ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ສຳເລັດລົງຢ່າງຈົບງາມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ສຳເລັດລົງຢ່າງຈົບງາມ



ກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ສຳເລັດລົງຢ່າງຈົບງາມ
------------------------------------
ຂປລ.ກອງ​ປະຊຸມ​ ສະ​ໄໝ​ສາມັນ​ ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII ​ໄດ້​ສຳ​ເລັດ​ລົງ ​ຢ່າງ​ຈົບງາມ ​ໃນວັນ​ທີ 18 ພະຈິກ 2016 ນີ້ ທີ່​ຫໍສະພາ​ແຫ່ງ​ຊາດ​ ພາຍຫລັງທີ່ໄດ້​ດຳ​ເດີນ​ ມາ​ເປັນ​ເວລາ 20 ວັນ​ ພາຍ​ໃຕ້​ການ ​ເປັນ​ປະທານ ​ຂອງ​ທ່ານນາງ ປານີ ຢ່າ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ​​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​​ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​, ມີ​ບັນດາ ​ຮອງປະທານ​ສະພາ, ຄະນະ​ລັດຖະບານ, ອະ​ດີດ​ການ​ນຳ​ຂັ້ນສູງ, ຜູ້ຕາງໜ້າ​ອົງການ​ຈັດຕັ້ງ ມະຫາຊົນ​, ພ້ອມ​ດ້ວຍ​ສະ​ມາ​ຊິກ​ ສະພາ​ແຫ່ງ​ຊາດ​ ​ແລະ ສະມາຊິກ​ ສະພາ​ຂັ້ນ​ແຂວງ ເຂົ້າ​ຮ່ວມ.

​ໃນ​ໂອກາດ​, ກ່າວສູນ​ທອນ​​ພົດ ປິດ​ກອງ​ປະຊຸ​ມ ຢ່າງ​ເປັນ​ທາງ​ການ ທ່ານນາງ ​ປານີ ຢ່າ​ທໍ່​ຕູ້ ​ປະທານ​ສະພາ​ແຫ່ງ​ຊາດ ​ກ່າວວ່າ: ​​ກອງ​ປະຊຸມ​ຄັ້ງນີ້,​ ມີຄວາມ​ໝາຍ ​ຄວາມ​ສຳຄັນຍິ່ງ, ກອງປະຊຸມໄດ້​ພິຈາລະນາ​ ບັນຫາ​ສຳຄັນ​ຕ່າງໆ ຂອງ​ຊາດ ​ເຊັ່ນ: ​​ໄດ້​ຮັບຮອງ​ເອົາ ທ່ານ ​ພັນ​ເອກ ອິນ​ໂຮມ ຈັນ​ສີນາ ​ເປັນ​ສະມາຊິກ ​ສະພາ​ແຫ່ງ​ຊາດ ປະ​ຈໍາ​ເຂດ​ເລືອກ​ຕັ້ງ​ທີ 13 ​ແຂວງ ​ສະຫວັນ​ນະ​ເຂດ, ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ ການສະ​ເໜີ​ການ​ດັດ​ແກ້ ​ຕົວ​ເລກ​ມະຫາ​ພາກ​ແຜນ 4 ປີ 2017-2020 ກ່ຽວ​ກັບ​ການ ​ພັດທະນາ ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ ​ແລະ ​ແຜນ​ເງິນຕາ, ການຈັດ​ຕັ້ງ​ປະຕິບັດ​ ແຜນ​ປະ​ຈໍາ ​ສົກ​ປີ 2015-2016 ​ແລະ ປະ​ຈໍາ ປີ 2017 ຕາມ​ການສະ​ເໜີ​ ຂອງ​ລັດຖະບານ, ພິຈາລະນາ ​ແລະ ຮັບຮອງ​ເອົາ ​ບົດ​ລາຍ​ງານ​ການ​ແກ້​ໄຂ​ ຜົນ​ການກວດ​ສອບ ສົກ​ປີ 2013-2014 ບົດ​ສະຫລຸບ​ ຂາດ​ຕົວ​ການຈັດ​ຕັ້ງ ​ປະຕິບັດ​ງົບປະມານ​ ປະ​ຈໍາ​ ສົກ​ປີ 2014-2015 ​ແລະ ບົດ​ສະຫລຸບ​ການ​ເຄື່ອນ​ໄຫວ ​ຂອງ​ອົງການ​ ກວດ​ສອບ​ແຫ່ງ​ລັດ​ ປະ​ຈໍາ​ສົກ​ປີ 2015-2016 ​ແລະ ​ແຜນ​ປີ 2017, ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ ການ​ຕິດຕາມ​ກວດກາ ​ຂອງ​ຄະນະ​ປະ​ຈໍາ​ ສະພາ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ອອກ ​ນິຕິ​ກໍາ​ລຸ່ມ​ກົດໝາຍ ​ຂອງ​ອົງການ​ອໍານາດ​ລັດ ​ແລະ ການ​ຕິດຕາມ​ກວດກາ​ ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ທໍາ​ມະ​ຊາດ ​ຈາກ​ການ​ໃຊ້​ສານ​ເຄມີ​ ອັນຕະລາຍ​ເກີນ ​ຕາມ​ມາດຕະຖານ, ຮັບຮອງ​ເອົາ​ບົດ​ລາຍ​ງານ ​ການ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ 2011-2015 ວຽກ​ງານ​ປະ​ຈໍາປີ 2016 ​ແລະ ທິດ​ທາງ​ແຜນການ ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ 2016-2020 ວຽກ​ງານ​ຈຸດ​ສຸມ​ປີ 2017 ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດ, ຮັບຮອງ​ບົດ​ລາຍ​ງານ​ ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ສະພາ​ແຫ່ງ​ຊາດ​ ໃນ 6 ​ເດືອນ​ທ້າຍ ​ປີ 2016 ​ແລະ ທິດ​ທາງ​ແຜນການ​ປີ 2017, ກອງ​ປະຊຸມ​ ໄດ້​ຄົ້ນ​ຄ້ວາ ​ພິຈາລະນາກົດໝາຍ​ ຈໍານວນ 14 ສະບັບ ​ໃນ​ນັ້ນ ກົດໝາຍ​ສ້າງ​ໃໝ່ 2 ສະບັບ, ກົດໝາຍ​ປັບປຸງ 12 ສະບັບ ແລະ ກົດໝາຍ​ທາ​ບທາມ 1 ສະບັບ.

ພ້ອມ​ນີ້​ ກອງ​ປະຊຸມ​ ຍັງ​ໄດ້​ຮັບ​ຟັງ​ ການ​ຕອບ​ຄໍາ​ຖາມ​ຈາກ 9 ກະຊວງ, ອົງການ​ທຽບ​ເທົ່າ​ ຕໍ່​ກັບ​ບັນຫາ​ພົ້ນ​ເດັ່ນ ​ທີ່​ສັງຄົມ​ມີ​ຄວາມ​ສົນ​ໃຈ ​ເຊິ່ງນອນ​ໃນ​ຄວາມ​ຮັບຜິດຊອບ ​ຂອງ​ຂະ​ແໜງ​ການ​ເປັນ​ຕົ້ນ ຂົງ​ເຂດ​ເສດຖະກິດ-​ແຜນການ, ການ​ເງິນ-​ເງິນຕາ, ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ພິ​ເສດ​ກອງ​ປະຊຸມ ​ໄດ້​ຮັບ​ຟັງ​ ທ່ານ ນາຍົກລັດຖະມົນຕີ ລາຍງານ​ເພີ່ມ​ເຕີມ ​ແລະ ​ເນັ້ນ​ບາງ​ນະ​ໂຍບາຍ​ ​ແລະ ມາດ​ຕະການ ທີ່​ຈໍາ​ເປັນ​ຮີບ​ດ່ວນ​ຈໍານວນ​ໜຶ່ງ ​ເພື່ອ​ຮັບປະກັນ​ ການ​ແກ້​ໄຂ​ສະພາບ ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ ເສດຖະກິດ-ການ​ເງິນ, ການ​ລົງທຶນ​ ໃນ​ປັດຈຸບັນ ກໍ​ຄື ການ​ປັບປຸງ ​ສະພາບ​ແວດ​ລ້ອມ ​ແລະ ບັນຍາກາດ​ ຂອງ​ການ​ລົງທຶນ ​ແລະ ການ​ດໍາ​ເນີນ​ທຸລະ​ກິດ, ການ​ສົ່ງ​ເສີມ ​ຜະລິດ​ເປັນ​ສິນຄ້າ ​ແລະ ການ​ບໍລິການ​ຕາມ​ທ່າ​ແຮງ​ ຂອງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ, ການ​ປັບປຸງ​ກົງຈັກ​ ການຈັດ​ຕັ້ງ ກໍ​ຄື ກົນ​ໄກ​ບໍລິຫານ​ລັດ​ ໃຫ້​ມີ​ປະສິດທິພາບ, ມີ​ປະສິດທິ​ຜົນ ​ແລະ ການ​ແກ້​ໄຂ​ການລະ​ເມີດ​ວິ​ໄນ​ ແຜນການ-ການ​ເງິນ​ ໃນ​ບາງ​ຫົວໜ່ວຍ​ ງົບປະມານ​ຂອງ​ລັດ./.

Post Bottom Ad