ໄດ້ເຫັນຂ່າວ ກ່ຽວກັບຄະດີ ການນຳໃຊ້ ເຊັກທະນາຄານ ແລ້ວເກີດ ເຊັກເດັ້ງ ຫຼາຍຄົນກໍ່ໃຫ້ຄວາມສົນໃຈວ່າ ເຊັກເດັ້ງ ແມ່ນຫຍັງ ເປັນຫຍັງມັນຈິ່ງເດັ້ງ.
ຄຳວ່າເຊັກເດັ້ງ ຫຼື ພາສາອັງກິດ ວ່າ Bounced Cheque (Check) ນັ້ນໝາຍຄວາມວ່າ ເຊັກດັ່ງກ່າວ ບໍ່ສາມາດສັ່ງຈ່າຍ ຫຼື ຂຶ້ນເງິນໄດ້. ເວົ້າງ່າຍໆ ກໍ່ຄືວ່າ ບັນຊີຂອງເຈົ້າຂອງເຊັກນັ້ນ ບໍ່ພຽງພໍ (Insufficient fund).
ເຊັກເດັ້ງ ຈະບໍ່ແມ່ນເຊັກປອມ, ເຊິ່ງໃບເຊັກແມ່ນຖືກຕ້ອງທຸກຢ່າງ, ເຈົ້າຂອງບັນຊີ ກໍ່ເຊັນທຸກຢ່າງຖືກຕ້ອງ. ພຽງແຕ່ວ່າ ບັນຊີໃນເງິນບໍ່ພຽງພໍ ກັບຈຳນວນເງິນທີ່ຂຽນ ສັ່ງຈ່າຍໃນເຊັກດັ່ງກ່າວ.
ເພື່ອເປັນການປ້ອງກັນເຊັກເດັ້ງ, ຫາກວ່າທ່ານໄດ້ຮັບການຊຳລະເງິນ ດ້ວຍເຊັກ ແມ່ນໃຫ້ ກວດສອບກັບທະນາຄານທັນທີ ແລະ ໃຫ້ຂຶ້ນເງິນທັນທີ. ເພາະຖ້າເງິນບໍ່ພໍ ກໍ່ສາມາດແຈ້ງເຈົ້າຂອງເຊັກໄດ້ທັນ.
ໂດຍ: ປະກາດ