9 ໝູ່ບ້ານເມືອງວຽງຄຳ ຮ່ວມໃຈກັນສ້າງຂົວໄມ້! ຫຼັງຈາກຂົວອູຂາດໃນທ້າຍເດືອນ 9 ຜ່ານມາ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

9 ໝູ່ບ້ານເມືອງວຽງຄຳ ຮ່ວມໃຈກັນສ້າງຂົວໄມ້! ຫຼັງຈາກຂົວອູຂາດໃນທ້າຍເດືອນ 9 ຜ່ານມາ!



ຫຼວງພະບາງ: ໃນວັນທີ 20 ຕຸລາ 2016 ຜ່ານມາ ອຳນາດການປົກຄອງເມືອງວຽງຄຳ ແລະ ບ້ານ 9 ບ້ານທີ່ຢູ່ໃກ້ເຂດ ທີເກີດເຫດການຂົວອູຂາດ ໃນວັນທີ 30 ກັນຍາ 2016. ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ແລະ ບາດເຈັບຈຳນວນຫຼາຍ.

ເນື່ອງຈາກຂົວອູ່ຍັງບໍ່ໄດ້ຮັບການສ້ອມແປງ, ທາງຊາວບ້ານ ຈິ່ງໄດ້ຮ່ວມແຮງຮ່ວມໃຈ ສ້າງຂົວໄມ້ ຂຶ້ນສອງແຫ່ງ ເພື່ອໃຊ້ໃນການເດີນທາງໄປມາ.

ໃນວັນທີ 9 ຕຸລາ ໄດ້ສ້າງໄປ 1 ແຫ່ງ ແລະ ວັນທີ 20 ຕຸລາ ອີກ 1 ແຫ່ງ. ນີ້ເປັນການຮ່ວມແຮງຮ່ວມໃຈ ພາຍໃຕ້ການນຳພາຂອງ ອຳນາດການປົກຄອງເມືອງ ແລະ ບ້ານ.

ເຖິງຢ່າງໃດ ປະຊາຊົນ ກໍ່ຮຽກຮ້ອງ ໃຫ້ມີການຄົ້ນຄວ້າ ເພື່ອສ້ອມແປງຂົວອູ່ດັ່ງກ່າວ. ເພາະຂົວໄມ້ຊົ່ວຄາວ ຄົງຈະໃຊ້ແກ້ໄຂໄດ້ພຽງໄລຍະສັ້ນ.

ພາບແລະຂ່າວ: ຂ່າວເມືອງວຽງຄຳ












Post Bottom Ad