ທະຫານແຂວງຫຼວງພະບາງ ຊ້ອມຮົບຍິງລູກປືນແທ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທະຫານແຂວງຫຼວງພະບາງ ຊ້ອມຮົບຍິງລູກປືນແທ້









ໃນວັນທີ 15 ພະຈິກ ປີ 2019 ນີ້ ກອງພັນ 413 ທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງຊ້ອມຮົບຍິງລູກປືນແທ້ ຢູ່ທີ່ສະໜາມຜາຕ້ອງລົມ ເຂດກຸ່ມບ້ານຈີມ ເມືອງພູຄູນ ໂດຍການເຂົ້າຮ່ວມຊົມຂອງ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ພ້ອມດ້ວຍຄະນະກອງບັນຊາການທະຫານແຂວງຫຼວງພະບາງ ແລະ ສະຫາຍ ວຽງທອງ ຫັດສະຈັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງພູຄູນ, ມີແຂກຖືກເຊີນ ແລະ ພະນັກງານ – ນັກຮົບພາຍໃນກອງພັນ 413 ເຂົ້າຮ່ວມ.

ພາຍຫຼັງທີ່ໄດ້ຈັດຕັ້ງກະກຽມ ແລະ ອົບຮົມພາກທິດສະດີ ມາເປັນເວລາ 15 ວັນ ເຊິ່ງໃນນັ້ນແມ່ນໄດ້ອົບຮົມພາວະການກຽມພ້ອມສູ້ຮົບ ໄປສູ່ພາວະເພີ່ມທະວີ ຫັນໄປສູ່ພາວະຄົບຖ້ວນ. ໂດຍໄດ້ຮັບຟັງການລາຍງານແຜນຮ່າງສູ້ຮົບ, ຈາກສະຫາຍ ພັນໂທ ຄໍາຊາງ ມະນີຈັນ ຫົວໜ້າການທະຫານກອງພັນ ເຊິ່ງໄດ້ໃຊ້ກໍາລັງທະຫານຫາບ 1 ກອງຮ້ອຍ, ໃຊ້ປືນເດກາ 82 ເຕ 78 ມມ, 12,7 ມມ, ປືນຄົກ 60 ມມ – 82 ມມ, ເບ 41 ມມ, ປືນກົນຈັກອາເຣເປເດ, ແອັດສະແວແດ, ປືນລາບອາກາ ແລະ ປືນຍິງລູກກະສູນສັນຍານຕື່ມອີກຈໍານວນໜຶ່ງ, ເຊິ່ງການຊ້ອມຮົບແມ່ນສາມາດຍິງທໍາລາຍດັບສູນເປົ້າໝາຍສໍາເລັດຕາມກໍລະນີທີ່ວິຊາການໄດ້ຈັດຕັ້ງສ້າງຂື້ນໄດ້ຢ່າງສວຍງາມ.

ຂ່າວ: ສອນ ວັນນິສາ.


Post Bottom Ad