ປະທານປະເທດພ້ອມຄະນະ ລົງນາມລະນຶກເຖິງເຈົ້າຊີວິດໄທ 18/10/2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະທານປະເທດພ້ອມຄະນະ ລົງນາມລະນຶກເຖິງເຈົ້າຊີວິດໄທ 18/10/2016


ມື້ນີ້ (ວັນທີ 18 ຕຸລາ 2016) ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ. ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ, ທ່ານ ຄຳເມິງ ພົງທະດີ ລັດຖະມົນຕີ/ຫົວໜ້າຫ້ອງວ່າການປະທານປະເທດ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ແລະ ຄະນະ ໄດ້ເດີນທາງມາຮ່ວມລົງນາມລະນຶກເຖິງພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ ທີ່ທຳນຽບເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ;


ໃນວັນດຽວກັນນີ້ ເອກອັກຄະຣາຊະທູດໄທ ທີ່ນະຄອນຫຼວງວຽງຈັນ ໄດ້ນຳຄະນະເຈົ້າໜ້າທີ່ສະຖານເອກອັກຄະຣາຊະທູດ ພ້ອມດ້ວຍຫົວໜ້າຫ້ອງການທີມປະເທດໄທ ປະຈຳ ສປປ.ລາວ, ສະພາທຸລະກິດໄທ-ລາວ, ສະມາຄົມນັກທຸລະກິດໄທທີ່ໃນ ສປປ. ລາວ ແລະ ຊຸມຊົນໄທໃນ ສປປ. ລາວ ຢືນໄວ້ອາໄລ ແລະ ລົງນາມສຳນຶກໃນພະມະຫາກະລຸນາທິຄຸນພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ.

ພາບແລະຂ່າວ: Royal Thai Embassy,Vientiane

Post Bottom Ad