ກອງປະຊຸມສະພາແຫ່ງຊາດຊຸດທີ VIII ສະໄໝສາມັນ ເທື່ອທີ 2 ໄຂຂຶ້ນຢ່າງເປັນທາງການແລ້ວມື້ນີ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກອງປະຊຸມສະພາແຫ່ງຊາດຊຸດທີ VIII ສະໄໝສາມັນ ເທື່ອທີ 2 ໄຂຂຶ້ນຢ່າງເປັນທາງການແລ້ວມື້ນີ!


ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8

ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້, ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ບັນດາທູດຕານຸທູດ, ຕາງຫນ້າອົງການຈັດຕັ້ງສາກົນປະຈຳລາວ, ສະມາຊິກສະພາແຫ່ງຊາດຊຸດທີ 8, ສະມາຊິກສະພາປະຊາຊົນແຂວງ, ນະຄອນ ຫລວງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ຄື: ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ນະໂຍບາຍເງິນຕາສົກ 2015-2016 ແລະ ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ນະໂຍບາຍເງິນຕາປີ 2017, ບົດລາຍງານລັດຖະບານກ່ຽວກັບການປັບປຸງແຜນງົບປະມານແຫ່ງລັດ 4 ປີ ຄື ນັບແຕ່ປີ 2017 ຫາ 2020, ບົດລາຍງານຂອງອົງການກວດກາລັດ ຖະບານກ່ຽວກັບການແກ້ໄຂຜົນກວດສອບ ສົກ 2013-2014, ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການເຄື່ອນ ໄຫວວຽກງານ 6 ເດືອນທ້າຍປີ 2016 ແລະແຜນການເຄື່ອນໄຫວວຽກງານປີ 2017 ຂອງສະພາແຫ່ງຊາດຊຸດທີ 8, ພິຈາລະນາຮັບ ຮອງເອົາການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດຂອງ ແຂວງ ສະຫວັນນະເຂດ, ບົດລາຍງານຜົນການຕິດຕາມກວດກາການອອກນິຕິກຳລຸ່ມກົດໝາຍຂອງລັດຖະບານ ແລະ ບົດລາຍງານຜົນການຕິດຕາມກວດກາການນຳໃຊ້ສານເຄມີເປັນພິດສົ່ງຜົນກະທົບຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກ 2014-2015, ບົດລາຍງານການຈັດຕັ້ງປະຕິບັດແຜນການກວດສອບແຫ່ງລັດ ສົກ 2015-2016 ແລະ ແຜນການກວດສອບແຫ່ງລັດປີ 2017, ບົດລາຍງານການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ 2011 ຫາ 2015 ການເຄື່ອນໄຫວວຽກງານສົກ 2015-2016 ແລະ ທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ2016 ຫາ 2020, ແຜນການເຄື່ອນໄຫວວຽກງານ ປີ 2017 ຂອງອົງການໄອຍະການປະຊາຊົນສູງສຸດ, ບົດລາຍງານການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ 2011 ຫາ 2015, ການເຄື່ອນໄຫວວຽກງານສົກ 2015-2016 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ ຄື ນັບແຕ່ປີ 2016 ຫາ 2020, ແຜນການເຄື່ອນໄຫວວຽກງານ ປີ 2017 ຂອງສານປະຊາຊົນສູງສຸດ.

ພ້ອມນີ້ ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາຮ່າງກົດໝາຍສ້າງໃຫມ່, ຮ່າງກົດໝາຍສະບັບປັບປຸງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍທາບທາມ ທັງໝົດ 16 ສະ ບັບ ໃນນີ້ ຮ່າງກົດໝາຍສ້າງໃຫມ່ 3 ສະບັບ, ຮ່າງກົດໝາຍປັບປຸງ 12 ສະບັບ ແລະ ກົດໝາຍທາບທາມ 1 ສະບັບ.



 ນອກຈາກນີ້ ກອງປະຊຸມຈະໄດ້ພິຈາລະນາບັນຫາອື່ນໆ ຕາມການສະເໜີຂອງສະພາແຫ່ງຊາດ ແລະ ລັດຖະບານ.

ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ນາງປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ປີ 2016 ເປັນປີທຳອິດຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8. ໃນປີນີ້ເຖີງວ່າສະພາບການສາກົນມີການຜັນແປໄປຢ່າງສັບສົນແຕ່ເສດຖະກິດຂອງລາວຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງເມື່ອທຽບກັບປະເທດໃນພາກພື້ນ. ຢ່າງໃດກໍຕາມ ຜ່ານການພັດທະນາເສດຖະກິດ-ສັງຄົມຂອງປະເທດມາຮອດປະຈຸບັນຍັງມີຫລາຍຢ່າງເປັນສິ່ງທ້າທາຍທີ່ທຸກຂະແຫນງການຂອງລາວຕ້ອງສືບຕໍ່ແກ້ໄຂຮ່ວມກັນຢ່າງຕັ້ງຫນ້າເພື່ອໃຫ້ເສດຖະກິດ-ສັງຄົມຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ໃນຕອນເຊົ້າມື້ນີ້ ພາຍຫລັງ ທ່ານ ນາງປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມສຳເລັດ ກອງປະຊຸມໄດ້ພິຈາລະຈາ ແລະ ຮັບຮອງເອົາການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດຢູ່ເຂດເລືອກຕັ້ງທີ 13, ແຂວງ ສະຫວັນນະເຂດ ໂດຍກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາ ພັນເອກ ອິນໂຮມ ຈັນສີມາ ເປັນສະມາຊິກສະພາແຫ່ງຊາດຢູ່ເຂດເລືອກຕັ້ງທີ 13 ແທນ ທ່ານ ບຸນລ້ວນ ວົງຈັນທີ ທີ່ເສຍຊີວິດເມື່ອບໍ່ດົນມານີ້. ນອກຈາກນີ້ ກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ບົດລາຍງານ 4 ສະບັບ ຄື: ບົດລາຍງານໂດຍສັງເຂບຂອງນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດສົກ 2015-2016 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳປີ 2017, ການປັບປຸງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 4 ປີ ຄື: ນັບແຕ່ປີ 2017 ຫາ 2020, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 10 ເດືອນ, ຄາດຄະເນສົກ 2015-2016 ແລະ ແຜນການປະຈຳປີ 2017, ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກ 2015-2016, ການຈັດສັນແຜນງົບປະມານໄລຍະ 3 ເດືອນຂ້າມຜ່ານທ້າຍປີ 2016, ແຜນງົບປະມານໄລຍະ 4 ປີ ຄື: ນັບແຕ່ປີ 2017 ຫາ 2020 ແລະ ແຜນງົບປະມານແຫ່ງລັດປີ 2017 ແລະ ບົດລາຍງານກ່ຽວກັບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນເງິນຕາສົກ 2015-2016, ແຜນການ 3 ເດືອນທ້າຍປີ 2016, ແຜນເງິນຕາ 5 ປີ ແລະ ແຜນເງິນຕາປີ 2017.

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8 ຈະດຳເນີນໄປຮອດວັນທີ 18 ເດືອນຫນ້າຈິ່ງຈະສຳເລັດ. ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວໄປສາມາດສົ່ງຄຳຄິດຄຳເຫັນມາຍັງກອງປະຊຸມໄດ້ ໂທລະສັບບໍ່ເສຍຄ່າ ໝາຍເລກ: 156, ໂທລະສານ ຫລື ແຟັກ ໝາຍເລກ: 021 452627, ຈົດໝາຍທາງໄປສະນີ ຕູ້ ປນ. 662ແລະ ອີເມວແມ່ນ na_session@na.gov.la

ພາບແລະຂ່າວ: ສະພາແຫ່ງຊາດ

Post Bottom Ad