທາ ​ເຍວະ:     ມລາຍ​ສິ້ນ​ຈາກ​ສັນດານ
ຍັຕຖະ ຊາ​​ໂຕ ພະ​ເວ ພະ​ເວ:   ທຸກໆ​ພົບ​ທີ່​ເຮົາ​ເກີດ
ອຸ​ຊຸ​ຈິຕຕັງ ສະຕິ​ປັນຍາ:        ມິ​ຈິດ​ຕົງ ​ແລະ ສະຕິ​ປັນຍາ​ອັນ​ປະ​ເສີ​ຖ
ສັລ​ເລ​​ໂຂ ວິຣິຍັມຫິນາ:       ພ້ອມ​ທັງ​ຄວາມພຽນ​ເລີດ​ເປັນ​ເຄື່ອງ​ຂູດ​ກິ​ເລ​ສຫາຍ
ມາຣາ ລະ​ພັນ​ຕຸ ​ໂນ​ກາ​ສັງ:    ​ໂອກາດ​ຢ່າ​ໄດ້​ມີ​ແກ່​ໝູ່​ມານ​ສິ້ນ​ທັງຫຼາຍ
ກາ​ຕຸ​ນຈະ ວິຣິ​ເຍສຸ​ ​ເມ:        ​ເປັນ​ຊ່ອງ​ປະ​ທຸ​ສະຣ້າຍທຳລາຍ​ຄວາ​ພຽນ​ຈົມ
ພຸ​ທທາ​ທິປະ​ວະ​ໂຣ ນາ​ໂຖ:     ພຣະພຸ​ທທະ​ຜູ້​ບໍວອນ​ນາ​ຖ
ທັມ​ໂມ ນາ​ໂຖ ວະຣຸຕຕະ​ໂມ:   ພຣະທັມ​ທີ່​ເພິ່ງ​ອຸດົມ
ນາ​ໂຖ ປັຈະ​ຈກະພຸ​ທ​ໂທ​ ຈະ:    ພຣະປັຈ​ເຈ​ກະພຸ​ທທະ​ສົມ
 
ສັງ​ໂຄ ນາ​ໂຖ​ຕຕະ​ໂຣ ມະ​ມັງ:   ທົບ​ພຣະສົງຄທີ່​ເພິ່ງ​ຜຍອງ
​ເຕ​ໂສຕຕະມານຸພາ​ເວ​ນະ:       ດ້ວຍ​ອະນຸ​ພາບ​ນັ້ນ
ມາ​ໂຣກາ​ສັງ ລະ​ພັນ​ຕຸ ມາ:     ຂໍ​ໝູ່​ມາຣຢ່າ​ໄດ້​ຊ່ອງ
ທະສະ​ປຸນ​ຍານຸພາ​ເວ​ນະ:       ດ້ວຍ​​ເດຊ​ແຫ່ງ​ບຸນ​ທັງ​ສິບ​ປ້ອງ
ມາ​ໂຣກາ​ສັງ ລະ​ພັນ​ຕຸ​ມາ:      ຢ່າ​ເປີດ​ໂອກາດ​ແກ່​ມານ​ເທີ້ນ


ຄຳ​​ແຜ່​ເມດ​ຕາ​ຍາວ (​ແປ)

