ລາວ ກຽມຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫລີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລາວ ກຽມຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫລີ


ລາວ ກຽມຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫລີ
-----------------------------------------
ເພື່ອເປັນການສ້າງທາງເລືອກໃໝ່ ໃຫ້ແກ່ແຮງງານລາວໃຫ້ມີວຽກເຮັດງານທຳ ແລະ ການພັດທະນາສີມືແຮງງານຫລາຍຂຶ້ນ, ໃນວັນທີ 17 ຕຸລາ 2016, ທ່ານ ຄຳແສນ ໄຊຍະວົງ ຜູ້ອຳນວຍການສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ທ່ານ Park Young Bum ປະທານອົງການບໍລິການພັດທະນາຊັບພະຍາກອນມະນຸດ ແຫ່ງ ສ.ເກົາຫລີ ໄດ້ມີການລົງນາມ ຂໍ້ຕົກລົງຮ່ວມມື ວ່າດດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກ ຢູ່ ສ.ເກົາຫລີ ຕາມລະບົບ Employment Permit System (EPS) ເຊິ່ງເປັນລະບົບທີ່ໄດ້ຄຸນນະພາບສູງ ຮັບປະກັນຄວາມໂປ່ງໃສ.

ການຮ່ວມມືຈັດຫາງານໄປເຮັດວຽກຢູ່ ສ.ເກົາຫລີ ຕາມລະບົບ EPS ຄັ້ງນີ້, ອົງການບໍລິການພັດທະນາຊັບພະຍາກອນມະນຸດ ຂອງ ສ.ເກົາຫລີ ຈະເຮັດວຽກຢ່າງເຂັ້ມງວດ ແລະ ໃກ້ຊິດກັບສູນບໍລິການຈັດຫາງານຂອງລາວ. ພ້ອມດຽວກັນນີ້ ການຈັດຫາງານລະບົບດັ່ງກ່າວ ຍັງເປັນທາງເລືອກທີ່ດີ ໃຫ້ແກ່ແຮງງານລາວ ເພາະວ່າລາຍຮັບທີ່ແຮງງານຈະໄດ້ນັ້ນແມ່ນສົມເຫດສົມຜົນ ແລະ ຍັງເປັນການພັດທະນາສີມືແຮງງານລາວ ພ້ອມທັງເກັບກ່ຽວ ປະສົບການເພື່ອທີ່ຈະກັບມາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ນໍາອີກ.

ໃນໄລຍະຜ່ານມາ ການເຄື່ອນຍ້າຍໄປຕ່າງປະເທດ ຂອງແຮງງານລາວສ່ວນໃຫຍ່ ແມ່ນໄປແບບຜິດກົດໝາຍໂດຍອາໃສພຽງແຕ່ປັດສະປອດ ຫລື ບໍ່ມີເອກະສານໃດໆເລີຍ. ອີງຕາມການລາຍງານ ຂອງກົມການຈັດຫາງານ ກະຊວງແຮງງານໄທ ມີຈຳນວນແຮງງານລາວ ທີ່ເຮັດວຽກແບບຜິດກົດໝາຍຢູ່ ຣາຊະອານາຈັກໄທ ຫລາຍກວ່າ 222.839 ຄົນ ສົກປີ 2015-2016, ແຮງງານທີ່ໄປເຮັດວຽກແບບຜິດກົດໝາຍເຫລົ່ານັ້ນ ແມ່ນມີຄວາມສ່ຽງສູງຕໍ່ກັບການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການກົດຂີ່ຂູດຮີດແຮງານ. ພ້ອມດຽວກັນນັ້ນ ວຽກທີ່ເຮັດຢູ່ນັ້ນ ກໍເປັນວຽກທີ່ບໍ່ມີການພັດທະນາສີມືແຮງງານ ຫລື ເປັນວຽກທີ່ບໍ່ໄດ້ນຳໃຊ້ທັກສະສູງ.

ພາບ-ຂ່າວ: ເພັດສະໄໝ

Post Bottom Ad