ຕອບແທນຢ່າງຈິງໃຈກັບການເປີດສູນບໍລິການລູກຄ້າໃໝ່ຂອງຫົວເຫວີຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕອບແທນຢ່າງຈິງໃຈກັບການເປີດສູນບໍລິການລູກຄ້າໃໝ່ຂອງຫົວເຫວີຍ


ຕອບແທນຢ່າງຈິງໃຈກັບການເປີດສູນບໍລິການລູກຄ້າໃໝ່ຂອງຫົວເຫວີຍ
------------------------------------------------------
ຫົວເຫວີຍເຂົ້າໃຈ ແລະ ຖືໃຫ້ຄວາມສຳຄັນຢ່າງໜື່ງຂອງການໃຫ້ບໍລິການລູກຄ້າເພື່ອຕອບສະໜອງກັບຄວາມພືງພໍໃຈຂອງລູກຄ້າທີ່ເລືອກຊົມໃຊ້ຜະລິດຕະພັນຂອງຫົວເຫວີຍມາຕະຫຼອດເພີ່ນຈື່ງຈະໄດ້ມີການ ເປີດສູນບໍລິການຫຼັງການຂາຍຫົວເຫວີຍ ຢ່າງເປັນທາງການໃນວັນທີ່ 29/12/2016 ທີ່ຈະມາເຖີງນີ້ ເຊີ່ງສະຖານທີ່ກໍ່ຕັ້ງຢູ່ຮ້ານເພີ່ນເອງຢູ່ດົງປາລານ,ນະຄອນຫຼວງວຽງຈັນ (ກົງກັນຂ້າມກັບຕຶກ K-Plaza)



ໃນງານຍັງຈະມີກິດຈະກຳຫຼາກຫຼາຍຢ່າງ ມີກິດຈະກຳຖ່າຍຮູບພາບພາຍໃນງານ ແລ້ວໂພສໃນເຟສບຸກ ລົງທ້າຍພິມດ້ວຍຄຳວ່າ #HUAWEI Laos Customer Service Center Opening ໃຜທີ່ໄດ້ Like ຫລາຍກ່ອນໝູ່ຮັບໄປເລີຍ ໂທລະສັບສາມາດໂຟນ ຫົວເຫວີຍ P9. ນອກຈາກນີ້ຍັງມີການສະຫຼັກຊື່ໃຫ້ລູກຄ້າຟຣີສຳລັບຜູ້ທີ່ມາຮ່ວມງານທີ່ໃຊ້ໂທລະສັບຫົວເຫວີຍ (ໂທລະສັບຫົວເຫວີຍທີ່ຊື້ໃນສູນລາວແລະເປັນລຸ້ນທີ່ມີຝາຫຼັງເປັນໂລຫະເທົ່ານັ້ນ)

ມາພົບກັບກັບຄວາມມ່ວນຊື່ນຫຼາກຫຼາຍຮູບແບບ ພ້ອມກັບການແຈກຂອງລາງວັນອີກຫຼາຍຢ່າງ ແລ້ວພົບກັນທີ່ສູນບໍລິການຫຼັງການຂາຍຂອງຫົວເຫວີຍ

Post Bottom Ad