ສັພ​ເພສັຕຕາ: ອັນວ່າ​ສັຕທັງຫຼາຍ​ທັງ​ປວງທີ່​ເປັນ​ເພື່ອນ​ທຸກ​ເກີດ ​ແກ່ ​ເຈັບ ຕາຍ​ດ້ວຍ​ກັນ​ທັງ​ໝົດ​ສິ້ນ
ອະ​ເວຣ ​​ໂຫນ​ຕຸ: ຂໍ​ຈົ່ງ​ຢ່າ​ໄດ້​ມີ​ເວຣ​ແກ່​ກັນ ​ແລະ ກັນ​ເລີຍ
ອັພພະຍາ ປັຊຊາ ​​ໂຫນ​ຕຸ: ຂໍ​ຈົ່ງ​ຢ່າ​ໄດ້​ບຽດບຽນ​ຊຶ່ງ​ກັນ​ແລະ​ກັນ​ເຖີ້ນ
ອະ​ນິຄາ ​​ໂຫນ​ຕຸ: ຂໍ​ຈົ່ງ​ພາກັນ​ຢູ່​ເປັນ​ສຸຂຢ່າ​ມີ​ທຸກຂ​ເຖີ້ນ
ສຸຂີ ອັຕຕະນັງ ປະຣິຫະຣັນຕຸ: ຂໍ​ຈົ່ງ​ພາກັນ​ຮັກສາຕົນ, ຂອງຕົນ​ໃຫ້​ເປັນ​ສຸກຂ​ເທີ້ນ
*ສັພ​ເພສັຕຕາ: ອັນວ່າ​ສັຕທັງຫຼາຍ​ທັງ​ປວງທີ່​ເປັນ​ເພື່ອນ​ທຸກ​ເກີດ ​ແກ່ ​ເຈັບ ຕາຍ​ດ້ວຍ​ກັນ​ທັງ​ໝົດ​ສິ້ນ
ສັບພະ ທຸກຂາ ປະ​ມັນ​ຈັນ​ຕຸ: ຂໍ​ຈົ່ງ​ພາກັນ​ພົ້ນ​ຈາກ​ທຸກຂທັງ​ປວງ​ເຖີ້ນ
*ສັພ​ເພສັຕຕາ: ອັນວ່າ​ສັຕທັງຫຼາຍ​ທັງ​ປວງທີ່​ເປັນ​ເພື່ອນ​ທຸກ​ເກີດ ​ແກ່ ​ເຈັບ ຕາຍ​ດ້ວຍ​ກັນ​ທັງ​ໝົດ​ສິ້ນ
ລັທທະ​ສັມປັຕຕິ​ໂຕ ມາ ວິກຄັຈສັນ​ຕຸ: ຂໍ​ຈົ່ງຢ່າ​ໄດ້​ພັດ​ພາກ ຈາກ​ລາ​ບ, ຍົສສັນຣະ​ເສີນ ສຸຂ ອັນ​ຕົນ​ໄດ້​ແລ້ວ​ເລີຍ
ກັມ​ມັສສະກາ: ມີ​ກັມ​ເປັນ​ຂອງ ຂອງ​ຕົນ
ກັມມະ​ທາຍາ​ທະ: ມີ​ກັມ​ເປັນ​ມໍລະດົກ
ກັມມະ​ໂຍນີ: ມີ​ກັມ​ເປັນ​ບໍ່​ເກີດ
ກັມມະພັນ​ທຸ: ມີ​ກັມ​ເປັນ​ພວກ​ພ້ອງ
ກັມມະ​ປະຕິ​ສະຣະນາ: ມີ​ກັມ​ເປັນ​ທີ່​ເພີ່ງ​ພາ​ອາ​ສັຍ
ຍັງ ກັມ​ມັງ ກະຣິສສັນຕິ: ສັຕທັງຫຼາຍ​ຈັກ​ທັມ​ກັມ​ອັນ​ໃດ​ໄວ້
ກັລລະ​ຍາ​ນັງ ວາ: ດີກໍຕາມ
ປາປະ​ກັງ ວາ: ຊົ່ວ​ກໍ​ຕາມ
ຕັສສະ​ທາຍາ​ທາ ພະ​ວິສສັນຕິ: ສັຕທັງຫຼາຍຈະ​ເປັນ​ຜູ້​ຮັບ​ຜົນ​ຂອງ​ກຳ​ນັ້ນໆ
*ອະ​ຍັງ​ໂຂ​​ເມ ກາ​ໂຍ: ກາຍ​ຂອງ​ເຮົາ​ນີ້​ແລ
ອຸທທັງ ​ປາທະ​ຕະລາ: ​ເບື້ອງບົນ​ແຕ່​ພື້ນ​ເທົ້າ​ຂຶ້ນ​ມາ
 
ອະ​ໂທ​ເກ​ສະມັຕຖະກາ: ​ເບື້ອງ​ຕ່ຳ​ແຕ່​ປາຍ​ຜົມ​ລົງ​ໄປ
ຕະຈະ​ປະຣິຍັນ​ໂຕ: ມີ​ໜັງ​ຫຸ້ມຢູ່​ເປັນ​ທີ່​ສຸດ​ຮອບ
ປຸ​ໂຣນາ​ນັປປະກາ​ຣັສສະ ອະສຸຈິ​​ໂນ: ​ເຕັມ​ໄປ​ດ້ວຍ​ຂອງ​ບໍ່​ສະອາດ​ມີ​ປະການ​ຕ່າງໆ
ອັຕຖິ ອິມມັສສະ​ມິ​ງ ກາ​ເຍ: ມີ​ຢູ່​ໃນ​ກາຍ​ນີ້



​* ​ເກສາ: ຜົມ​ທັງຫຼາຍ
ນະຂາ: ​ເລັບ​ທັງຫຼາຍ
ຕະ​ໂຈ: ໜັງ
ນະຫາຣູ: ​ເອັນ​ທັງຫຼາຍ
ອັຕຖິມິນ​ຊັງ: ​ເຫຍື້​ອ​ໃນ​ກະດູກ
ຫະທະ​ຍັງ: ຫົວ​ໃຈ
ກິ​ໂລ​ມະ​ກັງ: ພັງ​ຜື​ດ
ປັບຜາ​ສັງ: ປອດ
ອັນ​ຕະຄຸ​ນັງ: ​ໄສ້​ນ້ອຍ
ກະຣິສັງ: ອາຫານ​ເກົ່າ
​ເສມຫັງ: ນ້ຳສະ​ເລດ
​ໂລ​ຫິຕັງ: ນ້ຳ​ເລືອດ
​ເມ​ໂທ: ນ້ຳມັນ​ຂຸ້ນ
ວະສາ: ນ້ຳມັນ​ແຫຼວ
ສິງຄາ​ນິກາ: ນ້ຳ​ມູກ
ມຸຕຕັງ: ນ້ຳ​ມູຕຣ
​ໂລມາ: ຂົນ​ທັງຫຼາຍ

