ປະກາດເຕືອນໄພ: ຕົວະຂາຍໂທລະສັບປອມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດເຕືອນໄພ: ຕົວະຂາຍໂທລະສັບປອມ



ປະກາດເຕືອນໄພ: ຕົວະຂາຍໂທລະສັບປອມ
ຫຼາຍຄົນແມ່ນຖືກຕົ້ມ ໂດຍຊາວຕ່າງຊາດ ທີ່ມາຕົວະຂາຍໂທລະສັບປອມ ຫຼື ກອບປີ, ໂດຍສະເພາະ ແມ່ນ iPhone ແລະ Samsung 

ວິທີການຕົວະ:
1. ຈະເອົາໂທລະສັບຂອງແທ້ໃຫ້ຜູ້ຊື້ເບິ່ງ, ພ້ອມທັງສະເໜີ ລາຄາທີ່ໜ້າສົນໃຈ ປະມານ 15,000 ບາດ ເຊິ່ງ ຖືກກວ່າລາຄາປົກກະຕິຫຼາຍ.
2. ຈະໃຫ້ໂອກາດ ຕໍ່ລອງ ແຕ່ຈະມີລີລາ ຫຼືພິລຸດ ກ່ອນຈະມີການມອບໂທລະສັບໃຫ້ ເຊິ່ງພວກມັນຈະຫາຈັ່ງຫວະ ສະລັບປ່ຽນໂທລະສັບເຊິ່ງວ່າ ເຮັດໄວຫຼາຍ.
3. ໂດຍສ່ວນໃຫຍ່ ຈະເປັນຊາວຕ່າງຊາດ ທີ່ອ້າງເຫດຜົນວ່າ ຮ້ອນເງິນ ຢາກກັບບ້ານ ຫຼື ເຫດຜົນຕ່າງໆ ນາໆ.

ຝາກບອກຕໍ່ໆກັນຕື່ມ ຢ່າໄປຫຼົງຊື້ ເພາະຈະເສຍເງິນລ້າໆ.

ດ້ວຍຄວາມຫ່ວງໃຍຈາກ: ທີມງານປະກາດ
www.pakaad.com

Post Bottom Ad