{ສະຫຼະເວລາເຂົ້າມາອ່ານແລະມາເບິ່ງພາບເຫລົ່ານີ້ພຽງ5ນາທີເດີ} 😔😔😔😔🙏🙏🙏🙏ຕອນທຳອິດແມ່ນໄປເຫັນພາບຖ່າຍຂອງພະອາຈາໄຊພອນໄດ້ຂຽນຂໍ້ຄວາມກ່ຽວກັບ ຜູ້ເຖົ້າສອງຄົນທຳອິດ ວ່າດ້ວຍຄວາມລຳບາກ ໃນວັນທີ່ 28/11/2015 ຂ້ອຍເອງໄດ້ຮູ້ສຶກຖືກສະຕາລະຢາກໄປຫາໄປຊ່ວຍເຫລືອແຕ່ບໍ່ມີໂອກາດ ນັບຕັ້ງແຕ່ອາກາດຫນາວວັນທີ່ 23/1/2016 ເລີຍຄິດຢາກຊ່ວຍບັນທອນຄວາມຫຍຸ້ງຍາກໃຫ້ພວກເພິ່ນເລີຍຂຽນໂນດຂໍຄວາມຊ່ວຍເຫລືອເຄື່ອງບໍລະຈາກຕ່າງໆ ແຕ່ເຄື່ອງທີ່ໄດ້ແມ່ນຊິໄປຊ່ວຍເມືອງໂພນໄຊ ແຕ່ເນື່ອງຈາກວ່າທາງໄປບໍ່ໄດ້ ກະເລີຍໄປເມືອງປາກແຊງ ແລະໄດ້ຕິດຕໍ່ຫາພະອາຈານເພື່ອຖາມວ່າສອງເຖົ້ານິຢູ່ບ້ານໃດເພິ່ນກະແນະນຳ ໂທຫານາຍບ້ານກະຕັ້ງໃຈຢາກໄປຫາພໍດີຕິດຕໍ່ບ້ານໄດ້ກະເລີຍຖາມວ່າຄອບຄົວຜູ້ເຖົ້າທີ່ບໍ່ມີລູກຫລານລ້ຽງມີຈັກຄອບຄົວເພິ່ນກະບອກວ່າ 9 ຄອບຄົວຕອນແລກເຮົາກະບໍ່ຮູ້ຄວາມເປັນໄປຂອງຊີວິດຂະເຈົ້າດອກວ່າຊິມີບັນຫາຂາດແຄນປານນີ້ເພາະສົນໃຈແຕ່ສອງເຖົ້າກະເລີຍຈັດເຄື່ອງຊິໄປຊ່ວຍ ພໍດີໄປເລີຍຮັບຮູ້ຊີວິດການເປັນຢູ່ ມັນຫຍຸ້ງຍາກຫລາຍສິ່ງຫລາຍຢ່າງ
ລະອີກ 2 ຄອບຄົວຕ້ອງຂໍອະໄພທີ່ບໍ່ໄດ້ເກັບພາບໄວ້
ຄອບຄົວຫນຶ່ງແມ່ນຢູ່ກັນສອງເຖົ້າມີລູກເປັນປັນຍາອ່ອນຄົນຫນຶ່ງ ແລະ ອີກຄອບຄົວແມ່ນ ມີສອງເຖົ້າຄືກັນດົນໆລູກຫລານຊິມາຫາເພາະພາກັນໄປຢູ່ຕ່າງແຂວງຫມົດເຫລືອແຕ່ເພິ່ນ ເຊິ່ງຕອນນີ້ພໍ່ເຖ້າກະໄດ້ປ່ວຍຢູ່ ສົນໃຈໃຫ້ຄວາມເມດຕາແກ່ຂະເຈົ້າເຫລົ່ານີ້ບໍ່ ເຫັນພາບແລ້ວຄິດອອກບໍ່ວ່າມັນກະທົບຈິດໃຈຫລາຍ ຮ່ວມເປັນສ່ວນຫນຶ່ງກັບເຮົາໄດ້ເດິ ຊ່ວຍພວກເພິ່ນແນ່ທ້ອນ ອີກບໍ່ດົນເພິ່ນກະຊິບໍ່ຢູ່ໂລກນີ້ແລ້ວເພາະຄວາມແກ່ຊະລາ ໃຫ້ບັ້ນປາຍຊີວິດເພິ່ນໄດ້ມີຄືຄົນອື່ນມີບໍ່ຂາດບໍ່ເຂີນ ໄດ້ກິນແບບບໍ່ຕ້ອງໆອົດໆຢາກໆ ເລີກສົນໃຈເລື່ອງໄຮ້ສາລະແລ້ວຫັນມາເບິ່ງພວກເຂົາເຫລົ່ານີ້ຊ່ວຍກັນເນາະ ສົນໃຈຮ່ວມຊ່ວຍເຫລືອຕິດຕໍ່ທີ່ເບີ 020 77666081 ຫລືຊິສົ່ງຫາທາງເຟດບຸກ ທີ່ຂ້າພະເຈົ້າໄດ້ແທັກໃຫ້ນີ້ກະໄດ້ເດີ ຂອບໃຈເດີສຳລັບຄວາມເມດຕາ