ບໍລິສັດນໍ້າເທີນ 2 ມອບເງິນ ຈຳນວນ 40 ລ້ານກີບ ຊ່ວຍເຫຼືອໄພພິບັດ ປີ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບໍລິສັດນໍ້າເທີນ 2 ມອບເງິນ ຈຳນວນ 40 ລ້ານກີບ ຊ່ວຍເຫຼືອໄພພິບັດ ປີ 2016


ບໍລິສັດນໍ້າເທີນ 2 ມອບເງິນ ຈຳນວນ 40 ລ້ານກີບ
ເພຶ່ອນເຂົ້າໃນການຊ່ວຍເຫຼືອໄພພິບັດນຳ້ຖ້ວມ ປີ 2016 ຢູ່ບັນດາແຂວງທີຖືກຜົນກະທົບຈາກໄພພິບັດທຳມະຊາດ ນຳ້ຖ້ວມຢູ່ ສປປ ລາວ.

ຕາງໜ້າມອບໂດຍ: ທ່ານ ນ. ວຽງມະນີ ວົງຄຳຊາວ ຫົວນ້າຝ່າຍປະສານງານລັດຖະບານ ແລະ ສື່ມວນຊົນ ບໍລິສັດນໍ້າເທີນ 2 ແລະ ກ່າວຮັບໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ຈຸດປະສົງແມ່ນ ເພື່ອຊ່ວຍເຫຼືອບັນເທົາທຸກຈາກເຫດໄພພິບັດຕ່າງໆ ທີ່ເກີດຂຶ້ນ ແລະ ມີຜົນກະທົບຕໍ່ພໍ່ແມ່ປະຊາຊົນລາວ ໃນປີຜ່ານມາກໍຄືຜົນກະທົບໃນປັດຈຸບັນ, ສະນັ້ນບໍລິສັດນຳ້ເທີນ2 ໄດ້ມອບເງິນຊ່ວຍເຫຼືອ ເປັນຈຳນວນ 40 ລ້ານກີບ ມອບໃຫ້ທາງກະຊວງ ຮສສ ເພື່ອນຳໄປມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນ.

ໃນໂອກາດດັ່ງກ່າວ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວ ສະແດງຄວາມຂອບອົກຂອບ ໃຈຕໍ່ຕໍ່ບໍລິສັດທີ່ໃຫ້ການ ຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະ ນຳໄປຊ່ວຍຜູ້ປະສົບເຄາະ ຮ້າຍທີ່ພວມລໍຖ້າການຊ່ວຍ ເຫຼືອ ກໍຄືສິ່ງຈຳເປັນແກ່ການດຳ ລົງຊີວິດເຊັ່ນ: ເຂົ້າປາອາຫານ, ນ້ຳດື່ມ, ຍຸກຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງແຕ່ງຢູ່ຄົວກິນ ລວມໄປເຖິງການຊ່ວຍເຫຼືອ ຟື້ນຟູຊີວິດການເປັນຢູ່, ການ ຜະລິດສະບຽງອາຫານ, ພື້ນ ຖານໂຄງລ່າງຕ່າງໆ. ພ້ອມ ກັນນີ້ທ່ານຍັງເຊີນຊວນມາຍັງ ບັນດາການຈັດຕັ້ງ ພາກລັດ, ເອກະຊົນ, ບັນດາທຸລະກິດ ຫ້າງຮ້ານ, ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງໃນສັງຄົມຜູ້ມີ ກຳລັງຊັບ, ມີວັດຖຸສາມາດປະ ກອບສ່ວນຊ່ວຍເຫຼືອພໍ່ແມ່ປະ ຊາຊົນທີ່ພວມຫຍຸ້ງຍາກ ສັບ ສົນທີ່ສຸດໃນປັດຈຸບັນ; ບັນດາ ທ່ານ ຫຼື ບັນດາພາກສ່ວນ ຕ່າງໆສາມາດພົວພັນໂດຍກົງ ຫາ ກົມສັງຄົມສົງເຄາະ ກະຊວງແຮງ ງານ ແລະ ສະຫວັດດີການສັງ ຄົມ ເບີໂທ: 021 213005, 222776 ຫຼື 020 55521811, 22225185, 22228154, 55675089, 22232212, 55676987.

( ໂດຍ: ນ ເພັດສະໄໝ )

Post Bottom Ad