ວັດສີສະເກດ ສ້າງຕັ້ງເມື່ອປີ ຄສ 1818 ສະໄໝ ເຈົ້າອານຸວົງ, ກະສັດອົງສຸດທ້າຍ ແຫ່ງລາດຊະວົງວຽງຈັນ. ສ້າງໄດ້ 10 ປີ ກໍ່ຖືກສົງຄາມສັກດີນາຕ່າງດ້າວ ມາຮຸກຮານ ແລະ ມ້າງເພທຳລາວໄປພ້ອມກັບການທຳລາຍ ຈູດເຜົາ ນະຄອນຫຼວງວຽງຈັນ. ແຕ່ຫຼັງສົງຄາມຜ່ານພົ້ນໄປ, ປະຊາຊົນລາວ ກໍ່ໄດ້ພ້ອມກັນຟື້ນຟູ ແລະ ບູລະນະສ້ອມແປງ. ຈົນຮອດປີ ຄສ 1935 ໄດ້ມີການປະຕິສັງຂອນໃຫຍ່ ໃຫ້ມີຮູບຊົງ ແລະ ລັກສະນະ ດັ່ງເດີມເອົາໄວ້.
ຂໍ້ມູນຈາກ: ວັດສີສະເກດ
ສ້າງສັນໂດຍ: ມາລະເດີ Malader
Malader is powered by: Pakaad
ປະຫວັດຫຍໍ້ |
ຫີນຈາລຶກ ການກໍ່ສ້າງ |
ຊົມຄິບ