ສີໃດທີ່ຖືກກັບລາສີຂອງທ່ານທີ່ສຸດ? ກົດອ່ານເລີຍ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສີໃດທີ່ຖືກກັບລາສີຂອງທ່ານທີ່ສຸດ? ກົດອ່ານເລີຍ!

ສີໃດທີ່ບົ່ງບອກຄວາມເປັນຕົວທ່ານໄດ້ດີທີ່ສຸດ

ແຕ່ລະຄົນຍ່ອມມີສີທີ່ຕົນເອງມັກ. ສີທີ່ດຶງດູດພວກເຮົາ, ອາດມີ ຫຼືບໍ່ມີເຫດຜົນກໍ່ເປັນໄດ້, ທີ່ສະທ້ອນໃຫ້ເຫັນຄວາມຮູ້ສຶກທີ່ແທ້ຈິງຂອງພວກເຮົາ ແລະ ແຮງບັນດານໃຈຕ່າງໆອ້ອມໂຕເຮົາ.

ທາງເລືອກທີ່ພວກເຮົາສ້າງຂຶ້ນ ແມ່ນເຊື່ອມໂຍງກັບຄວາມເປັນຈິງທີ່ຖືກຖ່າຍທອດອອກມາ ໄດ້ຫຼາຍກວ່າທີ່ເຮົາຈະນຶກເຖິງ, ຈາກເສື້ອຜ້າທີ່ເຮົານຸ່ງ, ຈາກສິລະປະຕ່າງໆທີ່ເຮົາມັກ ລວມທັງເຕັກໂນໂລຊີທີ່ເຮົາໃຊ້ຢູ່ທຸກມື້!! ຫົວເຫວີຍ ສະມາດໂຟນຍັກໃຫຍ່ທົ່ວໂລກ ເຂົ້າໃຈເຖິງຄວາມສຳຄັນດີວ່າ ສີເຮັດໃຫ້ເຮົາເພີດເພີນໄປກັບຊີວິດ. Huawei Y6II ມີ 4 ສີໃຫ້ທ່ານເລືອກ, ໂດຍສະເພາະສີບົວອ່ອນ ແລະ ສີຟ້າ. ແລ້ວສີໃດລະ ທີ່ບົ່ງບອກຄວາມເປັນຕົວທ່ານ?



1. ສີບົວ: ສຳລັບຜູ້ມັກສວຍມັກງາມ ສ່ວນຫຼາຍແລ້ວ ມັກຈະສື່ເຖິງຄວາມຄິດທີ່ອ່ອນໂຍນ, ໜ້າຮັກຄືກັບເດັກນ້ອຍ, ປຽບເປັນຮຸ່ນນ້ອງຂອງສີແດງ. ເໝາະສຳລັບຜູ້ທີ່ມັກໃນຄວາມຮັກອ່ອນຫວານທີ່ບໍ່ມີເງື່ອນໄຂ. ໃນຄວາມຈິງ “Rose Quartz” ເປັນສີແຫ່ງປີ 2016 ໂດຍ Pantone (ຜູ້ຊ່ຽວຊານກ່ຽວກັບສີ ຊື່ດັງລະດັບໂລກ) ແຕ່ສີບົວກໍ່ບໍ່ໄດ້ຖືກເບິ່ງຂ້າມໄປ ພວກເຂົາແນະນຳການປະສົມປະສານກັບ ໂທນສີເຢັນທີ່ໃກ້ຄຽງກັນ.

2. ສີຟ້າ: Pantone ພັນລະນາເຖິງການປະສົມປະສານກັນລະຫວ່າງ Rose Quarts ກັບ ໂທນສີຟ້າ ແຫ່ງຄວາມສະຫງົບ ປຽບເໝືອນດັ່ງຢາແກ້ຄວາມຄຽດຮູບແບບໃໝ່. ສ່ວນຫຼາຍມັກເຂົ້າໃຈວ່າເປັນໂທນສີທີ່ມີຄວາມແຂງແຮງແບບຜູ້ຊາຍ. ຜູ້ທີ່ມີຄວາມສະຫງົບຈາກພາຍໃນ ຈະຖືກເບິ່ງວ່າ ມີຄວາມຊື່ສັດ, ເປັນທີ່ໜ້າເຊື່ອຖື, ມີຄວາມຮອບຮູ້ ແລະ ເຮັດສິ່ງທີ່ຖືກຕ້ອງໃນສະຖານະການທີ່ຍາກລຳບາກ. ຟັງເບິ່ງຄືໂຕເຈົ້າບໍ່?





3. ສີດໍາ: ພວກເຮົາໄດ້ແນມຫາສີທີ່ສົດໃສ ແຕ່ລອງກັບມາເບິ່ງທີ່ສີດໍາກ່ອນ. ຈາກຊຸດສີດໍານ້ອຍຈົນຮອດຄວາມມີມາລະຍາດຂອງອົງກອນຕ່າງໆ, ສີທີ່ລຶກລັບ ແລະ ສະຫງ່າງາມ ເປັນທີ່ຮູ້ຈັກໄປທົ່ວໂລກ. ຜູ້ທີ່ໂອບກອດສີທີ່ມືດມົນທີ່ສຸດນີ້ໄວ້ ແມ່ນຜູ້ທີ່ມີພະລັງ, ຄຸນຄ່າ ແລະ ມີກຽດ.

4. ສີຂາວ: ມັກຈະຖືກແນມວ່າເປັນສິ່ງທີ່ກົງກັນຂ້າມກັບສີສັນ, ບາງຄັ້ງກໍ່ເປັນທາງເລືອກທີ່ລຽບງ່າຍ ແຕ່ບໍ່ມີໃຜປະຕິເສດຄວາມລຽບງ່າຍໄດ້ ຍ້ອນ ຄວາມສົດໃໝ່, ຄວາມທັນສະໄໝ ເປັນສັນຍາລັກຂອງຄວາມບໍລິສຸດ ແລະ ການເລີ່ມຕົ້ນໃໝ່, ຄົນທີ່ເລືອກສີຂາວ ສ່ວນຫຼາຍແມ່ນມີຄວາມສົມດູນ, ຮຽບຮ້ອຍ, ມີເຫດມີຜົນ ແລະ ລະອຽດຖີ່ຖ້ວນເລື່ອງເງິນ.


5. ສີຄໍາ: ເປັນມົງກຸດແຫ່ງໄຊຊະນະໃນບັນດາໂທນສີທັງໝົດ, ສະແດງເຖິງຄວາມສົມບູນ, ມີຖານະ ແລະ ຮັ່ງມີ ເປັນທີ່ຍອມຮັບໄປທົ່ວໂລກ. ຜູ້ທີ່ຢາກປະສົບຜົນສຳເລັດໃນຊີວິດ ສ່ວນຫຼາຍຢາກມີຄຳ ແລະໃນທຳມະຊາດ ມັນໝາຍເຖິງຄວາມອົບອຸ່ນ, ສະຫລາດ ແລະ ໃຈດີ. ຫາກທ່ານຕ້ອງການເປັນ ວີໄອພີ ຕົວຈິງ, ສີທອງເປັນສີທີ່ທ່ານຄວນເລືອກ!!

Post Bottom Ad