ທັນຕາ: ​ແຂ້ວ​ທັງຫຼາຍ
ມັງສັງ: ຊີ້​ນ
ອັຕຖິ: ກະ​ດູກ​ທັງຫຼາຍ
ວັກ​ກັງ: ມ້າມ
ຍະກະ​ນັງ: ຕັບ
ປີ​ຫະກັງ: ​ໄຕ
ອັນ​ຕັງ: ​​ໄສ້​ໃຫຍ່
ອຸ​ທະຣິຍັງ: ອາຫານ​ໃໝ່
ປິດ​ຕັງ: ນ້ຳ​ບີ
ປຸພ​​ໂພ: ນ້ຳ​ໜອງ
​ເສ​ໂທ: ນ້ຳ​ເຫື່ອ
ອັສສຸ: ນ້ຳ​ຕາ
​ເຂ​ໂລ: ນ້ຳລາຍ
ລະ​ສີກາ: ​ໄຂ​ຂໍ
ມັຕຖະລຸງ​ຄັນ: ມັນສະໝອງ


* ອະ​ຍັງ ​ໂຂ​ເມ ກາ​ໂຍ: ກາຍ​ຂອງ​ເຮົາ​ນີ້​ແລ
ອຸທທັງ ​ປາທະ​ຕະລາ: ​ເບື້ອງ​ບົນ​ແຕ່​ພື້ນ​ເທົ້າ​ຂຶ້ນ​ມາ
ອະ​ໂທ​ເກ​ສະມັຕຖະກາ: ​ເບື້ອງຕ່ຳ​ແຕ່​ປາຍ​ຜົມ​ລົງ​ໄປ
ຕະຈະ​ປະຣິຍັນ​ໂຕ: ມີ​ໜັງ​ຫຸ້ມ​ຢູ່​ເປັນ​ທີ່​ສຸດ​ຮອບ​
​ປຸ​ໂຣນາ​ນັປປະກາຣັສສະ ອະສຸຈິ​ໂນ: ​ເຕັມ​ໄປ​ດ້ວຍ​ຂອງ​ບໍ່​ສະອາດ ມີ​ປະການ​ຕ່າງໆ ສາມ​ສິບ​ສອງຢ່າງ ນີ້​ແລ
ຊາ​ທິທັມ​ໂມມ​ຫິ: ​​ເຮົາ​ມີ​ຄວາມ​ເກີດ​ເປັນ​ທຳມະ​ດາ
ຊາ​ທິງ​ອະນາຄາ​ຕຕິ​ຕາ (​ໂຕ)*: ​ເຮົາ​ບໍ່​ລ່ວງ​ພົ້ນ​ຄວາມ​ເກີດ​ໄປ​ໄດ້
ຊາ​ທິທທັມ​ໂມມ​ຫິ: ​ເຮົາ​ມີ​ຄວາມ​ແກ່​ເປັນ​ທຳ​ມະ​ດາ
ຊາຣັງອະ​ນາ​ຕິ​ຕາ (​ໂຕ)*: ​ເຮົາ​ບໍ່​ລ່ວງ​ພົ້ນຄວາມ​ແກ່​ໄປ​ໄດ້
 
ພະຍາ​ທິທັມ​ໂມມ​ຫິ: ​ເຮົາ​ມີ​ຄວາມ​ເຈັບ​​ໄຂ້​ເປັນ​ທຳ​ມະ​ດາ
ພະຍາ​ທິງ​ອະນາ​ທິຕາ (​ໂຕ)*: ​ເຮົາ​ບໍ່​ລ່ວງ​ພົ້ນ​ຈາກ​ຄວາມ​ເຈັບ​ໄຂ້​​ໄປ​ໄດ້
ມໍ​ລະນະ​ທິທທັມ​ໂມມ​ຫິ: ​ເຮົາ​ມີ​ຄວາມ​ຕາຍ​ເປັນທຳ​ມະ​ດາ
ມໍລະນັງ​ອະນາຄາ​ທີ​ຕາ: ​ເຮົາ​ບໍ່​ລ່ວງ​ພົ້ນ​ຄວາມ​ຕາຍ​ໄປ​ໄດ້
(​ໂຕ)* ​ແມ່ນ​ຜູ້​ຊາຍ​​ເວົ້າ
* ບໍ່​ແມ່ນ​​ເພາະ​ເວົ້າ​ເກັ່ງ ບໍ່​ແມ່ນ​ເພາະ​ມີ​ຜິວ​ພັນ​ສວຍ​ງາມ​ທີ່​ເຮັດ​ໃຫ້​ຄົນ​ເປັນ​ຄົນ​ດີ​ໄດ້, ຖ້າ​ຫາ​ເຂົາ​ຍັງ​ມີ​ຄວາ​ມຣິສະຍາ ມີ​ຄວາມ​ຂີ້​ຖີ່ ​ເຈົ້າ​ເລ​ມານ​ຍາ (​ເຂົາ​ກໍ່​ເປັນ​ຄົນ​ດີ​ບໍ່​ໄດ້)

ວັນ​ທາ ​ແລະ ບາ​ລີ (​ແປ)
ນັ່ງ​ຂຸ​ເຂົ່າ ພະນົມ​ມື ​ແລ້ວ​ກ່າວ​ວັນ​ທາ​ວ່າ
ວັນ​ທາ​ໃຫຍ່ (​ແປ)
  • ອຸ​ກາສະ ວັນ​ທາ​ມິ ພັນ​ເຕ: ຂ້າ​ແຕ່​ທ່ານ​ຜູ້​ຈະ​ເຣິນ, ຂ້ານ້ອຍ​ຂໍ​ໂອກາດ​ໄຫວ້​ນະ​ບັດ​ນີ້
  • ​ເຈ​ຕິ​ຍັງ ສັພພັງ ສັພພັຕະຖາ​ເນ ສຸ​ປະຕິ​ຕຖິຕັງ ສາຣິຣິກະທາ​ທາຕຸ​ມະຫາ​ໂພທິ​ງ        ພຸ​ທທະຣູປັງ ສະກະ​ລັງ ສະທາ: ຂ້າ​ຂໍ​ໄຫວ້​ພຣະ​ເຈດີ, ພຣະສາຣິຣິກະທາ​ຕ, ຕົ້ນ​ມະຫາ​ໂພ​ທີ, ທັງ​ໝົດ ອັນ​ປະດິສສະຖານ​ໄວ້​ດີ​ແລ້ວ ​ໃນ​ທີ່​ທຸກ​ສະຖານ ​ແລະ ພຣະພຸທທະ​ຮູບ​ເຈົ້າ​ໃຂກາລທຸກ​ເມື່ອ
  • ກາ​ຍະ​ສາ ວາ​ຈະ​ສາ ມານະ​ສາ ​ເຈ ວະ​ວັນ​ທ​າ​ເມ ​ເຕ ຕະຖາຄະ​ເຕ ສະຍະ​ເນ ອາສະ​ເນ ຖາ​ເນ ຄະມະ​ເນ ຈາ​ປິ ສັພພະທາ: ຂ້າ​ຂໍ​ໄຫວ້​ພຣະຕະຖາຄົຕ​ເຈົ້າ​ເຫຼົ່າ​ນັ້ນ​ດ້ວຍ​ກາຍ ວາຈາ ​ແລະ ​ໃຈ​ນັ້ນ​ແລ, ທັງ​ໃນ​ທີ່​ນອນ, ທີ່​ນັ່ງ, ທີ່​ຢືນ ​ແລະ ​ໃນ​ເວລາ​ໄປ​ໃຂກາລທຸກ​ເມື່ອ
ວັນ​ທາ​ນ້ອຍ (​ແປ)
  • ອຸ​ກາສະ ວັນ​ທາ​ມິ ພັນ​ເຕ: ຂ້າ​ແຕ່​ທ່ານ​ຜູ້​ຈະ​ເຣິນ, ຂ້ານ້ອຍ​ຂໍ​ໂອກາດ​ໄຫວ້​ນະ​ບັດ​ນີ້
  • ສັພພັງ ອະປະຣາທັງ ຂະ​ມະ​ຖະ ​ເມ ພັນ​ເຕ: ຂໍ​ທ່ານ​ຜູ້ຈະ​ເຣີນ ຈົ່ງ​ອົ​ດ​ໂທສະທັງ​ປວງ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ
  • ມະ​ຍາ ກະຕັງ ປຸນ​ຍັງ ສາ​ມິ​ນາ ອະນຸ​ໂມ​ທິຕັພພັງ: ບຸນ​ໃດ​ທີ່​ຂ້ານ້ອຍ​ໄດ້​ທຳ​ແລ້ວ ຂໍ​ໃຫ້​ທ່ານ​ຈົ່ງ​ມີ​ສ່ວນ​ອະນຸ​ໂມທະນາ​ນຳ
  • ສາ​ມິ​ນາ ກະຕັງ ປຸນ​ຍັງ ມັຍ​ຫັງ ທາ​ຕັພພັງ: ບຸນ​ໃດ​ທີ່​ທ່ານ​ທຳ​ ຂໍ​ໃຫ້​ຂ້ານ້ອຍ​ໄດ້​ມີ​ສ່ວນ​ໄດ້​ຮັບ​ຜົລບຸນ​ນັ້ນ​ດ້ວຍ
  • ສາທຸ ສາທຸ ອະນຸ​ໂມ​ທາ​ມິ: ດີ​ແລ້ວ ດີ​ແລ້ວ ຂ້ານ້ອຍ​ຂໍອະນຸ​ໂມທະນາ




ວັນ​ທາ​​ໃຫຍ່ (ບາ​ລີ)
ອຸ​ກາສະ ວັນ​ທາ​ມິ ພັນ​ເຕ ​ເຈຕິ​ຍັງ ສັພພັງ ສັພພັຕຕະຖາ​ເນ ສຸ​ປະຕິ​ຕຖິຕັງ ສາຣິຣິກະທາ​ຕຸ ມະຫາ​ໂພທິ​ງ ພຸ​ທທະຣູປັງ ສະ​ກະ​ລັງ ສະທາ ກາ​ຍະ​ສາ ວາ​ຈະ​ສາ ມານະ​ສາ ​ເຈ ວະ​ວັນ​ທາ​ເມ ​ເຕ ຕະຖາຄະ​ເຕ ສະຍະ​ເນ ອາສະ​ເນ ຖາ​ເນ ຄະມະ​ເນ ຈາ​ປິ ສັພພະທາ

ວັນ​ທາ​ນ້ອຍ (ບາ​ລີ)
ອຸ​ກາສະ ວັນ​ທາ​ມິ ພັນ​ເຕ ສັພພັງ ອະປະຣາທັງ ຂະ​ມະ​ຖະ ​ເມ ພັນ​ເຕ ມະ​ຍາ ກະຕັງ ປຸນ​ຍັງ ສາ​ມິ​ນາ ອະນຸ​ໂມ​ທິຕັພພັງ ສາ​ມິ​ນາ ກະຕັງ ປຸນ​ຍັງ ມັຍ​ຫັງ ທາ​ຕັພພັງ ສາທຸ ສາທຸ ອະນຸ​ໂມ​ທາ​ມິ

 
(ໝົດ)

ບົດ​ອະນຸ​ໂມທນາ ຍຖາ (​ແປ)
ອນຸ​ໂມທນາຣັມພ ຄາຖາ

ຍະຖາ ວາຣິວະ​ຫາ ປູຣາ ປະຣິປູ​ເຣນຕິ ສາຄະຣັງ: ​ແມ່​ນ້ຳ​ທີ່​ເຕັມ​ຍ່ອມ​ຍັງ​ສະມຸດ​ສາຄອນ​ໃຫ້​ບໍຣິບູຣນ​ໄດ້​ສັນ​ນັ້ນ
​ເອວະ​ເມ​ວະ ອິ​ໂຕ ທິນນັງ ​ເປຕາ​ນັງ ອຸປະ​ກັປປະຕິ: ທານ ທີ່​ທ່ານ​ອຸ​ທິສ​ໃຫ້​ແລ້ວ​ໃນ​ໂລກ​ນີ້ ຍ່ອມ​ສຳ​ເລັດ​ປະ​ໂຫຍ​ດ​ແກ່​ຜູ້​ທີ່​ລະ​ໂລກ​ນີ້​ໄປ​ແລ້ວ​ໄດ້​ສັນ​ນັ້ນ
ອິຈສິຕັງ ປັຕຖິຕັງ ຕຸ​ມຖັງ: ຂໍ​ອິທະ​ຜົລທີ່​ທ່ານ​ປາຖນາ​ແລ້ວ ຕັ້ງ​ໃຈ​ແລ້ວ
ຂິປປະ​ເມ​ວະ ສະ​ມິ​ຊຊະ​ຕຸ: ຈົ່ງ​ສຳ​ເຣັຈ​ໂດຍ​ສັພະຣັນ
ສັ​ພ​ເພ ປຸ​ເຣນຕຸ ສັງກັປປາ: ຂໍ​ຄວາມ​ດຳຣິທັງ​ປວງ​ຈົ່ງ​ເຕັມທີ່
ຈັນ​ໂທ ​ປັນນະຣະ​​ໂສ ຍະ​ຖາ: ​ເໜືອ​ພຣະຈັນທນ​ໃນ​ວັນ​ເພັງ
ມະນິ ​ໂຊຕິຣະ​ໂສ ຍະຖາ: ​ເໝືອນ​ແກ້ວມະນີ​ອັນ​ສວ່າງ​ສະ​ໄຫວ​ຄວນ​ຍິນ​ດີ
ສັພພີ​ຕິ​ໂຍ ວິວັຊຊັນ​ຕຸ: ຄວາມ​ຈັງ​ໄຮ​ທັງ​ປວງ​ຈົ່ງ​ພິນາສ​ໄປ
ສັພພະ​ໂຣ​ໂຄ ວິນັສສະ​ຕຸ: ​ໂຣຄທັງ​ປວງ​ຂອງ​ທ່ານ​ຈົ່ງ​ຫາຍ
ມ​າ ​ເຕ ພະວັຕວັນ​ຕະຣາ​ໂຍ: ອັນຕຣາຍຢ່າມີ​​ແກ່​ທ່ານ
ສຸຂີ ທີຄາຍຸ​ໂກ ພະວະ: ທ່າ​ນຈົ່ງ​ເປັນ​ຜູ້​ມີ​ຄວາມ​ສຸຂ ມີ​ອາຍຸ​ຍືນ
ອະພິ​ວາທະນະ​ສີ​ລິ​ສສາ ນິຈຈັງ ວຸດ​ທທາ​ປະຈາ​ຍີ​ໂນ ຈັຕຕາ​ໂຣ ທັມມາ ວັທທັນ​ຕິ ອາຍຸ​ ວັນ​ໂນ
ສຸ​ຂັງ ພະລັງ: ພອນສີ່​ປະກາ​ນຄື: ອາຍຸ, ວັນນະ, ສຸຂະ, ພາລະ, ຍ່ອມ​ຈະ​ເຣີນ​ແກ່​ບຸກຄົນ​ຜູ້​ມີ​ປົກກະ​ຕິ​ກາບ​ໄຫວ້ ມີ​ປົກກະຕິ​ອ່ອນ​ນ້ອມ​ຕໍ່​ຜູ້​ໃຫຍ່​ເປັນນິຈ
ພະວະ​ຕຸ ສັພພະ​ມັງຄະ​ລັງ: ຂໍ​ສັພພະ​ມົງຄົລຈົ່ງ​ມີ​ແກ່​ທ່ານ
ຣັກຂັນ​ຕຸ ສັພພະ​ເທວະ​ຕາ: ຂໍ​ເຫຼົ່າ​ເທວະ​ດາ​ທັງ​ປວງ​ຈົ່ງ​ຮັກສາ​ທ່ານ
 
ສັພພະພຸ​ທທາ​ ນຸພາ​ເວ​ນະ: ດ້ວຍ​ອາ​ນຸພາບ​ແຫ່ງ​ພຣະພຸ​ທທະ​ເຈົ້າ
ສັພພະ​ທັມມາ ນຸພາ​ເວ​ນະ: ດ້ວຍ​ອານຸພາບ​​ແຫ່ງພຣະທັມ
ສັພພະ​ສັງຄາ ນຸພາ​ເວ​ນະ: ດ້ວຍ​ອານຸພາບ​​ແຫ່ງ​ພຣະສົງຄ
ສະທາ ​ໂສຕຖິ ພະວັນ​ຕຸ​ເຕ: ຂໍ​ຄວາມ​ສະບາຍດີ ຈົ່ງ​ມີ​ແກ່​ທ່ານ​ທັງຫຼາຍ​ທຸກ​ເມື່ອ​ເຖີ້ນ.

ຄຳລາດ​ຖະນາ ສິນ​ແປດ
ໃຫ້​ເວົ້າ​ນະ​ໂມ​ສາມ​ເທື່ອ​ກ່ອນ
ມະ​ຍັງ​ພັນ​ເຕ ຕິ​ສາຣະ​ເນ ນະ​ສະຫະ​ອັດ​ຖາ​ສີຣານິຈາມະ,
ທຸຕິ​ຍັມປິ​ມະ​ ຍັງ​ພັນ​ເຕ ຕິ​ສາຣ​ເນ​ນະ​ສະຫະ ອັຖຖະ ສີຣານິຍາ​ຈາມະ
ຕາ​ຕິ​ຍັມປິ ມາຍັງ​ພັນ​ເຕ ຕິ​ສາຣະ​ເນ ນະ​ສະ​ຫະ ອັຖຖະ ສີຣານິຍາ​ຈາມະ.
ພຸທທັງ ສາຣະນັງ ຄັດ​ສາມີ
ທັມ​ມັງ ສາຣະນັງ ຄັດ​ສາມີ
ສັງ​ຄັງ ສາຣະນັງ ຄັດ​ສາມີ
ທຸຕິ​ຍັມປີ ພຸ​ທທັງ ສາຣະນັງ ຄັດ​ສາມີ
ທຸຕິ​ຍັມປີ ທັມ​ມັງ ສາຣະນັງ ຄັດ​ສາມີ
ທຸຕິ​ຍັມປີ ສັງ​ຄັງ ສາຣະນັງ ຄັດ​ສາມີ
ຕາ​ຕິ​ຍັມປິ ພຸ​ທທັງ ສາຣະນັງ ຄັດ​ສາມີ
ຕາ​ຕິ​ຍັມປິ ທັມ​ມັງ ສາຣະນັງ ຄັດ​ສາມີ
ຕາ​ຕິ​ຍັມປິ ສັງ​ຄັງ ສາຣະນັງ ຄັດ​ສາມີ

  1. ປານາ​ຕີ​ປາ​ຕາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  2. ອະ​ທິນາທານະ​ ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  3. ອະ​ພົມ​ມະ​ຈາຣິຍາ​ ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  4. ມຸສາ​ວາ​ທາ​ ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  5. ສຸລາ​ເມຣະຍະ​ມັດຊະ​ປະມາ​ທັດ​ຖານາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  6. ວິກາລະ​ໂພຊະນາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  7. ນັດ​ຈະ​ຄີຕະ​ວາທິຕະວິ​ສຸ​ກະທັສສະນາ ມາລາ​ຄັນທະ​ວີ​ເລ​ປະ​ນະ​ທາຣະນະ​ມັນ​ດະ​ນະ​ວິ​ພູ​ສະ​ນັດ​ຖານາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  8. ອຸດຈາ​ສະຍະນະ​ມະຫາ​ສະຍະ​ນາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ



 
ຄຳ​ອາຣາດທະ​ນາ​ ສິນຫ້າ
·   ສາທຸ ອຸ​ກາສະ!
ມະ​ຍັງ ພັນ​ເຕ ວິ​ສຸ​ງ ວິ​ສຸງ ຣັກຂະ​ນັຖຖາ​ຍະ
ຕິ​ສະຣະ​ເນ​ນະ ສະຫະ ປັນຈະ ສີ​ລາ​ນີ ຍາ​ຈະ​ມະ
ທຸຕິ​ຍັມປິ ມະ​ຍັງ ພັນ​ເຕ ວິ​ສຸງ ວິ​ສຸງ ຣັກຂະ​ນັຖຖາ​ຍະ
ຕິ​ສະຣະ​ເນ​ນະ ສະຫະ ປັນຈະ ສີ​ລາ​ນິ ຍາ​ຈາມະ
ຕະຕິ​ຍັມປິ ມະ​ຍັງ​ພັນ​ເຕ ວິ​ສຸງ ວິ​ສຸງ ຣັກຂະ​ນັຖຖາ​ຍະ
ຕິ​ສະຣະ​ເນ​ມະ ສະຫະ ປັນຈະ ສີ​ລາ​ນິ ຍາ​ຈະ​ມະ

·   ນະ​ໂມ ຕັດສະ ພະຄະວະ​ໂຕ ອະຣະຫະ​ໂຕ ສັມມາ​ສັມພຸດ​ທັດສະ
ນະ​ໂມ ຕັດສະ ພະຄະວະ​ໂຕ ອະຣະຫະ​ໂຕ ສັມມາ​ສັມພຸດ​ທັດສະ
ນະ​ໂມ ຕັດສະ ພະຄະວະ​ໂຕ ອະຣະຫະ​ໂຕ ສັມມາ​ສັມພຸດ​ທັດສະ
ພຸທທັງ ສາຣະນັງ ຄັດ​ສາມີ
ທັມ​ມັງ ສາຣະນັງ ຄັດ​ສາມີ
ສັງ​ຄັງ ສາຣະນັງ ຄັດ​ສາມີ
ທຸຕິ​ຍັມປີ ພຸ​ທທັງ ສາຣະນັງ ຄັດ​ສາມີ
ທຸຕິ​ຍັມປີ ທັມ​ມັງ ສາຣະນັງ ຄັດ​ສາມີ
ທຸຕິ​ຍັມປີ ສັງ​ຄັງ ສາຣະນັງ ຄັດ​ສາມີ
ຕາ​ຕິ​ຍັມປິ ພຸ​ທທັງ ສາຣະນັງ ຄັດ​ສາມີ
ຕາ​ຕິ​ຍັມປິ ທັມ​ມັງ ສາຣະນັງ ຄັດ​ສາມີ
ຕາ​ຕິ​ຍັມປິ ສັງ​ຄັງ ສາຣະນັງ ຄັດ​ສາມີ

  1. ປານາ​ຕິປາ​ຕາ​ ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  2. ອະ​ທິນາທານະ​ ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  3. ອະ​ພົມ​ມະ​ຈາຣິຍາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  4. ມຸສາ​ວາ​ທາ​ ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ
  5. ສຸລາ​ເມຣະຍະ​ມັດຊະ​ປະມາ​ທັດ​ຖານາ ​ເວຣະມະນີ ສິກຂາ​ປະທັງ ສະມາ​ທິຍາ​ມີ





 
ແຜ່​​ເມດ​ຕາ​ຕົນ​ເອງ​ກ່ອນ​ຈຶ່ງ​ແຜ່​ໃຫ້​ສັດ
ອະຫັງ ສຸ​ຂິ​ໂຕ ​ໂຫມິ: ຂໍ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ
ນິທທຸກ​​ໂຂ ​ໂຫມິ: ຂໍ​ໃຫ້​ຂ້ານ້ອຍ​ເປັນ​ຜູ້​ບໍ່​ມີ​ທຸກ
ອະ​ເວ​ໂຣ ​ໂຫມິ: ຂໍ​ໃຫ້​ຂ້ານ້ອຍ​ເປັນ​ຜູ້​ບໍ່​ມີ​ເວນ
ອັພະຍາ​ປັດ​ໂສ ​ໂຫມິ: ຂໍ​ໃຫ້​ຂ້ານ້ອຍ​ເປັນ​ຜູ້​ບໍ່​ມີ​ການ​ບຽດບຽນ
ອະນິ​​ໂຄ ​​ໂຫມິ: ຂໍ​ໃຫ້​ຂ້ານ້ອຍ​ເປັນ​ຜູ້​ບໍ່​ມີ​ຄວາມທຸກ​ກາຍ, ທຸກ​ໃຈ
ສຸຂີ ອັຕຕາ​ນັງ ປະຣິຫະຣາມິ: ຂໍ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸ​ກກາຍ, ສຸກ​ໃຈ ຮັກສາ​ຕົນ​ໃຫ້​ພົ້ນ​ໄພ​ອັນຕະລາຍ​ທັງ​ສິ້ນນັ້ນ​ເຖີ້ນ.

ແຜ່​ສ່ວນ​ບຸນ​ກຸສົນ
ອິທັງ ​ເມ ມາ​ຕາ​ປິຕຸ​ນັງ ​ໂຫຕຸ ສຸ​ຂິຕາ​ໂຫນ​ຕຸ ມາ​ເຕປິ​ຕະ​ໂຣ: ຂໍ​ສ່ວນ​ບຸນ​ນີ້​ຈົ່ງ​ສຳ​ເລັດ​ແກ່​ມານ​ດາ ບິດາ ຂອງ​ຂ້າ​ນ້ອຍ ຂໍ​ໃຫ້​ມານ​ດາ ບິດາ​ຂອງ​ຂ້ານ້ອຍ​ມີ​ຄວາມສຸກ
ອິທັງ ​ເມ ຍາດຕິ​ນັງ ​ໂຫຕຸ ສຸ​ຂິຕາ​ໂຫນ​ຕຸ ມາ​ເຕປິ​ຕະ​ໂຣ: ຂໍ​ສ່ວນ​ບຸນ​ນີ້​ຈົ່ງ​ສຳ​ເລັດ​ແກ່​ຍາດ​ທັງຫຼາຍ ຂອງ​ຂ້າ​ນ້ອຍ ຂໍ​ໃຫ້​ຍາດ​ທັງຫຼາຍ ຂອງ​ຂ້ານ້ອຍ​ມີ​ຄວາມສຸກ
ອິທັງ ​ເມ ຄູ​ອຸປະ​ຊາຍາ ຈະຣິຍາ​ນັງ ​ໂຫຕຸ ສຸ​ຂິຕາ​ໂຫນ​ຕຸ ຄູ​ອຸປະ​ຊາ​ຈາຣິຍາ: ຂໍ​ສ່ວນ​ບຸນ​ນີ້​ຈົ່ງ​ສຳ​ເລັດ​ແກ່​ຄູ​ອຸປະ​ຊາ​ອາຈານ ຂອງ​ຂ້າ​ນ້ອຍ ຂໍ​ໃຫ້​ຄູ​ອຸປະ​ຊາ​ອາຈານ ຂອງ​ຂ້ານ້ອຍ​ຈົ່ງມີ​ຄວາມສຸກ
ອິທັງ ສັພພະ​​ເທວະ​ຕາ​ນັງ ​​ໂຫຕຸ ສຸ​ຂິຕາ​​ ໂຫນ​ຕຸ ສັພ​ເພ ​ເທວາ: ຂໍ​ສ່ວນ​ບຸນ​ກຸສົນ​ນີ້​ຈົ່ງ​ສຳ​ເລັດ​ແກ່​ເທວະ​ດາ​ທັງຫຼາຍ ຂໍ​ໃຫ້​ເທວະ​ດາ​ທັງຫຼາຍ​ຈົ່ງ​ມີ​ຄວາມສຸກ
ອິທັງ ສັພພະ​​ເປຕາ​ນັງ ​ໂຫຕຸ ສຸ​ຂິຕາ ​​ໂຫນ​ຕຸ ສັພ​ເພ ​ເປຕາ: ຂໍ​ສ່ວນ​ບຸນ​ກຸສົນ​ນີ້​ຈົ່ງ​ສຳ​ເລັດ​ແກ່​​ເປຣດທັງຫຼາຍ ຂໍ​ໃຫ້​ເປຣດທັງຫຼາຍ​ຈົ່ງ​ມີ​ຄວາມສຸກ
ອິທັງ ສັພພະ​​​ເວຣິນັງ ​ໂຫຕຸ ສຸ​ຂິຕາ ​​ໂຫນ​ຕຸ ສັພ​ເພ ​ເວຣີ: ຂໍ​ສ່ວນ​ບຸນ​ກຸສົນ​ນີ້​ຈົ່ງ​ສຳ​ເລັດ​ແກ່​​​ເຈົ້າ​ກັມນາຍ​ເວນທັງຫຼາຍ ຂໍ​ໃຫ້​ເຈົ້າກັມນາຍ​ເວນທັງຫຼາຍ​ຈົ່ງ​ມີ​ຄວາມສຸກ
ອິທັງ ສັພພະ​​ສັຕຕາ​ນັງ ​ໂຫຕຸ ສຸ​ຂິຕາ ​​ໂຫນ​ຕຸ ສັພ​ເພ ​ສັຕຕາ: ຂໍ​ສ່ວນ​ບຸນ​ກຸສົນ​ນີ້​ຈົ່ງ​ສຳ​ເລັດ​ແກ່​​ສັດທັງຫຼາຍ ຂໍ​ໃຫ້​ສັດທັງຫຼາຍ​ຈົ່ງ​ມີ​ຄວາມສຸກ

ຢາດ​ນ້ຳ​ໃຫ້​ເຈົ້າ​ກັມ​ນາຍ​ເວນ
ຂ້ານ້ອຍ​ຂໍ​ອຸທິດ​ສ່ວນ​ບຸນ​ກຸສົນ ຈາ​ກການຈະ​ເຣີນພາວະນາ​ນີ້ ​ໃຫ້​ແກ່​ເຈົ້າ​ກັມ​ນາຍ​ເວນ​ທັງຫຼາຍ​ຂອງ​ຂ້ານ້ອຍ ທີ່​ຂ້ານ້ອຍ​ໄດ້​ເຄີຍ​ລ່ວງ​ເກີນ​ທຳ​ອັນ​ໃດ​ໄວ້ ​ແຕ່​ອະດີດ​ຕະຊາດ ຈົນ​ເຖິງ​ຊາດ​ປະຈຸ​ບັນ ທ່ານ​ຈະ​ຢູ່​ພົບ​ໃດ ຫຼື ພູມ​ໃດ​ກໍ​ຕາມ ຂໍ​ໃຫ້​ທ່ານ​ໄດ້​ຮັບ​ຜົນ​ບຸນ​ນີ້ ​ແລ້ວ​ໂປຣດອະ​​ໂຫສິກັມ ອະນຸ​ໂມທະນາ​ສ່ວນ​ບຸນ​ແກ່​ຂ້ານ້ອຍ​ດ້ວຍ​ອຳນາດ​ບຸນ​ນີ້​ເຖີດ!




Post Bottom Ad