ທ່ານ ບົວໄທ ທອງສະຫວັນ ຮອງອໍານວຍການບໍລິສັດ ພັດທະນາຫີນປະເສີດລາວ-ຈີນຈໍາກັດ ໄດ້ຍົກໃຫ້ເຫັນໃນໂອກາດທີ່ ຄະນະນຳກ່ຽວຂ້ອງຂອງແຂວງ ອັດຕະປື ໄດ້ລົງຊຸກຍູ້ວຽກງານການຂຸດຄົ້ນຫີນປະເສີດ ຂອງບໍລິສັດດັ່ງກ່າວ ໃນວັນທີ 6 ພະຈິກ 2019 ວ່າ: ບໍລິສັດພັດທະນາ ຫີນປະເສີດ ລາວ-ຈີນ ຈຳກັດ ມີໄລຍະການ ຂຸດຄົ້ນ 20 ປີ ປັດຈຸບັນ ມີພະນັກງານ ແລະ ກໍາມະກອນທັງຫມົດ 235 ຄົນ
ມີກໍາມະກອນຄົນຈີນ 23 ຄົນ, ກໍາມະກອນ ຄົນລາວປະມານ 200 ກ່ວາຄົນ ເຊິ່ງສາມາດແກ້ໄຂບັນຫາໄດ້ເປັນຢ່າງດີໃນແຕ່ລະບັນດາຫນ້າວຽກ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນ: ວຽກງານປະຕິບັດຢູ່ພາກສະຫນາມ, ວຽກງານການສໍາຫລວດ, ຂຸດຄົ້ນ ແລະ ປຸງແຕ່ງໃຫ້ເປັນຜະລິດຕະພັນເຄິ່ງສໍາເລັດຮູບຕາມຂະຫນາດ ເຊິ່ງໃນບ້ວງຫີນຂຸດຄົ້ນແລ້ວຈໍານວນ 3.000 ໂຕນ ທີ່ຍັງບໍ່ທັນໄດ້ສົ່ງອອກເທື່ອ.
ດ້ານການຮັກສາຄວາມສະຫງົບປອດໄພ ມີພາກສ່ວນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮ່ວມໃນການສະກັດກັ້ນການລັກລອບຂອງກຸ່ມຄົນບໍ່ດີ
ແລະ ປົກປ້ອງບັນດາແຮງງານລາວ ທີ່ເຂົ້າມາເປັນກຳມະກອນໄດ້ຮັບສິດທິຢ່າງຖືກຕ້ອງຕາມລະບຽບກົດຫມາຍ.
ໂດຍ: ຈັນສະໄໝ