ອຸຕຸເຕືອນລະວັງຝົນຕົກໜັກ ແລະ ລົມພັດແຮງໃນໄລຍະນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 5-6 ກໍລະກົດ ນີ້, ບໍລິເວນຄວາມກົດດັນອາກາດຕ່ຳ ຈະມີກຳລັງປານກາງຫາແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ໃນລະ ດັບຄ່ອຍຫາປານກາງເປັນບໍລິເວນກວ້າງຢູ່ບາງທ້ອງຖິ່ນ ແລະ ອາດມີລົມພັດແຮງ ແລະ ຝົນຕົກໜັກຢູ່ແຂວງຜົ້ງສາລີ, ຫລວງພະບາງ, ວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນ ຫລວງວຽງຈັນ. ສະນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໃສ ແລະ ດຳລົງຊີວິດຢູ່ເຂດດັ່ງກ່າວ, ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງດັ່ງກ່າວ, ຊຶ່ງອາດຈະເກີດມີນ້ຳປ່າໄຫລຊຸແຮງ, ນ້ຳຖ້ວມຂັງ ແລະ ສະພາບດິນເຈື່ອນໃນເຂດພູສູງ.