AIRASIA ເປັນຜູ້ສະໜັບສະໜູນອັນດັບສອງໃນກອງປະຊຸມສຸດຍອດທົ່ວໂລກ (Global Summit) 2017 ທີ່ຈັດໂດຍທາງ WTTC ຢູ່ໃນບາງກອກ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

AIRASIA ເປັນຜູ້ສະໜັບສະໜູນອັນດັບສອງໃນກອງປະຊຸມສຸດຍອດທົ່ວໂລກ (Global Summit) 2017 ທີ່ຈັດໂດຍທາງ WTTC ຢູ່ໃນບາງກອກ.

ບາງກອກ, 27  ເມສາ 2017 - ກອງປະຊຸມສຸດຍອດທົ່ວໂລກ (Global Summit) ຄັ້ງທີ 17 ຂອງ WTTC, ເຊິ່ງເປັນເຫດການສຳຄັນຂອງພາກເອກະຊົນທົ່ວໂລກວ່າດ້ວຍ ປີສາກົນແຫ່ງການທ່ອງທ່ຽງເພື່ອການພັດທະນາປີ 2017, ຈະດຳເນີນພາຍໃຕ້ຫົວຂໍ້ ‘ການປ່ຽນແປງສະພາບໂລກຂອງພວກເຮົາ (Transforming our World)’. 

ພະລັງຂັບເຂື່ອນຂອງການເດີນທາງ ແລະ ການທ່ອງທ່ຽວ (Travel & Tourism) ເພື່ອປ່ຽນແປງສະພາບເສດຖະກິດ, ສະຖານທີ່ ແລະ ການດຳລົງຊີວິດຕາມວາລະການພັດທະນາແບບຍືນຍົງປີ 2030 ຈະຖືກກຳນົດຕໍ່ກັບສິ່ງທ້າທາຍຕ່າງໆທີ່ຂະແໜງການຜະເຊີນໜ້າຢູ່ ເພື່ອຮັບປະກັນໃຫ້ຂະແໜງການປະກອບສ່ວນຢ່າງຕັ້ງໜ້າຕໍ່ອະນາຄົດທີ່ຍືນຍົງ.

ສະພາການເດີນທາງ ແລະ ການທ່ອງທ່ຽວໂລກແມ່ນອົງການຈັດຕັ້ງຂອງໂລກວ່າດ້ວຍການປະກອບສ່ວນທາງດ້ານເສດຖະກິດ ແລະ ສັງຄົມໃນດ້ານການເດີນທາງ ແລະ ການທ່ອງທ່ຽວ.
ມັນສົ່ງເສີມການເຕີບໂຕແບບຍືນຍົງໃຫ້ກັບຂະແໜງການ, ການເຮັດວຽກຮ່ວມກັບລັດຖະບານ ແລະ ສະຖາບັນສາກົນເພື່ອສ້າງວຽກເຮັດງານທຳ, ຂັບເຄື່ອນການສົ່ງອອກ ແລະ ສ້າງຄວາມຈະເລີນຮຸ່ງເຮືອງ.



ໃນທຸກໆປີ ທາງ WTTC ຮ່ວມກັບພາກເສດຖະກິດຂອງອອກຟອດ (Oxford Economics) ໄດ້ເຮັດບົດລາຍງານຜົນກະທົບທາງດ້ານເສດຖະກິດທີ່ສຳຄັນຂອງຕົນເອງ, ເຊິ່ງຈະເບິ່ງໄປໃນດ້ານຜົນປະໂຫຍດທາງເສດຖະກິດຢູ່ໃນຂົງເຂດການເດີນທາງ ແລະ ການທ່ອງທ່ຽວໃນລະດັບໂລກ, ພາກພື້ນ ແລະ ປະເທດ.

ປີນີ້ບົດລາຍງານສະແດງຂໍ້ມູນຢູ່ໃນ 25 ກຸ່ມຂອງພາກພື້ນ ແລະ 185 ປະເທດ.
ການເດີນທາງ ແລະ ການທ່ອງທ່ຽວແມ່ນຕົວຂັບເຄື່ອນທີ່ສຳຄັນອັນໜຶ່ງສຳລັບການລົງທຶນ ແລະ ການເຕີບໂຕທາງເສດຖະກິດທົ່ວໂລກ.

