Sokviek.com ພຽງແຕ່ຄລິກ ທ່ານກໍ່ສາມາດ ຊອກວຽກທີ່ທ່ານຕ້ອງການ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

Sokviek.com ພຽງແຕ່ຄລິກ ທ່ານກໍ່ສາມາດ ຊອກວຽກທີ່ທ່ານຕ້ອງການ


Sokviek.com ພຽງແຕ່ຄລິກ ທ່ານກໍ່ສາມາດ ຊອກວຽກທີ່ທ່ານຕ້ອງການ

ເວບໄຊຊອກວຽກ www.sokviek.com ແມ່ນຖືກສ້າງໂດຍ ທີມງານ ປະກາດ ໃນວັນທີ 1 ພະຈິກ 2016 ໂດຍເລັ່ງເຫັນວ່າ ໃນປະເທດລາວ ຍັງຄົງມີແຫຼ່ງຂໍ້ມູນ ເລື່ອງການສະໜອງຂໍ້ມູນ ເລື່ອງແຮງງານບໍ່ຫຼາຍ ແລະ ທົ່ວເຖິງ. ຈະມີກໍ່ໃນບັນດາເມືອງໃຫຍ່ ເຊັ່ນ: ນະຄອນຫຼວງວຽງຈັນ. ສ່ວນແຂວງອື່ນໆ ຍັງບໍ່ທັນມີຫຼາຍ, ບໍ່ຕໍ່ເນື່ອງ, ບໍ່ທັນພຽງພໍ ແລະ ຍັງບໍ່ທັນກວ້າງຂວາງ.

ດ້ວຍເຫດນີ້, ທີມງານ ຈິ່ງໄດ້ພັດທະນາ ແລະ ສ້າງເວບໄຊ ຊອກວຽກ ໂດຍເນັ້ນ ການເປັນເວທີ ລົງຂໍ້ມູນການປະກາດຮັບສະໝັກງານ ພ້ອມກັບຂໍ້ມູນຄວາມຮູ້ເລື່ອງແຮງງານ ແລະ ການສຶກສາທີ່ກ່ຽວກັບແຮງງານ, ການວ່າຈ້າງ ແລະ ຂໍ້ມູນກົດໝາຍອື່ນໆ ທີ່ກ່ຽວກັບແຮງງານ.

ວິໄສທັດ: ເຮັດໃຫ້ເປັນບ່ອນຊອກວຽກຂອງຄົນລາວທົ່ວປະເທດ, ໃຫ້ມີຄວາມງ່າຍດາຍ, ສະດວກ, ວ່ອງໄວ ແລະ ເຂົ້າເຖິງຄົນລາວໃນທຸກທ້ອງຖິ່ນ ທີ່ເຂົ້າເຖິງອິນເຕີເນັດໄດ້.

ເຂດການບໍລິການ: ທົ່ວປະເທດລາວ, ສາມາດລົງປະກາດຮັບສະໝັກງານໄດ້ທົ່ວປະເທດ.

ຄູ່ຮ່ວມງານ: ເວບໄຊຊອກວຽກ ຈະເປີດກວ້າງ ແລະ ຮ່ວມມືກັບທຸກພາກສ່ວນ ບໍ່ວ່າພາກສ່ວນລັດ ແລະ ເອກະຊົນ, ບັນດາບໍລິສັດຈັດຫາງານ, ແລະ ສະຖານສຶກສາ. ພ້ອມນີ້, ພວກເຮົາຍັງໄດ້ຮ່ວມກັບທຸກສື່ໂຄສະນາ ເພື່ອໃຫ້ຄົນໄດ້ຮູ້ ແລະ ເຂົ້າເຖິງຂໍ້ມູນແຮງງານ ໃຫ້ຫຼາຍທີ່ສຸດ. ໂດຍສະເພາະ ການສື່ສານ ຜ່ານໂຊຊ່ຽວເນັດເວີກ ທີ່ນຳໃຊ່ສື່ສັງຄົມອ່ອນລາຍ. ໄດ້ມີການຮ່ວມມືກັບບັນດາເພຈດັ່ງໆ ຕ່າງໆ ເຊັ່ນ: ປະກາດ Pakaad, ອາໂຫຼລາວ, ໂທລະໂຄ່ງ THOLAKHONG, ຄິດອອກ, ມະຫາຊົນ, ໂຕະນ້ຳຊາ, ຮູບພາບເມືອງລາວ, ຮູບພາບປະເທດລາວ, ສະເໜ່ເມືອງລາວ ແລະ ເພຈອື່ນໆ. ພິເສດ ພວກເຮົາໄດ້ຮ່ວມມືກັບ ທີມງານ TNK ຂອງທ່ານ ກູ້ ລາວສະຕາ.

ຂໍ້ມູນພົວພັນ
ໂທ: 030 5666556
Email: sokviek@gmail.com
LINE ID: @qxi4569f

Post Bottom Ad