ວິທີການໄລ່ມົດ, ຍຸງ ແລະ ແມງສາບແບບງ່າຍໆ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວິທີການໄລ່ມົດ, ຍຸງ ແລະ ແມງສາບແບບງ່າຍໆ

ເປັນຄວາມຮູ້ ທີ່ສາມາດນຳໄປທົດລອງໃຊ້ ໃນບ້ານເຮືອນຂອງທ່ານ ໃນການໄລ່ ມົດ, ຍຸງ ແລະ ແມງສາບ ທີ່ເປັນວິທີງ່າຍ ແລະ ປະຢັດ ພ້ອມທັງ ບໍ່ຕ້ອງໃຊ້ສາຍເຄມີຮ້າຍແຮງ.

ຂໍ້ມູນຈາກ Buzzhand.com ບອກວ່າ ເຮົາສາມາດທີ່ຈຳເຮັດການຂັບໄລ່ ມົດ, ຍຸ່ງ ແລະ ແມງສາບ ໂດຍການນຳໃຊ້ ສິ່ງທີ່ພວກມັນບໍ່ມັກ ຄື:

1. ມົດຈະມັກ ແຕ່ ແນວຫວານ ເຊິ່ງພວກມັນຈະບໍ່ມັນ ແນວທີ່ມີລົດສົ້ມ. ສະນັ້ນ ທ່ານສາມາດ ທົດລອງ ໂດຍການເອົານ້ຳໝາກນາວ, ຫຼື ນ້ຳປະສົມນ້ຳໝາກນາວ ຫຼື ນ້ຳສົ້ມ ໄປຖອກໃສ່ຮູມົດ ທີ່ຢູ່ຕາມບ້ານເຮືອນຂອງທ່ານ, ມົດກໍ່ຈະໜີທັນທີ

2. ຍຸງ ຈະບໍ່ມັກລົດເຜັດ ຫຼື ປະເພດທີ່ກິ່ນຄື່ນ ເຊັ່ນກິນໝາກເຜັດ ຫຼື ຜັກທຽມ, ທ່ານສາມາດທົດລອງໂດຍການ ເອົາຜັກທຽມາຕຳໃຫ້ມຸນຈົນມີນ້ຳອອກມາ, ແລ້ວໃສ່ຈານ ຫຼື ຖ້ວຍນ້ອຍ ໄປປະໄວ້ຫົວລົມ ເພື່ອໃຫ້ມັນພັດ ໄລ່ຍຸງ.

3. ແມງສາບ ຈະບໍ່ມັກສະບູ ໃຫ້ນຳເອົາສະບູ ມາຕັດເປັນຕ່ອນນ້ອຍໆ ໄປວາງໄວ້ ຕາມກ້ອງຕູ້ ຫຼື ບ່ອນລີ້ຂອງແມງສາບ ມັນກໍ່ຈະໜີ ຫຼື ຖ້າຮູ້ບ່ອນຮູ້ແມງສອບ ແມ່ນໃຫ້ເອົາສະບູປະສົມນ້ຳ ແລ້ວສີດໃສ່ ມັນກໍ່ຈະຕາຍ.

ທີ່ມາ: Buzzhand.com

Post Bottom Ad