ເສັງນັກຮຽນເກັ່ງ ມ4 ແລະ ມ7 ທົ່ວປະເທດ ຈະເລີ່ມວັນທີ 25/4/2017 ນີ້! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເສັງນັກຮຽນເກັ່ງ ມ4 ແລະ ມ7 ທົ່ວປະເທດ ຈະເລີ່ມວັນທີ 25/4/2017 ນີ້!

 ການສຶກສາ: ບັ້ນສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ສຳລັບ ມ4 ແລະ ມ7 ປະຈຳສົກຮຽນ 2016-2017 ຈະ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ອັງຄານ ທີ 25 ​ເມສາ​ນີ້ ທີ່​ນະຄອນຫຼວງວຽງຈັນ. ຂະນະ​ທີ່ກົມມັດທະຍົມສຶກສາ ກະຊວງສຶກສາທິການ ແລະ ກິລາ          (ສສກ) ​ໄດ້​ມີ​ການກະກຽມຄວາມພ້ອມ​ເຕັມທີ່ ​ໂດຍ​ສະ​ເພາະ​ແມ່ນ​ຫົວ​ບົດສອບ​ເສັງ ຈະມີລະດັບຂ່ອນຂ້າງປານກາງໄປຫາຍາກ ແລະ ຍາກຫຼາຍ.

ອີງຕາມການໃຫ້ສຳພາດຂອງທ່ານ ນາງ ປອ. ສີສຸກ ວົງວິຈິດ ຫົວໜ້າກົມມັດທະຍົມສຶກສາ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 21 ເມສາ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ການຈັດສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2016-2017 ແມ່ນເພື່ອເຮັດໃຫ້ນັກຮຽນໄດ້ສະແດງອອກຄວາມຮູ້ຄວາມສາມາດ ແລະ ພອນສະຫວັນຂອງຕົນເອງໃນວິຊາທີ່ຈະມາເສັງ, ເພື່ອສຸກຍູ້ສົ່ງເສີມຂະບວນການສອນດີ-ຮຽນເກັ່ງຂອງກະຊວງສຶກສາທິການ ແລະ ກິລາ,  ຍ້ອງຍໍ ແລະ ໃຫ້ໂອກາດແກ່ນັກຮຽນຜູ້ທີ່ສອບເສັງໄດ້ອັນດັບທີ 1 ແຕ່ລະວິຊາ, ເຊິ່ງຈະໄດ້ຮັບທຶນການສຶກສາເພື່ອຮຽນຕໍ່ວິຊາຊີບຕາມວິຊາທີ່ຕົນເອງມັກ ໃນມະຫາວິທະຍາໄລພາຍໃນປະເທດໄດ້, ເພື່ອວັດ ແລະ ປະເມີນຜົນດ້ານການຮຽນຂອງ​ນັກຮຽນ ແລະ ການສິດສອນຂອງຄູຢູ່ໃນໂຮງຮຽນ, ເພື່ອຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ມີພອນສະຫວັນໃນແຕ່ລະວິຊາ ເປັນຕົວແທນພາຍໃນປະເທດເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ, ເພື່ອສ້າງໂອກາດໃຫ້ຄູນຳພາ ແລະ ນັກຮຽນຈາກແຕ່ລະແຂວງໄດ້ພົບປະ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດການຮຽນ-ການສອນ.

ສະ​ເພາະຂະບວນກະກຽມ ແລະ ລະບຽບການສອບເສັງໃນປີນີ້ ແມ່ນໄດ້ປະຕິບັດຕາມຂະບວນການໆອອກຫົວບົດສອບເສັງ, ໂດຍໄດ້ເລີ່ມຈາກການວິເຄາະຂໍ້ສອບ, ວິເຄາະຫຼັກສູດ ຈາກນັ້ນຈຶ່ງໄດ້ມາອອກຫົວບົດສອບເສັງ ຕາມຂະບວນການວັດ ແລະ ປະເມີນຜົນຂອງສາກົນ ກໍ່ຄື ເໝາະສົມກັບສະພາບການຮຽນ-ການສອນຂອງບ້ານເຮົາ ໂດຍເນື້ອໃນຂອງການອອກຫົວບົດສອບເສັງ ແມ່ນຈະເອົາຢູ່ໃນລັກສູດຂອງການຮຽນ-ການສອນ ໂດຍຈະມີລະດັບຂ່ອນຂ້າງປານກາງໄປຫາຍາກ ແລະ ຍາກຫຼາຍ. ສ່ວນຄະນະກຳມະການອອກຫົວບົດສອບເສັງນັ້ນ ແມ່ນໄດ້ຄັດເລືອກເອົາຄູທີ່ມີປະສົບການຈາກໂຮງຮຽນມັດທະຍົມອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ບັນດາຄູ-ອາຈານ ທີ່ມີປະສົບການຢູ່ໃນ ມະຫາວິທະຍາໄລແຫ່ງຊາດ ມາຊ່ວຍກັນອອກຫົວບົດສອບເສັງ. ສ່ວນລະບຽບການສອບເສັງສຳລັບນັກຮຽນ ກໍ່ໄດ້ມີການວາງລະບຽບໄວ້ວ່າ ເມື່ອນັກຮຽນແຕ່ລະຄົນເດີນທາງມາຮອດຈຸດໝາຍແລ້ວ ຈະໄດ້ຮັບຊອງເອກະສານທີ່ເວົ້າເຖິງເລື່ອງລະບຽບຂອງການສອບເສັງ, ລະບຽບໃນການດຳລົງຊີວິດຢູ່ໃນຫໍພັກ ແລະ ອື່ນໆ (ຫໍພັກຊີເກມ). ນອກຈາກນັ້ນ, ສຳລັບລະບຽບຂອງນັກຮຽນທຸກໆຄົນຢູ່ໃນຫ້ອງສອບເສັງແມ່ນຫ້າມບໍ່ໃຫ້ເອົາເອກະສານໃດໆ ແລະ ເຄື່ອງມືສື່ສານທຸກປະເພດເຂົ້າໃນຫ້ອງສອບເສັງໂດຍເດັດຂາດ, ປະຕິບັດລະບຽບຢູ່ໃນຫ້ອງສອບເສັງຢ່າງເຄັ່ງຄັດ, ບໍ່ໃຫ້ໂອ້ລົມກັນ, ບໍ່ໃຫ້ປຶກສາຫາລືກັບໝູ່ທີ່ນັ່ງທາງຂ້າງ ແລະ ບໍ່ໃຫ້ຍ່າງອອກຍ່າງເຂົ້າ ໂດຍທີ່ບໍ່ໄດ້ຮັບອະນຸມັດຈາກຄະນະກຳມະການຍາມຫ້ອງສອບເສັງຕ່າງໆ.

ການຈັດການສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2016-2017 ຂັ້ນ ມ4 ແລະ ມ7 ​ແມ່ນຈະສອບເສັງຢູ່ໃນ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟິຊິກສາດ, ເຊິ່ງແຕ່ລະວິຊາສອບເສັງໃຊ້ເວລາ 120 ນາທີ, ມີນັກສອບເສັງທັງໝົດ 142 ຄົນ, ຍິງ 57 ຄົນ. ໃນນັ້ນ, ມ4 ມີ 72 ຄົນ, ຍິງ 29 ຄົນ ​ແລະ ມ7 ມີ 70 ຄົນ, ຍິງ 28 ຄົນ, ​ເຊິ່ງໄດ້ຈັດເປັນຫ້ອງສອບເສັງໃຫຍ່ 2 ຫ້ອງ ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ​ໂດຍມີການສະຫຼັບກັນລະຫວ່າງນັກຮຽນເກັ່ງ ຂັ້ນ ມ4 ແລະ ມ7 ຢູ່ໃນຫ້ອງດຽວກັນ.

ສຳລັບຄະນະກຳມະການກວດບົດສອບເສັງ ແມ່ນໄດ້ມີການຈັດວາງການກວດ ແລະ ໃຫ້ຄະແນນຢ່າງມີຄວາມໂປ່ງໃສ່ເປັນທຳ, ໂດຍໄດ້ຈັດເປັນກຸ່ມຕາມແຕ່ລະວິຊາ, ຄະນະກຳມະການກວດບົດສອງເສັງຈະໃຫ້ຄະແນນຂອງໃຜລາວ. ຫຼັງຈາກນັ້ນ, ຈຶ່ງຄ່ອຍເອົາມາປຽບທຽບໃສ່ກັນ ແລະ ​ໃນ ຄະນະກຳມະການກວດບົດສອບເສັງນັ້ນ ແຕ່ລະຄົນກໍ່ບໍ່ສາມາດຮູ້ໄດ້ວ່າຫົວບົດສອບເສັງແຕ່ລະບົດເປັນຂອງນັກຮຽນຄົນໃດ, ຊື່ຫຍັງ  ເພາະໄດ້ມີການຕັດຫົວຄວັນລາຍຊື່ອອກທັງໝົດ. ພ້ອມດຽວກັນນັ້ນ, ຕາມລະບຽບຂໍ້ກຳນົດຂອງກະຊວງສຶກສາທິການ ແລະ ກິລາແລ້ວ ຖ້າຫາກນັກຮຽນຄົນໃດຫາກເສັງໄດ້ອັນດັບທີ 1, 2 ແລະ ທີ 3  ແມ່ນຈະໄດ້ຮັບສິດທິພິເສດໃນການເຂົ້າຮຽນຢູ່ມະຫາວິທະຍາພາຍໃນປະເທດ ແລະ ສາມາດເລືອກຮຽນວິຊາທີ່ຕົນເອງມັກຕາມຄວາມສາມາດຕົວຈິງຂອງເຂົາເຈົ້າ.

ສ່ວນບັນຫາທີ່ດີສຳລັບການສອບເສັງນັກຮຽນເກັ່ງ ແມ່ນໄດ້ສ້າງຂະບວນການເຮັດໃຫ້ນັກຮຽນ ມີການແຂ່ງຂັນກັນຮຽນ ເພາະວ່າຖ້າຫາກວ່ານັກຮຽນຄົນໃດເສັງໄດ້ນັກຮຽນເກັ່ງແລ້ວ ນອກຈາກຈະໄດ້ຮັບເງິນລາງວັນ, ໃບຍ້ອງຍໍ ແລະ ຍັງໄດ້ຮັບຫຼຽນນັກຮຽນເກັ່ງອີກດ້ວຍ ເປັນຄວາມພາກພູມໃຈອັນໜຶ່ງຂອງຊີວິດນັກຮຽນ. ສະນັ້ນ, ເພື່ອເປັນການສ້າງໃຫ້ມີຂະບວນແຂ່ງຂັນການຮຽນ-ການສອນຂອງຄູ ແລະ ນັກຮຽນ ຢູ່ໂຮງຮຽນມັດທະຍົມສຶກສາທົ່ວປະເທດ ຖ້າຫາກວ່າເຮົາສາມາດສ້າງໄດ້ນັກຮຽນເກັ່ງ ກໍ່ຖືວ່າເປັນການສ້າງຊັບພະຍາກອນມະນຸດຂອງລາວໃຫ້ມີຄຸນະພາບ ເພາະວ່ານັກຮຽນເກັ່ງເປັນຊັບພະຍາກອນມະນຸດທີ່ມີຄຸນຄ່າຂອງປະເທດຊາດ.

 ນອກຈາກ​ນີ້, ທ່ານຫົວໜ້າກົມມັດທະຍົມສຶກສາ ຍັງ​ໄດ້​ເປີດ​ເຜີຍ​ໃຫ້​ຮູບ​ອີກ​ວ່າ: ສະ​ເພາະປີນີ້, ແຂວງອຸດົມ ​ແມ່ນບໍ່ສາມາດໄດ້ສົ່ງນັກຮຽນເກັ່ງເຂົ້າຮ່ວມແຂ່ງຂັນໃນບາງວິຊາ ຄື: ວິຊາຄະນິດສາດ ແລະ ເຄມີສາດ ຍ້ອນວ່າພາກສ່ວນກ່ຽວຂ້ອງພາຍໃນແຂວງ ຄິດວ່ານັກຮຽນເກັ່ງຂອງເຂົາເຈົ້າບໍ່ໄດ້ຄາດໝາຍ ຈຶ່ງບໍ່ໄດ້ສົ່ງເຂົ້າຮ່ວມແຂ່ງຂັນ.

 ຫຼັງຈາກສຳເລັດການສອບເສັງນັກຮຽນເກັ່ງແລ້ວ, ໃນມື້ທີ່ຄະນະກຳມະການກຳລັງກວດບົດສອບເສັງຢູ່ນັ້ນ, ທາງຄະນະຮັບຜິດຊອບຈັດງານຈະໄດ້ມີແຜນນຳພານ້ອງນັກຮຽນເກັ່ງແຕ່ລະແຂວງໄປທັດສະນະສຶກສາຢູ່ຫໍພິພິຕະພັນທີ່ເປັນມູນເຊື້ອຂອງຊາດລາວ ໂດຍສະເພາະແມ່ນ ຫໍພິພິຕະພັນໄກສອນ ພົມວິຫານ, ຫໍພິພິຕະພັນ ກະຊວງປ້ອງກັນຄວາມສະຫງົບ, ຫໍພິພິຕະພັນ ກະຊວງປ້ອງກັນປະເທດ, ທາດຫຼວງ ແລະ ສະຖານທີ່ຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ໃນວັນທີ 27 ເມສາ ກໍ່ຈະໄດ້ມີການຈັດກິດຈະກຳຖາມ-ຕອບວິທະຍາສາດ ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍຈະຈັດເປັນແຕ່ລະແຂວງ ແລະ ວັນທີ 28 ເມສາ ກໍ່ເປັນມື້ປິດພິທີຢ່າງເປັນທາງການ.

ໃນຕອນທ້າຍ, ທ່ານຫົວໜ້າກົມມັດທະຍົມສຶກສາ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຝາກເຖິງບັນດານ້ອງນັກຮຽນເກັ່ງທີ່ຈະມາຮ່ວມສອບເສັງໃນປີນີ້, ຈົ່ງ​ໄດ້ເອົາໃຈໃສ່​ໃນ​ການສອບເສັງ​ໂດຍອ່ານຫົວບົດສອບເສັງໃຫ້ດີໆກ່ອນຈະຕອບ, ຄົ້ນຄວ້າໃຫ້ລະອຽດ, ມີຄວາມໝັ້ນໃຈໃນໂຕເອງ, ທົບທວນຄືນບົດຮຽນວິຊາທີ່ຕົນເອງມາສອບເສັງ ແລະ ຮັກສາສຸຂະພາບໃຫ້ດີ.


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad