ປະທານສະພາແຫ່ງຊາດລົງເຄື່ອນໄຫວ ແລະເຮັດວຽກຢູ່ແຂວງຈຳປາສັກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະທານສະພາແຫ່ງຊາດລົງເຄື່ອນໄຫວ ແລະເຮັດວຽກຢູ່ແຂວງຈຳປາສັກ


ປະທານສະພາແຫ່ງຊາດລົງເຄື່ອນໄຫວ ແລະເຮັດວຽກຢູ່ແຂວງຈຳປາສັກ

ໃນວັນທີ 9 ເມສາ ທີ ຜ່ານມາ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢານ ແລະເຮັດວຽກຢູ່ແຂວງຈຳປາສັກ ໂດຍມີຈຸດເຄືອນໄຫວຄື: ບ້ານດອນສະດຳ, ບ້ານ ດອນສະໂຮງ ເມືອງໂຂງ; ກຸ່ມບ້ານກະດັນ ເມືອງ ມູນລະປະໂມກ ແລະເມືອງ ສຸຂຸມາ.

ການລົງເຄື່ອນໄຫວຂອງທ່ານໃນຄັ້ງນີ້ໄດ້ພົບປະເຮັດວຽກ ກັບບັນດາຄະນະນຳຂອງແຂວງ ເຊິງນຳໂດຍທ່ານ ດຣ ບຸນຖອງ ດີວິໄຊ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍບັນດາທ່ານເຈົ້າເມືອງທີ່ກ່ຽວຂ້ອງ ແລະຄະນະ ສສຊ ປະຈຳທ້ອງຖິ່ນ. ຈາກນັ້ນທ່ານໄດ້ລົງຢ້ຽມຢາມການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ພ້ອມທັງຮັບຟັງການລາຍງານສະພາບການຂອງການຈັດຕັ້ງປະຕິບັດໂຄງການຈາກວິຊາການໂຄງການດັ່ງກ່າວໂດຍຫຍໍ້ ໂອກາດທີທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະໄດ້ລົງມາຢ້ຽມຢາມ ຍັງໄດ້ຮັບຟັງຄຳຄິຄຳເຫັນ ແລະຄຳສະເໜີຕ່າງໆ ຈາກບັນດາການນຳຂອງແຂວງ ແລະປະຊາຊົນ ຢູ່ບັນດາກຸ່ມບ້ານຂອງເມືອງ ໂຂງ, ເມືອງມຸນລະປະໂມກ ເມືອງສຸຂຸມາ ແລະເມືອງປາກຊ່ອງ.

ພ້ອມນີ້ທ່ານກໍ່ໄດ້ໂອລົມກັບພໍ່ແມ່ປະຊາຊົນ ໂດຍທ່ານໄດ້ເນັ້ນໝັກການພັດທະນະຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂື້ນ ເປັນຕົ້ນແມ່ນການບັນລຸເປົ້າໝາຍສະຫັດສະວັດດ້ານການສຶກສາ ແລະສາທາລະນະສຸກ ເຮັດໃຫ້ເດັກໄດ້ເຂົ້າຮຽນຢ່າງຕໍ່ເນື່ອງ, ປະຊາຊົນໄດ້ເຂົ້າເຖິງວຽກງານສາທາລະນະສຸກ, ແມ່ຍິງ ແລະເດັກນ້ອຍຕ້ອງໄດ້ສັກຢາກັນພະຍາດຢ່າງຄົບຖ້ວນ, ເອົາໃຈໃສບັນຫາການຜະລິດໃຫ້ນັບມື້ນັບຫຼາຍຂື້ນ ແລະກາຍເປັນສິນຄ້າຂອງບ້ານ ພ້ອມທັງພັດທະນາ, ສຶກສາວິໄຈປັບປຸງແນວພັນພຶດອຸດສາຫະກຳທີ່ມີຕົ້ນທຶນຕຳ ແຕ່ສ້າງລາຍຮັບສູງ, ມີຕະຫຼາດຮອງຮັບ ແລະວຽກງານອື່ນໆ ທີ່ຕິດພັນກັບປະຊາຊົນໃນເຂດຈຸດສຸມດັ່ງກ່າວ ທັງນີ້ກໍ່ເພື່ອເຮັດໃຫ້ເຂົ້າເຈົ້າເຂົາໃຈ ແລະມີແນວຄິດລິເລິ່ມໃນການສ້າງສາພັດທະນາເສດຖະກິດຄອບຄົວໃຫ້ເຂັ້ມແຂງເປັນກ້າວໆ ໂອກາດດຽວກັນຍັງໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງເຊັ່ນ: ເຂົ້າສານ, ລໍ້ຍູ້ຄົນເຈັບ 4 ລໍ້, ຄອມພິວເຕີ 1 ເຄື່ອງ ແລະໂທລະພາບ 1 ເຄື່ອງ ລວມມູນຄ່າ 100 ກວ່າລ້ານກີບ ອີກດ້ວຍ.

(ພາບ-ຂ່າວ ສົມວິຈິດ ໄຊມົນຕີ)

Post Bottom Ad