ປະຫວັດ ພຣະໝ່ານ, ວັດຊຽງທອງ​ ຫຼວງພະບາງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະຫວັດ ພຣະໝ່ານ, ວັດຊຽງທອງ​ ຫຼວງພະບາງ


ພຣະເຈົ້າໝ່ານ ຂອງວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫລວງພຣະບາງ ຍັງຊອກຫາຫລັກຖານທີ່ມີຄວາມຫນ້າເຊື່ອຖືໄດ້ນັ້ນຍັງບໍ່ມີເທື່ອ ວ່າສ້າງມາແຕ່ສະໄຫມໃດ? ນັບແຕ່ມີພຣະເຈົ້າໝ່ານນີ້ມາ ພຣະເຈົ້າໝ່ານ ກໍ່ປະດິດສະຖານຢູ່ວັດຊຽງທອງບໍ່ເຄີຍເຄື່ອນຍ້າຍໄປບ່ອນໃດນອກເຂດວັດເລີຍ ນ້ຳຫນັກຂອງອົງພຣະເຈົ້າໝ່ານ ມີນ້ຳຫນັກ 75 ກິໂລ , ແທ່ນພຣະເຈົ້າໝ່ານ ແມ່ນມີນ້ຳຫນັກ 20,5 ກິໂລ ລວມອົງພຣະໝ່ານພ້ອມແທ່ນ ແມ່ນ 95,5 ກິໂລ ຕາມທີ່ຮັບຮູ້ມາ ພຣະເຈົ້າໝ່ານອົງນີ້ແມ່ນເປັນເນື້ອທອງສຳຣິດ ແຕ່ສີອອກຮຸ່ງແຈ້ງຄື ທອງນາຄ .

Image may contain: 2 people, indoor

ເມື່ອກ່ອນຫລັງປີ ຄໍສໍ 1930 ລົງໄປ ພຣະໝ່ານແມ່ນປະດິດສະຖານຢູ່ອົບມຸງ (ຊາວບ້ານຊາວເມືອງເອີ້ນອູບມຸງນີ້ວ່າ : ອຸບໝ່ານ) ອຸບໝ່ານນີ້ແມ່ນຕັ້ງຢູ່ບໍລິເວນຂອງສວນດອກໄມ້ຫລັງອາຮາມ(ສີມ)ໃນປະຈຸບັນ ຫລັງຈາກອົບມຸງໝ່ານຫລົ້ມລົງແລ້ວ ເພິ່ນກໍ່ນຳເອົາພຣະຫມ່ານມາປະດິດສະຖານໄວ້ທີ່ຫໍພຣະໝ່ານ ດັ່ງທີ່ເຮົາເຫັນໃນປະຈຸບັນນີ້ ສ່ວນບັນດາພຣະພຸທທະຮູບອົງອື່ນໆກໍ່ຄືພຣະເຈົ້າທີ່ຕັ້ງຢູ່ກາງສວນດອກໄມ້ກໍ່ສ້າງຖານຂຶ້ນໂດຍນຳເອົາຫິນເປັນຖານພຣະ ( ຫິນດັ່ງກ່າວກໍ່ໄດ້ມາຈາກອຸບມຸງໃນເມືອກ່ອນຈາກຖານພຣະນັ້ນ ) ຈົນຊາວບ້ານຊາວເມືອງຕັ້ງຊື່ພຣະອົງທີ່ປະດິດສະຖານທີສວນດອກໄມ້ນັ້ນວ່າ ພຣະເຈົ້າຕາກແດດ ເພາະສາທຸມ້າວ ມະນີວັງໂສ ເຈົ້າອາວາດໃນຂະນະນັ້ນ ຝັນວ່າ ໃນສວນດອກໄມ້ເຫັນແດດອາທິດຮ້ອນແຮງ ແລະຕາມຮີດຂອງເມືອງຫລວງພຣະບາງແລ້ວ ພຣະພຸທຕ້ອງມີສິ່ງປຸກສ້າງ ເພື່ອບໍ່ໃຫ້ຕາກແດດ ຕາກຝົນ

ຕົກມາຮອດໃນປີ ຄໍສໍ 1987 ເພິນຈິ່ງນຳພາສາທຸອ້າຍຈົວປຸງຫໍເພື່ອມຸງໃຫ້ພຣະເຈົາຕາກແດດນັ້ນ ສ່ວນພຣະເຈົ້າໝ່ານຫລັງຈາກອົບມຸງຫລົ້ມແລ້ວ ເພິ່ນກໍ່ນຳໄປປະດິດສະຖານຢູ່ຫໍພຣະເຈົ້າໝ່ານດັ່ງທີ່ເຫັນທຸກມື້ນີ້. ຫໍພຸທມາຣາວິໄຊ ພຣະເຈົ້າໝ່ານ ທີ່ຕັ້ງຢູ່ດ້ານຫລັງອາຮາມ ( ສີມ ) ຂອງວັດຊຽງທອງ ນີ້ສ້າງຂຶ້ນມາຫລາຍຮ້ອຍປີແລ້ວ ແລະມີການບູລະນະປະຕິສັງຂອນ ວິຈິດຣິຈະນາ ປະດັບປະດາ ຫໍພຸທມາຣາວິໄຊ ໃຫ້ງົດງາມ ມີການຕິດແກ້ວສີໃສ່ ສຳເລັດເມື່ອປີ ຄໍສໍ 1974 ໃນສະໄໜເຈົ້າມະຫາຊີວິດ ສີສະຫວ່າງວັດທະນາ ເຊິ່ງແມ່ນນາຍຊ່າງປະຈຳຣາຊສຳນັກພຣະຣາຊວັງ ເພຍຕັນ ເປັນຫົວຫນ້າໃນການປະຕິສັງຂອນໃຫຍ່ໃນຄັ້ງນີ້ ພຣະເຈົ້າໝ່ານ ເປັນພຣະພຸທທະຮູບຢືນ ເຊິ່ງມີຄວາມເຊື່ອວ່າ ມີລິດເດດທາງດ້ານຟ້າຝົນ ແລະໃຫ້ບຸດ ເຊິ່ງເລື່ອງນີ້ຄົນຫລວງພຣະບາງຮູ້ກັນດີ ຖ້າປີໃດ ອະຣາດທະນາພຣະເຈົ້າໝ່ານລົງຫົດສົງ ຟ້າຝົນກໍ່ຈະຕົກໃຫ້ແຜ່ນດິນຊຸ່ມເຢັນ ແລະໃຜທີ່ມີລູກຢາກ ກໍ່ຈະມີການມາບະ ມາບົນບານ ເພື່ອຂໍລູກ ສຶບຕະກຸນຈາກພຣະເຈົ້າໝ່າອົງນີ້ .

Image may contain: sky, outdoor and water
ອູບມຸງ (ຊາວບ້ານໃນເວລານັ້ນເອື້ນວ່າອູບໝ່ານ) ຖ່າຍເມື່ອປະມານ ປີ ຄໍສໍ 1930 ບ່ອນປະດິດສະຖານພຣະເຈົ້າໝ່ານໃນເມື່ອກ່ອນ ທີ່ວັດຊຽງທອງ ຫລວງພຣະບາງ

Image may contain: sky and outdoor

ການນຳເອົາພຣະເຈົ້າໝ່ານລົງຫົດສົງນີ້ແມ່ນເກີດຂຶ້ນຄັ້ງທຳອິດປະມານປີ ຄໍສໍ 1979 ໂດຍປີນັ້ນເມືອງຫລວງພຣະບາງ ເກີດແຫ້ງແລ້ງມາຫລາຍເດືອນແລະ ອາກາດກໍ່ຮ້ອນອົບເອົ້າ ໜອກຄວັນຈາກການຈູດໄຮ່ ກໍ່ປົກຄຸມທົ່ວເມືອງ ເຖົ້າແກ່ແນວໂຮມ ສາລະວັດບ້ານຄີລີ ຊຽງທອງ ໂພນເຮືອງ ບ້ານກາງ ກໍ່ໄດ້ມາປືກສາ ກັບສາທຸໃຫຍ່ ມ້າວ ມະນີວັງໂສ ເຈົ້າອະທິການວັດໃນສະໄຫມ (ເກີດ ວັນທີ່ 06/06/1921 ມໍຣະນະພາບ ວັນທີ່ 19/01/2001 )

Image may contain: 1 person, standing, tree and outdoor
ຮູບສາທຸ ມ້າວ ມະນີວັງໂສ ເຈົ້າອາວາດ ວັດຊຽງທອງ ຖ່າຍຢູ່ຂ້າງພຣະເຈົ້າຕາກແດດ ທີ່ສວນດອກໄມ້ ເມື່ອປະມານປີ ຄໍສໍ 1970


ຈາກນັ້ນ ສາທຸໃຫຍ່ ມ້າວ ມະນີວັງໂສ ກໍ່ໄດ້ໄປປືກສາກັບ ສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ເຈົ້າອະທິການ ວັດແສນ ສຸຂາຣາມ ( ເກີດ ວັນທີ່ 23/09/1920 ມໍຣະນະພາບ ວັນທີ່ 09/07/2007 ) ໃນສະໄຫມນັ້ນ ທັງສອງອົງ ກໍ່ໄດ້ຫາທາງຊ່ວຍຊາວບ້ານຊາວເມືອງໃນຄວາມເດືອດຮ້ອນໃນຄັ້ງນັ້ນ ຈຶ່ງໄດ້ປືກສາແລະເຫັນສົມຄວນ ເອົາພຣະເຈົ້າໝ່ານ ລົງຫົດສົງ ເຊິ່ງໃນໄລຍະທຳອິດ ປີ ຄໍສໍ 1979 ເປັນປີທີ່ເອົາພຣະເຈົ້າໝ່ານລົງຫົດສົງນັ້ນ ແມ່ນບໍ່ໄດ້ເຮັດເປັນພິທີໃຫຍ່ ແມ່ນເອົາລົງຫົດສົງໃນອາຮາມ(ສີມ) ໃນວັດຊຽງທອງ ຜູ້ມາຫົດສົງກໍ່ມີແຕ່ຊາວບ້ານແຖວໆອ້ອມວັດເທົ່ານັ້ນ ຫລັງຈາກນັ້ນເມືອງຊາວເມືອງຮູ້ແລະຊ່າລືວ່າ ມີການນຳເອົາພຣະເຈົ້າໝ່ານລົງຫົດສົງແລ້ວ ຕ່າງກໍ່ພາກັນມາຫລາຍຂຶ້ນ ທາງວັດ ກໍ່ໄດ້ປືກສາຫາລືກັນ ຍ້ອນມີພໍ່ແມ່ພີ່ນ້ອງມາຫົດສົງຫລາຍ ຈະເຮັດຢູ່ໃນອາຮາມນັ້ນກໍ່ຄັບແຄບ ຈຶ່ງເຫັນສົມຄວນໃຫ້ມີການຕັ້ງຜາມ ຢູ່ທາງຫນ້າອາຮາມ(ສີມ) ຂອງວັດຊຽງທອງ ຈາກນັ້ນທຸກໆປີ ກໍ່ມີການອະຣາດທະນາພຣະເຈົ້າໝ່ານລົງຫົດສົງຫລັງຈາກແລ້ວບຸນປີໃຫມ່ລາວທຸກໆປີ ມາຕະຫລອດ.


ການນຳເອົາພຣະເຈົ້າໝ່ານລົງຫົດສົງນັບແຕ່ປີ ຄໍສໍ 2000 ເປ໊ນຕົ້ນມາ ທາງບ້ານ-ເມືອງ ກໍໄດ້ຕົກລົງກັນເອົາພຣະເຈົ້າໝ່ານລົງສົງ ບາງປີ ກໍ່ວັນທີ່ 22 , ບາງປີ ກໍ່ ວັນທີ 23 ຂອງເດືອນເມສາ ຂອງທຸກໆປີ .

Image may contain: sky and outdoor
ການສົມທຽບ ຫໍພຣະມ່ານໃນເມື່ອກ່ອນ ແລະປະຈຸບັນ ຮູບພາບສົມທຽບ (ຫໍ່ເກົ່າຫນ້າຈະຖ່າຍເມື່ອ ປະມານ ປີ ຄໍສໍ 1900s ແລະ ຫໍພຣະເຈົ້າຫມ່ານ ຖ່າຍໃຫມ່ເມື່ອປີ ຄໍສໍ 2014)

ໝາຍເຫດ :
1. ການຮີບໂຮມປະຫວັດທີ່ມາຂອງພຣະເຈົ້າໝ່ານໃນຄັ້ງນີ້ ຍັງຄົງບໍ່ທັນສົມບູນແທ້ເທື່ອ ເພາະວ່າ ຍັງມີຫລາຍໆເຫດຜົນ ທີຍັງໃຫ້ຄົ້ນຄວ້າຕື່ມອີກຫລາຍຈຸດ ເຊັ່ນ : ອູບມຸງພຣະເຈົ້າໝ່ານ ເມື່ອກ່ອນຊາວບ້ານເອິ້ນວ່າ ອູບໝ່ານ ຫລາຍຄົນເວົ້າວ່າແມ່ນອູບທີ່ພະມ້າສ້າງ ( ເພາະເມື່ອກ່ອນພະມ້າເຄີຍເຂົ້າມາຕີແລະຍຶດຄອງລ້ານຊ້າງໃນໄລຍະຫນຶ່ງ ແລະບາງຄົນຄິດວ່າສ້າງອູບມຸງພຣະໝ່ານນີ້ຂຶ້ນ ສຳນຽງຄົນຫລວງພຣະບາງ ເຄີຍເອິ້ນລູກສິດ ກໍ່ຍັງອອກສຽງວ່າ ລູກສິ້ດ ອູບຂອງພະມ້າທີ່ຄິດວ່າສ້າງຂຶ້ນ ກໍ່ອາດພ້ຽນຈາກ ອູບມານ (ພວກມານ ທີ່ໝາຍເຖິງພະມ້າໃນເວລານັ້ນມາຕີລາວລ້ານຊ້າງ ) ຜ້ຽນເປັນອູບໝ່ານ.

2. ຫລັງຈາກອູບມຸງພຣະເຈົ້າໝ່ານເພພັງລົງ ເມື່ອປະມານປີ ຄໍສໍ 1930 ອູບແຫ່ງນີ້ມີພຣະພຸທທະຮູບສຳຄັນທີ່ເປັນອົງໃຫຍ່ໆ 3 ອົງ ຄື : ອົງທີ່ຫນຶ່ງພຣະທີ່ເປັນປະທານທີ່ຢູ່ຫໍພຣະໝ່ານປະຈຸບັນນີ້ , ອົງທີ່ສອງ ແມ່ນເພິ່ນນຳມາຕັ້ງໄວ້ທີ່ສວນດອກໄມ້ໃນປະຈຸບັນ ( ເມື່ອກ່ອນເອິ້ນວ່າພຣະເຈົ້າຕາກແດດ) ອົງທີ່ສາມແມ່ນພຣະເຈົ້າໝ່ານ ນອກນັ້ນຍັງມີພຣະພຸທທະຮູບນ້ອຍໆຫລາຍອົງ ແຕ່ເພິ່ນໄດ້ເອົງໄປໄວ້ໃນພຣະຣາຊວັງແລ້ວຫລັງອູບມຸງໝ່ານເພພັງລົງ( ຕາມຄຳບອກເລົ່າຂອງຜູ້ເຖົ້າ).

3. ຫໍພຣະໝ່ານໃນປະຈຸບັນນີ້ ຜູ້ອະວຸດໂສເພິ່ນບອກວ່າ ເມື່ອກ່ອນເພິ່ນບໍ່ໄດ້ນຳເອົາພຣະໝ່ານມາໄວ້ຫໍນີ້ ຫໍນີ້ມີແຕ່ພຣະປະທານຂອງຫໍນີ້ເທົ່ານັ້ນ ຈຶ່ງເປັນຂໍໃຫ້ຄິດວ່າແຜ່ນຈາລຶກຫິນອ່ອນທີ່ເຈົ້າມະຫາຊິວິດສຼີສະຫວ່າງວັດທະນາ ວິຈິດຣິຈະນາ ປະດັບປະດາ ຫໍພຸທມາຣາວິໄຊ ໃຫ້ງົດງາມແລ້ວປີ ຄໍສໍ 1974 ທີ່ເວົ້າສ່ວນຫນຶ່ງວ່າພຣະພຸທມາຣາວິໄຊ ສ້າງໂດຍ ພຣະຄູມະຫາສົມເດັດສຸວັນນະປັນຍາ ເມື່ອປີ ພໍສໍ 1989 ຫລື ຄໍສໍ 1446 ນັ້ນ ອາດຈະໝາຍເຖິງແມ່ນພຣະປະທານ ທີ່ຢູ່ໃນຫໍພຣະໝ່ານໃນປະຈຸບັນ ກໍ່ເປັນໄປໄດ້ ເພາະໃນຊ່ວງເວລາຫນຶ່ງພຣະເຈົ້າໝ່ານເພິ່ນກໍ່ບໍ່ໄດ້ເອົາໄວ້ທີ່ຫໍພຣະໝ່ານຫລັງນີ້. ທັງສາມຂໍ້ນີ້ ກໍ່ເປັນເຫດຜົນຫນຶ່ງທີ່ເຮັດໃຫ້ປະຫວັດທີ່ໄດ້ເຜີຍແຜ່ໃນຄັ້ງນີ້ອາດຈະບໍ່ຄົບຖ້ວນ ສົມບູນແລະຖືກຕ້ອງແທ້ເທື້ອ ຈະຕ້ອງສຶບຖາມແລະຄົ້ນຄວ້າຢ່າງລຶກເຊິ່ງອີກຄັ້ງ ແຕ່ຄັ້ງນີ້ກໍ່ເປັນສິ່ງທີ່ເລິ່ມຕົ້ນໃນການຄົ້ນຫາປະຫວັດຂອງພຣະເຈົ້າອົງນີ້ ຫວັງວ່າຜູ້ຮູ້ຫລືມີຂໍ້ມູນ ກໍ່ຂໍບອກກວ່າມາເພື່ອໄດ້ຮີບໂຮມປະຫວັດພຣະເຈົ້າໝ່ານອົງສຳຄັນອົງນີ້ໃຫ້ສົມບູນຍິ່ງໆຂຶ້ນໄປອີກ.

Credited: Art and Cultural of Laos
ທ່ານ ຫຸມເພັດ ມະນີສຸກ



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad