21 ປີ ເມືອງມໍລະດົກໂລກ ຫລວງພະບາງ ມີໂສມໜ້າໃໝ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

21 ປີ ເມືອງມໍລະດົກໂລກ ຫລວງພະບາງ ມີໂສມໜ້າໃໝ່



21 ປີ ເມືອງມໍລະດົກໂລກ ຫລວງພະບາງ ມີໂສມໜ້າໃໝ່
---------------------------------
ຂປລ: ເມືອງຫລວງພະບາງ ສ້າງຕັ້ງຂຶ້ນກ່ອນໜ້າ ນີ້ປະມານ 1.200 ປີ, ເປັນເມືອງຫລວງເກົ່າ ຂອງອານາຈັກລາວລ້ານຊ້າງ ເກືອບ 200 ປີ, ໂດຍໄດ້ປ່ຽນ ຊື່ເອີ້ນຫລາຍຄັ້ງຄື:ເມືອງຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປະຈຸບັນ. ການທີ່ໃສ່ຊື່ເມືອງ ຫລວງພະບາງ ນັ້ນແມ່ນພະເຈົ້າຟ້າງຸ່ມ ມະຫາລາດ ໄດ້ນຳເອົາພະບາງ ເຊິ່ງເປັນອົງພະພຸດທະຮູບ ທີ່ສັກສິດ, ເປັນມິ່ງບ້ານ- ຂວັນເມືອງມາ ສະຖິດໄວ້ ເມືອງຊຽງທອງ ໃນສະໄໝກ່ອນ ແລະ ດ້ວຍຄວາມ ສັດທາ-ເຊື່ອຖື ຢ່າງແຮງກ້າ ຂອງປະຊາຊົນຊາວຫລວງພະບາງ ຈຶ່ງໄດ້ປ່ຽນຊື່ ເອີ້ນຂອງເມືອງຕາມຊື່ ຂອງອົງພະບາງ ເປັນເມືອງ ຫລວງພະບາງ ມາເຖິງທຸກວັນນີ້.

ຍ້ອນເຄີຍເປັນ ເມືອງຫລວງເກົ່າ ຂອງອານາຈັກລາວ ລ້ານຊ້າງ, ຫລວງພະບາງ ຈຶ່ງຄວາມໂດດເດັ່ນ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຊິ່ງສະແດງອອກ ເຖິງວິຖີການດຳລົງຊີວິດ ຂອງຊາວເມືອງ ໂດຍສະເພາະ ແມ່ນການສືບທອດ ຂະນົບທຳນຽມ, ຮີດຄອງປະເພນີ, ສິລະປະ ວັນນະຄະດີ, ການປຸກສ້າງອາຄານ-ສະຖານທີ່, ພະພຸດທະຮູບ, ການແຕ້ມ, ຄວັດ-ແກະສະຫລັກຕ່າງໆ, ລວມທັງການ ຮັກສາສິ່ງແວດລ້ອມ ຈຶ່ງເຮັດໃຫ້ຕົວ ເມືອງຫລວງພະບາງ ໄດ້ຮັບການຮັບຮອງ ຈາກອົງການອຸຍແນັສໂກ ໃຫ້ເປັນເມືອງມໍລະດົກ ຂອງໂລກ ນັບແຕ່ວັນທີ 9 ທັນວາ ປີ 1995 ເປັນຕົ້ນມາ, ດ້ວຍ 3 ເງື່ອນໄຂໃນ 10 ມາດຕະຖານ ຂອງການເປັນ ເມືອງມໍລະດົກ ຂອງໂລກຄື:

