ແຈ້ງການ ກະຊວງການເງິນເປີດໂທລະສັບສາຍດ່ວນ 1519 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງການ ກະຊວງການເງິນເປີດໂທລະສັບສາຍດ່ວນ 1519

ແຈ້ງການ ກະຊວງການເງິນເປີດໂທລະສັບສາຍດ່ວນ 1519

ຫ້ອງການກະຊວງການເງິນ, ຂໍຖືເປັນກຽດແຈ້ງການ ການເປີດໂທລະສັບສາຍດ່ວນຂອງກະຊວງການເງິນ 1519 ມາຍັງອົງການລັດ, ທຽບເທົ່າກະຊວງ, ຫ້ອງວ່າການປົກຄອງແຂວງ, ນະຄອນຫລວງ, ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການໃນຂອບເຂດທົ່ວປະເທດຊາບວ່າ: ນັບແຕ່ວັນທີ 7 ເມສາ 2017 ເປັນຕົ້ນໄປ ກະຊວງການເງິນໄດ້ເປີດນຳໃຊ້ໂທລະສັບສາຍດ່ວນ 1519 ຢ່າງເປັນທາງການ ເພື່ອຮັບເອົາຄໍາຖາມ, ການສະເໜີ, ຂໍ້ຄິດເຫັນ ແລະ ອື່ນໆ...ຈາກອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ, ນິຕິບຸກຄົນ ແລະອື່ນໆຕໍ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະໜງການເງິນໃນຂອບເຂດທົ່ວປະເທດ.

ສ່ວນການຊີ້ແຈ້ງໂທລະສັບສາຍດ່ວນຈະຊີ້ແຈ້ງຜ່ານສື່ຕ່າງໆຄື: ຜ່ານລາຍການ ການເງິນການພັດທະນາ ຊ່ອງໂທລະພາບຂອງກະຊວງປ້ອງກັນຄວາມສະຫງົບ, ເຊິ່ງອອກອາກາດໃນທຸກໆວັນສຸກເວລາ 20:30 ໂມງຫາ 21:00 ໂມງ ແລະ ທຸກໆວັນເສົາເວລາ 07:00 ໂມງ ຫາ 07:30 ໂມງ, ຜ່ານລາຍການ ການເງິນການພັດທະນາວິທະຍຸຂອງກະຊວງປ້ອງກັນຄວາມສະຫງົບຄື້ນຄວາມຖີ່ 105.5 MHz ເຊິ່ງອອກອາກາດທຸກໆວັນອັງຄານ, ພະຫັດ ແລະ ເສົາ ເວລາ 12:30 ໂມງຫາ 13:00 ໂມງ ແລະ ໜັງສືພິມການເງິນ ປະຈໍາອາທິດຂອງກະຊວງການເງິນ, ໜັງສືພິມວຽງຈັນໃໝ່, ໜັງສືພິມປະຊາຊົນ, ໜັງສືພິມປະເທດລາວ ແລະ ໜັງສືພິມລາວພັດທະນາ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພືື່ອຊາບ
ຫົວໜ້າຫ້ອງການກະຊວງການເງິນ
ສົມບູນ ອິນທະປັດຖາ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad