ຂ່າວດີ! ຊື້ລົດ ມື້ນີ້ລຸ້ນຮັບລົດອີກຄັນ! ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ໄດ້ເປີດແຄມເປນ ແຈກໂຊກໃຫຍ່ໃຫ້ລູກຄ້າ! A WIN A TERRA CAMPAIGN - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຂ່າວດີ! ຊື້ລົດ ມື້ນີ້ລຸ້ນຮັບລົດອີກຄັນ! ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ໄດ້ເປີດແຄມເປນ ແຈກໂຊກໃຫຍ່ໃຫ້ລູກຄ້າ! A WIN A TERRA CAMPAIGN




ເມື່ອເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີຣ໌ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”),  ເຊີ່ງເປັນຕົວແທນຜູ້ຈັດຈຳໜ່າຍລົດຍົນຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີຣ໌ໂຫດດີງສ໌ Tan Tan Motor Holdings Bhd (ປະເທດມາເລເຊຍ) ແລະ ຜູ້ເປັນໃຫ້ບໍລິການຫຼັງການຂາຍໃນລາດຊະອານາຈັກກໍາປູເຈຍ, ປັດຈຸບັນໄດ້ເປີດແຄມເປນ campaign ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ເຊີ່ງເປັນການຈົກສະຫຼາກຫາຜູ້ໂຊກດີ ເພື່ອຕອບແທນລູກຄ້າທີ່ຊື້ລົດຈາກບໍລິສັດ ນັບແຕ່ຕອນນີ້ຈົນເຖີງເດືອນກຸມພາ ປີ 2020.




ລົດຍົນນິສສັນ Nissan ເປັນລົດຍົນທີ່ໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ໃນປະເທດລາວ ເພາະເປັນລົດຍົນມີຄວາມພຽບພ້ອມທາງດ້ານຄວາມປອດໄພ ແລະ ມີລະບົບການຂັບເຄື່ອນທີ່ເປັນອັດຊະລິຍະ. ຈາກທີ່ເປັນນິຍົມສູງສຸດ, ທາງບໍລິສັນຕັນຈົງມໍເຕີຣ Tan Chong Motor ໄດ້ເຫັນຄວາມສໍາຄັນຂອງລູກຄ້າ ຈື່ງໄດ້ເປີດໃຫ້ລູກຄ້າເຂົ້າມາທົດລອງຂັບເພື່ອສຳຜັດນະວັດຕະກໍາໃໝ່ໆ ຂອງລົດຍົນ ພ້ອມກັບເປີດວາງສະແດງລົດຍົນເພື່ອສົ່ງເສີມການຂາຍ.



ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີຣ Tan Chong Motor ທີ່ເປີດແຄມເປນ campaign ໃໝ່ລ້າສຸດຄື ‘WIN A TERRA CAMPAIGN’ ເຊີ່ງເປັນການຈັບສະຫຼາກຫາຜູ້ໂຊກດີ ໄລຍະການຈັບສະຫຼາກແມ່ນຢູ່ໃນຊ່ວງໄລຍະເວລາ 8 ເດືອນ. ສໍາລັບລູກຄ້າທີ່ຊື້ລົດຍົນລົດຍົນ Nissan ທຸກລຸ້ນໃນໄລຍະແຄມເປນ campaign ໃໝ່ຂອງບໍລິສັດ ຈະມີສິດເຂົ້າຊີງໂຊກບໍ່ພຽງແຕ່ການຈັບສະຫຼາກລາຍເດືອນເທົ່ານັ້ນ ແຕ່ຍັງຈະມີສິດຈັບສະຫຼາກລາງວັນໃຫຍ່ ໝາຍຄວາມວ່າລູກຄ້າຈະມີໂອກາດຮັບໂຊກສອງຊັ້ນໃນການຈັບລາງວັນ.



*ລູກຄ້າທີ່ຊື້ ລົດຍົນນິສສັນທຸກລຸ້ນບໍ່ວ່າຈະເປັນ ນິສສັນ ນາວາຣາ Nissan NAVARA, ເອັກຊ໌ - ເທັຣລ໌ X-TRAIL ຫຼື ເອີແວນ URVAN. ໃນລະຍະເວລາການເປີດແຄມເປັນ campaign ຈະໄດ້ຮັບສິດໜື່ງຄັ້ງໃນການເຂົ້າຮ່ວມການຈົກສະຫຼາກລາຍເດືອນ ແລະ ການຈັບລາງວັນໃຫຍ່ໜື່ງຄັ້ງ.

*ສໍາລັບລູກຄ້າທີ່ຊື້ນິສສັນ ເທີຣາ Nissan TERRA ຈະມີສິດເຖີງສອງຄັ້ງໃນການເຂົ້າຮ່ວມການຈົກສະຫຼາກລາຍເດືອນ ແລະ ການຈັບລາງວັນໃຫຍ່ໜື່ງຄັ້ງ.



ສຳລັບລາງວັນຕ່າງໆ ທີ່ຈັບເພື່ອສົມມະນາຄຸນໃຫ້ກັບລູກຄ້າປະກອບມີ ເຕົາອົບໄມໂຄຣເວັບວ໌, ໂທລະພາບສີ 55 ນີ້ວ, ທອງຄໍາແທ່ງ, ລົດຍົນນິສສັນເທີຣາ Nissan TERRA 4x2  ໃໝ່ລ່າສຸດ ລວມມູນຄ່າທັງໝົດ USD64,900. ເຊີນທ່ານເຂົ້າມາຢ້ຽມຊົມຫ້ອງວາງສະແດງລົດຍົນນິສສັນ Nissan Showrooms ທີ່ໃກ້ທີ່ສຸດບໍ່ວ່າຈະຢູ່ ສາຂາ ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫລວງ ວຽງຈັນ , ສາຂາ  ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ,ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ,ສາຂາ ຫລວງພະບາງ ບ້ານ ດອນເກົ່າ ເມືອງຫລວງພະບາງ ແລະ ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ  ເພື່ອທົດລອງຂັບ ແລະ ຈອງລົດຍົນນິສສັນ Nissan ລຸ້ນຕ່າງໆ ທີ່ທ່ານມັກ. ທ່ານໃດທີ່ສົນໃຈກໍ່ສາມາດເຂົ້າມາກວດສອບ ແລະ ສອບຖາມຂໍ້ມູນກັບຜູ້ໃຫ້ຄໍາປືກສາທາງດ້ານການຂາຍຂອງພວກເຮົາ ກ່ຽວກັບແຄມເປນ campaign ການຈັບສະຫຼາກຊິງໂຊກ.




ຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos

Post Bottom Ad