ມື້ນີ້ແມ່ນມື້ສັນວັນດີ ມື້ຄໍາຄູນ ມື້ໄຂຖົງເງິນຖົງຄໍາຮັບໂຊກໃຫຍ່!!!! ມື້ອອກໃໝ່ 3 ຄໍາເດືອນ 3 ລາວ ພ.ສ 2560 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມື້ນີ້ແມ່ນມື້ສັນວັນດີ ມື້ຄໍາຄູນ ມື້ໄຂຖົງເງິນຖົງຄໍາຮັບໂຊກໃຫຍ່!!!! ມື້ອອກໃໝ່ 3 ຄໍາເດືອນ 3 ລາວ ພ.ສ 2560

ມື້ນີ້ເປັນມື້ອອກໃໜ່ 3 ຄໍ່າ ເດືອນ 3 ລາວ ພ.ສ 2560 ກົງກັບວັນສຸກ ວັນທີ 19/01/2018
ເປັນມື້ຄໍ້າ ມື້ຄູນ ມື້ໄຂປະຕູເລົ້າເຂົ້າ ໄຂປະຕູຖົງເງິນ💵ຖົງຄໍາ💰 ຮັບເອົາໂຊກ ເອົາໄຊ ຄໍ້າຄູນພູນສຸກ
ຮັ່ງມີດີໄດ້ ບໍ່ເຈັບບໍ່ໄຂ້ ຫາຍທຸກຫາຍຈົນ ຂໍໃຫ້ທຸກຄົນທຸກທ່ານ ຈົ່ງມີແຕ່ຄວາມຜາສຸກ ສຸກກາຍ ສຸກໃຈ ລໍ້າລວຍເງິນຄໍາ ທຸລະກິດການງານຈະເລີນຮຸ່ງເຮືອງ ເຮັງໆ ລວຍໆ ຕະຫຼອດປີ ຂໍໃຫ້ມີເງິນມີຄໍາ ໄວ້ໄຊ້ຈ່າຍບໍ່ໃຫ້ຂາດຖົງ ແດ່ກໍຂ້າເທີ້ນ ..!



ປະເພນີການປະຕິບັດໃນມື້ອອກໃຫມ່ 3 ຄໍ່າ ເດືອນ 3 ລາວ ໃນແຕ່ລະທ້ອງຖິ່ນຕ່າງກັນ ເຊັ່ນ ໃນຊົນນະບົດແມ່ນມີການໄຂປະຕູເລົ້າເຂົ້າແຕ່ເຊົ້າໆ ແລະຂົນຝຸ່ນອອກໄປໃສ່ໄຮ່ນາ (ຝຸ່ນຄອກ ຄືຂີ້ງົວ ຂີ້ແກບ ເປັນຕົ້ນ) ເພື່ອໃຫ້ເຂົ້າກ້າໄຮ່ນາງອກງາມໃນປີຕໍ່ໄປ






 ຖືວ່າພາຍໃນຄອບຄົວແມ່ນປະຕິບັດແນວນີ້ ແລະພາຍໃນບ້ານໄດ້ມີການຕີກອງແຫ່ຮອບບ້ານ ກິນເຂົ້າກິນປາ ກິນສົ້ມກິນຫມ້ຽງ ກິນເຫລົ້າສູບຢາ ໄປແຕ່ລະເຮືອນ ຈົນທົ່ວບ້ານ ແລະເຖົ້າແກ່ແນວໂຮມຖືຕົ້ນກາລະພຶກນໍາຫນ້າ ມີການອວຍໄຊໃຫ້ພອນ ໄປແຕ່ລະເຮືອນໃນບ້ານ ຈົນເທົ້າຄໍ່າ ແລ້ວນໍາເອົາຕົ້ນກາລະພຶກນ້ອມນໍາໄປຖວາຍພຣະສົງຢູ່ວັດ ຖືວ່າຈົບ


ແຕ່ໃນເມືອງສັງຄົມປັດຈຸບັນ ແມ່ນມີການຈັດພາເຂົ້າໄວ້ຄໍ້າຄູນໃນເຮືອນໂຕເອງ ມີການເປີດກະເປົາເງິນ ເພື່ອຮັບໂຊກ ມີພາເຂົ້າຈັດຖວາຍໄວ້ຫນ້າບ້ານ ຫລືເຮັດຄໍ້າຄູນໄວ້ໃນກາງເຮືອນກໍມີ ຖືວ່າເຮັດພິທີຂໍພອນ ຮັບໂຊກ ຄໍ້າຄູນ .
19/01/2018


ຂອບໃຈທີ່ມາ: Hongsa Boriboun
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ











Post Bottom Ad