ຂະແໜງການສ້າງລາຍຮັບ 7.6 ລ້ານລ້ານໂດລາ ຫຼື 10.2% ຂອງຜະລິດຕະພັນພາຍໃນລວມຍອດ (GDP) ທົ່ວໂລກ, ເມື່ອໄດ້ມີການພິຈາລະນາຜົນກະທົບທາງກົງ, ທາງອ້ອມ ແລະ ຊັກນຳທັງໝົດ.
ຂະແໜງການຍັງມີສ່ວນຮັບຜິດຊອບຕໍ່ວຽກ 292 ຕຳແໜ່ງ ຫຼື ໜຶ່ງສ່ວນສິບຂອງວຽກທັງໝົດຢູ່ໃນໂລກ. ທາງ WTTC ໄດ້ເປັນກະບອກສຽງໃຫ້ກັບອຸດສາຫະກຳນີ້ຢູ່ໃນທົ່ວໂລກມາເປັນເວລາຫຼາຍກວ່າ 25 ປີແລ້ວ.



ສະມາຊິກແມ່ນເປັນປະທານ, ອຳນວຍການ ແລະ ຜູ້ບໍລິຫານຂອງພາກທຸລະກິດການເດີນທາງ ແລະ ການທ່ອງທ່ຽວພາກເອກະຊົນຊັ້ນນຳຂອງໂລກ, ເຊິ່ງເປັນຜູ້ນຳເອົາຄວາມຮູ້ຊ່ຽວຊານເຂົ້າມາເປັນຂໍ້ແນະນຳການສ້າງນະໂຍບາຍຂອງລັດຖະບານ ແລະ ການຕັດສິນບັນຫາ, ແລະ ໂຄສະນາເຜີຍແຜ່ຄວາມສຳຄັນຂອງຂະແໜງການ.

ກອງປະຊຸມສຸດຍອດທົ່ວໂລກປະຈຳປີຂອງ WTTC ແມ່ນໄດ້ນຳເອົາຜູ້ແທນຂັ້ນສູງຫຼາຍກວ່າ 900 ທ່ານມາປຶກສາຫາລືເຖິງໂອກາດ, ສິ່ງທ້າທາຍ ແລະ ບັນຫາຕ່າງໆທີ່ຜະເຊີນໜ້າຕໍ່ພາກອຸດສາຫະກຳ, ໃນຂະນະທີ່ລາງວັນການທ່ອງທ່ຽວມື້ອື່ນ (Tourism for Tomorrow Awards) ຮັບຮູ້ເຖິງພະລັງຂອງອຸດສາຫະກຳໃຫ້ເປັນແຮງຂັບເຄື່ອນຕັ້ງໜ້າຢູ່ໃນເລື່ອງຄວາມຍືນຍົງ.  ກອງປະຊຸມສຸດຍອດປີນີ້ແມ່ນໄດ້ຈັດຂຶ້ນຢູ່ໃນນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 26 – 27 ເມສາ 2017.

ການເດີນທາງ ແລະ ການທ່ອງທ່ຽວໄດ້ສ້າງລາຍຮັບປະກອບສ່ວນເຂົ້າໃນ GDP ຂອງປະເທດໄທເປັນຈຳນວນເງິນ 2.9 ລ້ານລ້ານບາດ (82.5 ຕື້ໂດລາສະຫະລັດ), ເຊິ່ງເທົ່າກັບ 20.6% ຂອງ GDP ທັງໝົດໃນປີ 2016.

ນອກຈາກນັ້ນ ຂະແໜງການຍັງໄດ້ສະໜັບສະໜູນການຈ້າງງານຫຼາຍກວ່າ 15% ຂອງການຈ້າງງານທັງໝົດ, ເຊິ່ງເທົ່າກັບ 5.7 ລ້ານວຽກ

ທ່ານ ເດວິດ ສະໂກຊິນ (David Scowsill), ປະທານ ແລະ ຫົວໜ້າຜູ້ບໍລິຫານ (CEO), WTTC, ກ່າວວ່າ: “ປະເທດໄທເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຊັ້ນນຳຂອງໂລກ, ແລະ ຂ້າພະເຈົ້າດີໃຈທີ່ເຫັນວ່າ ປະເທດໄດ້ລົງທະບຽນອີກປີໜຶ່ງໃນດ້ານການເຕີບໂຕຂອງຂະແໜງການເດີນທາງ ແລະ ທ່ອງທ່ຽວທີ່ເຂັ້ມແຂງ.

ລັດຖະບານໄທເຫັນຄວາມສຳຄັນຂອງຂະແໜງການ ແລະ ການລົງທຶນຂອງລັດຖະບານກຳລັງໃຫ້ຜົນຕອບແທນທີ່ດີ.

ເນື່ອງຈາກຂະແໜງການສືບຕໍ່ເຕີບໂຕ, ຈິ່ງມີຄວາມສຳຄັນເປັນຢ່າງຍິ່ງທີ່ລັດຖະບານຕ້ອງຂັບເຄື່ອນຜ່ານໂຄງການທີ່ຍື່ນຍົງຂອງຕົນເອງຕາມທີ່ໄດ້ກຳນົດໄວ້ຢູ່ໃນແຜນພັດທະນາການທ່ອງທ່ຽວແຫ່ງຊາດສະບັບທີ II (2017 ຫາ 2021), ເພື່ອຮັບປະກັນໃຫ້ມັນຄຸ້ມຄອງມູນມໍລະດົກທາງດ້ານທຳມະຊາດ ແລະ ວັດທະນະທຳໄວ້ໄດ້.

ພວກເຮົາຕັ້ງໃຈຄອງຄອຍທີ່ຈະໄດ້ເຫັນຄວາມເຂັ້ມແຂງຂອງຂະແໜງການທ່ອງທ່ຽວຂອງປະເທດໄທຢູ່ໃນກອງປະຊຸມສຸດຍອດທົ່ວໂລກປີ 2017, ທີ່ຈະຈັດຂຶ້ນຢູ່ໃນນະຄອນຫຼວງບາງກອກໃນເດືອນໜ້າ, 26 – 27 ເມສາ.

ກະຊວງທ່ອງທ່ຽວ ແລະ ກິລາ ແລະ ອົງການທ່ອງທ່ຽວແຫ່ງປະເທດໄທມີຜົນງານໂດດເດັ່ນໃນການນຳເອົາກອງປະຊຸມສຸດຍອດມາຈັດຢູ່ທີ່ປະເທດໄທ.

ກອງປະຊຸມສຸດຍອດນີ້ຈະເນັ້ນເຖິງບັນຫາກົດດັນທີ່ສຸດຢູ່ໃນຂະແໜງການຂອງພວກເຮົາ.
ມັນຈະສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງປະເທດໃນຖານະທີ່ເປັນສະຖານທີ່ທ່ອງທ່ຽວທົ່ວໂລກແຫ່ງໜຶ່ງ, ແລະ ຄວາມສວຍງາມ ແລະ ຄວາມອົບອຸ່ນຂອງຄົນ ແລະ ວັດທະນະທຳຂອງປະເທດນຳອີກ.”
ໃນຂະນະທີ່ທ່ານ ໄຮອຸກ ລີ (Hyuk Lee) ຜູ້ຊ່ຽວຊານປະຈຳພາກພື້ນ, ອົງການຕຳຫຼວດສາກົນຢູ່ໃນກອງປະຊຸມການເດີນທາງ ແລະ ການທ່ອງທ່ຽວທົ່ວໂລກປີ 2017 ຢູ່ທີ່ນະຄອນຫຼວງບາງກອກກ່າວວ່າ ແທນທີ່ຈະປິດປະຕູ, ປະເທດຕ້ອງຊອກຫາວິທີເຮັດວຽກໃຫ້ມີຄວາມໃກ້ຊິດເພີ່ມຂຶ້ນ, ເພື່ອແລກປ່ຽນຂໍ້ມູນນຳກັນ.  ແລະ ແມ້ແຕ່ລະຫວ່າງລັດຖະບານ ແລະ ພາກເອກະຊົນ.”

ເສລີພາບໃນການເດີນທາງທົ່ວປະເທດອາຊ່ຽນ (ASEAN) ແມ່ນຈຸດສົນໃຈທີ່ສຳຄັນຂອງນັກເດີນທາງຕ່າງປະເທດຫຼາຍໆຄົນ, ລວມທັງສາຍການບິນປະຈຳພາກພື້ນ.

ທ່ານ ກອບການ ວັດທະນະວະຣາງກູນ (Kobkarn Wattanavrangkul), ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກິລາແຫ່ງປະເທດໄທປຶກສາຫາລືນະໂຍບາຍຂອງການອອກວິຊາຄັ້ງດຽວໃຫ້ສາມາດເດີນທາງໄປໄດ້ 10 ປະເທດອາຊ່ຽນ.

ອັນນີ້ເປັນໜຶ່ງໃນຈຸດປະສົງຕົ້ນຕໍທີ່ຈະໄດ້ນຳມາປຶກສາຫາລື, ພ້ອມທັງນະໂຍບາຍທີ່ລັດຖະບານກຳລັງພະຍາຍາມບັນລຸຜົນໄດ້ໄດ້, ນີ້ແມ່ນຄຳກ່າວຂອງທ່ານ ກອບການ ວັດທະນະວະຣາງກູນ.
ປະຈຸບັນນີ້ນັກທ່ອງທ່ຽວສາມາດຄາດຫວັງທີ່ຈະໄດ້ຮັບຂັ້ນຕອນດຳເນີນການທີ່ວ່ອງໄວ ແລະ ສິ່ງອຳນວຍຄວາມສະດວກທີ່ສະດວກຂຶ້ນໃນລະຫວ່າງການເດີນທາງໄປປະເທດອາຊ່ຽນ (ASEN) ແລະ ລັດຖະບານຍັງຄາດຫວັງໄດ້ເຖິງການເຕີບໂຕທີ່ສຳຄັນໃນຂະແໜງການທ່ອງທ່ຽວນຳອີກ.

ໂທນີ ເຟີນານເດັສ (Tony Fernandes), ຫົວໜ້າຜູ້ບໍລິຫານກຸ່ມ, (CEO ຂອງກຸ່ມ) ບໍລິສັດ AirAsia ຖືກເຊີນໃຫ້ເປັນຜູ້ບັນຍາຍຢູ່ໃນກອງປະຊຸມສຸດຍອດນີ້ ແລະ ທ່ານໄດ້ແລກປ່ຽນຄວາມຄິດເຫັນຂອງທ່ານກ່ຽວກັບ “ຄວາມເປັນຜູ້ນຳທີ່ມີຄວາມຮັບຜິດຊອບ ແລະ ໃຫ້ການຕອບຮັບ ” , ແລະ ທ່ານໄດ້ແລກປ່ຽນຄວາມຄິດຂອງທ່ານກ່ຽວກັບອຸດສາຫະກຳການບິນໃນປະຈຸບັນ ແລະ ທ່ານໃຫ້ການສະໜັບສະໜູນນະໂຍບາຍການເປີດປະເທດອາຊ່ຽນ (ASEAN).

ແລະ ທ່ານກ່າວອີກວ່າ "ຍັງມີເສັ້ນທາງຍາວໄກທີ່ຈະກ້າວຕໍ່ໄປ ທີ່ຈະໝັ້ນໃຈໄດ້ໃນການເປີດນ່ານຟ້າອາຊ່ຽນເຕັມຂະໜາດ, ແລະ ລັດຖະບານຂອງຫຼາຍປະເທດຍັງລັງເລໃຈທີ່ຈະເຂົ້າຮ່ວມໃນການຂະຫຍາຍນ່ານຟ້າຂອງຕົນເອງ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad