ກອງປະຊຸມສະໄໝສາມັນເທື່ອທີ I ຂອງສະພາແຫ່ງຊາດຊຸດທີ່ VIII ຈະໄຂຂື້ນໃນລະຫວ່າງວັນທີ 24 ຕຸລາ - 18 ພະຈິກ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກອງປະຊຸມສະໄໝສາມັນເທື່ອທີ I ຂອງສະພາແຫ່ງຊາດຊຸດທີ່ VIII ຈະໄຂຂື້ນໃນລະຫວ່າງວັນທີ 24 ຕຸລາ - 18 ພະຈິກ 2016

ສາຍດ່ວນສະພາ 156




ກອງປະຊຸມສະໄໝສາມັນເທື່ອທີ I ຂອງສະພາແຫ່ງຊາດຊຸດທີ່ VIII ຈະໄຂຂື້ນໃນລະຫວ່າງວັນທີ 24 ຕຸລາ - 18 ພະຈິກ 2016
-----------------------------------------------------------------
ວັນທີ 19 ຕຸລານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດໄດ້ຖະແຫຼ່ງຕໍ່ສື່ມວນຊົນວ່າ: ເພື່ອປະຕິບັດຕາມມາດຕາ 57 ຂອງລັດຖະທຳມະນູນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະບັບປັບປຸງປີ 2015 ແລະ ມາດຕາ 58 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດໄດ້ກຳນົດໃຫ້ສະພາແຫ່ງຊາດດຳເນີນກອງປະຊຸມສະໄໝສາມັນຂອງຕົນປີລະ 2 ຄັ້ງ, ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ, ດັ່ງນັ້ນຈຶ່ງຂໍແຈ້ງມາຍັງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວຢູ່ຕ່າງປະເທດຊາບວ່າ: ກອງປະຊຸມສະໄໝສາມັນເທື່ອທຳອິດຂອງສະພາແຫ່ງຊາດຊຸດທີ 8 ຈະເປີດຂຶ້ນຢ່າງເປັນທາງການເປັນເວລາ 20 ວັນໂດຍຈະເລີ່ມແຕ່ວັນທີ 24 ຕຸລາ - 18 ພະຈິກທີ່ຈະມາເຖິງນີ້, ທີ່ຫໍສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ

ທ່ານ ນາງ ສວນສະຫວັນ ວິຍະເກດ
ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ

ພາຍໃນກອງປະຊຸມຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເປັນຕົ້ນແມ່ນ: ວຽກງານລັດຖະບານ, ວຽກງານສະພາແຫ່ງຊາດ, ວຽກງານອົງການກວດສອບແຫ່ງລັດ, ວຽກງານອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ, ພ້ອມທັງພິຈາລະນາຮັບຮອງເອົາຮ່າງກົດໝາຍສ້າງໃໝ່, ຮ່າງກົດໝາຍສະບັບປັບປຸງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍທາບທາມ ແລະ ພິຈາລະນາບັນຫາອື່ນໆຕາມການສະເໜີຂອງສະພາແຫ່ງຊາດ ແລະ ລັດຖະບານ,ດັ່ງນັ້ນຈຶ່ງຂໍເຊີນຊວນພະນັກງານ , ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ຄ້າຊາວຂາຍຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ຄົນລາວທີ່ຢູ່ຕ່າງປະເທດຈົ່ງຕິດຕາມການດຳເນີນກອງປະຊຸມທີ່ມີຄວາມໝາຍສຳຄັນນີ້, ເພາະວ່າໃນໄລຍະດຳເນີນກອງປະຊຸມທາງຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບຟັງເອົາຄຳຄິດເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໂດຍກົງໄປຍັງກອງປະຊຸມ, ຊຶ່ງຖ້າຫາກທ່ານໃດຢາກມີຄວາມຄິດເຫັນ ຫຼື ຢາກສະ  ເໜີບັນຫາໃດທີ່ເຫັນວ່າບໍ່ຖືກຕ້ອງ ແລະ ເປັນໂຫຍດແກ່ປະເທດຊາດສາມາດໂທຫາສາຍດ່ວນສະພາໄດ້ທີ່ໝາຍເລກ 156, ໂທລະສານໝາຍເລກ 021 452627 ຫຼື ສົ່ງຈົດໝາຍທາງໄປສະນີ ຕູ້ ປນ 662  ແລະ ອີເມວ: na_session@ na.gov.la , ພ້ອມນັ້ນກໍຮຽກຮ້ອງໃຫ້ທຸກຄົນຈົ່ງຊ່ວຍກັນເປັນເຈົ້າການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຕະຫຼອດໄລຍະດຳເນີນກອງປະຊຸມ.

ຂ່າວ: ລາວພັດທະນາ

Post Bottom Ad