ຄະນະຜູ້ແທນຊາວໜຸ່ມລາວເດີນທາງໄປແລກປ່ຽນບົດຮຽນກັບຊາວໜຸ່ມແຂວງຢຸນນານ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄະນະຜູ້ແທນຊາວໜຸ່ມລາວເດີນທາງໄປແລກປ່ຽນບົດຮຽນກັບຊາວໜຸ່ມແຂວງຢຸນນານ


ຄະນະຜູ້ແທນຊາວໜຸ່ມລາວເດີນທາງໄປແລກປ່ຽນບົດຮຽນກັບຊາວໜຸ່ມແຂວງຢຸນນານ
-----------------------------------------
ຂປລ. ຄະນະຜູ້ແທນຊາວໜຸ່ມລາວຈຳນວນ 35 ຄົນໄດ້ອອກເດີນທາງໃນມື້ນີ້ (25 ພະຈິກ) ໄປຍັງ ສປ ຈີນ ເພື່ອເຂົ້າຮ່ວມກິດຈະກຳແລກປ່ຽນກັບຊາວໜຸ່ມແຂວງຢຸນນານ ຊຶ່ງລວມມີການແລກປ່ຽນທາງດ້ານສິລະປະ, ວັດທະນະທຳ ແລະ ວຽກງານວິຊາສະເພາະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມສ້າງມິດຕະພາບລະຫວ່າງຊາວໜຸ່ມສອງປະເທດ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 55 ປີ.

ໃນໂອກາດເຂົ້າຢ້ຽມຂຳນັບກ່ອນອອກເດີນທາງໃນວັນທີ 24 ພະຈິກ, ທ່ານ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ເນັ້ນໃຫ້ຄະນະຊາວໜຸ່ມລາວໃຫ້ຖືເອົາຄວາມສາມັກຄີທີ່ເປັນໜຶ່ງດຽວເປັນສິ່ງທີ່ສຳຄັນທີ່ສຸດ ພ້ອມທັງໃຫ້ທຸກຄົນປະຕິບັດກົດລະບຽບຕ່າງໆ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ. ນອກຈາກນັ້ນ, ທ່ານ ນາງ ວິລະວອນຍັງຮຽກຮ້ອງຊາວໜຸ່ມທັງຫລາຍໃຫ້ກະກຽມຄວາມພ້ອມໃນທຸກໆດ້ານເພື່ອໄປແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັບຊາວໜຸ່ມ ສປປ ຈີນ ເພື່ອນຳເອົາຮູ້ ແລະ ປະສົບການເຫລົ້ານັ້ນມາປະກອບສ່ວນເຂົ້າໃນການພັດທະນາວຽກງານຊາວໜຸ່ມຢູ່ປະເທດເຮົາໃຫ້ກ້າວໜ້າ.

ກິດຈະກຳຄັ້ງນີ້ຈະໄດ້ດຳເນີນໄປໃນລະຫວ່າງວັນທີ 25 ພະຈິກ ຫາ 1 ທັນວາ ຊຶ່ງລວມມີ: ການແຂ່ງຂັນກິລາມິດຕະພາບລະຫວ່າງຊ່ວໜຸ່ມສອງປະເທດ, ການພົບປະ ແລະ ແລກປ່ຽນບົດຮຽນກັບມະຫາວິທະຍາໄລຕ່າງໆ ແລະ ການທັດສະນະ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ອງຢູ່ນະຄອນຄຸນໝິງ ແລະ ເມືອງຕ້າຫລີ ແຂວງຢຸນນານ.

ພາບແລະຂ່າວ: ຂປລ

Post Bottom Ad