1. ເງື່ອນໄຂທີ 2) ສະແດງໃຫ້ເຫັນເຖິງ ຄວາມສໍາຄັນ ໃນການແລກປ່ຽນ ຄຸນຄ່າມະນຸດ ມາໄດ້ຫລາຍເຊັ່ນຄົນ, ເປັນສະຖານທີ່ທາງ ດ້ານວັດທະນະທໍາ ຂອງໂລກຄຽງຄູ່ ກັບການພັດທະນາ ທາງດ້ານສະຖາ ປັດຕິຍະກໍາ ຫລື ເຕັກໂນໂລ ຊີ, ສີລະປະ ອະນຸສອນສະຖານ, ການວາງຜັງເມືອງ.
2. ເງື່ອນໄຂທີ 4) ເປັນຕົວຢ່າງ ອັນໂດດເດັ່ນ ຂອງຮູບແບບການ ປຸກສ້າງທາງດ້ານ ສະຖາປັດ ຕິຍະກຳ, ເຕັກໂນໂລຊີ ຫລື ດ້ານຄຸນນະພາບ, ລັກສະນະສະຖານ ທີ່ສະແດງໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ແຕ່ລະຍຸກ ຂອງມວນມະ ນຸດ.
3. ເງື່ອນໄຂທີ 5) ເປັນຕົວຢ່າງ ອັນໂດດເດັ່ນ ຂອງການດໍາລົງຊີວິດ ທີ່ມີຮີດຄອງປະເພນີ ອັນຍອດຍິ່ງ, ເປັນເອກະລັກ ສະເພາະສືບທອດ ກັນມາຂອງມວນມະນຸດ ໃນການນຳໃຊ້ທີ່ດິນ- ນໍ້າຢັ້ງຢືນເຖິງ ວັດທະນະທຳໃດໜຶ່ງ ຫລື ຮູບ ການວັດທະນະທໍາ ທີ່ແຕກຕ່າງກັນ.

ຕະຫລອດໄລຍະ 21 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາ ຕົວເມືອງມໍລະດົກໂລກ ຫລວງພະບາງ, ພັກ-ລັດຖະບານແຫ່ງ ສປປ ລາວ ກໍ່ຄືອົງການປົກຄອງ ທ້ອງຖິ່ນແຕ່ລະຂັ້ນ ໄດ້ສຸມໃສ່ໃນການຊີ້ ນໍາໃຫ້ມີ ການພັດທະນາ ໄປຄຽງຄູ່ກັບ ການອະນຸລັກ ເປັນຕົ້ນຕໍອັນ ໄດ້ເຮັດໃຫ້ ເມືອງຫລວງພະບາງ ກາຍເປັນເມືອງ ທີ່ມີສະເໜສາມາດ ການດຶງດູດ ນັກທ່ອງທ່ຽວ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນ ໃນຫລາຍຂະແໜງ ການ, ເຮັດໃຫ້ເມືອງມໍລະດົກ ໂລກຫລວງພະບາງ ໄດ້ມີການພັດທະນາ ຢ່າງກ້າວກະໂດດ, ລາຍຮັບຂອງ ປະຊາຊົນນັບມື້ ນັບເພີ້ມຂຶ້ນ, ໂດຍສະເພາະແມ່ນ ການເຮັດການ ບໍລິການໆທ່ອງທ່ຽວ ແລະ ການຜະລິດເຄື່ອງຫັດ ຖະກຳດ້ວຍ ສີມື. ການທີ່ເມືອງ ຫລວງພະບາງ ໄດ້ຮັບການຮັບຮອງ ໃຫ້ເປັນເມືອງມໍລະດົກໂລກ ມາຮອດປະຈຸບັນ ມີອາຍຸຄົບຮອບ 21 ປີ, ສປປລາວໂດຍສະເພາະແມ່ນ ປະຊາຊົນຊາວຫລວງພະບາງ ແມ່ນໄດ້ຮັບຜົນ ປະໂຫຍດຫລາຍດ້ານ ໂດຍສະ ເພາະແມ່ນເຮັດໃຫ້ ລະບອບການເມືອງ ມີຄວາມໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ຄວາມເປັນລະບຽບ ຮຽບຮ້ອຍ, ປະຊາຊົນ ດຳລົງຊີວິດ ພາຍໃຕ້ລະບຽບ- ກົດໝາຍທີ່ ກຳນົດໄວ້, ວັດທະນະທຳ- ຮີດຄອງປະເພນີ ທີ່ເປັນເອກະລັກ ສະເພາະໄດ້ຮັບ ການເສີມຂະຫຍາຍ ແລະ ຮັກສາຄຸນຄ່າ ດັ້ງເດີມໄດ້ເປັນຢ່າງດີ, ມູນເຊື້ອ ຂອງຊາວເມືອງ, ລວມທັງພື້ນ ຖານໂຄງລ່າງໄດ້ຮັບ ການພັດທະນາ ຕາມທິດທີ່ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ, ຈົນເຮັດໃຫ້ເມືອງ ຫລວງພະບາງ ໄດ້ກາຍ ເປັນຈຸດໝາຍປາຍ ທາງອັນດັບໜຶ່ງ ຂອງນັກທ່ອງທ່ຽວ ໃນທົ່ວໂລກ ທີ່ໄດ້ລົງຄະແນນໃຫ້ ໃນວາລະສານ ວັນເດີລາສ (ວາລະສານຊັ້ນ ນຳຂອງປະເທດ ອັງກິດ) ໄດ້ຫລາຍປີຕິດຕໍ່ກັນຄື: ປີ 2006, 2007, 2008, 2010, 2011, 2012 ແລະ 2015. ນອກຈາກນັ້ນ, ຍັງໄດ້ຮັບນາມມະຍົດ ເປັນເມືອງ ສິ່ງແວດລ້ອມ ທີ່ດີຂອງອາຊຽນ, ເມືອງປອດຄວັນຢາສູບ, ພິເສດໃນ ປີ 2015 ຜ່ານມາ ວັດຊຽງທອງ ແມ່ນໄດ້ຮັບການຢັ້ງຢືນ ການອະນຸລັກ ວັດທະນະທຳ ທີ່ດີເດັ່ນແຫ່ງ ພາກພື້ນອາຊີປາຊີຟິກ ຂອງອົງການອຸຍ ແນັສໂກ ແລະ ຕະຫລາດກາງຄືນ ກໍ່ໄດ້ຮັບລາງວັນ ເປັນຕະຫລາດລະດັບ 4 ດາວເຄິ່ງຈາກ ອົງການຈັດຕັ້ງ ສາກົນຕື່ມອີກ. ທ່ານ ບຸນຄົງ ຄຸດທ້າວ ຮອງຫົວໜ້າຫ້ອງ ການມໍລະດົກໂລກ ຫລວງພະ ບາງ ໄດ້ໃຫ້ສຳພາດວ່າ: “ຜົນສຳເລັດທີ່ ຍາດມາໄດ້ແມ່ນ ຍ້ອນການປະກອບ ສ່ວນຢ່າງຕັ້ງໜ້າ ຂອງຄະນະພັກ- ອົງການປົກຄອງທຸກຂັ້ນ ຈຶ່ງເຮັດໃຫ້ ເມືອງມໍລະດົກໂລກ ຫລວງພະບາງ ຍືນຍົງຄົງຕົວ ມາຮອດປະຈຸບັນ. ຮຽກຮ້ອງໃຫ້ປະ ຊາຊົນຄົນລາວ, ໂດຍສະເພາະ ແມ່ນຊາວເມືອງ ມໍລະດົກໂລກ ຫລວງພະບາງ ພ້ອມກັນປົກປັກຮັກສາ ນາມມະຍົດ ຂອງການເປັນເມືອງ ມໍລະດົກໂລກ ຊ່ວຍກັນດ້ວຍ ການປະຕິບັດຕາມລະບຽບການ ທີ່ຄະນະກຳມະການ ເພື່ອມໍລະດົກ ໂລກໄດ້ກຳນົດໄວ້, ພ້ອມທັງເສີມ ຂະຫຍາຍມູນເຊື້ອ ຂອງການເປັນເມືອງ ມໍລະດົກໂລກ ໃຫ້ກວ້າງຂວາງ, ປູກຈິດສຳນຶກ ໃຫ້ຄົນລຸ້ນໃໝ່ ແລະ ນັກທ່ອງທ່ຽວ ໄດ້ຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງ ທັງເປັນເຈົ້າການ ໃນການຮ່ວມມືຢ່າງຕັ້ງໜ້າ”.

