ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດ: ທ້າວເກັ່ງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດ: ທ້າວເກັ່ງ


ປະກາດຫາຍາດພີ່ນ້ອງ ຜູ້ເສຍຊີວິດ
ຂ້າພະເຈົ້າ ຮ້ອຍເອກ ແກ້ວຕາ ປກສ ເມືອງອຸທຸມພອນ (ເຊໂນ), ແຂວງສະຫວັນນະເຂດ. ຂໍປະກາດຫາຍາດພີ່ນ້ອງ ຜູ້ຊາຍໃນພາບ ເຊິງປະຈຸບັນຜູ້ກ່ຽວແມ່ນໄດ້ ເສຍຊີວິດ ຢູ່ໂຮງໝໍ ບໍລິເວນເຂດ 109, ສາເຫດຂອງການເສຍຊີງິດ ແມ່ນພະຍາດຂອງຜູ້ກ່ຽວອງ.

ຊາຍຄົນນີ້ ຮູ້ເບື້ອງຕົ້ນວ່າ ແມ່ນ ຊື່ ທ້າວເກັ່ງ ອາຍຸປະມານ 39 ປີ, ເປັນກຳມະກອນ ຮັບພົ່ນສີລົດ, ເຮັດວຽກບໍ່ເປັນທີ່ແນ່ນອນ, ເດີນທາງໄປເລື້ອຍໆ ບໍ່ຮູ້ຊື່ພໍ່ແມ່, ຫຼື ຍາດພີ່ນ້ອງຂອງລາວເລີຍ.
ມີພົນລະເມືອງດີ ນຳສົ່ງຜູ້ກ່ຽວມາ ໂຮງໝໍແຕ່ວັນທີ 16 ເມສາ 2015, ທາງແພດໄດ້ຊ່ວຍປິ່ນປົວ ສຸດຄວາມສາມາດ. ຈົນຮອດເວລາ 15:00 ວນທີ 18 ເມສາ 2015 ຜູ້ກ່ຽວໄດ້ເສຍຊີວິດ. ຜູ້ກ່ຽວມີລົດຈັກ 1 ຄັນ, ເອກະສານທີ່ຢູ່ ແລະ ອື່ນໆ ແມ່ນບໍ່ມີ.
ຫາກທ່ານໃດ ແມ່ນຍາດພີ່ນ້ອງຂອງຜູ້ກ່ຽວໃຫ້ມາພົວພັນຢູ່ ປກສ ເມືອງອຸທຸມພອນ, ແຂວງສະຫວັນນະເຂດ. ປະຈຸບັນສົບຜູ້ກ່ຽວ ທາງເຈົ້າໜ້າທີ່ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂອງ ໄ້ດສົ່ງສະການ ທີ່ປ່າຊ້າເຊໂນແລ້ວ.
ໂທ: 020 98285765
ປະກາດໂດຍ: Kt Xayyavongsone





Post Bottom Ad