ສີຕ່າງໆທີ່ສະກັດຈາກທຳມະຊາດ ເພື່ອປຸງແຕ່ງອາຫານ ບໍ່ມີຜົນຂ້າງຄຽງຕໍ່ສຸຂະພາບ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສີຕ່າງໆທີ່ສະກັດຈາກທຳມະຊາດ ເພື່ອປຸງແຕ່ງອາຫານ ບໍ່ມີຜົນຂ້າງຄຽງຕໍ່ສຸຂະພາບ.


ການແຕ່ງສີອາຫານສ່ວນຫລາຍແມ່ນ ຈະໃຊ້ສຳຫລັບ ຂອງຫວານ ເຊັ່ນ: ນໍ້າຫວານ , ຂະຫນົມຕ່າງໆ ແຕ່ການແຕ່ງສີອາຫານ ໃນປະຈຸບັນນີ້ສ່ວນຫລາຍແມ່ນໃຊ້ສີເຄມີ ອາດມີຜົນຂ້າງຄຽງຕໍ່ສຸຂະພາບໄດ້ ດັ່ງນັ້ນ ແອດມິນເລີຍ ຫາວິທີເຮັດສີອາຫານຈາກທຳມະຊາດມາແບ່ງປັນໃຫ້ທ່ານໄດ້ຮູ້
ອາຫານ ແລະ ໝາກໄມ້ທີ່ທ່ານສາມາດແຕ່ງເປັນສີອາຫານໄດ້

1.ມັນດ້າງ ສາມາດເຮັດເປັນສີມ້ວງໄດ້  ຖ້າຕ້ອງການໄດ້ສີຈາກມັນດ້າງແມ່ນເອົາໄປນຶ້ງໃຫ້ສຸກແລ້ວປອກເປືອກ ນຳໄປຂັ້ນປະສົມກັບວັດຖຸດິບທີ່ເຮົາຕ້ອງການໃຫ້ໄດ້ສີຈາກມັນ ເຊີິ່ງສີກໍ່ຈະເປັນສີມ້ວງ


2.ດອກອັນຊັນ ສາມາດເຮັດເປັນສີຟ້າໄດ້  ສຳຫລັບດອກອັນຊັນແມ່ນນຳເອົາດອກແລ້ວເດັດເອົາສ່ວນສີຂຽວດອກ ນຳມາແຊ່ນໍ້າອຸ່ນເທົ່ານີ້ກໍ່ໄດ້ສີຟ້າສົດໃສ  ຖ້າຕ້ອງການສີຟ້າເຂັ້ມກໍ່ຈະໃຊ້ດອກຫລາຍ ແຕ່ຖ້າຕ້ອງການສີຟ້າອ່ອນກໍ່ເອົາຈຳນວນຫນ້ອຍ.


3.ໝາກອຶ ແລະ ຂີ້ມິ້ນ ສາມາດເຮັດເປັນສີເຫຼືອງໄດ້ ສຳຫລັບຫມາກອຶກໍ່ໃຊ້ວິທີດຽວກັນກັບ ມັນມ້ວງ
ແຕ່ຖ້າໃຊ້ຂີ້ມິນກໍ່ໃຊ້ແນວເປັນຜົງ ຈະງ່າຍກວ່າ ແຕ່ຈະມີກິ່ນຂິວແນ່ເດີ້


4.ໃບເຕຍ ສາມາດເຮັດເປັນສີຂຽວໄດ້  ສຳຫລັບໃບເຕີຍແມ່ນ ນຳເອົາໃບເຕີຍມາບົດໃຫ້ມຸ່ມ ແລ້ວປະສົມກັບນໍ້າກ່ອງເອົາແຕ່ນໍ້າ ເທົ່ານີ້ກໍ່ໄດ້ສີຂຽວແລ້ວ.


5.ດອກກະຈຽບ ສາມາດເຮັດເປັນສີແດງໄດ້ ສຳຫລັບສີບົວ ຫລື ແດງ ກໍ່ສາມາດໃຊ້ດອກກະຈຽບຫລື ດອກໄມ້ຕ່າງໆ
ທີ່ເຮົາແຊ່ນໍ້າຮ້ອນ ຫລື ເອົາໄປຕົ້ມ ແລ້ວມັນຈະອອກສີບົວ 



ຫວັງວ່າຂໍ້ມູນນີ້ຈະມີປະໂຫຍດສຳຫລັບທ່ານ.

Post Bottom Ad