IT TODAY: Apple ຈະເປີດຕົວ iPhone 6s ແລະ iPhone 6s Plus ໃນວັນທີ 9 ກັນຍາ 2015 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

IT TODAY: Apple ຈະເປີດຕົວ iPhone 6s ແລະ iPhone 6s Plus ໃນວັນທີ 9 ກັນຍາ 2015


IT TODAY: Apple ຈະເປີດຕົວ iPhone 6s ແລະ iPhone 6s Plus ໃນວັນທີ 9 ກັນຍາ 2015

ບັນດາສາວົກຂອງ ໝາກໂປມ ຄົງຈະລໍຄອຍກັນແລ້ວ ເນາະ ເພາະວ່າ ໄອໂຟນ ຫົກເອດສ໌  ແລະ ໄອໂຟນ ຫົກເອດສ໌ ພລັດ ຈະຖືກເປີດຕົວແນ່ນອນ ວັນທີ 9 ກັນຍາ ນີ້.

ລາຍງານຈາກ Buzzfeed.com ໃຫ້ຮູ້ວ່າ ລຸ້ນ ຫົກເອດສ໌ ຈະມີປະສິດທິພາບການໃຊ້ງານດີກວ່າເກົ່າ, ແລະ ຈະເປີດຕົວພ້ອມກັບ Apple TV ແລະ iPad Pro.

ສະເປັກຂອງ ຫົກ ເອດສ໌ ແມ່ນແຮງດີ ດ້ວຍ RAM 2 GB, ກ້ອງ 12 ລ້ານພິກເຊວ ສຳລັບຮູບພາບ ແລະ ວິດີໂອ 4K, ນຳໃຊ້ວັດສະດຸເຮັດຕົວເຄື່ອງທີແຂງແຮງທົນທານກວ່າເກົ່າ ແລະ ຈະກຳນົດ ໜ່ວຍຄວາມຈຳ ຕັ້ງແຕ່ 32 GB ຂຶ້ນໄປ. ການໃຊ້ອິນເຕີເນັດ ຮັບຮອງຄວາມໄວ 300mb/s

ສ່ວນເລື່ອງລາຄາແມ່ນຖ້າຟັງນຳກັນເດີ!

ລາຍງານໂດຍ: ອ້າຍຫຳນ້ອຍ

#ITTODAY

Post Bottom Ad