ຕົ້ນຫົວສີໃຄ ມີຊື່ພາສາສາກົນວ່າ Lemongrass ແລະ ຊື່ທາງວິທະຍາສາດແມ່ນ Cymbopogon Citratus (DC.) Stapf. ຖ້າເວົ້າໄປກໍ່ຖືກຈັດໃຫ້ເປັນ ປະເພດຫຍ້າ. ເປັນພືດລົ້ມລຸກຕະກຸນຫຍ້າ ທີ່ມີລັກສະນະຂອງໃບຈ່ອຍຍາວ, ປາຍຂອງໃບຈະມີຂົນໜາມ.
ເຂດທີ່ມີຫົວສີໃຄຫຼາຍແມ່ນປະເທດລາວ,ໄທ, ອິນເດີຍ, ອິນໂດເນເຊຍ, ມ່ຽນມາ,ກຳປູເຈຍ ແລະ ສີລັງກາ.
ຫົວສີໃຄນີ້ ມີຫຼາຍຊະນິດເຊັນກັນເຊັນ: ຫົວສີໃຄຫອມ, ຫົວສີໃຄກໍ, ຫົວສີໃຄຕົ້ນ, ຫົວສີໃຄນ້ຳ ແລະ ຫົວສີໃຄຫາງສິງ.
ຕົ້ນຂອງຫົວສີໃຄ ແມ່ນມີຊັບພະຄຸນຫຼາຍ ເຊັ່ນ ຊ່ວຍ ຮັກສາໂລກຫືດ ແກ້ປວດທ້ອງ ຂັບປັດສະວະ ບຳລຸງທາດ ຂັບເຫື່ອ
ຫົວສີໃຄ: ຫຼືເຫງົ້າແກ່ຂະຫນາດເທົ່າຫົວໂປ້ມື ນຳມາທັບພໍແຕກ ຕົ້ມດື່ມບັນເທົາອາການປຸ້ນທ້ອງ ແກ້ໄອ ຂັບົຂີ້ກະເທິະ ນອກນັ້ນຍັງແກ້ນິ້ວ ລົດຄວາມດັນຂອງເລືອດໄດ້ດີ
ໃບ: ແກ້ລົດຄວາມດັນຂອງເລືອດ ແລະ ໄຂ້ຮ້ອນ
ຮາກ: ແກ້ປວດທ້ອງ ທ້ອງເສຍ
ຫົວສີໃຄຕົ້ນ
ສີົໃຄຕົ້ນ ຫຼື ຫົວສີໃຄຫອມ ເປັນພຶດຈຳພວກຫຍ້າ ເຊັ່ນດຽວກັບຫົວສິໃຄ ແຕກຕ່່າງກັນທິ່ກິ່ນ, ກາບໃບ, ລຳຕົ້ນເປັນພຶດລົ້ມລຸກ ສູງປະມານ 60 ຊມ ສ່ວນໃບກ້ວາງກວ່າ ໃບແຕກອອກເປັນກໍ ໃບມີສິຂຽວແດງ ແຜ່ນໃບກ້ວາງກວ່າໃບສີໃຄ ດອກອອກເປັນສີນ້າຕານແດງ ແທງອອກກາງກໍ
ຄຸນຄ່າທາງດ້ານສະຫມຸນໄພ:
ໃບມີນ້ຳມັນລະເຫີຍ ໃຊ້ທາກັນຍຸງ ໄລ່ຍຸງ ໂດຍນຳເອົາໃບສົດມາຕຳມັດແຂວນໄວ້ໄລ່ຍຸງ ໃບແຫ້ງນຳມາຈູດໄລ່ຍຸງ
ເຫງົ້າໃຊ້ເປັນຢາຂັບຖ່າຍລະດູຂາວ ແລະ ປະຈຳເດືອນຂອງຜູ້ຍິງຂັບປັດສາວະ ຂັບລົມໃນລຳໄສ້ ແກ້ຣິດສີດວງໃນປາກ.
.... ກົດອ່ານວິທີເຮັດເຄື່ອງດຶ່ມນ້ຳຫົວສີໃຄ ແບບງ່າຍໆ