ປີ 2016 Wanderlust ຈັດຫຼວງພະບາງ ເປັນອັນດັບທີ 8 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປີ 2016 Wanderlust ຈັດຫຼວງພະບາງ ເປັນອັນດັບທີ 8

ພາບໂດຍ: Stephen Saba
ວາລະສານ ການທ່ອງທ່ຽວ "ວັນເດິລັດ" ຂອງປະເທດອັງກິດ ໄດ້ຈັດອັນດັບຂອງ ລະບຸວ່າ: ເມືອງຍອດນິຍົມຂອງທ່ອງທ່ຽວຊັ້ນນຳຂອງໂລກ ຫລື ເມືອງທີ່ເປັນຈຸດຫມາຍປາຍທາງຂອງນັກທ່ອງທ່ຽວ ໃນປີ 2016 "Wanderlust travel awards 2016" ອັນດັບ 1 ແມ່ນເມືອງຮອຍອານ Hoi an, ປະເທດຫວຽດນາມ. ຊຶ່ງໄດ້ຄະແນນ 98.5% ອັນດັບ 2 ແມ່ນເມືອງທອມໂຊ Tromso, ປະເທດນ໊ອກແວ ດ້ວຍຄະແນນ 98.33% ແລະ ອັນດັບ 3 ແມ່ນເມືອງບາການ, ປະເທດ ມຽນມາ ດ້ວຍຄະແນນ 96.92%. ສຳລັບ ເມືອງ ຫລວງພະບາງ ແມ່ນມີຄະແນນ 94.67 % ຕົກມາຢູ່ໃນອັນດັບ 8 ໃນປີ 2016 ນີ້.

1. Hoi An, Vietnam 98.5%
2. Tromso, Norway 98.33%
3. Bagan, Burma 96.92%
4. Cusco, Peru 96.23%
5. Kyoto, Japan 96%
6. Venice, Italy 95.38%
7. Amsterdam, Netherlands 95.2%
8. Luang Prabang, Laos 94.67%
9. Tallinn, Estonia 94%
10. Siem Reap, Cambodia 93.84%


Hoi An (Shutterstock)
Hoi An (Shutterstock)

ໃນສ່ວນຜົນງານທີ່ຜ່ານມາຂອງ ເມືອງ ຫລວງພະບາງ ໄດ້ຖືກຄັດເລືອກໃຫ້ເປັນເມືອງຍອດນິຍົມ ຂອງນັກທ່ອງທ່ຽວ 3 ປີຊ້ອນ ຄື: ປີ 2006, 2007, 2008 ຊຶ່ງຈັດໂດຍ ວາລະສານການ ທ່ອງທ່ຽວ "ວັນເດິລັດ" ຂອງປະເທດອັງກິດ ແລະ ລາງວັນດັ່ງກ່າວໄດ້ຕົກມາເປັນຂອງ ເມືອງຫລວງພະບາງ ອີກໃນປີ 2010, 2011, 2012. ຫລັງຈາກນັ້ນ ປີ 2014 ເມືອງ ຫລວງພະບາງ ໄດ້ຖຶກຈັດຢູ່ໃນອັນດັບ 2 ຂອງເມືອງຍອດນິຍົມຂອງທ່ອງທ່ຽວໃນໂລກ ແລະ ໃນປີ 2015 ຫລວງພະບາງໄດ້ກັບມາເປັນອັນດັບ 1 ອີກຄັ້ງ.

ແຕ່ເປັນທີ່ຫນ້າເສຍດາຍ ໃນປີ 2016 ເມືອງ ຫລວງພະບາງ ຕົກມາຢູ່ໃນອັນດັບ 8 ຂອງເມືອງຍອດນິຍົມຂອງນັກທ່ອງທ່ຽວ. ໄປເບີ່ງກັນວ່າ ເມືອງຫລວງພະບາງ ມີສະເໜ່ທີ່ບ່ອນໃດ, ຊຶ່ງຫລວງພະບາງເປັນເມືອງທີ່ມີຮີດຄອງປະເພນີ, ວັດທະນະທຳ, ວິຖີການດຳລົງຊີວິດ, ອາຫານການກິນທີ່ຫລາກຫລາຍ ແລະ ສະຖານທີທ່ອງທ່ຽວທຳມະຊາດ ແລະ ບູຮານເກົ່າແກ່ຫລາຍແຫ່ງ, ເປັນເມືອງທີ່ມີຄວາມສະຫງົບ, ມີຮອຍຍີ້ມໄມຕີຂອງປະຊາຊົນແບບເປັນກັນເອງ ຊຶ່ງເຮັດໃຫ້ນັກທ່ອງທ່ຽວເກີດຄວາມຫລົງໄຫລ ໃນມົນສະເໜ່ຂອງເມືອງຫລວງພະບາງແຫ່ງນີ້ ແລະ ອີກບໍ່ນານຄິດວ່າ ເມືອງຫລວງພະບາງ ຕ້ອງກັບມາຄອງຄວາມເປັນຫນຶ່ງອີກຄັ້ງແນ່ນອນ.

ສ່ວນການຈັດ ປະເທດຍອດນິຍົມ ແມ່ນມີດັ່ງນີ້
1. New Zealand 97.333%
=2. Ethiopia 96.522%
=2. Botswana 96.522%
4. Peru 96.250%
5. Chile 96.154%
6. Namibia 96%
7. Ecuador 95.897%
8. Burma/Myanmar 95.758%
9. Vietnam 95.690%
10. Japan 95.333%

ທີ່ມາ: Wanderlust

Post Bottom Ad