ເພື່ອສືບຕໍ່ ໃນການປົກປັກຮັກສາ ເມືອງມໍລະດົກໂລກ ຫລວງພະບາງ ໃຫ້ມີຄວາມຍືນຍົງ ຕະຫລອດໄປນັ້ນ ທຸກຄົນໃນທົ່ວສັງຄົມ ຕ້ອງພ້ອມກັນປະຕິບັດ 4ຍຸດທະສາດ ໃນການປົກປັກ ຮັກສາເມືອງ ມໍລະດົກໂລກ ຫລວງພະບາງ ໃຫ້ຍືນຍົງຄື: ປົກປັກຮັກສາ ເມືອງຫລວງພະບາງ ໃຫ້ເປັນເມືອງ ມໍລະດົກໂລກ ຕະຫລອດໄປ, ສ້າງໃຫ້ຫລວງພະບາງ ເປັນສວນອຸທິຍານ ທີ່ມີຊີວິຊີວາ, ເປັນເມືອງທີ່ໜ້າຢູ່ ໜ້າປະທັບໃຈ ແລະ ມີສະພາບແວດລ້ອມທີ່ດີ, ສົ່ງເສີມ ຫລວງພະບາງ ໃຫ້ເປັນສູນກາງ ການທ່ອງທ່ຽວ ທາງດ້ານວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ, ສ້າງໃຫ້ຫລວງພະບາງ ໃຫ້ເປັນສູນກາງ ການຄົ້ນຄວ້າ ກ່ຽວກັບຄຸນຄ່າ ວັດທະນະທຳ ອັນຍອດຍິ່ງ ຂອງລາວ. ບັນດາຍຸດທະສາດທີ່ ກ່າວມານັ້ນ ຄະນະພັກ- ອົງການປົກຄອງທຸກຂັ້ນ ໄດ້ພ້ອມກັນຄົ້ນຄ້ວາ ເພື່ອເຮັດໃຫ້ຫລວງພະບາງ ສືບຕໍ່ໄດ້ຮັບ ການພັດທະນາ ກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງບົນພື້ນຖານ ການຍືນຍົງຄົງຕົວ ຂອງການເປັນເມືອງ ມໍລະດົກໂລກ, ແຕ່ຖ້າຈະ ເຮັດໃຫ້ບັນດາ ຍຸດທະສາດດັ່ງກ່າວ ໄດ້ຮັບການຈັດຕັ້ງ ປະຕິບັດ ຢ່າງມີຜົນສຳເລັດນັ້ນຄະນະພັກ- ອົງການປົກຄອງ ແຕ່ລະຂັ້ນນັບແຕ່ຂັ້ນ ແຂວງຈົນຮອດ ຮາກຖານບ້ານ ຈະຕ້ອງຈັດຕັ້ງການ ເຜີຍແຜ່ໃຫ້ ປະຊາຊົນ ບັນດາເຜົ່າ ໄດ້ຮັບ ການເຊື່ອມຊຶມ ຢ່າງເລິກເຊິ່ງ ທັງເປັນເຈົ້າການ ໃນການປະຕິບັດ ໃຫ້ມີຜົນສຳເລັດ, ປຸກລະດົມໃຫ້ທຸກຄົນ, ທຸກຊົນຊາດ, ທຸກຊົນເຜົ່າ ໃນທົ່ວສັງຄົມ ປະຕິບັດໃຫ້ໄດ້ຕາມ ຄຳຂວັນທີ່ວ່າ: ຫລວງພະບາງ ເມືອງງາມອາຣາມຮຸ່ງ, ເມືອງນຸ່ງ ສິ້ນໄໝ, ເມືອງຂວັນໃຈ ນັກທ່ອງທ່ຽວ, ເມືອງກ້ຽວຄໍາຫວານ, ເມືອງຕໍານານຂັບທຸ້ມ, ເມືອງເຈົ້າຟ້າງຸ່ມ, ເມືອງປຸ້ມລຸມເຂັ້ມແຂງ, ເມືອງແຫລ່ງອາລິຍະທຳ, ເມືອງໄດ້ຮັບສັນ ຍານາມເປັນ ເມືອງມໍລະດົກໂລກ.
ຊົມເຊີຍວັນທີ່ຫລວງພະບາງ ເຂົ້າເປັນເມືອງມໍລະດົກໂລກ ຢ່າງສຸດໃຈ!

ຂ່າວ: ຂປລ

Post Bottom Ad